(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 304 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງມາຈາກ 40 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…
ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນ ສືບຕໍ່ໄດ້ສົ່ງຄຳອວຍພອນປີໃໝ່ມາຍັງລາຍການພາກພາສາ ລາວ ແລະ ສະແດງຄວາມສົນໃຈເຖິງບັນດາການເຄື່ອນໄຫວ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີກຸນ 2019, ເພື່ອນ ແກ້ວລາ ທອງປະເສີດ ຢູ່ນະຄອນຫລວງ ວຽງຈັນ, ເພື່ອນ ອຸດົມໄຊ ຈັນທະວົງ ແລະ ເພື່ອນ ເວຍ ວິລານັດ ຢູ່ແຂວງ ເຊກອງ ໄດ້ສົ່ງອີແມວ, ບັດອວຍພອນປີໃໝ່ມາຍັງລາຍການພາກພາສາ ລາວ, ພິເສດແມ່ນເພື່ອນ ຮ່ວາງວັນນາມ ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ລາວ ໄດ້ໂທລະສັບມາລາຍການດ້ວຍຄຳອວຍພອນທີ່ວ່າ:
“ເນື່ອງໃນໂອກາດບຸນປີໃໝ່, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດມາຍັງບັນດາພະນັກງານ, ນັກຂ່າວ, ບັນນາທິການ ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລາຍການພາກພາສາລາວເວົ້າສະເພາະ. ອວຍພອນໃຫ້ບັນດາອ້າຍ, ເອື້ອຍມີພະລານາໄມສົມບູນ, ມີຄວາມຜາສຸກ, ສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ພິເສດ ແມ່ນລາຍການພາກພາສາ ລາວ ນັບມື້ນັບມີບັນດາລາຍການມ່ວນໆ, ຈັບອົກຈັບໃຈ ເພື່ອຮັບໃຊ້ໃຫ້ທ່ານຜູ້ຟັງ”
ທ່ານຜູ້ຟັງທີ່ເຄົາລົບ, ພວກຂ້າພະເຈົ້າ ຂໍຂອບໃຈບັນດາຄຳອວຍພອນປີໃໝ່ຂອງທ່ານຜູ້ຟັງທີ່ໄດ້ສະຫງວນໃຫ້ແກ່ລາຍການພາກພາສາລາວ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການ, ຄໍລຳມ່ວນໆ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງ ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ໃຫ້ແກ່ຜູ້ຟັງ, ຜູ້ອ່ານກ່ວາ.
ເພື່ອນ ແອນລີ ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ໃນອາທິດຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມຂ່າວໃນເວັບໄຊ vov5.vn ໂດຍໄດ້ຮູ້ວ່າ: ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ-ສືເທິດ ຫວຽດນາມ ໄດ້ມອບໃຫ້ ລາວ ປື້ມເລື່ອງເອກະສານປະຫວັດສາດ “ບັນທຶກສົງຄາມເຫຼັ້ມທີ 1-2-3-4.75” - ແປເປັນພາສາລາວ ຂອງນັກຂ່າວ, ນັກຂຽນ ເຈິ່ນມາຍແຫ້ງ. ເຊິ່ງເປັນຜູ້ທີ່ມັກຊອກຮູ້ປະຫວັດສາດ ຫວຽດນາມ, ຂ້າພະເຈົ້າຫວັງວ່າ ທາງລາຍການຈະຊ່ວຍແນະນຳບາງຈຸດກ່ຽວກັບປື້ມດັ່ງກ່າວໃຫ້ຂ້າພະເຈົ້າໄດ້ຮູ້ຕື່ມອີກແດ່. ຂໍຂອບໃຈ.
