ເວທີປາໄສປະຊາຊົນ ອາຊຽນ ຄັ້ງທີ 9: ພ້ອມກັນສ້າງອະນາຄົດ

(vovworld)- ​ເວທີ​ປາ​ໄສ​ປະຊາຊົນ ອາ​ຊຽນ ຄັ້ງ​ທີ 9 ດຳ​ເນີນ​ໄປ​ຢູ່ປະ​ເທດ ບຣູ​ໄນ ​ແຕ່​ວັນ​ທີ 6 - 8/4/2013. ຫົວ​ຂໍ້​ຂອງ​ເວທີ​ປາ​ໄສ​ປີ​ນີ້ ​ແມ່ນ “ ອາ​ຊຽນ ພ້ອມ​ກັນ​ສ້າງ​ອະນາຄົດ” ​ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຊຸກຍູ້​ຄວາ​ມສາມັກຄີ, ຊອກ​ຫາສຽງ​ເວົ້າ​ລວມ, ຄວາມ​ສົນ​ໃຈ​ລວມຂອງ​ສັງຄົມ​ພົນລະ​ເຮືອນ ​ແລະ ປະຊາຊົນ​ອາ​ຊຽນ ​ເພື່ອ​ພ້ອມ​ກັນ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ເປັນ​ເອກະ​ພາບ, ວັດທະນາ​ຖາວອນ.

        ​ເວທີ​ປາ​ໄສ​ປະຊາຊົນ ອາ​ຊຽນປີ​ນີ້ ຄາດ​ວ່າ​ມີ​ຜູ້​ແທນ 500 ທ່ານ​ທີ່​ຕາງຫນ້າ​ໃຫ້​ແກ່​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ເຂົ້າ​ຮ່ວມ. ຈຸດໝາຍ​ຂອງ​ເວທີ​ປາ​ໄສ​ປີ​ນີ້ ​ແມ່ນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ສຽງ​ເວົ້າ, ຄວາມ​ເອົາ​ໃຈ​ໃສ່, ຄວາມ​ຕ້ອງການ ​ແລະ ບັນດາ​ຄຳ​ສະ​ເຫ​ນີຂອງ​ສັງຄົມ​ພົນລະ​ເຮື​ອນກັບ​ປະຊາຊົນ​ໃນ​ອາ​ຊຽນ ​ເພື່ອ​ມຸ່ງ​ໄປ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ​ເວທີ​ປາ​ໄສ​ປະຊາຊົນ​ ອາ​ຊຽນ 2013 ຈະສຸມ​ໃສ່ 3 ​ເສົາ​ຄ້ຳ​ຕົ້ນຕໍ​ຂອງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຊື່​ງລວມມີ: ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ. ການ​ເຄື່ອນ​ໄຫວ​ປີ​ນີ້ ຄາດ​ວ່າ​ຈະ​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ 8 ຄັ້ງ ຊື່​ງລວມມີ​ຫລາຍ​ເນື້ອ​ໃນ​ທີ່ແຕກ​ຕ່າງ​ກັນ​ຄື: ອາ​ຊຽນ - ພ້ອມ​ກັນ​ສ້າງ​ອະນາຄົດ​ຂອງ​ພວກ​ເຮົາ; ບຮູ​​ໄນ ປະ​ເທດ​​ແຫ່ງ​ສັນຕິພາບ; ວິ​ໄສ​ທັດ ອາ​ຊຽນ; ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫນຸ່ມ; ຕິດຕາມ​ກົນ​ໄກ​ການສະ​ເຫ​ນີຂອງ​ເວທີ​ປາ​ໄສ​ປະຊາຊົນ.

ເວທີປາໄສປະຊາຊົນ ອາຊຽນ ຄັ້ງທີ 9: ພ້ອມກັນສ້າງອະນາຄົດ - ảnh 1
ພາບປະກອບ:internet

        ​ເພື່ອ​ຮັບປະກັນ​ການ​ສືບ​ທອດ​ໃນ​ວິວັດທະນາ​ການ​ສ້າງ ​ແລະ ພັດທະນາ​ຂອງ​ເວທີ​ປາ​ໄສ, ຫວຽດນາມ ໄດ້ຕັ້ງຫນ້າ​ເຂົ້າ​ຮ່ວມ ​ແລະ ສົມທົບ​​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​ເພື່ອ​ໃຫ້​ເວທີ​ປາ​ໄສ​ປະຊາຊົນ​ອາ​ຊຽນ ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ​​ເຊິ່ງກັນ ​ແລະ​ກັນ, ສ້າງ​ຄວາມ​ສາມັກຄີ. ທ່ານ​ນາງ ຫງວຽນ​ຮ່ວາງ​ເວີນ, ​ເລຂາທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ ຫວຽດນາມ ຖື​ວ່າ:

