ອາທິດຜ່ານມາ, ພວກເຮົາໄດ້ຮັບຈົດໝາຍຫຼາຍສະບັບ , ອີແມວ ແລະ ໂທລະສັບຈາກທ່ານຜູ້ຟັງລາວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງລາວສົນໃຈ.
ທ່ານ ຄຳສິງ, ແຂວງ ຫຼວງພະບາງ ໄດ້ຝາກ ອີແມວມາຍັງລາຍການ ຖາມກ່ຽວກັບການເຄື່ອນໄຫວພົ້ນເດັ່ນຕ່າງໆຂອງ ຫວຽດນາມ - ລາວ ໃນເດືອນ 6/2014 ນີ້.
ທ່ານ ຄຳສິງ ທີ່ເຄົາລົບ, ໃນເດືອນ 6 ນີ້, ການນຳຂັ້ນສູງ ຫວຽດນາມ ແລະ ລາວ ມີການເຄື່ອນໄຫວຫຼາຍຢ່າງ, ໃນນັ້ນມີການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ທອງລຸນ ສີສຸລິດ, ເນື່ອງໃນໂອກາດເຂົ້າຮ່ວມພິທີເປີດສະຫຼອງດ່ານຊາຍແດນສາກົນ ລາໄຮ (ກວາງຈີ້) - ລາໄຮ (ສາລາວັນ), ຢູ່ນະຄອນ ດົງຮ່າ, ແຂວງ ກວາງຈີ້ ໃນວັນທີ 25/6, ຮອງນາຍົກລັດຖະມົນຕີ 2 ທ່ານມີການເຈລະຈາ, ແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ ແລະ ບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການຢ້ຽມຢາມ ແລະ ເຮັດວຽກຢູ່ກະຊວງປ້ອງກັນປະເທດ ຫວຽດນາມ ຂອງທ່ານພົນຈັດຕະວາ ແອສະໄໝ ເລືອງວັນໄຊ, ຮອງຫົວໜ້າກົມໃຫຍ່ພະລາທິການ - ເຕັກນິກກອງທັບປະຊາຊົນ ລາວ ເມື່ອວັນທີ 17/6. ຄະນະພະນັກງນຄະນະປະຕິບັດງານພິເສດລັດຖະບານ ລາວ ໂດຍທ່ານ ພົນຕີ ຈັນສະໝອນ ຈັນຍາລາດ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດ ລັດຖະບານ ລາວ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມກອງບັນຊາການທະຫານເຂດ 7. ແລະ ວັນທີ 28/6, ຄະນະຜູ້ແທນຂັ້ນສູງກະຊວງການເງິນ ຫວຽດນາມ, ໂດຍທ່ານ ດິງຕ໋ຽນຢູ້ງ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ນຳໜ້າໄດ້ໄປ ລາວ ເຂົ້າຮ່ວມກອງປະຊຸມສຳມະນາບົດຮຽນຕົວຈິງ ຂອງ ຫວຽດນາມ ກ່ຽວກັບການຄຸ້ມຄອງການເງິນ, ງົບປະມານແຫ່ງລັດໂດຍກະຊວງການເງິນ ລາວ ຈັດຕັ້ງໃນວັນທີ 27/6.
ພິທີເປີດສະຫຼອງດ່ານຊາຍແດນສາກົນ ລາໄຮ (ກວາງຈີ້) - ລາໄຮ (ສາລາວັນ)
ນອກຈາກການຢ້ຽມຢາມຂັ້ນສູງນັ້ນ, ຍັງມີການເຄື່ອນໄຫວຕ່າງໆຄື:
ຜູ້ຕາງໜ້າລັດຖະບານ ລາວ ແລະ ທະນາຄານລົງທຶນພັດທະນາ ຫວຽດນາມ (BIDV) ໄດ້ເຊັນສັນຍາສິນເຊື່ອກູ້ຢືມທຶນກໍ່ສ້າງເສັ້ນທາງຈາກ ທ່າເລົ່າ ໄປ ຊຳໄຕ້ ຂຶ້ນກັບແຂວງຫົວພັນຂອງ ລາວ. ກະຊວງການເງິນ 2 ປະເທດ ໄດ້ຈັດຕັ້ງພິທີມອບສົ່ງ, ນຳເຂົ້າເຄື່ອນໄຫວສະຖາບັນເສດຖະກິດ ການເງິນ ດົງຄຳຊ້າງ (ໄລຍະ 2) - ເຊິ່ງແມ່ນຂອງຂວັນຂອງລັດຖະບານ ຫວຽດນາມ ທີ່ມອບໃຫ້ ລາວ.
