(vovworld) - ໃນອາທິດ, ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບໂທລະສັບ ແລະ ອີແມວ ຈາກຜູ້ຟັງຫຼາຍທ່ານ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນກ່ຽວຂ້ອງເຖິງບັນດາເຫດການດຳເນີນໄປໃນອາທິດ. ເຊີນທ່ານຕິດຕາມຮັບຟັງ.
ປະທານ ໂຮ່ຈີມິນ
ໃນອາທິດ, ດ້ວຍການຕອບຄຳຖາມຂອງພາກພາສາລາວທີ່ສະຫງວນສະເພາະໃຫ້ແກ່ຄົນລາວໃນ facebook “VOV LAO” ທັງຖືກ ແລະ ໄວທີ່ສຸດ ສຳລັບຄຳຖາມ “ວັນທີ 19/5, ຫວຽດນາມ ຈະສະເຫຼີມສະຫຼອງເຫດການໃດແດ່?”. ຜູ້ຟັງ, ຜູ້ອ່ານ 4 ທ່ານແມ່ນ: ທ່ານ ປອງໄຕ ຈະເລີນສຸກ, ສຸກກີ້ ຈີນດາວົງ, ຄຳໄສ ດວງຄຳຜີວ, ວຽງຄຳ ທອງສະຫວັນ ຈະໄດ້ຮັບຂອງຂວັນຂອງລາຍການໃນໄວໆນີ້. ຫວັງວ່າ, ທ່ານຜູ້ຟັງ, ຜູ້ອ່ານຈະສືບຕໍ່ຕິດຕາມ facebook ຂອງພວກເຮົາເພື່ອຕອບຄຳຖາມ ແລະ ໄດ້ຮັບຂອງຂວັນຈາກລາຍການເດີ.
ກ່ຽວຂ້ອງເຖິງການສະເຫຼີມສະຫຼອງ 126 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 – 19/5/2016), ທ່ານ ຈິດຕະວົງ, ແຂວງ ບໍ່ແກ້ວ ຢາກໄດ້ຮັບຟັງບັນດາບົດເພງຍ້ອງຍໍປະທານ ໂຮ່ຈີມິນ.
ທ່ານ ຈິດຕະວົງ ແລະ ບັນດາມິດເພງທີ່ຮັກແພງ, ເພື່ອຕອບສະໜອງຄຳຂໍຂອງທ່ານຜູ້ຟັງ, ຜູ້ອ່ານ, ພວກເຮົາໄດ້ຈັດລາຍການເພງຍ້ອງຍໍປະທານ ໂຮ່ຈີມິນ ໃນລາຍການເພງຂອງວິທະຍຸກະຈາຍສຽງຫວຽດນາມ, ພາກພາສາລາວ, ທີ່ອອກອາກາດໃນຄື້ນ 7285 KHz ແລະ 1242 KHz, ເວລາ 18 ໂມງ 30 ນາທີ ແລະ 21 ໂມງ, ແຕ່ວັນທີ 16 – 22/5. ຖ້າຜູ້ຟັງ, ຜູ້ອ່ານທ່ານໃດບໍ່ມີເວລາຮັບຟັງ ວິທະຍຸໂດຍກົງ, ສາມາດຟັງຄືນໃນແວບໄຊ: vovworld.vn ຂອງພວກເຮົາກໍ່ໄດ້.
ພາບໂຄສະນາການເລືອກຕັ້ງ
ໃນອາທິດ, ເພື່ອນວັນວິໄລ, ແຂວງ ຫຼວງພະບາງ, ຖາມວ່າ: “ຂ້າພະເຈົ້າໄດ້ຮູ້ວ່າ, ວັນທີ 22/5 ຈະມາເຖິງ, ຜູ້ມີສິດເລືອກຕັ້ງຂອງ ຫວຽດນາມ ຈະປະຕິບັດສິດພົນລະເມືອງຂອງຕົນ, ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ, ອາຍຸການ 2016 – 2021. ແຕ່ຂ້າພະເຈົ້າຢາກຮູ້ “ວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງ ຫວຽດນາມ” ຖືກຈັດຕັ້ງຄືແນວໃດ?”
