ຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງ ໄດ້ຝາກມາລາຍການ
Minh Duc -  
(vovworld) – ໃນອາທິດຜ່ານມາ, ພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ, ໂທລະສັບ ຈາກທ່ານຜູ້ຟັງລາວ ຫຼາຍທ່ານ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ຕອບຈົດໝາຍ, ອີແມວເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
(ຂໍ້ອຳລາເອື້ອຍຫວໍທິທັ໋ງ, ຂໍ້ອຳລາຮອຍຍິ້ມໄຊຊະນະ)
ລຸງຫງວຽນວັນແຕ້ວ, ຊາວຫວຽດນາມ ອາໄສຢູ່ໄທ ໄດ້ສົ່ງອີແມວ ມາລາຍການໂດຍໃຫ້ຮູ້ວ່າ: ຂໍອຳລາເອື້ອຍຫວໍທິທັ໋ງ, ຂໍອຳລາຮອຍຍິ້ມໄຊຊະນະ. ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈນາງສາວຄົນໜຶ່ງທີ່ຈົ່ງຮັກພັກດີ, ອົງອາດກ້າຫານບໍ່ຍອມຈຳນົນຕໍ່ສັດຕູຜູ້ຮຸກຮານ ແລະ ພວກຫຸ່ນໄຊງ່ອນ. ຂ້າພະເຈົ້າຍັງຈື່ຈຳໄດ້ວ່າ ໃນສົງຄາມຂ້ຽວຂາດຕ້ານຈັກກະພັດອາເມລິກາ ຂອງປະຊາຊົນຫວຽດນາມ, ຜ່ານວິທະຍຸກະຈາຍສຽງ ຂ້າພະເຈົ້າໄດ້ຟັງຂ່າວ ແລະ ນັບຖືໄວໜຸ່ມຫວຽດນາມໃນຄາວນັ້ນທີ່ສຸດ. ພາຍຫຼັງໄດ້ຮັບຂ່າວ ເອື້ອຍຫວໍທິທັ໋ງ ຖືກສັດຕູຈັບຕົວໃນການບຸກໂຈມຕີຂະໜາດໃຫຍ່ ເມື່ອປີວອກ 1966. ເຖິງວ່າຖືກສັດຕູທໍລະມານຢ່າງໂຫດຮ້າຍສາມານຫຼາຍຄັ້ງ ແຕ່ເອື້ອຍກໍ່ເດັດດ່ຽວບໍ່ເຜີຍຄວາມລັບ, ສຸດທ້າຍພວກມັນໄດ້ຕັດສິນຈຳຄຸກເອື້ອຍໃນໄລຍະເວລາ 20 ປີ. ຕໍ່ໜ້າການຕັດສິນຂອງສານຄືແນວນັ້ນ, ແຕ່ເອື້ອຍຍັງຄົງຍິ້ມຫົວ, ດ້ວຍຮອຍຍີ້ມແຫ່ງໄຊຊະນະ, ແລະ ໝິ່ນປະໝາດລະບອບຕີນມື, ດ້ວຍຄຳເວົ້າອະມະຕະທີ່ວ່າ “ອຳນາດການປົກຄອງຂອງພວກເຈົ້າສາມາດຄົງຕົວເຖິງ 20 ປີເພື່ອກັກຄັງຂ້າພະເຈົ້າໄດ້ຫຼືບໍ່?”. ມາຮອດປະຈຸບັນ, ເອື້ອຍໄດ້ອຳລາພວກເຮົາແລ້ວ, ແຕ່ຮອຍຍິ້ມຂອງເອື້ອຍ ຍັງຄົງຈະຝັງເລິກໃນດວງໃຈຂອງລຸ່ນຕໍ່ໆໄປຢູ່.
ນອກຈາກນັ້ນ, ລຸງຫງວຽນວັນແຕ້ວ ຍັງໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຟັງຂ່າວກ່ຽວກັບພວກຫົວຮຸນແຮງເຄີແມຢູ່ພະນົມເປັນ, ປະເທດກຳປູເຈຍ ໄດ້ແຫ່ຂະບວນປະທ້ວງຢ່າງຜິດກົດໝາຍ ແລະ ຈູດທຸງຊາດຫວຽດນາມ, ໂດຍແມ່ນຊາວຫວຽດນາມ ຄົນໜຶ່ງ, ຂ້າພະເຈົ້າຄັດຄ້ານການກະທຳດັ່ງກ່າວຢ່າງແຮງ, ແລະ ຖືວຽກງານນັ້ນແມ່ນການແຕະ ຕ້ອງເຖິງສາຍພົວພັນ ແລະ ນ້ຳໃຈອັນດີງາມ ທີ່ມີມາແຕ່ດົນນານລະຫວ່າງ 2 ປະເທດ.
