ເພື່ອນສຸກມາລີ ຢູ່ນະຄອນຫຼວງວຽງຈັນ, ໄດ້ສົ່ງຈົດໝາຍມາຍັງລາຍການໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ໃນການຢ້ຽມຢາມຫວຽດນາມ ຂອງທ່ານ ສິນລະວົງ ຄຸດໄພທູນ, ເລຂາຄະນະພັກ, ເຂົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບຫຼຽນໄຊພັດທະນາຊັ້ນໜຶ່ງຂອງພັກ, ລັດລາວ ທີ່ສະຫງວນໃຫ້ນະຄອນຫຼວງຮ່າໂນ້ຍ. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບຄວາມໝາຍຂອງການເຄື່ອນໄຫວດັ່ງກ່າວ.
ເພື່ອນສຸກມາລີ ທີ່ຮັກແພງ, ໃນໄລຍະຜ່ານມາ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີສປປ.ລາວ, ທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມອບຫຼຽນໄຊພັດທະນາຊັ້ນໜຶ່ງຂອງພັກ, ລັດລາວ ໃຫ້ນະຄອນຮ່າໂນ້ຍ. ທີ່ພິທີ, ທ່ານ ສິນລະວົງ ຄຸດໄພທູນ ໄດ້ເນັ້ນໜັກວ່າ, ໃນຊຸມປີຜ່ານມາອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ໄດ້ມີການໜູນຊ່ວຍ, ຊ່ວຍເຫຼືອປະຊາຊົນລາວ ເວົ້າລວມ ກໍຄືນະຄອນຫຼວງວຽງຈັນ ເວົ້າສະເພາະຢ່າງສຸດຂີດ. ໃນຊຸມປີຜ່ານມາ, ການພົວພັນລະຫວ່າງ 2 ນະຄອນໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຮອບດ້ານໃນທຸກຂົງເຂດ, ດ້ວຍຫຼາຍໂຄງການທີ່ບັນລຸປະສິດທິຜົນໃນຫຼາຍຂົງເຂດຄື: ເສດຖະກິດ, ວັດທະນະທຳ, ສັງຄົມ, ການທະຫານ… ຮັບຮູ້ບັນດາອາລົມຈິດທີ່ສະໜິດສະໜົມນັ້ນ, ທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີສປປ.ລາວ ໄດ້ຕົກລົງມອບຫຼຽນໄຊພັດທະນາຊັ້ນໜຶ່ງ ໃຫ້ນະຄອນຫຼວງຮ່າໂນ້ຍ ຍ້ອນມີຜົນງານໃນການປະກອບສ່ວນກໍ່ສ້າງນະຄອນຫຼວງວຽງຈັນ. ທີ່ພິທີຕ້ອນຮັບ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ຫງວຽນດຶກຈູງ, ໄດ້ຝາກຄຳຂອບໃຈຢ່າງຈິງໃຈເຖິງພັກ, ລັດ ສປປ.ລາວ ທີ່ໄດ້ຕົກລົງມອບຫຼຽນໄຊເພື່ອການພັດທະນາຊັ້ນໜຶ່ງໃນນະຄອນຮ່າໂນ້ຍ. ນະຄອນຫຼວງ ຮ່າໂນ້ຍ ປາດຖະໜາວ່າ ຈະພ້ອມກັບພັກ, ລັດ ແລະ ນະຄອນຫຼວງວຽງຈັນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການກໍ່ສ້າງ ແລະ ພັດທະນາໃນທຸກຂົງເຂດ ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ນະຄອນໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກກວ່າ.
ໃນຊຸມປີມໍ່ໆມານີ້ຢູ່ຫວຽດນາມ ມີບັນດາສະຖານທີ່ທ່ອງທ່ຽວ
ປະຫວັດສາດວັດທະນະທຳ, ວິຫານ, ວັດວາອາຮາມ
(ພາບອີນເຕີແນັດ)
ເພື່ອນແກ້ວມະລີວົງ, ຢູ່ແຂວງວຽງຈັນ ໄດ້ໂທລະສັບມາລາຍການໂດຍຖາມວ່າ: ຢູ່ບາງປະເທດຄື: ມຽນມາ, ກຳປູເຈຍ, ໄທ… ໄດ້ຈັດລາຍການທ່ອງທ່ຽວແຫ່ງຈິດວິນຍານ. ຂ້າພະເຈົ້າບໍ່ຮູ້ວ່າຢູ່ຫວຽດນາມ ມີລາຍການທ່ອງທ່ຽວຄືດັ່ງກ່າວນັ້ນບໍ່? ບັນດາຂົງເຂດໃດໄດ້ຈັດລາຍການທ່ອງທ່ຽວແບບນີ້?
