ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ email ຫລາຍສະບັບ, ແລະ ໂທລະສັບຈາກທ່ານຜູ້ຟັງຢູ່ລາວຫລາຍຄົນ .ໃນຈົດໝາຍສົ່ງເຖິງລາຍການ ບັນດາຜູ້ຟັງລ້ວນແຕ່ສະແດງຄວາມຮູ້ສຶກເມື່ອໄດ້ຮັບຟັງແຕ່ລະລາຍການ ກໍ່ຄືປະກອບຄຳເຫັນ, ຕັ້ງຄຳຖາມກ່ຽວກັບບາງບັນຫາ ຊື່ງທ່ານຜູ້ຟັງມີຄວາມສົນໃຈ. ໃນລາຍການ ໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າ ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງຝາກມາຍັງລາຍການໃນອາທິດຜ່ານມາ.
ອາຫານການກິນຕາມຖະຫນົນຢູ່ ຮ່າໂນ້ຍ
ພາບ:internet
|
ເພື່ອນທອງມີ ຢູ່ ແຂວງ ຊຽງຂວາງ ສົ່ງຈົດໝາຍມາຍັງລາຍການ ໂດຍແບ່ງປັນ ວ່າ: ຂ້າພະເຈົ້າໄດ້ຕິດຕາມລາຍການກະຈາຍສຽງພາກພາສາລາວຜ່ານຫນ້າເວັບ vovworld.vn ແລະໄດ້ຮູ້ວ່າ ວັນທີ 12/10/2014, ພາກພາສາລາວ ໄດ້ອອກອາກາດລາຍການພົບປະສົນທະນາພິເສດເນື່ອງໃນໂອກາດສະເຫລີມສະຫລອງ 60 ປີແຫ່ງວັນສ້າງຕັ້ງລາຍການ ເພື່ອຫວນຄືນໄລຍະແຫ່ງການສ້າງຕັ້ງ ແລະ ພັດທະນາ. ຂ້າພະເຈົ້າພວມລໍຖ້າຮອດມື້ນັ້ນ ແລະ ຂໍອວຍພອນບັນດາ ບັນນາທິການພາກພາສາລາວ ຈົ່ງມີສຸຂະພາບເຂັັ້ມແຂງ, ປະສົບຜົນສຳເລັດ ແລະ ສ້າງລາຍການໃຫ້ນັບມື້ນັບດູດດື່ມກວ່າ.
ພາຍຫລັງໄດ້ຮັບຂອງຂວັນທີ່ລະນຶກ ແລະ ຫນັງສືຢັ້ງຢືນຜູ້ຟັງຕິດຕາມບັນດາລາຍການຂອງລະບົບກະຈາຍສຽງພາສາຕ່າງປະເທດ 5 ປີລຽນຕິດ ໂດຍວິທະຍຸກະຈາຍສຽງຫວຽດນາມ ມອບໃຫ້, ທ່ານ ບຸນທັນ ຢູ່ເມືອງ ປາກເຊ ແຂວງຈຳປາສັກໄດ້ສົ່ງຈົດໝາຍມາຍັງລາຍການສະແດງຄວາມຂອບອົກຂອບໃຈຕໍ່ການນຳວິທະຍຸກະຈາຍສຽງຫວຽດນາມ, ລະບົບກະຈາຍສຽງພາກພາສາຕ່າງປະເທດ ແລະ ບັນດາບັນນາທິການພາກພາສາລາວ ຍາມໃດກໍເອົາໃຈໃສ່ເຖິງຜູ້ຟັງ. ເມື່ອສັງເກດກ່ຽວກັບບັນດາຄໍລຳໃນລາຍການ, ທ່ານ ບຸນທັນ ເວົົ້າວ່າ: ບັນດາລາຍການກະຈາຍສຽງຂອງ ວິທະຍຸກະຈາຍສຽງຫວຽດນາມ ໄດ້ນຳມາໃຫ້ຜູ້ຟັງຂໍ້ມູນຂ່າວສານຫລາຍຢ່າງ, ມີປະໂຫຍດ ແລະ ອັບເດັດ, ພິເສດ ເມື່ອລະບົບກະຈາຍສຽງພາສາຕ່າງປະເທດມີຫນ້າເວັບ vovworld.vn, ພວກຂ້າພະເຈົົ້າຕິດຕາມລາຍການຂ່າວສະດວກກວ່າ ແລະ ຍັງໄດ້ຮັບຊົມບັນດາຮູບພາບທີ່ສວຍງາມກ່ຽວກັບເຂດແຄ້ວນຕ່າງໆຢູ່ຫວຽດນາມອີກດ້ວຍ.