ເພື່ອນ ວັນວິໄລ ທີ່ເຄົາລົບ, ວັນທີ 6/1/1946 ແມ່ນວັນເລືອກຕັ້ງທົ່ວປະເທດຄັ້ງທຳອິດໃນປະຫວັດສາດ ຫວຽດນາມ. ການກຳເນີດຂອງສະພາແຫ່ງຊາດ ຫວຽດນາມ, ສະແດງໃຫ້ເຫັນລະບອບສາທາລະນະລັດປະຊາທິປະໄຕ, ລັດແຫ່ງອຳນາດຕິນິບັນຍັດຂອງປະຊາຊົນ ຫວຽດນາມ. ວັນທີ 6/1/1946, ເຖິງວ່າສັດຕູພວມມ້າງທຳລາຍເພື່ອໂຄ່ນລົ້ມອຳນາດທີ່ຍັງໜຸ່ມແໜ້ນກໍ່ຕາມ, ແຕ່ດ້ວຍເຈດຈຳນົງທີ່ອົງອາດກ້າແກ່ນ ແລະ ຄວາມເຊື່ອໝັ້ນຢ່າງແຮງເຂົ້າໃນການຊີ້ນຳນຳພາຂອງພັກ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ 89% ໄດ້ໄປປ່ອນບັດເພື່ອເລືອກເອົາຜູ້ມີສິດເລືອກຕັ້ງ 333 ຄົນ. ໄຊຊະນະຂອງການເລືອກຕັ້ງທົ່ວປະເທດແມ່ນຂີດໝາຍແຫ່ງການພັດທະນາຢ່າງກະໂດດຂັ້ນກ່ຽວກັບລະບອບປະຊາທິປະໄຕຂອງ ຫວຽດນາມ, ເປີດແງ່ຫວັງໃຫ້ໄລຍະໃໝ່, ໄລຍະທີ່ ຫວຽດນາມ ມີສະພາແຫ່ງຊາດ, ລັດຖະບານ ແລະ ອຳນາດການປົກຄອງ, ມີຖານະທາງດ້ານນິຕິກຳຢ່າງຄົບຖ້ວນເພື່ອຕາງໜ້າໃຫ້ປະຊາຊົນ ຫວຽດນາມ ໃນການພົວພັນທັງຢູ່ພາຍໃນ ແລະ ຕ່າງປະເທດ.
+++
ທ່ານ ວຽງໄຊ, ແຂວງ ຊຽງຂວາງ ມີຄວາມສົນໃຈພິເສດເຖິງວຽກງານທ້ອນໂຮມອັດຖິນັກຮົບອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນເຂດດິນແດນລາວ. ໃນອີແມວຝາກມາລາຍການ, ທ່ານ ວຽງໄຊ ຂຽນວ່າ: “ໄລຍະຜ່ານມາ, ຂ້າພະເຈົ້າໄດ້ຮັບຟັງຂ່າວວ່າ: ແຂວງ ເງະອານ (ຫວຽດນາມ) ແລະ ລາວ ໄດ້ຈັດຕັ້ງພິທີປົ່ງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ລາວ 65 ຊຸດ, ຢູ່ສຸສານ ໂດເລືອງ, ແຕ່ຍ້ອນຄ້າງຄາກັບວຽກ ດັ່ງນັ້ນຂ້າພະເຈົ້າບໍ່ຕິດຕາມພິທີດັ່ງກ່າວໄດ້. ຫວັງວ່າ, ລາຍການຈະແນະນຳຄືນກ່ຽວກັບເຫດການດັ່ງກ່າວ”
ທ່ານ ວຽງໄຊ ທີ່ຮັກແພງ, ວັນທີ 14/5, ຜູ້ຕາງໜ້າອຳນາດການປົກຄອງແຂວງ ເງະອານ ພ້ອມກັບຄະນະປະຕິບັດງານພິເສດ ແລະ ການນຳ 3 ແຂວງ: ຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ ພ້ອມກັບປະຊາຊົນລາວ ບັນດາເຜົ່າ ໄດ້ຈັດຕັ້ງພິທີໄຫວ້ອາໄລ, ສວດມົນ ໃຫ້ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 65 ຊຸດຂອງແຂວງ ເງະອານ. ວັນທີ 16/5, 2 ຝ່າຍໄດ້ຈັດຕັ້ງພິທີປົ່ງອັດຖິນັກຮົບອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫລະຊີວິດຢູ່ລາວ 65 ຊຸດ ຢູ່ສຸສານ ໂດເລືອງ. ໃນຊຸມປີຜ່ານມາ, ແຂວງ ເງະອານ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບແຂວງ ຊຽງຂວາງ ແລະ ວຽງຈັນ ແລະໄດ້ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດເກືອບ 12.000 ຊຸດກັບເມືອປະເທດ. ພິເສດ, ໃນລະດູແຫ້ງ 2015 – 2016, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງແຕ່ກອງທ້ອນໂຮມອັດຖິ ຂຶ້ນກັບກົມບັນຊາການທະຫານແຂວງ ເງະອານ ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 65 ຊຸດໃນບໍລິເວນ 3 ແຂວງແມ່ນ: ຊຽງຂວາງ, ວຽງຈັນ ແລະ ໄຊສົນບູນ.
ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານ ທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາ ໃຫ້ນັບມື້ມັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າລະຊ່ອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.