(vovworld) - ປີ 2015 ແມ່ນປີທີ່ຫວຽດນາມມີຫຼາຍເຫດການສຳຄັນຍິ່ງເຊັ່ນ: 70 ປີແຫ່ງວັນສະຖາປະນາປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ, 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, 125 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈິມິນ, 40 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ວິທະຍຸກະຈາຍສຽງຫວຽດນາມ (VOV) ກໍ່ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງ. ໃນໂອກາດນີ້ວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ“, ທີ່ສະຫງວນໃຫ້ຜູ້ຟັງ VOV ທຸກທ່ານ, ເຊິ່ງແມ່ນຊາວຕ່າງປະເທດຢູ່ທຸກທະວີບ ແລະ ຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດ. ຄະນະຈັດຕັ້ງຮັບບົດເສັງເລີ່ມແຕ່ວັນທີ 01/02/2015 ແລະ ສິ້ນສຸດລົງໃນວັນທີ 30/06/2015 (ໄລ່ຕາມກາໄປສະນີບ່ອນຝາກ).
ນັບແຕ່ການປຸກລະດົມມາຮອດປະຈຸບັນ, ທຸກອາທິດ, VOV ລ້ວນແຕ່ໄດ້ຮັບບັນດາບົດເສັງຂອງຜູ້ຟັງຢູ່ປະເທດຕ່າງໆໃນໂລກຝາກມາ. ປະຈຸບັນມີຜູ້ຟັງເກືອບ 100 ຄົນ ໄດ້ສົ່ງບົດເສັງມາຍັງບັນດາລາຍການກະຈາຍສຽງຂອງລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ (VOV5). ສິ່ງດັ່ງກ່າວ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງທ່ານຜູ້ຟັງເຖິງການເສັງ. ພ້ອມກັບບົດເສັງ, ຜູ້ຟັງຫຼາຍທ່ານກໍ່ຝາກຈົດໝາຍແບ່ງປັນຄວາມເຫັນຂອງຕົນຕໍ່ການເສັງນີ້.
ຕາມຄວາມມຸ່ງມາດປາດຖະໜາຂອງທ່ານຜູ້ຟັງ, ນັບແຕ່ອາທິດນີ້ວິທະຍຸກະຈາຍສຽງຫວຽດນາມ ຈະອອກອາກາດບັນດາບົດຂຽນທີ່ກ່ຽວຂ້ອງເຖິງການເສັງຄືນໃໝ່ ເພື່ອຊ່ວຍທ່ານຜູ້ຟັງໃນການຕອບຄຳຖາມໃຫ້ການເສັງ “ເພື່ອຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ໃນລາຍການຕິດຕໍ່ພົວພັນກັບທ່ານຜູ້ຟັງ, ທີ່ອອກອາກາດໃນວັນພະຫັດຂອງທຸກອາທິດ, ເວລາແຕ່ເວລາ 18 ໂມງ - 19 ໂມງໃນຄວາມຖີ່ 7285 KHZ ແລະ ແຕ່ 20ໂມງ30ນາທີ- 21ໂມງ30ນາທີໃນຄວາມຖີ່ 1242 KHZ ຫຼື ໃນເຄືອຂ່າຍອິນເຕີແນັດ Web vovworld.vn./.