Hijab - ສັນ​ຍາ​ລັກ​ຂອງ​ແມ່​ຍິງ ມຸດ​ສະ​ລິມ

(VOVWORLD) - ຢູ່ ອິນໂດເນເຊຍ ຫຼື ບັນດາປະເທດ ອິດສະລາມ ອື່ນໆພາບແມ່ຍິງໃສ່ຜ້າປົກຫົວ “Hijab” ໄດ້ເປັນທີ່ຮູ້ຈັກກັນດີ. Hijab ໍ່ພຽງແຕ່ຕາງໜ້າໃຫ້ຄວາມງາມຂອງແມ່ຍິງ ມຸດສະລິມ ເທົ່ານັ້ນຫາກຍັງສະແດງໃຫ້ເຫັນຫຼັກການ ແລະ ມາດຖານຂອງສາສະໜານີ້ອີກດ້ວຍດ້ວຍຈຸດປະສົງ ແລກປ່ຽນວັດທະທຳ ແລະ ນຳເອົາບັນດາຈຸດທີ່ເປັນເອກະລັກສະເພາະຂອງສາສະໜາ ອິດສະລາມ ຫຍັບມໍ່ເຂົ້າໃກ້ກັບນັກສຶກສາ ຫວຽດນາມສະໂມສອນ ພາສາ ແລະ ວັດທະນະທຳ ອິໂດເນເຊຍ (BABUD) ແລະ ຄະນະສັງຄົມສາດ - ວຽກງານສັງຄົມ - ອາຊີຕາເວັນອອກສ່ຽງໃຕ້ມະຫາວິທະຍາໄລເປີດ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຈັດ workshop  ດ້ວຍຫົວຂໍ້ “Hijab - ສັນຍາລັກຂອງແມ່ຍິ
Hijab - ສັນ​ຍາ​ລັກ​ຂອງ​ແມ່​ຍິງ ມຸດ​ສະ​ລິມ - ảnh 1ນັກສຶກສາມະຫາວິທະຍາໄລເປີດ ນະຄອນ ໂຮ່ຈີມິນ ເຂົ້າຮ່ວມ workshop ເປັນຈຳນວນຫຼາຍ

“Hijab ແມ່ນມາຈາກພາສາ ອາຣັບ ທີ່ມີຄວາມໝາຍວ່າການປົກປິດຫຼືກີດຂວາງໝາຍເຖິງຜ້າປົຫົວຂອງຊາວ ມຸດສະລິມ. ເລື່ອງແມ່ຍິງຊາວ ມຸດສະລິມ ນຳໃຊ້ຜ້າປົກຫົວນັ້ນ ແມ່ນທັງສະແດງຄວາມເປັນກຽດ, ທັງເປັນການປະຕິບັດຄໍພີ Koran ເຊິ່ງພະ Allah ໄດ້ດົນບັນດານໃຫ້ແມ່ຍິງ ມຸດສະລິມ, ທັງສະແດງເຖິງຄວາມບໍລິສຸດຂອງເຂົາເຈົ້າ ເມື່ອໃຊ້ຜ້າ Hijab”.

ນັ້ນແມ່ນຄຳແບ່ງປັນຂອງ ທ່ານ ປະລິນຍາໂທ ນາງ ຫງວຽນທິທູຮັ່ງ, ອາຈານພະແນກສັງຄົມສາດ - ວຽກງານສັງຄົມ - ອາຊີຕາເວັນອອກສ່ຽງໃຕ້, ມະຫາວິທະຍາໄລເປີດ ນະຄອນ ໂຮ່ຈີມິນ ໃນລາຍການ workshop  ທີ່ໄດ້ດຳເນີນເມື່ອຕົ້ນເດືອນ ມິຖຸນາ ຜ່ານມາຢູ່ນະຄອນ ໂຮ່ຈີມິນ. ລາຍການດັ່ງກ່າວ ມີການເຂົ້າຮ່ວມຂອງນັກສຶກສາ ຫວຽດນາມ, ອິນໂດເນເຊຍ, ພ້ອມດ້ວຍແຂກຖືກເຊີນທີ່ມາຈາກ 2 ປະເທດ.

ຜ້າປົກຫົວຂອງຊາວ ມຸດສະລິມ ມີຫຼາຍປະເພດທີ່ແຕກຕ່າງກັນ ແລະ Hijab ແມ່ນປະເພດທີ່ໄດ້ນໍາໃຊ້ທົ່ວໄປທີ່ສຸດ. ນີ້ແມ່ນຜ້າຜືນໜຶ່ງທີ່ໃຊ້ພັນຫົວ ແລະ ຄໍຂອງແມ່ຍິງຊາວ ມຸດສະລິມ ເພື່ອບັງຜົມ ແຕ່ບໍ່ບັງໜ້າ. ການໃຊ້ຜ້າ Hijab ແມ່ນໜຶ່ງໃນບັນດາຄຳສັ່ງໃນປຶ້ມຄຳພີ Koran ເຊິ່ງແມ່ຍິງຊາວ ມຸດສະລິມ ຕ້ອງປະຕິບັດຕາມ, ອັນໄດ້ສະແດງໃຫ້ເຫັນຄວາມສັດທາທີ່ມີຕໍ່ກັບພະ Allah. ແມ່ຍິງ ມຸດສະລິມ ເຊື່ອວ່າ, ຄວາມງາມໄດ້ສະແດງອອກຢູ່ທີ່ຈິດໃຈ, ດັ່ງນັ້ນ, ເລື່ອງຄົນອື່ນຈະເຫັນຊົງຜົມຂອງເຂົາຫຼືບໍ່ນັ້ນ ແມ່ນບໍ່ສຳຄັນ. ນອກຈາກຄວາມຮູ້ສຶກໄດ້ປົກປ້ອງແລ້ວ, ສຳລັບແມ່ຍິງ ມຸດສະລິມ, ການໃຊ້ຜ້າປົກຫົວ ກໍເຮັດໃຫ້ເຂົາເຈົ້າຮູ້ສຶກສະບາຍ ເມື່ອບໍ່ຕ້ອງສົນໃຈເຖິງການຕີລາຄາຂອງຄົນອື່ນຢູ່ບ່ອນສາທາລະນະ. Jule, ນັກສຶກສາມະຫາວິທະຍາໄລ ອິນໂດເນເຊຍ ພາກວິຊາ ສັງຄົມສາດ, ແບ່ງປັນວ່າ:

ທຳອິດ, Hijab ຊ່ວຍປົກປ້ອງຫົວຂອງເຮົາ ບໍ່ໃຫ້ຖືກຜົນກະທົບໂດຍກົງຈາກແສງຕາເວັນ ແລະ ມົນລະພິດອາກາດ, ຜົມກໍຈະແຂງແຮງກວ່າ. ທີສອງແມ່ນ, ເມື່ອໃຊ້ຜ້າ Hijab, ເຮົາຈະຮູ້ສຶກໝັ້ນໃຈກວ່າໃນເວລາພົບກັບຄົນອື່ນ. ສຸດທ້າຍ, ການໃຊ້ຜ້າ Hijab  ໄດ້ຊ່ວເຮົາປະຕິບັດພັນທະທາງສາສະໜາ, ສະແດງໃຫ້ເຫັນພູມບັນຍາ ແລະ ຄວາມເປັນເອກະລັກຂອງແມ່ຍິງມຸດສະລິມ”.