ເພື່ອນແກ້ວມະລີວົງ ທີ່ຮັກແພງ, ກໍ່ເຊັ່ນດຽວກັນກັບບັນດາປະເທດ ມຽນມາ, ກຳປູເຈຍ, ໄທ…, ໃນຊຸມປີມໍ່ໆມານີ້ຢູ່ຫວຽດນາມ ມີບັນດາສະຖານທີ່ທ່ອງທ່ຽວປະຫວັດສາດວັດທະນະທຳ, ວິຫານ, ວັດວາອາຮາມທີ່ໂດ່ງດັງຂອງບັນດາເຂດພາກໃນທົ່ວປະເທດໄດ້ດຶງດູດ ແຂກທ່ອງທ່ຽວຈາກທຸກສາລາທິດມາຮ່ວມງານນະມັດສະການ, ງານບຸນບູຊາພະເຈົ້າ, ພາວະນາໃຫ້ມີຄວາມສະຫງົບສຸກ. ຮູບການທ່ອງທ່ຽວວັດທະນະທຳທາງດ້ານຈິດວີນຍານນັບມື້ນັບພັດທະນາ, ມີກຳລັງດຶງດູດເປັນພິເສດບໍ່ພຽງແຕ່ສຳລັບແຂກທ່ອງທ່ຽວຢູ່ພາຍໃນປະເທດເທົ່ານັ້ນ ຫາຍັງມີແຂກຕ່າງປະເທດອີກດ້ວຍ. ຮູບການທ່ອງທ່ຽວທາງດ້ານຈິດວີນຍານດ້ວຍບັນດາລາຍການທ່ອງທ່ຽວໄປນະມັດສະການຢູ່ເຂດດິນແດນແຫ່ງບັນພະບຸລຸດ, ຢ້ຽມຢາມບັນດາປູຊະນີຍະສະຖານວັດທະນະທຳດ້ວຍມໍລະດົກ, ປູຊະນີຍະສະຖານວັດທະນະທຳທີ່ເປັນເອກະລັກສະເພາະ, ຢ້ຽມຊົມບັນດາສະຖານທີ່ບູຊາ, ປູຊະນີຍະສະຖານ, ທັດສະນີຍະພາບ… ໄດ້ຮັບການຈັດຕັ້ງນັບມື້ນັບຫຼາຍຂຶ້ນ. ພິເສດແມ່ນບັນດາລາຍການທ່ອງທ່ຽວໄປລຽບຕາມບັນດາແຂວງ ນາມດິ້ງ, ນີງບີ່ງ, ແທງຮ໋ວາ, ເງະອານ ແລະ ແວ່ຢ້ຽມຊົມວິຫານເຈີ່ນ, ວັດ ບ໋າຍດີ໋ງ, ວິຫານ ຊ່ອງ, ວິຫານ ຮ່ວາງເມື່ອຍ… ຕາມບັນດາບໍລິສັດທ່ອງທ່ຽວແລ້ວ, ຈຳນວນແຂກຈ່ອງລາຍການທ່ອງທ່ຽວທາງດ້ານຈິດວີນຍານໃນໄລຍະຕົ້ນປີແມ່ນຫຼາຍທີ່ສຸດ. ບັນດາລາຍການທ່ອງທ່ຽວຢູ່ພາຍໃນປະເທດໄດ້ຮັບຄວາມນິຍົມແມ່ນ: ສາຍທ່ອງທ່ຽວ ຊາປາ - ລາວກາຍ ໄປຢ້ຽມຢາມວິຫານ ຮ່ວາງໄບ໋ ແລະ ລາຍການທ່ອງທ່ຽວທາງທິດຕາເວັນອອກພາກເໜືອດ້ວຍການໄປຢ້ຽມຢາມວິຫານພະແມ່ຢູ່ລ້າງເຊີນ… ຫວັງວ່າ, ດ້ວຍບັນດາຂໍ້ມູນຂ່າວດັ່ງກ່າວ, ຫວຽດນາມ ຈະແມ່ນຈຸດນັດພົບທີ່ດູດດຶ່ມຂອງພວກເພື່ອນໃນໄລຍະຈະມາເຖິງ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ.