ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຈາກທ່ານຜູ້ຟັງຫຼາຍທ່ານ. ໃນນັ້ນມີຈົດໝາຍຂອງທ່ານຜູ້ຟັງທີ່ສະໜິດສະໜົມຄື: ທ່ານ ເພັດສະຫວັນ ສີສະນົນ, ສຸວັນ ທິບພະຈັນ, ຫງວຽນວັນແຕ້ວ. ພວກເຮົາຂໍຄັດສະເໜີເນື້ອໃນຂອງຈົດໝາຍສະບັບດັ່ງກ່າວ. ເຊີນທ່ານຕິດຕາມຮັບຟັງ.
ໃນອາທິດ, ທ່ານເພັດສະຫວັນ ສີສະນົນ, ພະນັກງານກິນເບ້ຍບຳນານອະນຸສອນສະຖານປະທານ ໄກສອນ ພົມວິຫານ ໄດ້ຝາກອີແມວມາລາຍການໂດຍໃຫ້ຮູ້ວ່າ: ອາທິດກ່ອນ ຂ້າພະເຈົ້າບໍ່ສາມາດຮັບຟັງລາຍການໃນ ອິນເຕີເນັດໄດ້, ຂ້າພະເຈົ້າເຫງົາຫຼາຍຍ້ອນບໍ່ໄດ້ຮັບຟັງສຽງທີ່ລຶ້ງເຄີຍຂອງບັນດາໂຄສົກໃນລາຍການ. ແຕ່ມາຮອດປະຈຸບັນ, ແມ່ນສາມາດຮັບຟັງໄດ້ແລ້ວ, ແລະ ສັນຍານກໍ່ແຈ້ງດີ. ຜ່ານລາຍການຕ່າງໆ ຂ້າພະເຈົ້າເຫັນວ່າພາກພາສາລາວມີໂຄສົກຍິງຄົນໃໝ່. ສຽງຂອງລາວກໍ່ມ່ວນ. ເຮັດໃຫ້ລາຍການມີຊີວິດຊີວາກ່ວາ. ຂ້າພະເຈົ້າຂໍຊົມເຊີຍໂຄສົກຄົນໃໝ່ແດ່ເດີ.
ຂໍແຈ້ງໃຫ້ທ່ານ ເພັດສະຫວັດ ສີສະນົນ ໄດ້ຮັບຊາບ, ໂຄສົກຄົນໃໝ່ແມ່ນຄົນລາວແທ້ໆ, ລາວມີຊື່ວ່າ: ໄດມອນ ວິລະນົນແມ່ນຊາວຫຼວງພະບາງ, ປະຈຸບັນພວມຮຽນປີ 3 ສະຖາບັນການປົກຄອງແຫ່ງຊາດ ແລະ ຈະແມ່ນຜູ້ຮ່ວມງານຂອງລາຍການໃນໄລຍະຍາວ. ພວກເຮົາໄດ້ສົ່ງຄຳອວຍພອນຂອງທ່ານມາຍັງລາວແລ້ວ, ລາວຮູ້ສຶກມ່ວນຫຼາຍແລະ ຂໍຝາກຄຳຂອບໃຈໄປຍັງທ່ານ .
ພາບປະກອບ
ໃນອາທິດ, ພວກເຮົາກໍ່ໄດ້ຮັບ ອີແມວຈາກທ່ານ ຫງວຽນວັນແຕ້ວ, ຊາວ ຫວຽດນາມ ຢູ່ ໄທ, ໃນອີແມວທ່ານໄດ້ຂຽນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູ ຫວຽດນາມ 20/11, ຂ້າພະເຈົ້າຂໍອວຍພອນໃຫ້ຄູອາຈານທຸກຄົນ, ຜູ້ທີ່ໄດ້ ແລະ ພວມປະກອບເຫື່ອແຮງຂອງຕົນເຂົ້າໃນພາລະກິດສຶກສາ, ບຳລຸງສ້າງຄຳອວຍພອນອັນດີງາມທີ່ສຸດ. ແລະ ໃນອີແມວສະບັບນີ້, ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ: ໃນວັນເພັງເດືອນ 12 (ຕາມຈັນທະປະຕິທິນໄທ), ໃນທົ່ວປະເທດ ໄທ ນັບແຕ່ຜູ້ເຖົ້າຜູ້ແກ່ ຕະຫຼອດຮອດເດັກນ້ອຍ, ໃຜໆກໍ່ມີຄວາມປິຕິຊົມຊື່ນຕ້ອນຮັບງານບຸນ ລອຍກະທົ່ງ ດ້ວຍຄວາມປາຖະໜາຢາກໄດ້ຮັບແຕ່ຄວາມໂຊກຄວາມໄຂ, ສ່ວນສິ່ງທີ່ບໍ່ດີຈະຖືກໄຫຼຕາມກະແສນ້ຳ.
