ການຕອບບາງຄຳຖາມຂອງທ່ານຜູ້ຟັງຜູ້ອ່ານຝາກມາລາຍການ

       ໃນ​ລາຍການ​ມື້​ນີ້ ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ຝາກ​ມາລາ​ຍການ​ຂອງ​ພວກ​ເຮົາ​ໃນ​ອາທິດ​ຜ່ານ​ມາ​.

    ເພື່ອນ​ສຸດ​ສາຄອນ ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ໄດ້​ໂທລະສັບ​ມາລາ​ຍການ​ໂດຍ​ຖາມ​ວ່າ: ​ໃນ​ຊຸມ​ເດືອນທ້າຍ​ປີ 2013 ນີ້, ຢູ່​ຫວຽດນາມ ມີ​ເຫດການ​ພົ້ນ​ເດັ່ນ​ໃດ​ແດ?

    ເພື່ອນ​ສຸດ​ສາຄອນ ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ໄດ້​ໂທລະສັບ​ມາລາ​ຍການ​ໂດຍ​ຖາມ​ວ່າ: ​ໃນ​ຊຸມ​ເດືອນທ້າຍ​ປີ 2013 ນີ້, ຢູ່​ຫວຽດນາມ ມີ​ເຫດການ​ພົ້ນ​ເດັ່ນ​ໃດ​ແດ?

ການຕອບບາງຄຳຖາມຂອງທ່ານຜູ້ຟັງຜູ້ອ່ານຝາກມາລາຍການ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງວັດການ​ປະວັດ​

ເດືອນ​ສິ​ງຫາ 19/8​ ​ແລະ ວັນ​ຊາດທີ 2/9

(ພາບ:tcdulichtphcm.vn)

   ພວກ​ເຮົາ​ຂໍ​ຕອບຄຳຖາມຂອງ​ເພື່ອນ​ສຸດ​ສາຄອນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ຢູ່​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ການ​ປະວັດ​ເດືອນ​ສິ​ງຫາ​ສຳ​ເລັດ​ຜົນ (19/8/1948-19/8/2013) ​ແລະ ​ໃນ​​ເວລາ​ໃກ້ໆ​ນີ້ ຫວຽດນາມ ຈະ​ຈັດ​ພິທີສະ​ເຫຼີ​ມສະຫຼອງວັນຊາດ​ຫວຽດນາມ ຄື​ວັນ​ທີ 2/9-1945-2/9/2013. ສະ​ເພາະ VOV ຂອງ​ພວກ​ຂ້າພະ​ເຈົ້າ ຍັງ​ມີ​ວັນ​ສຳຄັນ ນັ້ນ​ແມ່ນສະ​ເຫຼີ​ມສະຫຼອງວັນ​ສ້າງ​ຕັ້ງ ຄື​ວັນ​ທີ 7/9/1945-7/9/2013. ​ໃນ​ເດືອນ 10/2013 ນະຄອນຫຼວງຮ່າ​ໂນ້ຍ ຂອງ​ພວກ​ຂ້າພະ​ເຈົ້າຈະສະ​ເຫຼີ​ມສະຫຼອງ​ 59 ປີ​ແຫ່ງ​ວັນ​ປົດ​ປ່ອຍຄື​ວັນ​ທີ 10/10/1954-10/10/2013, ວັນ​ທີ 20/11 ​ແມ່ນ​ວັນ​ຄູ​ແຫ່ງ​ຊາດ​ຫວຽດນາມ ສ່ວນ​ວັນ​ທີ 22/12 ​ແມ່ນ​ວັນ​ສ້າງຕັ້ງກອງທັບ ປຊຊ ຫວຽດນາມ​ ຄົບຮອບ 69 ປີ (22/12/1944-22/12/2013)….​ໃນ​ໂອກາດ​ບັນດາ​ເຫດການ​ນີ້, VOV ຂອງ​ພວກ​ຂ້າພະ​ເຈົ້າ ຈະ​ໃຫ້​ຂ່າວ​ຕ່າງໆ​ທີ່​ກ່ຽວຂ້ອງ ​ແລະ ມີ​ບັນດາ​ບົດ​ວິຈານ​ຕາມ​ແຕ່​ລະຫົວ​ເລື່ອງ. ​

