vovworld - ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຈາກທ່ານຜູ້ຟັງທີ່ຝາກມາລາຍການດ້ວຍເນື້ອໃນຈັບອົກຈັບໃຈຫລາຍຢ່າງ ກ່ຽວກັບການຮ່ວມມືເສດຖະກິດ, ວັດທະນະທຳ ແລະ ສັງຄົມລະຫວ່າງ 2 ປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃນປີ 2017. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
ມະຫາວະທະຍາໄລ ຮ່າຕີງ ຈັດຕັ້ງລາຍການພົບປະສັງສັນ
ແລະ ແລກປ່ຽນສິລະປະເພື່ອອວຍພອນປີໃໝ່ນັກສຶກສາລາວ
ເພື່ອນ ລໍຄຳໄຊ ແລະ ເພື່ອນ ວິໄລສຸກ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ລະບົບກະຈາຍສຽງພາສາຕ່າງປະເທດແຫ່ງຊາດ, VOV ໄດ້ແນະນຳໃຫ້ຂ້າພະເຈົ້າກ່ຽວກັບບັນດາສະຖານທີ່ທ່ອງທ່ຽວຢູ່ບັນດາແຂວງທາງພາກເໜືອ ຫວຽດນາມ, ພິເສດແມ່ນລາຍການທ່ອງທ່ຽວ ຫ້າລອງ ແລະ ການໄປທ່ອງທ່ຽວວິຫານຮຸ່ງ, ຫວັງວ່າ ໃນການໄປຢ້ຽມຢາມຈະມາເຖິງຂອງຂ້າພະເຈົ້າ ແລະ ຄອບຄົວຈະມີຄວາມສະດວກ ແລະ ຈັບອົກຈັບໃຈ”
ໃນຈົດໝາຍຝາກມາຍັງລາຍການ ເພື່ອນ ປານຸສອນ ຈິນດາວົງ ຢູ່ແຂວງ ບໍລິຄຳໄຊ ແລະ ເພື່ອນ ເພັດສະຫວັນ ສົມສະນິດ ຢູ່ແຂວງ ອັດຕະປື ຂຽນວ່າ: “ພວກຂ້າພະເຈົ້າແມ່ນນັກສຶກສາລາວ ມີໄລຍະເວລາຮ່ຳຮຽນຢູ່ ຫວຽດນາມ. ເນື່ອງໃນໂອກາດປີໃໝ່ລາວວຽນມາ, ພວກຂ້າພະເຈົ້າພັດຄິດເຖິງໄລຍະທີ່ພວມຮ່ຳຮຽນ ແລະ ຕ້ອນຮັບປີໃໝ່ລາວຢູ່ ຫວຽດນາມ. ເຖິງວ່າຢູ່ໄກກັບຄອບຄົວ, ບ້ານເກີດເມືອງນອນກໍ່ຕາມ ແຕ່ພວກຂ້າພະເຈົ້າກໍ່ຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳແຂວງ, ນະຄອນ, ຄູອາຈານ ແລະ ນັກສຶກສາ ຫວຽດນາມ ຢູ່ບ່ອນທີ່ພວກຂ້າພະເຈົ້າຮ່ຳຮຽນ. ພວກຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດກ່ຽວກັບບັນຍາກາດ ຕ້ອນຮັບປີໃໝ່ລາວ ເຊິ່ງຈັດຕັ້ງຢູ່ບາງມະຫາວິທະຍາໄລຂອງ ຫວຽດນາມ ຢ່າງຟົດຟື້ນ. ດັ່ງນັ້ນ ບຸນປີໃໝ່ລາວ 2017 ນີ້ ຢູ່ ຫວຽດນາມ ຈະມີບັນດາການເຄື່ອນໄຫວພົ້ນເດັ່ນໃດທີ່ສະຫງວນໃຫ້ນັກສຶກສາ ລາວ ແລະ ໄດ້ຈັດຕັ້ງຢູ່ໂຮງຮຽນໃດແດ່”
ເພື່ອນ ປານຸສອນ ຈິນດາວົງ ແລະ ເພື່ອນ ເພັດສະຫວັນ ສົມສະນິດ ທີ່ຮັກແພງ ! ເນື່ອງໃນໂອກາດບຸນປີໃໝ່ລາວ, ນອກຈາກຈັດຕັ້ງບຸນປີໃໝ່ລາວ ໃຫ້ນັກສຶກສາ ລາວ ຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລທາງພາກເໜືອ ແລະ ທາງພາກໃຕ້ ຫວຽດນາມ ແລ້ວ. ທີ່ມະຫາວະທະຍາໄລ ຮ່າຕີງ ກໍ່ໄດ້ຈັດຕັ້ງລາຍການພົບປະສັງສັນ ແລະ ແລກປ່ຽນສິລະປະເພື່ອອວຍພອນປີໃໝ່ນັກສຶກສາລາວ ແລະ ຄົນລາວທີ່ອາໄສຢູ່ ຫວຽດນາມ ເກືອບ 2000 ຄົນ ທີ່ພວມຮ່ຳຮຽນ ແລະ ດຳລົງຊີວິດໃນບໍລິເວນນະຄອນ ຮ່າຕີງ. ບຸນປີໃໝ່ລາວ ໄດ້ຈັດຕັ້ງໃນບັນຍາກາດອັນອົບອຸ່ນ, ມີຄວາມເບີກບານມ່ວນຊື່ນ ດ້ວຍວາດຟ້ອນລຳວົງທີ່ງາມສະເໜ່, ພ້ອມກັນອວຍພອນເນື່ອງໃນໂອກາດບຸນປີໃໝ່. ເນື່ອງໃນໂອກາດນີ້ ແຂວງ ຮ່າຕີງ ໄດ້ມອບຂອງຂວັນໃຫ້ນັກສຶກສາ ລາວ ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ.