ນອກນັ້ນ, ທ່ານ ຫງວຽນວັນແຕ້ວ ຍັງສົ່ງໃຫ້ພວກເຮົາຮູບຖ່າຍບ່າງແຜ່ນກ່ຽວກັບງານບຸນນີ້. ຂໍຂອບອົບຂອບໃຈທ່ານ ຫງວຽນວັນແຕ້ວ ທີ່ໄດ້ສົ່ງອີແມວເຖິງລາຍການ. ມັນບໍ່ພຽງແຕ່ແມ່ນແຫຼ່ງລະດົມກຳລັງໃຈປະກອບສ່ວນສ້າງກຳລັງໜູນໃຫ້ພວກເຮົາຜະລິດບັນດາລາຍການທີ່ມີຄຸນນະພາບເທົ່ານັ້ນ, ຫາກຜ່ານອີແມວຂອງທ່ານ ພວກເຮົາຍັງຮູ້ໄດ້ຊີວິດການເປັນຢູ່ຂອງຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ແຂວງ ຊາຄອນ ນະຄອນເວົ້າສະເພາະ ແລະ ຢູ່ ໄທ ເວົ້າລວມ. ອວຍພອນໃຫ້ທ່ານມີສຸຂະພາບເຂັ້ມແຂງ ແລະ ຈະສືບຕໍ່ແມ່ນຜູ້ຟັງ, ຜູ້ອ່ານທີ່ສະໜິດສະໜົມຂອງລາຍການ.
ພວກເຮົາຮູ້ສຶກປິຕິຊົມຊືນທີ່ສຸດຍ້ອນວ່າໄລຍະຜ່ານມາໄດ້ຮັບຈົດໝາຍ, ອີແມວ, ໂທລະສັບຂອງຜູ້ຟັງ, ຜູ້ອ່ານຫຼາຍທ່ານຈາກທຸກທ້ອງຖີ່ນໃນທົ່ວປະເທດລ້ານຊ້າງ. ໃນນັ້ນ, ມີທ່ານ ສຸວັນ ທິບພະຈັນ, ພະນັກງານຫ້ອງການຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ, ເມືອງ ປາກລາຍ, ແຂວງ ໄຊຍະບູລີ. ທ່ານໄດ້ຝາກຈົດໝາຍ ແລະ ໄປສະນີຍະບັດໃຫ້ພວກເຮົາ, ຈົດໝາຍມີເນື້ອໃນວ່າ: ຂ້າພະເຈົ້າຂໍສະແດງຄວາມພາກພູມໃຈທີ່ສຸດເມື່ອໄດ້ຮັບຂອງຂວັນຈາກ VOV5 ແລະ ຂໍຝາກຄຳຂອບອົບຂອບໃຈມາຍັງ VOV5 ແລະ ພາກພາສາລາວ ທີ່ໄດ້ໃຫ້ຄວາມເອົາໃຈໃສ່ເຖິງຂ້າພະເຈົ້າ. ໃນຕະຫຼອດໄລຍະ, 5 ປີກ່ວາທີ່ຜ່ານມາ, ຍາມໃດຂ້າພະເຈົ້າກໍ່ຕິດຕາມຮັບຟັງລາຍການວິທະຍຸກະຈາຍສຽງ ຫວຽດນາມ ພາກພາສາລາວເປັນປະຈຳ, ໂດຍສະເພາະແມ່ນໄດ້ຕິດຕາມ ຮັບຟັງລາຍການອອກອາກາດເວລາ: 20h30 – 21h30: 1242 khz, ຟັງແຈ້ງດີກ່ວາເກົ່າ. ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2013 ແລະ ຕ້ອນຮັບປີໃໝ່ 2014 ທີ່ຈະມາເຖິງໃນໃກ້ໆນີ້. ຂ້າພະເຈົ້າບໍ່ມີສິ່ງໃດທີ່ຈະປະເສີດເລີດລ້ຳ ມີແຕ່ຂໍອວຍພອນໄຊອັນປະເສີດມາຍັງພະນັກງານວິທະຍຸກະຈາຍສຽງ ຫວຽດນາມ ພາກພາສາລາວທຸກໆທ່ານຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ມີອາຍຸໝັ້ນຍືນ, ມີຄວາມຜາສຸກ, ປາຖະໜາສິ່ງໃດຂໍໃຫ້ໄດ້ດັ່ງຄວາມມັກຂອງທ່ານ, ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ.