        “ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​​ເວທີ​ປາ​ໄສ​ຄັ້ງ​ນີ້​ມີ​ຜູ້​ແທນ 15 ຄົນທີ່​ຕາງຫນ້າ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງປະຊາຊົນ​ຂອງ​ຫວຽດນາມ.ທີ່​ເວທີ​ປາ​ໄສ​ຄັ້ງນີ້,ຫວຽດນາມ ​ຈະ​ເປັນປະເທດບັນລະຍາຍຕົ້ນຕໍຢູ່ວາລະປະຊຸມ

ຄົບຄະນະຈຳນວນຫນຶ່ງ ແລະ ເປັນປະທານກອງປະຊຸມສຳມະນາຄັ້ງຕ່າງໆ. ພວກຂ້າພະເຈົ້າກຳນົດວ່າ ຈະເຂົ້າຮ່ວມແລະປະກອບສ່ວນຢ່າງຕັ້ງຫນ້າແກ່ການເຄື່ອນໄຫວຂອງເວທີປາໄສກໍຄື ຜົນ​ສຳ​ເລັດ​ຂອງ​ເວທີ​ປາ​ໄສ. ສະ​ນັ້ນ ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ​ຂອງ ຫວຽດນາມ ​ໄດ້​ຕັ້ງຫນ້າ​ກະກຽມ ດ້ວຍ​ບົດບາດ​ແມ່ນ​ອົງການ​ປະສານ​ງານ​ຕົ້ນຕໍ​ໃຫ້​ແກ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ພັດທະນາ​ຊັບພະຍາກອນ​ທຳ​ມະ​ຊາດແບບ​ຍືນ​ຍົງ, ຄົນ​ພິການ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ​ອາຊີ ຕາ​ເວັນ​ອອກສຽງ​ໃຕ້. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ນີ້, ຄະນະ​ຜູ້​ແທນ ຫວຽດນາມ ພະຍາຍາມ​ແນະນຳ​ໃຫ້​ເພື່ອນ​ມິດ ອາ​ຊຽນ ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ, ການ​ພົບ​ປະ​ແລ​ກປ່ຽນ​ວັດທະນະທຳ, ຊຸກຍູ້​ຄວາມ​ສາມັກຄີ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ.”

        ອາ​ຊຽນ ​ແມ່ນ​ພາກ​ພື້ນ​ມີ​ພົນລ​ະ​ເມືອງ​ກວ່າ 600 ລ້ານ​ຄົນ, ​ແຕ່ລະ​ປະ​ເທດ​ມີ​ສີສັນ​ວັດທະນະທຳ​ສະ​ເພາະ. ອາ​ຊຽນ ກໍ​ພວມ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ຄື: ຊັບພະຍາກອນ​ໝົດ​ກ້ຽງ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຄ້ຳປະກັນ​ດ້ານສະບຽງ​ອາຫານ ​ແລະ​ອື່ນ​ໆ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ປະຊາຊົນ, ພິ​ເສດ​ແມ່ນ​​ເປົ້າ​ໝາຍ​​​ເຄີຍຖືກ​ຜົນ​ສະທ້ອນຄື: ​ແມ່ຍິງ, ​ເດັກນ້ອຍ, ຄົນ​ພິການ. ວົງ​ຄະນາ​ຍາດ​ພວມ​ຖືກ​ກຳລັງ​ດັນ​ນັບ​ມື້​ນັບ​ຫລາຍ​ຍ້ອນ​ວິວັດທະນາການ​ພາກ​ເອກະ​ຊົນ​ເຂົ້າ​ຮ່ວມ​ສະຫນອງ ບັນດາ​ບໍລິການ​ເບິ່ງ​ແຍງ​ສຸຂະພາບ, ການ​ສຶກສາ, ຄົມມະນາຄົມ, ​ໄຟຟ້າ ​ແລະ ນ້ຳ​ປະປາ. ປະຊາຊົນ​ອົບ​ພະຍົບ, ​ເຂົ້າ​ເມືອງ, ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ​ນັບ​ລ້ານ​ຄົນ  ​ຍັງ​ຖືກ​​ໃຊ້​ຄວາມ​ຮຸນ​ແຮງ, ຂູດ​ຮີດ ​ແລະ ການ​ຄ້າ​ມະນຸດ. ສະພາບ​ຂູດ​ຮີດ​ເດັກ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຄວບ​ຄຸມ​ເທື່ອ. ປະຊາຊົນ​ຫລາຍ​ຄົນ​ ຍັງ​ຄົງ​ແມ່ນ​ເປົ້າ​ໝາຍ​ຂອງ​ບັນດາ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ. ສິ່ງ​ທ້າ​ທາຍ​ທັງ​ໝົດ​ນັ້ນ​ພວມ​​ແມ່ນ​ຄວາມ​ວິຕົກ​ກັງວົນ​ລວມຂອງ​ພາກ​ພື້ນ. ​ເພາະສະ​ນັ້ນ ​ເວທີ​ປາ​ໄສ​ປະຊາຊົນ​ປີ​ນີ້​ກໍ​ໃຫ້​ບຸລິມະສິດ​ແກ່​ການ​ປຶກສາ​ຫາລື​ບັນດາ​ບັນຫາ​ຂ້າມ​ຊາດ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ປະຊາຊົນ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ຊອກ​ຫາ​ກົນ​ໄກ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ດັ່ງກ່າວ. ພ້ອມ​ທັງ​ຕິດ​ພັນ​ສັງຄົມ​ພົນລະ​ເຮືອນ​ກັບ​ລັດຖະບານ ຜ່ານ​ການ​ຊຸກຍູ້​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ບັນດາ​ອົງການ​ສັງຄົມ​ພົນລະ​ເຮືອນ​ໃນ​ອາ​ຊຽນ. ຄຽງ​ຄູ່​ກັນ​ນັ້ນ ​ເວທີ​ປາ​ໄສ​ຈະ​ຍົກ​ອອກ​ຂໍ້​ສະ​ເຫ​ນີຕໍ່​ບັນດາ​ການ​ນຳ​ປະ​ເທດ ອາ​ຊຽນ ​ເພື່ອ​ພິຈາລະນາ​ການ​ຊຸກຍູ້​ອາ​ຊຽນ ຖື​ມະນຸດ​ເປັນ​ຕົ້ນ. ທ່ານ​ນາງ​ເລຂາທິການ​ໃຫຍ່​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ເວທີ​ປາ​ໄສ​ປະຊາຊົນ​ແມ່ນ​​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ປະ​ເທດ​ພົບ​ປະ, ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ສົມທົບ​ກັນ​ໃນ​ບັນດາ​​ໂຄງການ​ດຳ​ເນີນ​ງານ​ໃນ​ຕໍ່ຫນ້າ, ນຳ​ສຽງ​ເວົ້າ​ຂອງ​ປະຊາຊົນ​ກໍ​ຄື​ຂໍ້ສ​ະ​ເຫ​ນີຂອງ​ປະຊາຊົນ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ບັນດາ​ການ​ນຳ ອາ​ຊຽນ. ຂ້າພະ​ເຈົ້າ​ຖື​ວ່າ ນີ້​ກໍ​​ແມ່ນ​ຄວາມ​ມຸ່ງ​ຫວັງ​ຂອງ​ຫວຽດນາມ​​ໃນເວທີ​ປາ​ໄສ​ຄັ້ງ​ນີ້.”

