ການຄັດສະເໜີເນື້ອໃນ ຈົດໝາຍ, ອີແມວ, ໂທລະສັບ ເຊິ່ງທ່ານຜູ້ຟັງ ຝາກມາໃຫ້ລາຍການ
Minh Duc -  
(vovworld) - ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຈາກທ່ານຜູ້ຟັງລາວ ແລະ ຫວຽດນາມຫຼາຍທ່ານ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນ ຈົດໝາຍ, ອີແມວ, ໂທລະສັບ ເຊິ່ງທ່ານຜູ້ຟັງຝາກມາໃຫ້ລາຍການ.
ເພື່ອນຮ່ວາງວັນເຟືອງ, ອະດີດນັກສຶກສາຫວຽດນາມ ທີ່ເຄີຍຮໍ່າຮຽນຢູ່ລາວ ໄດ້ຝາກຈົດໝາຍມາຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຊາບວ່າ ວັນທີ 02/12 ຜ່ານມາ ເຊິ່ງແມ່ນວັນຊາດຂອງສປປລາວ, ເປັນຜູ້ໜຶ່ງທີ່ໄດ້ຮໍ່າຮຽນຢູ່ລາວ ຂ້າພະເຈົ້າຂໍອວຍພອນໃຫ້ນ້ຳໃຈສາມັກຄີມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ ນັບມື້ນັບສະໜິດແໜ້ນ. ຂໍອວຍພອນໃຫ້ຄູອາຈານຢູ່ມະຫາວິທະຍາໄລແຫ່ງຊາດລາວ ເຊິ່ງແມ່ນໂຮງຮຽນທີ່ຂ້າພະເຈົ້າເຄີຍຮຽນ ມີສຸຂະພາບເຂັ້ມແຂງ ແລະ ຫວັງວ່າ ຂ້າພະເຈົ້າຈະມີໂອກາດໄປລາວ ເພື່ອຢ້ຽມຢາມຄູອາຈານ ແລະ ໂຮງຮຽນຂອງຕົນ.
(ໄພນ້ຳຖ້ວມຢູ່ບັນດາແຂວງທາງພາກກາງຫວຽດນາມ)
ເພື່ອນ ແກ້ວ ພຸດທະສອນ, ຢູ່ເມືອງປາກເຊ ໄດ້ໂທລະສັບມາຫາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າໄດ້ຍິນຂ່າວກ່ຽວກັບໄພນ້ຳຖ້ວມຢູ່ບັນດາແຂວງທາງພາກກາງຫວຽດນາມ ໄດ້ກໍ່ຄວາມເສຍຫາຍອັນໜັກໜ່ວງທັງທາງດ້ານມະນຸດ ແລະ ຊັບສິນ. ຂ້າພະເຈົ້າປາດຖະໜາວ່າປະຊາຊົນຢູ່ພາກກາງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກເພື່ອຟື້ນຟູການຜະລິດ, ກໍ່ຄືກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.
ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ຂໍຂອບໃຈເພື່ອນ ແກ້ວ ພຸດທະສອນ ທີ່ໄດ້ເອົາໃຈໃສ່ເຖິງປະຊາຊົນຢູ່ທາງພາກກາງຂອງຫວຽດນາມ. ເຖິງວ່າ ພະຍຸໄດ້ເຊົາແລ້ວກໍ່ຕາມ, ແຕ່ຜົນເສຍຫາຍຍັງໜັກໜ່ວງຢູ່. ປະຈຸບັນບັນດາແຂວງ, ນະຄອນຢູ່ພາຍໃນປະເທດ ກໍ່ຄືຊາວຫວຽດນາມ ອາໄສຢູ່ຕ່າງປະເທດລ້ວນແຕ່ຮ່ວມແຮງຮ່ວມໃຈ ເພື່ອຊ່ວຍເຫຼືອປະຊາຊົນພາກກາງຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະປະຈຸບັນ. ນອກຈາກນັ້ນ, ບັນດາຄຳລະດົມກຳລັງໃຈຂອງພວກເພື່ອນທີ່ຝາກໄປຍັງປະຊາຊົນພາກກາງຫວຽດນານ ໃນຈຸດເວລານີ້ແມ່ນສິ່ງທີ່ລ້ຳຄ່າທີ່ສຸດ, ເພື່ອແນໃສ່ລະດົມກຳລັງໃຈໃຫ້ເຂົາເຈົ້າພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ.
