ຂໍຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ​​ໃນ​ລາຍ​ການ​ໂອ້​ລົ​ມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້າກ​ມາ​ລາຍການ. ​

ຂໍຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1
(ພາບປະກອບ)

     ລຸງ ຫງວຽນ​ວັນ​ແຕ້​ວ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ໄດ້​ສົ່ງ​ອີ​ແມ​ວ ມາລາ​ຍການ​ໂດຍ​ແບ່ງປັນ​ວ່າ: ​ໃນ​​ໄລ​ຍະ​ຜ່ານ​ມາ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ຄວາມ​ເຄັ່ງ​ຕຶງ​ທີ່​ສຸດ ຍ້ອນ​ຝ່າຍ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ​ແຕ່​ກໍ່​ຍ້ອນ​ມີທິດ​ທາງ​ອັນ​ຖືກຕ້ອງ​ຂອງ​ພັກ, ລັດ​ຫວຽດນາມ ສະ​ນັ້ນ​ເພື່ອນ​ມິດສາ​ກົນ​ໄດ້​ສະໜັບສະໜູນ​ທັດສະນະ, ຫຼັກ​ໝັ້ນ​ຂອງຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ຝ່າຍ​ຕ່າງໆ​ຈະ​ມີ​ມາດ​ຕະການ​ແກ້​ໄຂ​ສະພາບ​ເຄັ່ງ​ຕຶງ​ດ້ວຍ​ວິທີ​ການ​ທູດ, ສັນຕິພາບ​ໂດຍ​ໄວ ບົນ​ພື້ນຖານເຄົາລົບ​ກົດໝາຍ​ສາກົນ.

​     ເພື່ອນ ດາລາ​ວັນ ສີ​ຫາ​ລາດ ​ແຂວງ ຫົວພັນ ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ໄດ້​ຕິດຕາມ​ບັນດາ​ລາຍການ​ພາກ​ພາສາ​ລາວ​ ຜ່ານ​ວິທະຍຸ ​ແລະ ສື່ເອ​ເລັກ​ໂຕ​ນິກເປັນ​ປະຈຳ, ຂ້າພະ​ເຈົ້າ​ເຫັນ​ວ່າ​ບັນດາ​ລາຍການ​ທີ່​ໄດ້​ອອກ​ອາກາດ​ນັບ​ມື້​ນັບ​ອຸດົມສົມ​ບຸນ ​ແລະ ​ມີ​ຫຼາຍບົດ​ຂ່າວ​ທັງ​ທັນ​ການ, ​ເໝາະ​ສົມ​ກັບ​ສະຖາ​ນະ​ການ, ທັງ​ຕອບ​ສະໜອງ​ໄດ້​ຄວາມ​ຕ້ອງການ​ຂອງ​ຜູ້​ຟັງ ​ແລະ ຜູ້​ຊົມ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ​ໃນ​​ໄລຍະ​ຈະ​ມາ​ເຖິງ​ລາຍການພາກ​ພາສາ​ລາວ ຈະ​ມີ​ຫຼາຍບົດ​ມ່ວນກວ່າ​ອີກ.

   ​ເພື່ອນ ບຸນ​ທະວີ ອີນທະ​ວົງ, ​ໄດ້​ສົ່ງ​ອີ​ແມວ​ມາລາ​ຍການ​ໃຫ້​ຮູ້​ວ່າ: ຂ້າພະ​ເຈົ້າ​ໄດ້​ອ່ານ​ຂ່າວ, ບົດ ​ແລະ ຮັບ​ຟັງ​ບັນດາ​ລາຍການ​ປະຈຳ​ວັນ​ຂອງ​ພາກ​ພາສາ​ລາວ VOV ​ໃນແວບ​ໄຊ ດ້ວຍ​ໂທລະ​ສັບ​ມື​ຖື​ຂອງ​ຕົນ. ຂ້າພະ​ເຈົ້າ​ມີ​ຄວາມ​ມ່ວນ​ຊື່​ນ​ເມື່ອ​ເຫັນ​ວ່າ ​ແວບ​ໄຊ ​ໄດ້​ຮັບ​ການປັບປຸງ​ໃຫ້ດີກວ່າ​​ເກົ່າ, ສ້າງ​ຄວາມ​ສະດວກ​ໃຫ້​ພວກ​ຂ້າພະ​ເຈົ້າ​ຕິດຕາມ​ຮັບ​ຟັງຂ່າວ​ຫວຽດນາມ ​ແລະ ​ໂລກ​ໄດ້​ດີ.

      ເພື່ອນ​ພອນ​ໄຊ, ນັກ​ສຶກສາ​ມະຫາວິທະຍາ​​​ໄລ​ແຫ່ງ​ຊາດ​ລາວ ​ໄດ້​ຖາມ​ວ່າ: ຂ້າພະ​ເຈົ້າ​ຮູ້​ວ່າ ຫວຽດນາມ ມີ​ຝັ່ງ​ທະ​ເລ​​ແຕ່​ເໜືອ​ຮອດ​ໃຕ້, ດິນ​ດອນ​ອຸດົມສົມບູນ ​ແລະ ຈະ​ເລີນພັນ. ​ແຕ່​ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ ຝັ່ງ​ທະ​ເລ​ຂອງ​ຫວຽດນາມ ລວງຍາວເທົ່າ​​​​ໃດ​ກ​.ມ, ມີ​ເກາະ​ໃຫຍ່​ນ້ອຍຈັກ​ແຫ່ງ ​ແລະ ​ເກາະ​ແຫ່ງ​​​​ໃດ​ແມ່ນ​ເກາະ​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ?