ແລະກໍ່ໃນອາທິດຜ່ານມາ, ເພື່ອນ ວິໄລສຸກ, ແຂວງຫົວພັນ ໄດ້ສົ່ງອີແມວມາລາຍ ການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຟັງບົດຂຽນ “ການປະຕິວັດເດືອນສິງຫາ ແລະ ບັນດາບົດຮຽນທີ່ມີລັກສະນະຍຸກສະໄໝ”, ຜ່ານບົດຂຽນນັ້ນ, ຂ້າພະເຈົ້າໄດ້ເຂົ້າໃຈກວ່າກ່ຽວກັບການຕໍ່ສູ້ອັນເປັນທຳຂອງປະຊາຊົນຫວຽດນາມ, ຫວັງວ່າ ໃນໄລຍະຈະມາເຖິງ ວິທະຍຸກະຈາຍສຽງຫວຽດນາມ ຈະມີຫຼາຍບົດຂຽນກ່ຽວກັບປະຫວັດສາດກວ່າອີກ ເພື່ອໃຫ້ໂລກເຂົ້າໃຈຕື່ມອີກກ່ຽວກັບການຕໍ່ສູ້ອັນເປັນທຳຂອງຫວຽດນາມ.
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ
ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ
(ພາບ: TTXVN)
ເພື່ອນ ບຸນທະວີ ອິນທະວົງ, ນະຄອນຫຼວງວຽງຈັນ ສົ່ງອີແມວ ມາຍັງລາຍການ ໃຫ້ຮູ້ວ່າ: ໃນອາທິດກ່ອນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ໄປຢ້ຽມຢາມຫວຽດນາມ, ຍ້ອນຄາກັບວຽກງານຫຼາຍ ສະນັ້ນຂ້າພະເຈົ້າບໍ່ໄດ້ຕິດຕາມຮັບຟັງຂ່າວກ່ຽວກັບການຢ້ຽມຢາມ ແລະ ເຮັດວຽກຂອງທ່ານຢູ່ຫວຽດນາມ. ຂ້າພະເຈົ້າຢາກໃຫ້ທາງລາຍການສັງລວມໂດຍຫຍໍ້ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວຢູ່ຫວຽດນາມ.
ເພື່ອນ ບຸນທະວີ ອິນທະວົງ ທີ່ຮັກແພງ, ການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລາວດຳເນີນໄປໃນລະຫວ່າງວັນທີ 18 – 21/08 ແມ່ນເຫດການສຳຄັນ, ສະແດງໃຫ້ເຫັນການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ຢ່າງມີຊີວິດຊີວາ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ… ຢ້ຽມຢາມນະຄອນໂຮ່ຈິມິນ ແລະ ແຂວງເລິມດົ່ງ. ທີ່ບັນດາການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ໄດ້ຢືນຢັນສາຍພົວພັນສາມັກຄີແບບພິເສດລະຫວ່າງລາວ ແລະ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າຂອງ 2 ຊາດ ຕ້ອງໄດ້ຮັບການ “ປົກປັກຮັກສາຄືແກ້ວຕາຂອງຕົນ”; ພັກ, ລັດ ແລະ ປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດອັນເປັນມູນເຊື້ອນີ້. ສ່ວນທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງ ແລະ ທ່ານປະທານປະເທດເຈືອງເຕີນຊາງ ໄດ້ສະແດງຄວາມເບີກບານມ່ວນຊື່ນຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານຫວຽດນາມ - ລາວ, ເຊິ່ງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໄດ້ເພີ່ມພູນຄູນສ້າງ, ພັດທະນາແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນຕັ້ງໜ້າເຂົ້າໃນວິວັດການປ່ຽນໃໝ່, ສ້າງສາ ແລະ ປົກປັກຮັກສາທັງສອງປະເທດຫວຽດນາມ - ລາວ.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com.
Minh Duc