(ວັດຖຸພັນທີ່ໄດ້ນຳມາວາງສະແດງຢູ່ຫໍພິພິດທະພັນ)
ເພື່ອນ ວິໄລວຽງ ຢູ່ແຂວງ ຫຼວງພະບາງ ສົ່ງອີແມວ ເຊິ່ງລາຍການໄດ້ຖາມວ່າ: ຂ້າພະເຂົ້າຕິດຕາມລາຍການກະຈາຍສຽງພາກພາສາລາວ ແລະ ເຫັນວ່າມີຂ່າວເວົ້າເຖິງຫໍພິພິດທະພັນອາຊີຕາເວັນອອກສ່ຽງໃຕ້, ແຕ່ຂ້າພະເຂົ້າບໍ່ຮູ້ວ່າ ໃນຫໍພິພິດທະພັນນັ້ນໄດ້ວາງສະແດງວັດຖຸພັນຫຼາຍບໍ່? ຂໍໃຫ້ລາຍການແນະນຳໂດຍຫຍໍ້ກ່ຽວກັບຫໍພິພິດທະພັນດັ່ງກ່າວ. ຂໍຂອບໃຈ.
ເພື່ອນ ວິໄລວຽງ ທີ່ຮັກແພງ, ຫໍພິພິດທະພັນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການກໍ່ສ້າງເປັນເວລາ 6 ປີຜ່ານມາ ແລະ ປະຈຸບັນໄດ້ເປີດປິຕູເພື່ອຕ້ອນຮັບແຂກເຂົ້າຢ້ຽມຢາມ. ຫໍພິພິດທະພັນມີ 4 ຊັ້ນ, ຊັ້ນທີ 1 ເພື່ອວາງສະແດງກ່ຽວກັບວັດທະນະທຳຂອງອາຊີ ໃນນັ້ນໄດ້ວາງສະແດງກ່ຽວກັບບັນດາຫົວຂໍ້ຄື: ຊີວິດປະຈຳວັນ, ຊີວິດວັດທະທຳ, ສິລະປະການສະແດງ ແລະ ສາສະໜາ. ຊັ້ນ 2 ໄດ້ວາງສະແດງບັນດາວັດຖຸພັນຊຶ່ງແມ່ນຂອງບໍລິຈາກ ແລະ ຂອງຂວັນພາກສ່ວນອື່ນມອບໃຫ້. ຊັ້ນ 3 ແມ່ນວາງສະແດງຕາມຫົວຂໍ້ໃນສະໄໝປະຈຸບັນ, ຊັ້ນ 4 ແມ່ນສາງເກັບຮັກສາວັດຖຸພັນ ແລະ ເອກະສານ. ປະຈຸບັນ, ຫໍພິພິດທະພັນໄດ້ມີວັດຖຸພັນກວ່າ 2000 ຢ່າງ ແລະ ຮູບເອກະສານກ່ຽວກັບອາຊີຕາເວັນອອກສ່ຽງໃຕ້ເກືອບ 5000 ແຜ່ນ. ອາດເວົ້າໄດ້ວ່າ ນີ້ແມ່ນຫໍພິພິດທະພັນແຫ່ງທຳອິດກ່ຽວກັບວັດທະນະທຳຊົນເຜົ່າບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ແມ່ນສະຖານທີ່ເຊື່ອມຕໍ່ດ້ານວັດທະນະທຳລະຫວ່າງຫວຽດນາມ ແລະ ບັນດາປະເທດໃນພາກພື້ນ ແລະ ມີກາລະໂອກາດຫຼາຍຢ່າງເພື່ອຊອກຮູ້ກ່ຽວກັບວັດທະນະທຳບັນດາປະເທດໃນພາກພື້ນ, ເຂົ້າໃຈໄດ້ຄວາມຄ້າຍຄືກັນ ແລະ ຈຸດທີ່ແຕກຕ່າງກັນໃນວັດທະນະທຳຫວຽດນາມ ແລະ ບັນດາປະເທດໃນພາກພື້ນ. ບັນດາວັດຖຸພັນທີ່ວາງສະແດງທີ່ຫໍພິພິດທະພັນມີ: ບັນດາຊຸດອາພອນພື້ນເມືອງຂອງບາງປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຕົວລະຄອນຕຸກກະຕາ, ກອງບູຮານ, ເຄື່ອງດົນຕີ...
ນີ້ແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມືມັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າລະຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631. ຂໍອວຍພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ.
Minh Duc