******
ທ່ານ ບຸນມາ, ຢູ່ແຂວງຫົວພັນ ໄດ້ໂທລະສັບເຖິງລາຍການໂດຍຖາມກ່ຽວກັບ “ຂະບວນການແດງ - ເຊື່ອມຕໍ່ສາຍເລືອດຫວຽດນາມ”
ລາຍການບໍລິຈາກເລືອດອາສາສະໝັກ ຂະບວນການແດງ ໄດ້ຮັບການຈັດຕັ້ງເປັນຄັ້ງທີ 2 ດ້ວຍສານທີ່ວ່າ: “ຂະບວນການແດງ - ເຊື່ອມຕໍ່ສາຍເລືອດຫວຽດນາມ” ຖືກຈັດຕັ້ງແຕ່ວັນທີ 1 – 28/7/2014. ລາຍການໄດ້ຮັບການຈັດຕັ້ງຂຶ້ນເພື່ອແນໃສ່ຂົນຂວາຍຜູ້ສະໝັກໃຈບໍລິຈາກເລືອດຢ່າງໜ້ອຍສຸດແມ່ນ 10.000 ຄົນເພື່ອກຽມພ້ອມບໍລິຈາກເລືອດເມື່ອຄົນເຈັບໃນທົ່ວປະເທດມີຄວາມຕ້ອງການເລືອດ. ລາຍການໄດ້ຮັບການປະຕິບັດແຕ່ເໜືອຮອດໃຕ້ດ້ວຍ 2 ຄະນະເຊິ່ງລວມມີບັນດາບຸກຄົນດີເດັ່ນ, ໄດ້ຮັບການເລືອກເຟັ້ນຈາກມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆໃນທົ່ວປະເທດ ແລະ ມີການເຂົ້າຮ່ວມຂອງບັນດານັກຮ້ອງ, ນັກສິລະປິນທີ່ມີຊື່ສຽງ. ຢູ່ບັນດາທ້ອງຖີ່ນທີ່ຄະນະໄດ້ຜ່ານ, ຄຽງຂ້າງເລື່ອງຈັດຕັ້ງການຈົດທະບຽນສະໝັກໃຈບໍລິຈາກເລືອດຂອງປະຊາຊົນແລ້ວ, ຍັງຈັດຕັ້ງງານພົບປະແລກປ່ຽນກັບຜູ້ບໍລິຈາກເລືອດດີເດັ່ນ, ກັບຜູ້ໄດ້ຮັບເລືອດເປັນຫຼາຍຄັ້ງ, ການໂອ້ລົມສົນທະນາແລກປ່ຽນບົດຮຽນກ່ຽວກັບການຂົນຂວາຍ ແລະ ຈັດຕັ້ງບໍລິຈາກເລືອດດ້ວຍຄວາມສະໝັກໃຈ... ຄຽງຂ້າງຈຸດໝາຍເປີດກ້ວາງເປົ້າໝາຍບໍລິຈາກເລືອດແລ້ວ, ລາຍການຫວັງວ່າຈະຮັບປະລິມານເລືອດໄດ້ຫຼາຍ (ກວມ 45% ປະຕິມານເລືອດຈະໄດ້ຮັບໃນປີ 2014 ນີ້) ຕອບສະໜອງຄວາມຕ້ອງການເລືອດເພື່ອປິ່ນປົວພະຍາດໃຫ້ຄົນເຈັບ, ປະກອບສ່ວນແກ້ໄຂສະພາບຂາດເລືອດຢ່າງແຮງໃນລະດູຮ້ອນປີ 2014.
*****
ໃນອາທິດ, ພວກເຮົາກໍ່ໄດ້ຮັບ ອີແມວຈາກ ທ່ານ ສຸບິນ ພິມມະສອນ, ບໍລິສັດນ້ຳມັນເຊຶ້ອໄຟລາວ, ສາຂາແຂວງ ຈຳປາສັກ ທີ່ຟາກອີແມວ ມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າພະເຈົ້າໄດ້ຮັບຂ່າວຈາກວິທະຍຸກະຈາຍສຽງ ຫວຽດນາມ ທາງ ອີນເຕີເນັດວ່າ: ຍົນ MI 171 ຂອງກອງທັບ ອາກາດ ຫວຽດນາມ ຕົກໃນເວລາເຝິກແອບ ໂດດຈ້ອງ ເຮັດໃຫ້ນາຍ ແລະ ພົນທະຫານ 18 ຄົນເສຍຊີວິດ, ນະໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊື້ງ ມາຍັງຄອບຄົວ, ຍາດຕິພີ່ນ້ອງຂອງຜູ້ເສຍຊີວິດ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ. ຂໍໃຫ້ວິນຍານຂອງຜູ້ເສຍຊີວິດ ຈົ່ງໄປສູ່ສຸຂະຕິດ້ວຍເຖີດ.
ພວກເຮົາຂໍຂອບໃຈເພື່ອນ ສຸບິນ ພິມມະສອນ, ທີ່ໄດ້ເອົາໃຈໃສ່ແຫ່ງເປັນຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວນາຍ ແລະ ພົນທະຫານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດ ໃນກໍລະນີເຮືອບິນຕົກ. ກໍ່ເຊັນກຽວກັນກັບເພື່ອນ, ຊາວ ຫວຽດນາມ ທຸກຄົນກໍ່ຮູ້ສຶກເສົ້າສະຫຼົດໃນຫຼາຍ ແລະ ຫວັງວ່າວິນຍານຂອງເຂົາເຈົ້າຈະໄປສູ່ສຸຂະຕິ.
ລາຍການ “ໂອ້ລົມກັບເພື່ອນລາວ” ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກທ່ານຜູ້ຟັງມີຄວາມສົນໃຈສາມາດອ່ານຄືນ, ທຸກໆລາຍການຂອງພາກພາສາລາວໃນເວັບໄຊ vovworld.vn. ຫຼືພວກເພື່ອນສາມາດຝາກຈົດໝາຍ ມາຍັງລາຍການໂດຍຈ່າໜ້າຊ່ອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ກໍຄືໂທລະສັບໂດຍກົງເຖິງລາຍການຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com. ຂໍຂອບໃຈ.