ເພື່ອນ ຄຳດີ ຢູ່ແຂວງ ອຸດົມໄຊ ສົ່ງຈົດໝາຍມາຍັງລາຍການໂດຍເວົົ້າວ່າ: ໃນອາທິດຜ່ານມາ ລາຍການພາກພາສາລາວ ໄດ້ອອກອາກາດບົດທີ່ມີຫົວຂໍ້ວ່າ: “ການນຳໃຊ້ເຄື່ອງກົນຈັກໄດ້ປະກອບສ່ວນເພີ່ມສະມັດຕະພາບການອອກແຮງງານໃນການຜະລິດກະສິກຳ” ໄດ້ຊ່ວຍຫລຸດຜ່ອນວັນແຮງງານ, ລາຍຈ່າຍການຜະລິດແລະ ຍັງສ້າງລາຍຮັບສູງອີກດ້ວຍ. ບົດຂຽນນີ້ມີຄວາມໝາຍຢ່າງແທ້ຈິງສຳລັບຜູ້ເຮັດກະສິກຳຄືພວກຂ້າພະເຈົົ້າ. ຜ່ານບົດຂຽນ ພວກຂ້າພະເຈົ້າຍັງໄດ້ຮູ້ວ່າ ຢູ່ຫວຽດນາມ ມີເຂດຊົນນະບົດຫລາຍແຫ່ງໄດ້ນຳໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດກະສິກຳແລ້ວ.
ເພື່ອນ ວັນດີ ຢູ່ແຂວງ ບໍລິຄຳໄຊ ສົ່ງຈົດໝາຍມາຍັງລາຍການເວົ້າວ່າ: ຂ້າພະເຈົ້າຕິດຕາມລາຍການກະຈາຍສຽງພາກພາສາລາວ ເປັນປະຈຳ, ລາຍການໄດ້ນຳມາໃຫ້ຂ້າພະເຈົ້າຂໍ້ມູນຂ່າວສານທີ່ມີປະໂຫຍດຫລາຍຢ່າງ, ພິເສດ ຂ້າພະເຈົ້າມັກຮັບຟັງລາຍການ “ຊາຍຄາອາຊຽນຂອງ VOV 5” ທີ່ສຸດ. ຜ່ານລາຍການນີ້ ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບຮີດຄອງປະເພນີ, ພື້ນຖານວັດທະນະທຳ ແລະ ສາຍພົວພັນຮ່ວມມືລະຫວ່າງບັນດາປະເທດ ອາຊຽນ.
ເພື່ອນ ວິໄລວັນ ຢູ່ ແຂວງຫົວພັນ ຝາກ ອີແມວ ມາຍັງລາຍການໂດຍແບ່ງປັນວ່າ: ອາທິດຜ່ານມາ ຂ້າພະເຈົ້າໄດ້ຮັບຊົມຂ່າວພາບຜ່ານຫນ້າເວັບ VOV 5 ໂດຍແນະນຳກ່ຽວກັບອາຫານການກິນຕາມຖະຫນົນຢູ່ຮ່າໂນ້ຍ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ ຂ້າພະເຈົ້າ ເພາະວ່າ ບໍ່ພຽງແຕ່ໄດ້ຮັບຊົມ video ບາງຕອນມ່ວນໆເທົ່ານັ້ນ ຫາກຍັງໄດ້ຮັບຟັງສຽງຂອງໂຄສົກທີ່ໄດ້ແນະນຳບັນດາຮູບພາບຢ່າງລະອຽດອີກດ້ວຍ. ຫວັງວ່າ ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າສືບຕໍ່ໄດ້ຮັບຊົມຂ່າວພາບທີ່ດູດດື່ມຂອງ vov5 ຫລາຍກວ່າ.
ທີ່ທ່ານຫາກໍຮັບຟັງ, ອ່ານຜ່ານໄປແລ້ວນັ້ນ ແມ່ນເນື້ອໃນຈົດໝາຍບາງສະບັບ ຊື່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ພວກຂ້າພະເຈົ້າຂໍຂອບໃຈທ່ານຜູ້ຟັງທີ່ໄດ້ຮັບຟັງລາຍຂອງພາກພາສາລາວເປັນປະຈຳ ແລະ ສົ່ງຈົດໝາຍປະກອບຄຳຄິດຄຳເຫັນໃຫ້ລາຍການ. ຫວັງວ່າໃນໄລຍະຈະມາເຖິງທ່ານຜູ້ຟັງຄົງຈະສືບຕໍ່ຝາກຈົດໝາຍມາຍັງລາຍການຫລາຍກວ່າ.
ທ່ານສາມາດຮັບຟັງຫລືເຂົ້າອ່ານລາຍການຂອງພວກເຮົາຜ່ານຫນ້າເວັບ: vovworld.vn ຫລື vov5.vn
ທ່ານຢ່າລືມສົ່ງຈົດໝາຍໃຫ້ແກ່ພວກຂ້າພະເຈົົ້າ
ໂດຍຈ່າຫນ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເຮືອນເລກທີ 45 ຖະຫນົນ Ba Trieu Ha Noi, ໂທລະສັບ 0084-4-38256631. email: laovov@yahoo.com. ຂໍຂອບໃຈຫລ່ວງຫນ້າ.
ສຸດທ້າຍ, ພວກຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານຜູ້ຟັງຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນວຽກງານຂອງຕົນ.