ເພື່ອນ ມາລີ ວົງສາ, ນັກສຶກສາມະຫາວິທະຍາໄລການຄ້າຕ່າງປະເທດ, ຮ່າໂນ້ຍ ໄດ້ສົ່ງອີແມວມາຍັງລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ໄປຢ້ຽມຢາມສະຖານທີ່ທີ່ມີຊື່ສຽງຂອງຮ່າໂນ້ຍ ຫຼາຍແຫ່ງ, ໃນນັ້ນມີໜອງ ຮ່ວານກ໋ຽມ ເຊິ່ງແມ່ນສະຖານທີ່ທີ່ຂ້າພະເຈົ້າເຄີຍມາຕະຫຼອດ. ຢູ່ຕໍ່ໜ້າໄປສະນີຮ່າໂນ້ຍ ມີທາດນ້ອຍທາດໜຶ່ງ, ຂ້າພະເຈົ້າບໍ່ຮູ້ວ່າ ທາດນັ້ນມີຊື່ວ່າຫຍັງ? ແລະ ໄດ້ຮັບການກໍ່ສ້າງແຕ່ເວລາໃດ?
ເພື່ອນ ມາລີ ວົງສາ ທີ່ຮັກແພງ, ສຳລັບປະຊາຊົນຊາວຮ່າໂນ້ຍ ແລ້ວ, ຮູບພາບທາດເກົ່າແກ່ທີ່ຕັ້ງຢູ່ຕາມຖະໜົນ ດິງຕຽນຮ່ວາງ, ເບິ່ງຄືວ່າໄດ້ກາຍເປັນຄວາມທີ່ລື້ງເຄີຍແລ້ວ. ບໍ່ພຽງແຕ່ຊາວຮ່າໂນ້ຍ ເທົ່ານັ້ນ ຫາກບັນດານັກທ່ອງທ່ຽວມາຢ້ຽມຢາມໜອງ ຮ່ວານກຽມ ຕ່າງກໍ່ຄິດວ່າ ທາດເຫຼົ່ານັ້ນແມ່ນໜຶ່ງໃນບັນດາກິດຈະກຳຂອງ ທາດເຕົ່າ - ໜອງຮ່ວານກ໋ຽມ. ຄວາມຈິງແລ້ວນີ້ແມ່ນ ທາດ ຮ່ວາຟອງ ເຊິ່ງແມ່ນກິດຈະກຳທີ່ຍັງເຫຼືອຂອງວັດ ບ໋າວເອີນ ຖືກກໍ່ສ້າງເມື່ອປີ 1842 ແລະ ມາຮອດປີ 1888, ຝລັ່ງ ໄດ້ທຳລາຍວັດເພື່ອກໍ່ສ້າງສຳນັກງານໄປສະນີ. ນີ້ແມ່ນຮ່ອງຮອຍໜຶ່ງດຽວຂອງວັດບ໋າວເອີນ ທີ່ຍັງຮັກສາໄວ້ມາຮອດປະຈຸບັນ.
ເພື່ອນ ເພັດມາລີ ດວງດີ ນັກສຶກສາມະຫາວິທະຍາໄລ ຊັບພະວິຊາ ໄດ້ສົ່ງອີແມວມາຍັງລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ຍິນວ່າ ຫວຽດນາມມີ“ວັນປື້ມຫວຽດນາມ” ແຕ່ບໍ່ຮູ້ວ່າແມ່ນວັນໃດ? ປີ 2014 ນີ້ “ວັນປື້ມຫວຽດນາມ” ຈະມີການເຄື່ອນໄຫວຄືແນວໃດ?
ເພື່ອນ ເພັດມາລີ ດວງດີ ທີ່ຮັກແພງ, “ວັນປື້ມຫວຽດນາມ” ຖືກຈັດຂຶ້ນໃນວັນທີ 21/04. ປີ 2014 ເຊິ່ງເປັນປີທຳອິດທີ່ຫວຽດນາມ ຈັດ “ວັນປື້ມຫວຽດນາມ”. ຕາມແຜນການຂອງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ແລ້ວ “ວັນປື້ມຫວຽດນາມ” ຈະຈັດການເຄື່ອນໄຫວຫຼາຍຢ່າງຄື: ກອງປະຊຸມສຳມະນາ, ການໂອ້ລົມສົນທະນາກ່ຽວກັບປື້ມ; ງານພົບປະແລກປ່ຽນກັບບັນດານັກວັດທະນະທຳ, ນັກປະພັນ, ນັກກະວີ... “ວັນປື້ມຫວຽດນາມ” ຖືກຈັດຂຶ້ນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ອາດຈະແກ່ຍາວໃນ 1 ສັບປະດາ.
ເພື່ອນ ກຽງແກ້ວ ວິໄລຈິດ, ແຂວງຈຳປາສັກ ໄດ້ສົ່ງອີແມວມາລາຍການໂດຍຖາມວ່າ: ຢູ່ນະຄອນຮ່າໂນ້ຍ ມີສາຂາຂອງທະນາຄານລາວ - ຫວຽດ ບໍ່? ແລະ ທະນາຄານນັ້ນເລີ່ມເຄື່ອນໄຫວແຕ່ປີໃດ ແລະ ມັນຕັ້ງຢູ່ບ່ອນໃດ?.
ເພື່ອນ ກຽງແກ້ວ ວິໄລຈິດ ທີ່ຮັກແພງ, ທະນາຄານຮ່ວມທຸລະກິດລາວ - ຫວຽດ (LVB) ເຊິ່ງແມ່ນທະນາຄານຮ່ວມສຳພັນລະຫວ່າງທະນາຄານລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແລະ ທະນາຄານການຄ້າລາວ (BCEL) ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1999. ປະຈຸບັນຢູ່ຮ່າໂນ້ຍ, ມີສາຂາທະນາຄານລາວ - ຫວຽດ ຕັ້ງຢູ່ເລກທີ 41 ຖະໜົນ ຮາຍບ່າຈຶງ - ເມືອງຮ່ວາງກ໋ຽມ - ຮ່າໂນ້ຍ, ເບີໂທຕິດຕໍ່ພົວພັນແມ່ນ: 0084.43 573 7688.
ນີ້ແມ່ນເນື້ອໃນຄຳເຫັນຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນ ອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຮັບຟັງ ແລະ ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຍັງລາຍການຂອງພວກເຮົາເພື່ອຈະປະກອບສ່ວນເຮັດໃຫ້ລາຍການຂອງພວກເຮົານັບມືນັບດີກວ່າເກົ່າ. ທ່ານສາມາດຕິດຕໍ່ກັບພວກເຮົາໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ອີແມວ
laovov@yahoo.com. ທ່ານຜູ້ຟັງກໍ່ສາມາດໂທລະສັບໂດຍກົງຕາມເບີໂທ 0084.43.825.6631.