​   ເພື່ອນພອນ​ໄຊ ທີ່​ຮັກ​ແພງ, ຕາມ​ຕົວ​ເລກ​ທີ່​ໄດ້​ປະກາດ​ໃນ​ແວບ​ໄຊ​ຂອງ​ກະຊວງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ແລ້ວ, ຝັ່ງ​ທະ​ເລ​ຂອງ​ຫວຽດນາມ ມີ​ລວງ​ຍາວກວ່າ 3.000 ກມ. ປະຈຸ​ບັນ ຫວຽດນາມ ມີ​ເກາະ, ຫາດ​ຫີ​ນ​​ໃຕ້​ນ້ຳໃຫຍ່​ນ້ອຍກວ່າ 4.000 ​ແຫ່ງ. ​ໃນ​ນັ້ນ​ເກາະ​​ໃຫຍ່​ກວ່າ​ໝູ່​ຂ​ອງຫວຽດນາມ ​ແມ່ນ​ເກາະ ຟຸ໋ກ໋ວກ ​ເຊິ່ງ​ໄດ້​ຮັບ​ການ​ຂະໜານ​ນາມ​ວ່າ ​ເກາະ​ເພັດ, ​ເກາະ​ຟຸ໋ກ໋ວກ ພ້ອມ​ກັບ​ບັນດາ​ເກາະ​ແຫ່ງ​ອື່ນ​ໄດ້​ສ້າງ​ເປັນ​ເມືອງ​ເກາະ​ຟຸ໋ກ໋ວກ ຂຶ້ນ​ກັບ​ແຂວງ​ກຽນ​ຢາງ, ​ເນື້ອ​ທີ່​ຂອງ​ເກາະ​ແຫ່ງ​ນີ້​ແມ່ນ 589,23 ກິໂລຕາແມັດ.

       ເພື່ອນ​ຄຳ​ພັນ ວິ​ໄລ​ຈິດ, ​ແຂວງ ຈຳ​ປະ​ສັກ ສົ່ງ​ອີ​ແມວ​ມາລາ​ຍການ​ໂດຍ​ຖາມ​ວ່າ: ຂ້າພ​ະ​ເຈົ້າ​ໄດ້​ຮູ້​ຂ່າວ​ວ່າ ​ໃນ​ເດືອນ 07/2014, ​ແຂວງ ນິງທ້ວນ ​ໄດ້​ຈັດ​ງານ​ບຸນໝາກ​ອະ​ງຸ່ນ ​ແລະ ​ເຫຼົ້າ​ແວງ. ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ​ງານ​ບຸນ​ຈະ​ຈັດ​ຕັ້ງ​ໃນ​ມື​້ໃດ ​ແລະ ຂອບ​ຂະໜາດ​ຂອງ​ງານ​ບຸນ​ຄື​ແນວ​ໃດ?

      ເພື່ອນ​ຄຳ​ພັນ ວິ​ໄລ​ຈິດ ທີ່​ຮັກ​ແ​​ພງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ນິງທ້ວນ ຫາ​ກໍ່​ປະກາດ​ງານບຸນໝາກ​ອະ​ງຸ່ນ ​ແລະ ​ເຫຼົ້າ​ແວງ ສາກົນ ນິງທ້ວນປີ 2014. ຕາມ​ນັ້ນ​ແລ້ວ, ງານ​ບຸນ​ເລີ່​ມຈັດ​ຂຶ້ນ​ໃນ​ວັນ​ທີ 17 – 19/07/2014 ຈະ​ມາ​ເຖິງ ຢູ່​ເຂດ​ໜອງ ດ່ຽວ​ຮ່ວາ, ​ໃຈກາງ​ນະຄອນ ຟານ​ຢາງ - ທ໋າບຈ່າມ, ​ແຂວງ​ນິງທ້ວນ. ​ແລະ​ກໍ່ທີ່ງານ​ບຸນ​ຄັ້ງ​ນີ້ ​ໄດ້​ຈັດງານ​ຕະຫຼາດນັດ​ການ​ຄ້າ ​ແລະ ທ່ອງ​ທ່ຽວ​ສາກົນ ​ເຊິ່ງຈະ​ດຳ​ເນີນ​ໄປ​​ເປັນ​ເວລາ 6 ວັນ (​ແຕ່​ວັນ​ທີ 17 – 19/07) ດ້ວຍ​ຮ້ານ​ວາງສະ​ແດງ​ໝາກ​ອະ​ງຸ່ນ ​ແລະ ​ບັນດາ​ຜະລິດ​ຕະພັນ​ຈາກ​ໝາກອະ​ງຸ່ນຂອງ​ບັນດາ​ບໍລິສັດ​ຜະລິດ​ເຫຼົ້າ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດປະມານ 100 ຮ້ານ. ນີ້​ແມ່ນ​ງານ​ບຸນ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່​ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ທີ່​ໄດ້​ຈັດ​ຕັ້ງ​ຢູ່​ແຂວງ​ນິງທ້ວນ.

      ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເຖິງ​ແມ່ນ​ເນື້ອ​ໃນຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຟັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື້​ນັບ​ດີ​ກວ່າ​​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