Hijab - ສັນ​ຍາ​ລັກ​ຂອງ​ແມ່​ຍິງ ມຸດ​ສະ​ລິມ - ảnh 2ແຂກຖືກເຊີນຊາວ ອິນໂດເນເຊຍ ແນະນຳການພັນຜ້າປົກຫົວ 

ໂດຍໄດ້ສຳຜັດຕົວຈິງການພັນຜ້າປົກຫົວ Hijab ພາຍໃຕ້ການແນະນຳຂອງແຂກຖືກເຊີນຊາວ ອິນໂດເນເຊຍ, ບັນດານັກສຶກສາມະຫາວິທະຍາໄລເປີດ ນະຄອນ ໂຮ່ຈີມິນ  ໄດ້ເວົ້າຄວາມໃນໃຈສູ່ຟັງວ່າ:

"ທຳອິດ, ນ້ອຄິດວ່າການໃຊ້ຜ້າປົກຫົວນີ້ ຮ້ອນຫຼາຍ, ແຕ່ເມື່ອໄດ້ສຳຜັດຕົວຈິງແລ້ວ, ນ້ອງເຫັນວ່າບໍ່ໄດ້ຮ້ອນຄືນ້ອງຄິດ, ຫາກຮູ້ສຶກສະບາຍພໍສົມຄວນ. ນີ້ກໍເປັເທື່ອທຳອິດທີ່ນ້ອງໄດ້ໃຊ້ຜ້າປົກຫົວ, ສະນັ້ນ ກໍຍັງບໍ່ລຶ້ງປານໃດ”.

  ນ້ອງກໍເຄີຍມີໂອກາດໄດ້ນຸ່ງຊຸດອາພອນຂອງບັນດາເທດ ອາຊຽນ ແລ້ວ ແຕ່ນີ້ເປັນຄັ້ງທຳອິດທີ່ນ້ອງໄດ້ສຳຜັດກັບການພັຜ້າປົກຫົວຂອງ ອິນໂດເນເຊຍ. ນ້ອງເບິ່ຄຼລິບວິດີໂອແນະນຳການພັນຜ້າ ແລະ ຄິດວ່າມັນງ່າຍ, ແຕ່ເມື່ອເຮັດຕົວຈິງ ກໍເຫັນວ່າຍາກ ແລະ ເສຍເວລາພໍສົມຄວນ. ນ້ອງມັກການລົງຕົວຈິງນີ້ຫຼາຍ”.

Hijab - ສັນ​ຍາ​ລັກ​ຂອງ​ແມ່​ຍິງ ມຸດ​ສະ​ລິມ - ảnh 3ນັກສຶກສາ ຫວຽດນາມ ລອງໃຊ້ຜ້າປົກຫົວ Hijab 

ອິດສະລາມ ແມ່ນສາສະໜາທີ່ມີການກຳນົດຢ່າງເຂັ້ມງວດ ກ່ຽວກັບການນຸ່ງຖື, ພິເສດແມ່ນສຳລັບແມ່ຍິງ. ຕາມການເວລາ, ຍ້ອນຖືກຜົນກະທົບຈາກທ່າອ່ຽງແຟຊັນ ແລະ ການພັດທະນາຂອງສັງຄົມທັນສະໄໝ, ບັນດາຫຼັກການມູນເຊື້ອກ່ຽວກັບການນຸ່ງຖືຂອງແມ່ຍິງ ມຸດສະລິມ ເວົ້າລວມ ແລະ Hijab ເວົ້າສະເພາະ ກໍບໍ່ເຄັ່ງຂັດປານໃດແລ້ວ. ເຖິງຢ່າງໃດກໍຕາມ, ແມ່ຍິງ ມຸດສະລິມ ຍັງຖື Hijab ແມ່ນຄວາມເອກອ້າງທະນົງໃຈສຳລັບສາສະໜາຂອງເຂົາເຈົ້າ. ນັ້ນແມ່ນຄວາມສັດທາ, ແມ່ນພັນທະ ແລະ ແມ່ນສີສັນທີ່ເປັນເອກະລັກສະເພາະຂອງ ສາສະໜາ ອິດສະລາມ./.

ຕອບກັບ

ຂ່າວ/ບົດ​ອື່ນ