        ​ໃນ​ຫລາຍ​ປີຜ່ານມາ, ບັນດາ​ປະ​ເທດ ອາ​ຊຽນ​ໄດ​້ມີ​ຄວາມ​ພະຍາຍາມ​ເພື່ອ​ສາມັກຄີ​ຮ່ວມ​ມື, ມິດຕະພາບ​ພ້ອມ​ກັນ​ພັດທະນາ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015. ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຊົນ​ບັນດາ​ປະ​ເທດ ອາ​ຊຽນ ມີ​ຄວາມສາມັກຄີ​ກວ່າ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ແມ່ນ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ. ດ້ວຍ​ຫລາຍ​ຮູບ​ການ​ແຕກ​ຕ່າງ​ກັນ ນັບ​ທັງ​ສອງ​ຝ່າຍ,​ ຫລາຍ​ຝ່າຍ, ອະນຸ​ພາກ​ພື້ນ ​ແລະ ພາກ​ພື້ນ, ນັບ​ທັງ​ການ​ຮ່ວມ​ມື​ພາຍ​ນອກ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບົດບາດ​ຂອງ​ປະຊາຊົນ​ສຳຄັນ​ກວ່າ, ​ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນມີ​ການ​ສົມທົບ​ກັນ​ດີກ​ວ່າ, ຕັ້ງຫນ້າ​ກວ່າ​ໃນ​ອະນາຄົດ ນັ້ນແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ລວມຂອງ​ປະຊາຊົນ ຫວຽດນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ. ການ​ຕ່າງປະ​ເທດ​ປະຊາຊົນ ດ້ວຍ​ຈິດ​ໃຈ ອາ​ຊຽນ ມຸ່ງ​ໄປ​ເຖິງ​ປະຊາຊົນ​ຕ້ອງ​ຊອກ​ຫາ​ບັນດາ​ເນື້ອ​ແທ້ ​ແລະ ​ເນື້ອ​ໃນ, ວິທີ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ຢ່າງ​ເໝາະ​ສົມ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ຄວາ​ມານະ​ພະຍາຍາມ​ຂອງ​ລັດຖະບານ, ຫນູນ​ຊ່ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະພາ​​ແຫ່ງ​ຊາດ, ຂອງ​ບັນດາ​ນັກ​ລົງທຶນ, ວົງ​ການ​ນັກທຸລະກິດ ​ແລະ ອົງການ​ຈັດ​ຕັ້ງ​ອື່ນ.     ນັ້​ນແມ່ນ​ຈຸດໝາຍ​ທີ່​ຄະນະ​ຜູ້​ແທນ​ ຫວຽດນາມ ມຸ່ງ​ໄປ​ເຖິງ​ໃນ​ການ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ປະຊາຊົນ ອາ​ຊຽນ ຄັ້ງ​ນີ້.



ຕອບກັບ

ຂ່າວ/ບົດ​ອື່ນ