ອາທິດຜ່ານມາ, ໃນຈົດໝາຍຝາກມາລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ຜູ້ຟັງຫຼາຍທ່ານໄດ້ສະແດງຄວາມເອົາໃຈໃສ່ເຖິງການພົວພັນມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ພິເສດແມ່ນການຢ້ຽມຢາມທາງລັດຖະກິດເຖິງ ລາວ ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງຜູ້ຟັງບາງທ່ານທີ່ໄດ້ຝາກມາລາຍການ.
***
ໃນຈົດໝາຍຝາກມາລາຍການ, ເພື່ອນ ອຸດົມໄຊ ຈັນທະວົງ ແຂວງ ຄຳມ່ວນ ແລະ ເພື່ອນ ແປງ ແກ້ວມະນີ ຢູ່ນະຄອນຫລວງ ວຽງຈັນ ໄດ້ສະແດງຄວາມສົນໃຈເຖິງການຢ້ຽມຢາມ ລາວ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ. ເພື່ອນ ແປງ ແກ້ວມະນີ ຖາມວ່າ:“ຂ້າພະເຈົ້າໄດ້ຮູ້ວ່າ ການຢ້ຽມຢາມ ລາວ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ຜ່ານມາໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຂ້າພະເຈົ້າຢາກຮູ້ແຈ້ງຕື່ມອີກກ່ຽວກັບບັນດາການເຄື່ອນໄຫວຂອງ ທ່ານປະທານປະເທດ ຫວຽດນາມ ຢູ່ ລາວ ? ຫວັງວ່າທາງລາຍການຈະແນະນຳ ໃຫ້ຂ້າພະເຈົ້າ. ຂໍຂອບໃຈ”.
ພິທີຕ້ອນຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ
+++
ເພື່ອນ ແປງ ແກ້ວມະນີ ທີ່ຮັກແພງ ! ການຢ້ຽມຢາມທາງລັດຖະກິດເຖິງ ລາວ ຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ໃນລະຫວ່າງວັນທີ 12-14/6 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ພາຍຫລັງພິທີຕ້ອນຮັບທີ່ໄດ້ຮັບການຈັດຂື້ນຢ່າງສົມກຽດ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການເຈລະຈາກັບທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ. ຫລັງຈາກນັ້ນ ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ມີບັນດາການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ແລະ ຢ້ຽມຢາມຖາມຂ່າວອະດີດການນຳຂັ້ນສູງຂອງ ລາວ ບາງທ່ານ, ແລະມີການໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມຮ່ຳຮຽນ, ທຳມາຫາກິນ, ດຳລົງຊີວິດຢູ່ ລາວ. ທີ່ບັນດາການພົບປະເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນບັນດາແຜນນະໂຍບາຍ, ມາດຕະການ ເພື່ອແນໃສ່ສືບຕໍ່ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ມີປະສິດທິຜົນ; ພິເສດ, 2 ຝ່າຍຢືນຢັນຈະສົບທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ປັບປຸງຄວາມສາມັກຄີ ອາຊຽນ, ຍົກສູງບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ; ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພຢູ່ທະເລຕາເວັນອອກ; ເຫັນດີເປັນເອກະພາບພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກ ດວ້ຍມາດຕະການສັນຕິພາບ, ບົນພື້ນຖານເຄົາລົບກົດໝາຍສາກົນ; ພ້ອມກັບ ຝ່າຍຕ່າງໆ ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ຫຼັກການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ໂດຍໄວ ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. 2 ຝ່າຍເຫັນດີເປັນເອກະພາບ ສືບຕໍ່ເພີ່ມທະວີສົມທົບກັນຢ່າງແໜ້ນແຟ້ນ ແລະ ສົມທົບກັບບັນດາປະເທດ, ອົງການຈັດຕັ້ງສາກົນຕ່າງໆໃນການຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ ແລະ ມີປະສິດທິຜົນ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມອບເງິນຊ່ວຍແຂວງ ເຊກອງ ສ້າງໂຮງຮຽນທີ່ມີມູນຄ່າ 1 ລ້ານ USD ແລະ ມອບເຄື່ອງຄອມພິວເຕີ 100 ຊຸດໃຫ້ ແຂວງ ຈຳປາສັກ ເພື່ອໜູນຊ່ວຍພັດທະນາການສຶກສາ. ມອບເງິນຈຳນວນ 10.000 USD ເພື່ອໜູນຊ່ວຍບັນດາພໍ່ຄ້າແມ່ຄ້າຊາວລາວ ທີ່ປະສົບເຄາະຮ້າຍຈາກເຫດໄຟໄໝ້ຕະຫລາດ ດາວເຮືອງ ທີ່ຜ່ານມາ.
