ໃນອາທິດຜ່ານມາ, ລາຍການພາກພາສາ ລາວ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບ ໂທລະສັບ, ອີແມວ, ຈົດໝາຍຈາກຜູ້ຟັງຝາກມາລາຍການດ້ວຍເນື້ອໃນອວຍພອນປີໃໝ່, ບຸນເຕັດປະຈຳຊາດຂອງຊາວ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
*****
ໃນອາທິດຜ່ານມາ, ເພື່ອນ ເບັ້ນ ພິມມະສອນ ຢູ່ນະຄອນຫລວງ ວຽງຈັນ, ເພື່ອ ວິໄລສະຫວັນ ແກ້ວພິລາຫວັນ ແລະ ເພື່ອນ ວົງໄຊ ທິບພະວົງ ຢູ່ແຂວງ ຫລວງນ້ຳທາ ໄດ້ສົ່ງອີແມວມາລາຍການ ດ້ວຍເນື້ອໃນວ່າ: ອວຍພອນປີໃໝ່, ຂອບໃຈທາງລາຍການພາກພາສາ ລາວ ມີບັນດາບົດຂຽນທີ່ມ່ວນ, ມີຂ່າວຢ່າງອຸດົມສົມບູນ, ສ້າງຄວາມດຶງດູດ ເຊິ່ງໄດ້ອອກອາກາດໃນຕະຫລອດປີ 2016 ເພື່ອຮັບໃຊ້ຜູ້ຟັງ ລາວ. ພິເສດ ເພື່ອນ ເບັ້ນ ພິມມະສອນ ໄດ້ຂອບໃຈລາຍການທີ່ໄດ້ສົ່ງປະຕິທິນປີໃໝ່ໃຫ້, ລາວໃຫ້ຮູ້ວ່າ: ເຖິງວ່າຂອງຂວັນນ້ອຍກໍ່ຕາມ ແຕ່ມັນພັດມີຄວາມໝາຍຢ່າງໃຫຍ່ຫລວງສຳລັບຕົວລາວເອງໃນໂອກາດບຸນປີໃໝ່ນີ້.
ເພື່ອນ ເບັ້ນ ພິມມະສອນ, ເພື່ອນ ວິໄລສະຫວັນ ແກ້ວພິລາຫວັນ ແລະ ເພື່ອນ ວົງໄຊ ທິບພະວົງ ທີ່ຮັກແພງ: ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍຂອບໃຈບັນດາຄຳອວຍພອນປີໃໝ່ຂອງທ່ານທີ່ສະຫງວນໃຫ້ແກ່ລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມປະຕິບັດວຽກງານໃຫ້ດີກ່ວາເກົ່າ ເພື່ອມີບັນດາລາຍການຄໍລຳມ່ວນໆ ເພື່ອຕອບສະໜອງຄວາມຕ້ອງການຂອງທ່ານຜູ້ຟັງທັງພາຍໃນປະເທດ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງ ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົມຜົນສຳເລັດໃນໜ້າທີ່ວຽກງານ, ສືບຕໍ່ປະກອບຄຳຄິດຄຳເຫັນ ເພື່ອເຮັດໃຫ້ລາຍການພາກພາສາ ລາວ ນັບມື້ນັບມີເນື້ອໃນອຸດົມສົນບູນ, ສ້າງຄວາມດູດດຶ່ມ ໃຫ້ແກ່ຜູ້ຟັງ ຜູ້ອ່ານກ່ວາ ຂໍຂອບໃຈ.
***
ເພື່ອນ ພັນນີ ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: ຂ້າ ພະເຈົ້າຮູ້ວ່າ ບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ ແຕ່ ຂ້າພະເຈົ້າຢາກຮູ້ລະອຽດວ່າ ປີນີ້ບຸນປີໃໝ່ປະຈຳຊາດ ຫວຽດນາມ ຈະເລີ່ມ ຕົ້ນແຕ່ມື້ໃດຮອດມື້ໃດ ແລະ ຢາກຮູ້ບາງຈຸດກ່ຽວກັບບຸນປີໃໝ່ປະຈຳຊາດຂອງ ຫວຽດນາມ ໄດ້ບໍ ?
