(vovworld) - ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຂອງທ່ານ ຕາວ ວັນນະຈັກ ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຄຳສີ, ດວງຕາ ຢູ່ແຂວງ ຫົວພັນ ແລະ ທ່ານ ສົມໄຊ ຢູ່ແຂວງ ຫຼວງພະບາງ, ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍແນະນຳການເຄື່ອນໄຫວຕົ້ນຕໍ່ເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ສປປ ລາວ (2/12/1975 - 2/12/2015) ທີ່ໄດ້ຮັບການຈັດຕັ້ງຢູ່ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວຄຳເຫັນໃນງານຊຸມນຸມມິດຕິງສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ສປປ ລາວ
|
ທ່ານ ຕາວ ວັນນະຈັກ, ທ່ານຄຳສີ, ທ່ານດວງຕາ, ທ່ານ ສົມໄຊ ແລະ ທ່ານຜູ້ຟັງທຸກໆທ່ານທີ່ເຄົາລົບ, ການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ສປປ ລາວ ແມ່ນການເຄື່ອນໄຫວທີ່ມີຄວາມສຳຄັນຍິ່ງສຳລັບການນຳ ແລະ ປະຊາຊົນລາວ, ຢູ່ປະເທດ ຫວຽດນາມ ພວກຂ້າພະເຈົ້າກໍໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງເຫດການສຳຄັນນີ້ຄື: ໃນວັນທີ 1/12, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນຊາດ ລາວ (2/12/1975 - 2/12/2015), ເຂົ້າຮ່ວມການເຄື່ອນໄຫວນີ້ມີທ່ານ ເລຮ່ວາງກວນ, ປະທານຄະນະກຳມະການປະຊາຊົນນະຄອນ, ຜູ້ຕາງໜ້າສະຖານກົງສູນໃຫຍ່ ສປປ ລາວ ປະຈຳ ນະຄອນ ໂຮ່ຈີມິນ, ນັກຮຽນ, ນັກສຶກສາ ລາວ ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ເປັນຈຳນວນຫຼວງຫຼາຍ. ນອກຈາກນັ້ນ, ມະຫາວິທະຍາໄລ ວີງ ແລະ ມະຫາວິທະຍາໄລຫຼາຍແຫ່ງທີ່ມີນັກສຶກສາລາວຮ່ຳຮຽນ ກໍໄດ້ຈັດຕັ້ງການສະເຫຼີມສະຫຼອງຢ່າງສົມກຽດ. ພິເສດ, ແມ່ນງານໂຮມຊຸມນຸມສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ສປປ ລາວ (2/12/1975 - 2/12/2015) ແລະ 95 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13/12/1920 - 13/12/2015) ໂດຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ລັດ ສສ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະພັກນະຄອນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ທີ່ໄດ້ຮັບການຈັດຕັ້ງໃນຕອນເຊົ້າວັນທີ 2/12. ໃນນາມການນຳພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ໄດ້ອວຍພອນບັນດາໄຊຊະນະອັນຍິ່ງໃຫຍ່, ຮອບດ້ານ, ມີຄວາມໝາຍປະຫວັດສາດຂອງປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ພ້ອມທັງເຊື່ອໝັ້ນວ່າ: ພັກປະຊາຊົນປະຕິວັດລາວຈະສືບຕໍ່ນຳພາປະຊາຊົນລາວປະຕິບັດພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ບັນລຸຜົນສຳເລັດຢ່າງຈົບງາມ, ຢືດໝັ້ນ ແລະ ເສີມຂະຫຍາຍແນວທາງແຫ່ງການປ່ຽນໃໝ່, ປັບປຸງລະບອບປະຊາທິປະໄຕປະຊາຊົນ ມຸ່ງໄປເຖິງຈຸດໝາຍສັງຄົມນິຍົມ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມສາມັກຄີ, ປອງດອງ, ປະຊາທິປະໄຕຍຸຕິທຳ ແລະ ສີວິໄລ. ຕອນຄ່ຳວັນທີ 30/11, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ສປປ ລາວ ຢ່າງສົມກຽດ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ໄດ້ຊີ້ແຈ້ງວ່າ: ຈາກປະເທດຫຼ້າຫຼັງ, ດ້ອຍພັດທະນາ, ພາຍຫຼັງ 40 ປີ, ພິເສດແມ່ນພາຍຫຼັງ 29 ປີແຫ່ງການປະຕິຮູບ, ປະເທດລາວພວມພັດທະນາເທື່ອລະກ້າວ, ລະດັບເຕີບໂຕເສດຖະກິດ (GDP) ບັນລຸປະມານ 7%/ປີ, ລາຍຮັບສະເລ່ຍໃສ່ຫົວຄົນແຕ່ 380 USD ໃນປີ 1995 ຂຶ້ນເຖິງ 1.700 USD ໃນປີ 2014, ອັດຕາຜູ້ຮູ້ໜັງສືກວມເຖິງ 99%, ພົນລະເມືອງ 98% ສາມາດສຳພັດກັບບັນດາບໍລິການສາທາລະນະສຸກ ແລະ 89% ຄອບຄົວໃນທົ່ວປະເທດໄດ້ນຳໃຊ້ໄຟຟ້າ. ສຳລັບພື້ນຖານໂຄງລ່າງດ້ານເສດຖະກິດ - ສັງຄົມກໍ່ໄດ້ຮັບການປັບປຸງເທື່ອລະກ້າວ, ມີເຄືອຂ່າຍຄົມມະນາຄົມລະຫວ່າງເມືອງ… ດ້ວຍບັນດາຜົນງານ ແລະ ໄຊຊະນະໃນຂົງເຂດຕ່າງໆທີ່ໄດ້ກ່າວມາຂ້າງເທິງນັ້ນ, ປະເທດລາວ ນັບມື້ນັບກາຍເປັນປະເທດມີພື້ນຖານດ້ານເສດຖະກິດພັດທະນາຢ່າງຕໍ່ເນື່ອງ, ມີສະຖຽນລະພາບດ້ານການເມືອງ ແລະ ຮັບປະກັນຄວາມສະຫງົບປອດໄພ - ສັງຄົມ.
ນອກຈາກບັນດາການເຄື່ອນໄຫວພົ້ນເດັ່ນດັ່ງກ່າວ, ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ກໍໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດ ແລະ ສະຖານກົງສູນໃຫຍ່ ສປປ ລາວ ປະຈຳ ຫວຽດນາມ ອີກດ້ວຍ.
ຕະຫຼາດ ເບັນແທ່ງ, ນະຄອນ ໂຮ່ຈີມິນ
|
ສ່ວນໃນອີແມວຝາກມາລາຍການ, ເພື່ອນ ທອງວັນ, ແຂວງ ຫຼວງພະບາງ ໄດ້ຖາມວ່າ: “ຄອບຄົວຂ້າພະເຈົ້າອາດຈະໄປທ່ອງທ່ຽວ ຫວຽດນາມ ໃນໄລຍະເວລາໃກ້ໆນີ້. ດັ່ງນັ້ນ, ຂ້າພະເຈົ້າຢາກຖາມວ່າ ປະຈຸບັນ, ອຸນຫະພຸມ ຢູ່ ຫວຽດນາມ ຄືແນວໃດ ແລະ ໃນຊ່ວງເວລານີ້ໄປທ່ອງທ່ຽວຢູ່ແຂວງໃດແມ່ນເໝາະສົມທີ່ສຸດ.”
ເພື່ອນ ທອງວັນ ທີ່ຮັກແພງ, ປະຈຸບັນ, ອາກາດຢູ່ແຕ່ລະເຂດພາກຂອງ ຫວຽດນາມ ມີຄວາມແຕກຕ່າງກັນ. ຖ້າຫາກເພື່ອນມັກອາກາດໜາວຈົ່ງໄປທ່ຽວບັນດາແຂວງພາກເໜືອ, ສ່ວນເພື່ອນມັກອາກາດອົບອຸ່ນຄວນໄປທ່ຽວບັນດາແຂວງພາກໃຕ້. ປະຈຸບັນ, ອຸນຫະພຸມຢູ່ ຮ່າໂນ້ຍ ແລະ ບັນດາແຂວງພາກເໜືອໜາວຫຼາຍ, ອຸນຫະພຸມແຕ່ 12 – 22 ອົງສາ. ບັນດາແຂວງພາກກາງອາກາດອົບອຸ່ນກ່ວາໜ້ອຍໜຶ່ງ, ຢູ່ໃນລະດັບແຕ່ 17 ຫາ 24 ອົງສາ. ສ່ວນອາກາດຢູ່ນະຄອນ ໂຮ່ຈີມິນ ແມ່ນອຸ່ນກ່ວາ, ແມ່ນແຕ່ 24 ຫາ 32 ອົງສາ. ຫວັງວ່າ, ຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ເພື່ອນ ແລະ ຄອບຄົວເລືອກເຟັ້ນສະຖານທີ່ທ່ອງທ່ຽວເໝາະສົມແດ່ເດີ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com.