ຂອບໃຈທ່ານ ສຸວັນ ທິບພະຈັນ ຫຼາຍໆ. ນອກຈາກຮັບຟັງລາຍການໃນວິທະຍຸແລ້ວ, ທ່ານສາມາດຮັບຟັງລາຍການ, ອ່ານຂ່າວຕ່າງໆທີ່ໄດ້ອັບເດັດເປັນປະຈຳໃນແວັບໄຊ vovworld.vn. ໜ້າແວັບນີ້ສະດວກສະບາຍສຳລັບບັນດາຜູ້ຟັງທີ່ບໍ່ມີເວລາຮັບຟັງລາຍການວິທະຍຸກະຈາຍສຽງໂດຍກົງໄດ້.
ເນື່ອງໃນໂອກາດວັນຊາດ 2/12 ທີ່ຈະມາເຖິງ, ພວກເຮົາຂໍອວຍພອນໃຫ້ທ່ານຜູ້ຟັງລາວທຸກທ່ານຈົ່ງມີວັນຜັກມ່ວນຊື່ນພ້ອມກັບຄອບຄົວ.
ທີ່ທ່ານຮັບຟັງຜ່ານໄປແລ້ວນັ້ນ, ແມ່ນເນື້ອໃນຄຳເຫັນຂອງທ່ານ ເພັດສະຫວັນ ສີສະນົນ, ສຸວັນ ທິບພະຈັນ, ຫງວຽນວັນແຕ້ວ ຝາກມາລາຍການໃນອາທິດຜ່ານມາ. ນອກຈາກສົ່ງຂໍ້ມູນຂ່າວໃຫ້ພວກເຮົາທາງໄປສະນີ, ໂທລະສັບແລ້ວ, ພວກເພື່ອນຍັງສາມາດສົ່ງຈົດໝາຍຕອບກັບໃນເວັບໄຊ ຂອງພວກເຮົາກໍ່ໄດ້. ຫວັງວ່າ, ໄລຍະຈະມາເຖິງ, ທ່ານຜູ້ຟັງ, ຜູ້ອ່ານຈະສືບຕໍ່ຕິດຕາມຮັບຟັງ, ອ່ານລາຍການຂອງພວກເຮົາເປັນປະຈຳ ແລະ ສົ່ງຈົດໝາຍຕອບກັບມາຍັງລາຍການ ເພື່ອໃຫ້ລາຍການຂອງພວກເຮົານັບມື້ນັບດີກ່ວາເກົ່າ. ທ່ານຜູ້ຟັງສາມາດອ່ານຄືນ, ທຸກໆລາຍການຂອງພາກພາສາລາວໃນເວັບໄຊ vovworld.vn. ຫຼືພວກເພື່ອນສາມາດຝາກຈົດໝາຍ ມາຍັງລາຍການໂດຍຈ່າລະຊ່ອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631. ຂໍຂອບໃຈ.