ນັກປະພັນ ຫງວຽນຈີຈູງ ຮັບລາງວັນວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ 2011

ນັກປະພັນ ຫງວຽນຈີຈູງ ຮັບລາງວັນວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ 2011 - ảnh 1

ນັກ​ປະພັນ ຫງວຽນ​ຈີ​ຈູງ ​ແລະ​ ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ໄທ

(ພາບ:tintuc.vnn.vn)

 ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ໄທ ​ໃຫ້​ຂ່າ​ວວ່າ, ຕອນ​ຄ່ຳວັນ​ທີ 16/2, ຢູ່​ນະຄອນຫຼວງ​ບາງກອກ ປະ​ເທດ​ໄທ, ​ໄດ້​ຈັດ​ພິທີ​ມອບລາງວັນ​ວັນນະຄະດີ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2011 ​ໃຫ້​ນັກ​ປະພັນ 8 ທ່ານ​ໃນ​ກຸ່ມ​ອາ​ຊຽນ ຊື່​ງລວມມີ: ບຣູ​ໄນ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງກະ​ໂປ, ​ໄທ ​ແລະ ຫວຽດນາມ ດ້ວຍ​ບັນດາ​ບົດ​ປະພັນ, ​ເລື່ອງສັ້ນ, ກະວີ… ນັກ​ປະພັນ ຫງວຽນ​ຈີ​ຈູງ  ຂອງ​ຫວຽດນາມ ​ໄດ້​ຮັບລາງວັນ​ວັນນະຄະດີ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ດ້ວຍ​ບົດ​ປະພັນ “ສຽງ​ຮ້ອງ​ໄຫ້​ຂອງ​ນາງ​ອຸດ“. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ນັກ​ປະພັນ​ຫງວຽນ​ຈີ​ຈູງ ​​ໄດ້​ເວົ້າວ່າ: “ຂ້າພະ​ເຈົ້າຄິດ​ວ່າ ລາງວັນ​ວັນນະຄະດີ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ 2011 ​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ທີ່​ສຸດ, ​ຊື່​ງສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈສັນຕິພາບ, ມິດຕະພາບ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ. ພ້ອມ​ກັນນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າມະຫາ​ຊີວິດ, ພະ​ລາຊາ​ນີ, ລາຊະ​ກຸມມານ ​ແລະ ຂອງ​ພວກ​ເພື່ອນ ທີ່​ມີ​ຕໍ່​ການ​ປະກອບສ່ວນ​ຂອງ​ວັນນະຄະດີ​ຫວຽດນາມ ​ໃນ​ວິວັດ​ການ​ພັດທະນາ​ຂອງ​ອາ​ຊຽນ ​ເພື່ອ​ສັນ​ຕິ​ພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ​ພັດທະນາ“.

ຂ່າວ/ບົດ​ອື່ນ