ທີ່ນະຄອນ ໂຮ່ຈີມິງ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິງ ໄດ້ຈັດຕັ້ງລາຍການພົບປະສັງສັນ ແລະ ແລກປ່ຽນລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິງ ເນື່ອງໃນໂອກາດບຸນປີໃໝ່ຂອງ ສປປ. ລາວ ແລະ ບຸນ Chol Chnam Thmay ຂອງລາຊະອານາຈັກ ກຳປູເຈຍ. ລາຍການໄດ້ດຳເນີນໄປຢ່າງຟົດຟື້ນດ້ວຍບັນດາລາຍການສະແດງສີລະປະທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງແຕ່ລະປະເທດ.
ສ່ວນໃນອີແມວຂອງເພື່ອນ ອຸດົມໄຊ ຈັນທະວົງ ຢູ່ນະຄອນຫລວງ ວຽງຈັນ ຂຽນວ່າ: “ໃນໄລຍະຜ່ານມາ ຂ້າພະເຈົ້າໄດ້ຮັບຟັງຂ່າວທາງວິທະຍຸກ່ຽວກັບໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ. ຍ້ອນຄ້າງຄາກັບວຽກງານ ດັ່ງນັ້ນ ຂ້າພະເຈົ້າຈຶ່ງບໍ່ໄດ້ຕິດ ຕາມຢ່າງລະອຽດ. ຜ່ານລາຍການພາກພາສາລາວ ຂ້າພະເຈົ້າຢາກຮູ້ແຈ້ງກ່ວາ ກ່ຽວກັບໂຄງການດັ່ງກ່າວໄດ້ບໍ່ ຂໍຂອບໃຈ”.
(ພາບປະກອບ)
ເພື່ອນ ອຸດົມໄຊ ຈັນທະວົງ ທີ່ຮັກແພງ ! ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ ແມ່ນບາດກ້າວບຸກທະລຸໃນການເຊື່ອມຕໍ່ຄົມມະນາຄົມຂົນສົ່ງລະຫວ່າງ ຫວຽດນາມ - ລາວ. ລັດຖະບານ 2 ປະເທດໄດ້ເຫັນດີເປັນເອກະພາບກ່ຽວກັບການກໍ່ສ້າງເສັ້ນທາງຄວາມໄວສູງຕາມທິດໄປຜ່ານດ່ານຊາຍແດນ ແທງຖຸຍ (ເຫງະອ່ານ, ຫວຽດນາມ) ແລະ ນ້ຳອອນ (ບໍລິຄຳໄຊ, ລາວ). ມີລວງຍາວທັງໝົດແຕ່ ວຽງຈັນ ຮອດ ຮ່າໂນ້ຍ ແມ່ນປະມານ 725 ກມ. ລວງຍາວໃນເຂດດິນແດນລາວແມ່ນປະມານ 355 ກມ ແລະ ໃນເຂດດິນແດນ ຫວຽດນາມ ແມ່ນປະມານ 370 ກມ. ເສັ້ນທາງນີ້ຄົ້ນຄວ້າຕາມມາດຕະຖານຂອງເສັ້ນທາງຄວາມໄວສູງ ດ້ວຍຂອບຂະໜາດເສັ້ນທາງແມ່ນ 6 ເລນ, ການອອກແບບລະດັບຄວາມໄວແມ່ນແຕ່ 100 – 120 ກມ/ຊົ່ງໂມງ. ເສັ້ນທາງຄວາມໄວສູງດັ່ງກ່າວ ຈະເສີມຂະຫຍາຍທ່າແຮງຢ່າງສຸດຂີດກ່ຽວກັບທີ່ຕັ້ງພູມສາດ ແລະ ເງື່ອນໄຂທຳມະຊາດຂອງ 2 ປະເທດ, ພິເສດແມ່ນຄວາມສາມາດບົ່ມຊ້ອນກ່ຽວກັບທີ່ຕັ້ງເປັນໃຈກາງຂອງ ລາວ, ຄວາມສາມາດບົ່ມຊ້ອນທາງທະເລຂອງ ຫວຽດນາມ ໃນການເຊື່ອມຕໍ່ຄົມມະນາຄົມຂົນສົ່ງກັບບັນດາປະເທດໃນພາກພື້ນ ແລະ ສາກົນ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.