***
ສ່ວນໃນອີແມວຂອງເພື່ອນ ແອນລີ ສີຫາຈັກ ຢູ່ແຂວງ ສະຫວັນນະເຂດ ທີ່ຝາກມາລາຍການມີເນື້ອໃນວ່າ: “
ຂ້າພະເຈົ້າໄດ້ຮັບຮູ້ວ່າ: ໄລຍະຜ່ານມາ ກະຊວງຍຸຕິທຳ ລາວ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກກັບກະຊວງຍຸຕິທຳ ຫວຽດນາມ, ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືດ້ານຍຸຕິທຳ ລາວ - ຫວຽດນາມ. ດັ່ງນັ້ນ ຂ້າພະເຈົ້າຫວັງວ່າທາງລາຍການຈະແນະນຳໃຫ້ຂ້າພະເຈົ້າຕື່ມອີກກ່ຽວກັບໂຄງການຮ່ວມມືດ້ານຍຸຕິທຳ ລະຫວ່າງ 2 ປະເທດໃນປີ 2016 ແລະ ໃນໄລຍະຈະມາເຖິງ. ຂໍຂອບໃຈ”
ທ່ານລັດຖະມົນຕີກະຊວງຍຸຕິທຳ ລາວ ໄຊສີ ສັນຕິວົງ ເຮັດວຽກ
ກັບສະຖາບັນຍຸຕິທຳ ຫວຽດນາມ
(ພາບ: hocvientuphap)
ເພື່ອນ ແອນລີ ສີຫາຈັກ ທີ່ຮັກແພງ ! ໃນການຢ້ຽມຢາມ ແລະ ເຮັດວຽກຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ລາວ ໄຊສີ ສັນຕິວົງ ແລະ ຄະນະປະຕິບັດງານຂອງກະຊວງຍຸຕິທຳ ລາວ ກັບ ກະຊວງຍຸຕິທຳ ຫວຽດນາມ ແຕ່ວັນທີ 31/5-1/6, 2 ກະຊວງຍຸຕິທຳ ຫວຽດນາມ - ລາວ ໄດ້ເຫັນດີເປັນເອກະພາບສຸມໃສ່ການເຄື່ອນໄຫວຮ່ວມມືບາງຢ່າງ ໃນປີ 2016 ຄື: ເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນ; ເພີ່ມທະວີການຮ່ວມມືລະຫວ່າງບັນດາແຂວງມີເສັ້ນຊາຍແດນຮ່ວມ; ຕັ້ງໜ້າຜັນຂະຫຍາຍການແກ້ໄຂບັນຫາປະຊາຊົນເຄື່ອນຍ້າຍໄປ-ມາຢ່າງເສລີ ຂອງ 2 ປະເທດ. 2 ຝ່າຍກໍ່ເຫັນດີເປັນເອກະພາບນຳກັນວ່າ: ໃນໄລຍະຈະມາເຖິງ 2 ກະຊວງຍຸຕິທຳ ລາວ ແລະ ຫວຽດນາມ ສືບຕໍ່ເອົາໃຈໃສ່, ໜູນຊ່ວຍ, ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຂົງເຂດກົດໝາຍ ແລະ ຍຸຕິທຳ, ປະຕິຮູບວຽກງານປະຕິບັດຄຳສັ່ງຂອງສານແພ່ງ...ເນື່ອງໃນໂອກາດນີ້ ລັດຖະມົນຕີ 2 ກະຊວງກໍ່ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງສະຖາບັນຍຸຕິທຳຂຶ້ນກັບກະຊວງຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳແຫ່ງຊາດລາວທີ່ຂຶ້ນກັບກະຊວງຍຸຕິທຳ ລາວ ໄລຍະປີ 2016 – 2020.
+++
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com