ໃນອາທິດຜ່ານມາ, ພາກພາສາລາວວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອິແມວ ຫລາຍສະບັບ ແລະ ໂທລະສັບຈາກຜູ້ຟັງລາວຫລາຍ ທ່ານ. ໃນຈົດໝາຍຝາກມາລາຍການ, ຜູ້ຟັງບາງທ່ານໄດ້ສະແດງຄວາມຮູ້ສຶກຂອງຕົນເມື່ອໄດ້ຮັບຟັງຄໍລຳຕ່າງໆ ກໍຄືປະກອບຄຳເຫັນ ແລະ ຢາກຊອກຮູ້ບາງບັນຫາທີ່ເຂົາເຈົ້າສົນໃຈ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກເຮົາຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
ເພື່ອນສົມດີ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ຝາກຈົດໝາຍມາລາຍການໂດຍເວົ້າວ່າ: ນ້ອງຕິດຕາມຮັບຟັງ ແລະ ຊົມບັນດາລາຍການຂອງ VOV5, ພິເສດແມ່ນລາຍການສາລະຄະດີ. ເນື້ອໃນຂອງບັນດາບົດສາລະຄະດີລ້ວນແຕ່ສ່ອງແສງຫລາຍເຫດການໃຫມ່ ແລະ ມີຊີວິດຊີວາ. ຫວ່າງແລ້ວນີ້, ພາກພາສາລາວໄດ້ອອກອາກາດບົດສາລະຄະດີທີ່ມີຫົວຂໍ້ວ່າ: ລະດູບານໃຫມ່ບໍລິຈາກເລືອດ 2013: ຄວາມເມຕາຈິດເພື່ອວົງຄະນາຍາດ “ ແມ່ນມີຄວາມຫມາຍແທ້ຈິງ. ຜ່ານບົດສາລະຄະດີນີ້ ນ້ອງຈຶ່ງຮູ້ໄດ້ວ່າ ການເຄື່ອນໄຫວບໍລິຈາກເລືອດກູ້ເອົາຊີວິດໄດ້ຮັບການຈັດຕັ້ງຂຶ້ນເປັນປະຈຳ ຢູ່ ຫວຽດນາມ, ພິເສດໃນລະດູບານໃຫມ່ເຄີຍຈັດຕັ້ງຂະບວນການບໍລິຈາກເລືອດ ດ້ວຍຂອບຂະຫນາດໃຫຍ່ ແລະ ມີຜູ້ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ເມື່ອໄດ້ຮັບຟັງບົດສາລະຄະດີ ນ້ອງຮູ້ສຶກຕື້ນຕັນໃຈທີ່ສຸດ ເມື່ອໄດ້ຮູ້ວ່າ ມີບ່າວສາວ 6000 ຄູ່ໄດ້ເຂົ້າຮ່ວມການບໍລິຈາກເລືອດ, ໃນນັ້ນ ມີບາງຄົນບໍລິຈາກເລືອດເປັນເທື່ອທີ 8. ການກະທຳຂອງເຂົາເຈົ້າແມ່ນວຽກງານອັນສູງສົ່ງ, ເຂົາເຈົ້າແມ່ນຜູ້ທີ່ມີເມດຕາຈິດ ເຊິ່ງໄດ້ປະກອບສ່ວນກູ້ເອົາຊີວິດໃຫ້ແກ່ຄົນເຈັບຫລາຍຄົນ.
ເພື່ອນ ວຽງແກ້ວ ຢູ່ ແຂວງອຸດົມໄຊ ຝາກຈົດໝາຍມາລາຍການໂດຍເວົ້າວ່າ: ພາຍຫລັງໄດ້ຕິດຕາມຮັບຟັງບົດທີ່ມີຫົວຂໍ້ວ່າ: ສິນເຊື່ອເພື່ອນັກຮຽນ, ນັກສຶກສາ ປະກອບສ່ວນກໍ່ສ້າງແຫລ່ງຊັບພະຍາກອນມະນຸດ” ຂອງລັດຖະບານ ຫວຽດນາມ ເພື່ອບໍ່ປະໃຫ້ນັກຮຽນ, ນັກສຶກສາຄົນໃດເມື່ອເສັງເຂົ້າມະຫາວິທະຍາໄລ, ວິທະຍາໄລ, ອາຊີວະຊັ້ນກາງ ຕ້ອງປະລະການຮຽນຍ້ອນບໍ່ມີເງິນຈ່າຍຄ່າຮຽນ. ພາຍຫລັງ 5 ປີແຫ່ງການປະຕິບັດໂຄງການສິນເຊື່ອດັ່ງກ່າວ, ມີນັກຮຽນ, ນັກສຶກສາ 3 ລ້ານເທື່ອຄົນໄດ້ກູ້ຢືມທຶນ ແລະ ຍອດຈຳນວນເງິນທີ່ໃຫ້ກູ້ຢືມແມ່ນຂຶ້ນເຖິງ 43.300 ຕື້ດົ່ງ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນນະໂຍບາຍສິນເຊື່ອທີ່ມີຄວາມໝາຍດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ, ຊ່ວຍໃຫ້ລູກຫລານບັນດາຄອບຄົວທຸກຍາກມີເງື່ອນໄຂບືນຂຶ້ນເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ພ້ອມທັງປະກອບສ່ວນກໍ່ສ້າງແຫລ່ງຊັບພະຍາກອນມະນຸດໃຫ້ອະນາຄົດຂອງປະເທດຊາດ.