ພິທີມອບປື້ມເລື່ອງເອກະສານປະຫວັດສາດ |
ເພື່ອນ ແອນລີ ທີ່ຮັກແພງ ! ປື້ມເລື່ອງເອກະສານປະຫວັດສາດ “ບັນທຶກສົງຄາມ 1-2-3-4.75” - ເປັນພາສາລາວ ຂອງນັກຂ່າວ, ນັກຂຽນ ເຈິ່ນມາຍແຫ້ງ ເປັນກຽດແມ່ນໜຶ່ງໃນປື້ມ 15 ຫົວ ໂດຍສຳນັກພິມຈຳໜ່າຍການເມືອງແຫ່ງຊາດ-ສືເທີດ ຫວຽດນາມ ມອບໃຫ້ ລາວ ໃນຄັ້ງນີ້. ປື້ມມີ 756 ໜ້າ, ໜ້າປົກແຂງ, ການຕົບແຕ່ງ ແລະ ພິມຢ່າງງາມຕາ. ປຶ້ມດັ່ງກ່າວຈະຊ່ວຍໃຫ້ທ່ານຜູ້ອ່ານຢູ່ປະເທດລ້ານຊ້າງ ມີໂອກາດເຂົ້າໃຈກ່ວາກ່ຽວກັບຄຸນຄ່າ ແລະ ຂອບຂະໜາດຂອງໄຊຊະນະປະຫວັດສາດລະດູບານໃໝ່ 1975 ຂອງປະຊາຊົນ ຫວຽດນາມ - ບັນດາຜູ້ທີ່ຮ່ວມສຸກຮ່ວມທຸກກັບປະຊາຊົນ ລາວ ໃນການຕໍ່ສູ້ອັນລຳບາກກາກກຳຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ກ່ຽວກັບຄວາມໝາຍຂອງປື້ມຫົວດັ່ງກ່າວ, ທ່ານ ຄຳວິສັນ ແກ້ວສຸວັນ - ຜູ້ຊ່ວຍວຽກດ້ານສື່ມວນຊົນຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ, ເປັນຜູ້ກວດແກ້ປື້ມຫົວດັ່ງກ່າວໄດ້ຕີລາຄາວ່າ:
ປື້ມເລື່ອງນີ້ມີຄຸນຄ່າທາງດ້ານປະຫວັດສາດ. ທີ 1 ແມ່ນອຳນາດການປົກຄອງ ໄຊງ່ອນ ລົ້ມລະລາຍ, ພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍ ດັ່ງນັ້ນ ລາວ, ກຳປູເຈຍ ຈຶ່ງໄດ້ປົດປ່ອຍ. ທີ 2 ແມ່ນປື້ມເລື່ອງນີ້ ໄດ້ເວົ້າເຖິງອຳນາດການປົກຄອງ ໄຊງ່ອນ ແມ່ນລູກແຫຼ້ງຕີນມືຂອງ ອາເມລິກາ. ນັ້ນແມ່ນເອກະສານອັນມີຄ່າ ເພື່ອໃຫ້ລູກຫຼານພວກເຮົາເຂົ້າໃຈໄດ້ສົງຄາມຢູ່ ຫວຽດນາມ ວ່າເປັນແນວໃດ, ໃຜເປັນຜູ້ປົກຄອງ, ໃຜເປັນຜູ້ລຸກຮື້ຂຶ້ນຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ. ປື້ມເລື່ອງນີ້ມີຄວາມໝາຍທີ່ສຸດ ແລະ ປະຊາຊົນ ລາວ ມັກທີ່ສຸດ. ນັບຕັ້ງແຕ່ເມື່ອຍັງບໍ່ທັນໄດ້ແປເປັນພາສາ ລາວ, ຄົນລາວທີ່ຮູ້ພາສາ ຫວຽດນາມ ກໍ່ມັກອ່ານປື້ມເລື່ອງນີ້.
ເພື່ອນ ແອນລີ ທີ່ຮັກແພງ! “ບັນທຶກສົງຄາມ 1-2-3-4.75” ແມ່ນໜຶ່ງໃນຈຳນວນໜ້ອຍບົດປະພັນວັນນະຄະດີໄດ້ຮັບການຄັດເລືອກມາແປໃນບັນຊີລາຍຊື່ປື້ມການເມືອງສຳຄັນ ເຊິ່ງພັກກອມມູນິດ ຫວຽດນາມ ມອບໃຫ້ພັກ - ລັດ ລາວ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.