ວັນທີ 12/10/2014, ລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ ສະເຫຼີມສະຫຼອງຄົບຮອບ 60 ປີແຫ່ງວັນອອກອາກາດລາຍການທຳອິດ. ເນື່ອງໃນໂອກາດນີ້ພວກຂ້າພະເຈົ້າຈະຈັດລາຍການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “60 ປີແຫ່ງລາຍການກະຈາຍສຽງພາກພາສາລາວ”. ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າສະຖານທູດລາວ ປະຈຳຫວຽດນາມ, ພ້ອມກັບບັນດາອະດີດຫົວໜ້າລາຍການກະຈາຍສຽງພາກພາສາລາວ ແລະ ບັນນາທິການຂອງລາຍການ ເພື່ອແນໃສ່ທົບທວນຄືນໄລຍະ 60 ປີແຫ່ງການສ້າງຕັ້ງ, ພັດທະນາ ແລະ ຕີລາຄາ, ປະກອບຄວາມເຫັນເພື່ອເຮັດໃຫ້ລາຍການນັບມື້ນັບຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງກວ່າ. ຖ້າຫາກຜູ້ຟັງທ່ານໃດສົນໃຈເຖິງລາຍການ, ເຊີນຕິດຕາມຮັບຟັງລາຍການພິເສດນີ້ໃນວັນທີ 12/10/2014 ຫຼື ເຂົ້າຟັງກະຈາຍສຽງພາກພາສາລາວ ໃນແວັບໄຊ vovworld.vn.
ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຈາກທ່ານຜູ້ຟັງລາວ ຫຼາຍທ່ານ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ລຸງ ຫງວຽນວັນແຕ້ວ, ຊາວຫວຽດນາມ ອາໄສຢູ່ໄທ ໄດ້ສົ່ງອີແມວ ມາລາຍຍັງການໂດຍແບ່ງປັນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 37 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງສະຫະປະຊາຊາດ (20/09/1977 – 20/09/2014). ໃນ 37 ປີຜ່ານມາ, ຫວຽດນາມ ໄດ້ຮັບການຊ່ວຍເຫຼືອຈາກບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ເພື່ອສ້າງສາປະເທດພາຍຫຼັງສົງຄາມ. ດ້ານອື່ນ, ສະຫະປະຊາຊາດ ໄດ້ກາຍເປັນເວທີປາໄສເພື່ອໃຫ້ຫວຽດນາມ ຜັນຂະຫຍາຍບັນດານະໂຍບາຍການຕ່າງປະເທດຂອງຕົນ, ຫວຽດນາມ ກໍ່ປະຕິບັດສຳເລັດໜ້າທີ່ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2008 – 2009. ຍ້ອນເຫດນັ້ນ, ບົດບາດຂອງຫວຽດນາມ ຢູ່ສະຫະປະຊາຊາດ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຂ້າພະເຈົ້າຂໍອວຍພອນໃຫ້ປະເທດຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ.
ນອກຈາກນັ້ນ, ລຸ່ງ ຫງວຽນວັນແຕ້ວ ຍັງແບ່ງປັນວ່າ: ໂດຍແມ່ນຊາວໄທ ເຊື້ອຊາດຫວຽດນາມຄົນໜຶ່ງ, ເມື່ອໄດ້ຊົມການແຂ່ງຂັນບານເຕະຍິງລະຫວ່າງທິມຫວຽດນາມ ແລະ ໄທ, ຂ້າພະເຈົ້າບໍ່ຮູ້ຈະເຊຍໃຫ້ທິມໃດ. ແຕ່ສຸດທ້າຍ,ທິມບານເຕະຍິງ ຫວຽດນາມ ຍາດໄດ້ໄຊຊະນະ, ຂໍວວຍພອນບັນດານາງສາວຫວຽດນາມ ທີ່ໄດ້ເຂົ້າຮອບຮອງຊະນະເລີດ. ໃນຕໍ່ໜ້າຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ຂ້າພະເຂົ້າເຊື່ອໝັ້ນວ່າ, ບັນດານາງສາວຫວຽດນາມ ຈະພະຍາຍາມແຂ່ງຂັນຢ່າງສຸດຈິດສຸດໃຈເພື່ອກຽດສັກສີຂອງປະເທດ. ຂໍອວຍພອນທິມບານເຕະຍິງຫວຽດນາມ ຈົ່ງປະສົບຜົນສຳເລັດ, ອວຍພອນໃຫ້ຄະນະນັກກິລາຫວຽດນາມ ຍາດໄດ້ຫຼາຍຫຼຽນ.
ບັນນາທິການພາກພາສາລາວ, ຂໍຂອບໃຈລຸງ ທີ່ໄດ້ໃຫ້ຄວາມເອົາໃຈໃສ່ ແລະ ຕິດຕາມຮັບຟັງ, ຊົມຂ່າວ, ບົດພາຍໃນປະເທດເປັນປະຈຳ. ອີແມວ ເຊິ່ງລຸງ ຝາກມາລາຍການ ໄດ້ປະກອບສ່ວນຊ່ວຍລະດົມກຳລັງໃຈໃຫ້ບັນດານັກກິລາຍິງຫວຽດນາມ ກໍ່ຄືປະກອບສ່ວນໃຫ້ລາຍການກະຈາຍສຽງພາກພາສາລາວ ພວກຂ້າພະເຈົ້ານັບມື້ນັບຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງທ່ານຜູ້ຟັງ, ຜູ້ຊົມກວ່າ.