ໃນຈົດໝາຍຂອງທ່ານສົມເພັດຢູ່ແຂວງ ບໍແກ້ວ ທີ່ຝາກມາລາຍການພາກພາລາວໄດ້ແບ່ງປັນວ່າ: ຂ້າພະເຈົ້າຕິດຕາມລາຍການພາກພາສາລາວເປັນປະຈຳ, ລາຍການໄດ້ນຳມາຂໍ້ມູນທີ່ມີປະໂຫຍດຫລາຍຢ່າງໃຫ້ແກ່ຜູ້ຟັງ, ຂ້າພະເຈົ້າມັກຮັບຟັງທີ່ສຸດລາຍການໂອ້ລົມກັບເພື່ອນລາວ ກໍ່ຄືລາຍການຕອບຈົດໝາຍທ່ານຜູ້ຟັງ. ຜ່ານບັນດາລາຍການນີ້ ຂ້າພະເຈົ້າໄດ້ຮູ້ຈັກເຖິງຂ່າວຄາວກ່ຽວກັບການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ພິເສດສຳລັບບັນຫາທີ່ຂ້າພະເຈົ້າເອງ ກໍຄືຜູ້ຟັງຫລາຍຄົນສົນໃຈນັ້ນ ຍາມໃດບັນນາທິການພາກພາສາລາວກໍມີຄຳຕອບຢ່າງຈະແຈ້ງ ແລະ ທັນການ.
ໃນອິແມວ ສົ່ງເຖິງລາຍການ, ເພື່ອນ ວັນນີ, ສິງຄຳ ຢູ່ ແຂວງ ຫົວພັນ ເວົ້າວ່າ: ຍ້ອນຄ້າງຄາກັບວຽກງານ ສະນັ້ນ ຂ້າພະເຈົ້າບໍ່ຕິດຕາມລາຍການຂ່າວຈາກວິທະຍຸໄດ້. ສະນັ້ນ ຫນ້າເວັບ vovworld.vn ໄດ້ຊ່ວຍໃຫ້ຂ້າພະເຈົ້າອັບເດັດບັນດາເຫດການຢູ່ ຫວຽດນາມ ກໍຄືຢູ່ໃນໂລກ. ຂ້າພະເຈົ້າມັກທີ່ສຸດແມ່ນບົດວິເຄາະສະຖານະການຂອງ VOV5, ເນື້ອໃນຈະແຈ້ງ, ເຂົ້າໃຈງ່າຍ ແລະ logic.
ທ່ານຜູ້ຟັງທີ່ເຄົາລົບ. ທີ່ທ່ານຫາກໍຮັບຟັງຜ່ານໄປແລ້ວນັ້ນ ແມ່ນຄຳເຫັນຂອງຜູ້ຟັງຈຳນວນຫນຶ່ງທີ່ຝາກມາລາຍການພາກພາສາລາວໃນອາທິດຜ່ານມາ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈທ່ານຜູ້ຟັງທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ ກໍຄືປະກອບຄຳເຫັນໃຫ້ລາຍການ. ຫວັງຢ່າງຍິ່ງວ່າ ທ່ານຜູ້ຟັງຄົງຈະສືບຕໍ່ຝາກຈົດໝາຍມາລາຍການນັບມື້ນັບຫລາຍກວ່າ. ສຸດທ້າຍ ຂໍອວຍພອນທ່ານຜູ້ຟັງທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ສຳເລັດວຽກງານຂອງຕົນ.
ທ່ານຜູ້ຟັງສາມາດຮັບຟັງລາຍການພາກພາລາວຄືນຜ່ານຫນ້າເວັບ vovworld.vn ຫລື vov5.vn
ຢ່າລືມຂຽນຈົດໝາຍມາຫາລາຍການເດີ!
ຜ່ານທີ່ຢູ່: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ
45 Ba Trieu Ha Noi
ໂທລະສັບ: 0084438256631. email:laovov@yahoo.com, laovov@hotmail.com