  ​ໃນ​ອາທິດ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອນ​ອາວ​ອນຈິດ ຢູ່​ແຂວງ​ໄຊ​ຍະ​ບູລີ ​​ໂດຍຢາກ​ຮູ້​ວ່າ: ປະຈຸ​ບັນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ​ມີ​ນັກ​ຂ່າວ, ບັນນາທິການ, ​ໂຄສົກ…​ທັງ​ໝົດ​ຈັກ​ຄົນ? ມີ​ຊື່​ແນວ​ໃດ ​ແລະ ລາຍການ​ມີ​ໂຄສົກ​ເປັນ​ຄົນ​ລາວ​ບໍ່?

   ​ເພື່ອນ​ອາວ​ອນຈິດ​ທີ່​ຮັກ​ແພງ, ປະຈຸ​ບັນ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ ​ມີ​ນັກ​ຂ່າວ, ບັນນາທິການ, ​ໂຄສົກ…​ທັງ​ໝົດ​ 6 ​ຄົນ ຊື່​ງຮັບຜິດຊອບ​ບັນດາ​ວຽກ​ງານ​ຄື: ​ຂຽນ​ຂ່າວ, ບົດ ແລະ ແປ​ເປັນ​ພາສາ​ລາວ, ​ເປັນ​ໂຄສົກ…​ ນັ້ນ​ແມ່ນ​ບັນດາ​ອ້າຍ​​ເອື້ອຍ: ຕວຽດມາຍ, ຫງວຽນ​ຮ່ວາຍ, ໝີ້​ບີ່​ງ, ​ແອ​ງດາວ, ຢ້ຽວຮົ່ງ ​ແລະ ມິ​ງດຶກ. ລາຍການ​ຂອງ​ພວກ​ເຮົາ​ຍັງ​ມີ​ຜູ້​ຮ່ວມ​ງານ​ຜູ້​ໜຶ່ງ​ເປັນ​ຄົນ​ລາວ ຊື່​ງຮັບຜິດຊອບ​ວຽກ​ງານ​ກວດ​ແກ້​ຂ່າວ, ບົດ ​ແລະ ​ເປັນ​ໂຄສົກ, ນັ້ນ​ແມ່ນ​ອ້າຍ​ຜາດ​ອນ ອິນ​ສະ​ແຫວ​ງ ປະຈຸ​ບັນ​ພວມ​ຮຽນ​ຕໍ່​ປະລິນຍາ​ເອກ​ຢູ່​ມະຫາວິທະຍາ​ໄລ​ວັດທະນະທຳ​ຮ່າ​ໂນ້ຍ.

​ ເພື່ອນ​ຮົ່ງລວາ​ນ ກໍ່​ແມ່ນ​ຜູ້​ທີ່​ເຄີຍ​ຮັບຟັງບັນດາ​ລາຍການຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ​ເປັນ​ປະຈຳ, ​ເພື່ອນ​ໃຫ້​ຮູ້​ວ່າ: ​ເພື່ອນ​ມີ​ຄວາມ​ນິຍົມ​ບັນດາ​ລາຍການ​ຄື: “ຊາຍ​ຄາ​ອາ​ຊຽນ“ “ຊົນນະບົດ​ໃໝ່“ “ຊີວິດ​ສັງຄົມ“….ທີ່​ສຸດ ​ແລະ ​ເພື່ອນ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເມື່ອ​ວິທະຍຸ ກະຈາຍສຽງ​ຫວຽດນາມ ມີ​​ເວັບ​ໄຊ, ​ເພື່ອ​ນສາມາດ​ຕິດຕາມ​ບັນດາ​ລາຍການ​ທີ່​ຕົນ​ນິຍົມ​ຢ່າງ​ສະດວກ​ສະບາຍ​ກ່ວາ:

    “ຢູ່​ຫຼວງ​ພະ​ບາງ, ​ໃນ​ຍາມ​ອາກາດ​ບໍ່​ດີ, ການ​ຮັບ​ຟັງ​ວິທະຍຸ​ຍາກ​ຫຼາຍ ​ແຕ່​ເມື່ອ​ລາຍການ​ມີ​ເວັບ​ໄຊ ຂ້າພະ​ເຈົ້າກໍ່ສາມາດ​ຮັບ​ຟັງ​ຢ່າງ​ສະດວກ​ສະບາຍ, ງ່າຍດາຍ ​ແລະ ຮັບ​ຟັງ​ໃນ​ບໍ່​ວ່າ​ຈຸດເວລາ​ໃດ​ໃນ​ມື້. ຂ້າພະ​ເຈົ້າມັກ​ຟັງ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ສຶກສາລາ​ວ ຢູ່​ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ລາຍການ​ຈະ​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ສຶກສາ​ຫວຽດນາມ ຢູ່ລາວ ຄື​ພວກ​ຂ້າພະ​ເຈົ້າ“.

ການຕອບບາງຄຳຖາມຂອງທ່ານຜູ້ຟັງຜູ້ອ່ານຝາກມາລາຍການ - ảnh 2
ນັກ​ກິລາ ​ຫງວຽນ​ຕຽນມິ​ງ

(ພາບ:vnbadminton.com)

     ​ໃນ​ອາທິດ​ຜ່ານ​ມາ, ​ເພື່ອນ​ບູນ​ເລີດ ຢູ່​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​​ໂຍ​ຖາມ​ວ່າ: ຂ້າພະ​ເຈົ້າຮູ້​ວ່າ, ຫວຽດນາມ ຫາ​ກໍ່​ໄດ້​ຮັບ​ລາງວັນ​ໃນ​ການ​ແຂ່ງຂັນ​ຕີດອກ​ປີກ​ໄກ່ໂລກ. ຂ້າພະ​ເຈົ້າຢາກ​ຮູ້​ວ່າ: ຫວຽດນາມ ​ໄດ້​ຮັບ​ລາງວັນ​​ໃດ ​ແລະ ຊື່​ຂອງ​ນັກ​ກິລາ​ນີ້​ແມ່ນ​ຫຍັງ? ປະຈຸ​ບັນ, ນັກ​ກິລາ​ຜູ້​ນີ້​ຢືນ​ອັນ​ດັບ​​ໃດ​ໃນ​ຕາຕະລາງ​ຈັດ​ອັນ​ດັບ​ຂອງ​ໂລກ?

​  ເພື່ອ​ນບູນ​ເລີດ ​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ!

   ຫວ່າງ​ແລ້ວ​ນີ້, ນັກ​ກິລາ ​ຫງວຽນ​ຕຽນມິ​ງ ຂອງ​ຫວຽດນາມ ຍາດ​ໄດ້​ຫຼຽນ​ທອງ ​ໃນ​ການ​ແຂ່ງຂັນ​ຕີ​ດອກ​ປີກ​ໄກ່​ໂລກ ຈັດ​ຂັ້ນຢູ່​ປະ​ເທດ​ຈີນ. ຜົນງານ​ດັ່ງກ່າວ​ໄດ້​ຊ່ວຍ​ໃຫ້ ຫງວຽນ​ຕຽນມິ​ງ ຢືນ​ອັນ​ດັບ​ທີ 5 ​ໃນ​ຕາ​ຕະລາງ​ຈັດ​ອັນ​ດັບ​ນັກ​ກິລາ​ຕີ​ດອກ​ປີກ​ໄກ່​ໂລກ. ກົມ​ໃຫ່ຍກິລາກາ​ຍະ​ກຳ​ຫວຽດນາມ​ ​ໄດ້​ສະ​ເໜີ​ໃຫ້​ລັດ​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 1 ​ໃຫ້​ແກ່ ຫງວຽນ​ຕຽນມິ​ງ.

     ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ທີ່​ກ່າວ​ມາ​ແມ່ນການ​ຕອບບາງ​ຄຳ​ຖາມ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລູນາ​ຟາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈ້ຽວ​ຮ່າ​ໂນ້ຍ- ​​ເບີໂທ: 00844.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ ທ່ານທີ່ໄດ້ຕິດຕາມຮັບຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ, ສະບາຍດີ!

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