ກອງປະຊຸມຈັດກຽມໃຫ້ແກ່ ກອງປະຊຸມສຸດຍອດອາຊຽນ 20

(vovworld) - ​ແຕ່​ວັນ​ທີ 3 -6/3 ຢູ່​ນະຄອນຫລວງ ພະນົມ​ເປັນ​ປະ​ເທດ ກຳປູ​ເຈຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຂອງ​ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ຂຶ້ນ​ກັບ​ສາມ​ເສົາ​ຄ້ຳ​ປະຊາ​ຄົມ​ອາ​ຊຽນກ່ຽວ​ກັບ​ດ້ານ​ການ​ເມືອງ ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລ​ະ ວັດທະນະທຳ​ສັງຄົມ ​ເພ່ືອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20 ຊື່​ງຈະ​ເນີນ​ໄປ​ຢູ່ ກຳປູ​ເຈຍ​ແຕ່​ວັນ​ທີ 3 -4/4/2012. ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ເປັນ​ເອກະ​ພາບ​ກ່ຽວ​ກັບ​ລາຍການເຄື່ອນ​ໄຫວ, ​ໂຄງການ​ດຳ​ເນີນ​ງານ ​ແລະ ບັນຊີ​ລາຍ​ຊື່​ບັນດາ​ເອກະສານ​ຂອງ​ກອງ​ປະຊຸມ​ສຸດ​ຍອດ. ກາ​ນນຳ​ບັນດາ​ປະ​ເທດ​ອາ​ຊຽນ ຈະ​ຮັບຮອງ​ເອົາ​ເອກະສານ​ສຳຄັນ​ຫລາຍ​ສະບັບ, ​ໃນ​ນັ້ນ​ມີ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ການ​ສະ​ເຫລີ​ມສະຫລອງ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ (1967-2012). ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ, ຫົວ​ຫນ້າ SOM ASEAN ຫວຽດນາມ ​​ໄດ້​ເນັ້ນ​ຫນັກ​ເຖິງ​ຄວາມ​ໝາຍ​ຂອງ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ການ​ຮ່ວມ​ສຳພັນ ​ແລະ ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ເປັນ​ຕົ້ນ​ຄວນ​ຜັນ​ຂະຫຍາຍ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ສາມ​ເສົາຄ້ຳ​ດັ່ງກ່າວໃຫ້​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ກໍ​ເນັ້ນ​ຫນັກ​ເຖິງ​ເລື່ອງ ອາ​ຊຽນຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ​ຂອງ​ຕົນ​ໃນ​​ໂຄງ​ປະກອບຂອງ​ພາກ​ພື້ນ​ ​ແລະ ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາກ​ພື້ນ ​ເພື່ອ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຢ່າງ​ມີ​ປະສິດທິ​ຜົນ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