(ພາບປະກອບ)
ເພື່ອນ ພັນນີ ທີ່ຮັກແພງ! ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ (ຫຼືເອີ້ນວ່າ ບຸນເຕັດ) ແມ່ນບຸນສຳຄັນທີ່ສຸດໃນ, ບຸນເຕັດໄດ້ຮັບຜົນສະທ້ອນຈາກວັດທະນະທຳຂອງບຸນກຸດ ຈີນ ແລະ ວັດທະນະທຳ ອາຊີຕາເວັນອອກ. ບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ ເຄີຍເລີ່ມຕົ້ນແຕ່ວັນທີ 30 ເດືອນ 12 ຫາວັນທີ 3 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ແຕ່ປີນີ້ ພະນັກງານ, ພາລະກອນພັກບຸນປີໃໝ່ເລີ່ມແຕ່ວັນທີ 29 ເດືອນ 12 ຂອງປີວອກ ຫາວັນທີ 5 ເດືອນຈຽງປີລະກາ (ເຊິ່ງກົງກັບວັນທີ 26 ມັງກອນ ຫາວັນທີ 01 ກຸມພາຕາມສຸລິຍະປະຕິທິນ). ໃນຊຸມວັນບຸນເຕັດ, ບັນດາສະມາຊິກໃນຄອບຄົວເຄີຍເຕົ້າໂຮມກັນຢ່າງຄົບໜ້າພໍຕາ, ພ້ອມກັນຢື້ຢາມຖາມຂ່າວເພື່ອນມິດຍາດຕິພີ່ນ້ອງ, ອວຍພອນເຊິ່ງກັນ ແລະ ກັນ ແລະ ບູຊາບັນພະບຸລຸດ…ຕາມຮີດຄອງປະເພນີ, ໃນບຸນເຕັດເຄີຍມີການຄະລຳ. ເພື່ອຢາກມີຄວາມເຂົ້າໃຈແຈ້ງກ່ວາ ກ່ຽວກັບບຸນເຕັດຂອງຊາວ ຫວຽດນາມ, ເຊີນທ່ານຕິດຕາມບັນດາບົດຂຽນກ່ຽວກັບບຸນເຕັດຂອງພວກຂ້າພະເຈົ້າໃນເວັບໄຊ vovworld.vn. ເພາະວ່າ ຕາມປົກກະຕິແລ້ວ ເນື່ອງໃນໂອກາດບຸນເຕັດ ພວກຂ້າພະເຈົ້າຈະມີບົດຂຽນກ່ຽວກັບຮີດຄອງປະເພນີຂອງຊາດ ຫວຽດນາມ .
***
ທ່ານຜູ້ຟັງທີ່ເຄົາລົບ! ປີ 2017 ລາຍການກະຈາຍສຽງພາກພາສາລາວ ສືບຕໍ່ອອກອາກາດໃນລະບົບ AM ຄື້ນ 7285 KHz ເວລາ 18 ໂມງ - 19 ໂມງ; ແລະ ຄື້ນ 1242 KHz ໃນເວລາ 20 ໂມງ 30 - 21 ໂມງ 30. ນອກນັ້ນ ລາຍການຍັງໄດ້ອອກອາກາດລະບົບ FM ຄື້ນ 105,5 MHz ໃນເວລາ 14 ໂມງ - 14 ໂມງ 30 ເພື່ອຮັບໃຊ້ໃຫ້ແກ່ວົງຄະນາຍາດຊາວລາວທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ຫວຽດນາມ ແລະຊາວຫວຽດນາມຮູ້ພາສາລາວ. ບັນດາທ່ານສາມາດຮັບຟັງໄດ້ຢູ່ຮ່າໂນ້ຍ, ກວາງນິງ, ນະຄອນໂຮ່ຈີມິນ ແລະ ບັນດາເຂດອ້ອມຂ້າງ. ເພື່ອຢາກຮູ້ລາຍລະອຽດ ເຊີນທ່ານ ເຂົ້າເບິ່ງໃນເວັບໄຊ vovworld - ດ້ວຍພາສາ ລາວ.
*****
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.