ເພື່ອນບຸນທະວີ ອີນທະວົງ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວມາຍັງລາຍການໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ວັນທີ 7/09 ຜ່ານມາ, ແມ່ນວັນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ (VOV). ຂ້າພະເຈົ້າຂໍອວຍພອນໃຫ້ VOV ນັບມື້ນັບພັດທະນາ, ມີຫຼາຍຮູບການ ແລະ ຂ່າວບົດເຕີ່ມອີກ ເພື່ອຮັບໃຊ້ຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ.
ເພື່ອນບຸນທະວີ ອີນທະວົງ ທິ່ຮັກແພງ, ວັນທີ 07/09 ຜ່ານມາ, VOV ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງຫວຽດນາມ. ໃນ 70 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງຕົນ VOV ຮູ້ສຶກເອກອ້າງຖະນົງໃຈ ເພາະໃນແຕ່ລະບາດກ້າວພັດທະນາຂອງຕົນ ຍາມໃດກໍມີການປະກອບສ່ວນຈາກທ່ານຜູ້ຟັງທັງຢູ່ພາຍໃນ ແລະ ຕ່າງປະເທດ. ກ່ອນນີ້ 70 ປີ, ປະທານໂຮ່ຈິມິນ ໄດ້ອອກຄຳສັ່ງສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດ. ພາຍຫຼັງສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ພຽງ 5 ວັນເທົ່ານັ້ນ, ໃນເວລາ 11 ໂມງ 30 ນາທີ ຂອງວັນທີ 07/09/1945, VOV ໄດ້ອອກອາກາດລາຍການທຳອິດ, ອັນໄດ້ເປີດຂີດໝາຍແຫ່ງການສ້າງຕັ້ງຂອງວິທະຍຸກະຈາຍສຽງຫວຽດນາມ ໃນທົ່ວໂລກ, ທັງເປັນການກຳເນີດຮູບການສື່ມວນຊົນໃໝ່: ນັ້ນແມ່ນວິທະຍຸຈະກາຍສຽງຂອງຫວຽດນາມ. VOV ໄດ້ຮ່ວມກັບປະເທດຊາດ ຜ່ານຜ່າການຕໍ່ຕ້ານ 2 ຄັ້ງ, ຜ່ານຜ່າຄວາມຫຍຸ້ງຍາກ, ລ້ຳບາກ, ການເສຍສະຫຼະຊີວິດເພື່ອຊາດ, VOV ໄດ້ອອກອາກາດເປັນປະຈຳ, ຮັບປະກັນໜ້າທີ່ການເມືອງສຳຄັນ ແລະ ສັກກະລະບູຊາ, ແມ່ນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ ກັບປະຊາຊົນ. ພ້ອມກັບການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດ, VOV ໄດ້ມີບາດກ້າວເຕີບໃຫຍ່ຢ່າງກະໂດດຂັ້ນ ແລະ ໝັ້ນຄົງໃນທຸກດ້ານ. ດ້ວຍຄວາມຕັດສິນໃຈ ແລະ ມີຫົວຄິດປະດິດສ້າງ, VOV ໄດ້ ແລະ ພວມກາຍເປັນພາຫະນະສື່ມວນຊົນທີ່ມີຂອບຂະໜາດໃຫຍ່, ເຕົ້າໂຮມທຸກຮູບການສື່ມວນຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບອຸດົມສົມບຸນຂອງສັງຄົມ ດ້ວຍລະບົບພື້ນຖານໂຄງລ່າງດ້ານຕັກນິກຄົບຊຸດ ແລະ ພື້ນຖານເຕັກໂນໂລຊີທີ່ກ້າວໜ້າ, ທັນສະໄໝ; ດ້ວຍຖັນແຖວພະນັກງານມີຄຸນນະທາດດ້ານການເມືອງຢ່າງໝັ້ນຄົງຂົງເຂັ້ມແຂງ, ຮັກອາຊີບ, ພ້ອມແລ້ວທີ່ຈະເຮັດທຸກສິ່ງທຸກຢ່າງເພື່ອໃຫ້ວິທະຍຸກະຈາຍສຽງຫວຽດນາມ ນັບມື້ນັບແຜ່ລາມອອກຢ່າງກວ້າງຂວາງ.
ເພື່ອນວິໄລສຸກ, ຢູ່ແຂວງຫົວພັນ ໄດ້ສົ່ງອີແມວມາຍັງລາຍການໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຟັງຜ່ານ VOV ກ່ຽວກັບເລື່ອງ, ໃນອາທິດ ໂຮງຮຽນ 2 ພາສາລາວ - ຫວຽດ ຫງວຽນຢູ, ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີໄຂສົກຮຽນໃໝ່ 2015 – 2016. ຜ່ານລາຍການ, ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບໂຮງຮຽນນີ້ຕື່ມອີກໄດ້ບໍ່?
ເພື່ອນວິໄຊສຸກ, ທີ່ຮັກແພງ, ໂຮງຮຽນ 2 ພາສາລາວ - ຫວຽດ ຫງວຽນຢູ ໄດ້ເລີ່ມລົງມືກໍ່ສ້າງເມື່ອທ້າຍປີ 2005, ໂຮງຮຽນໄດ້ຮັບການກໍ່ສ້າງດ້ວຍ 3 ຊັ້ນ, 39 ຮ້ອງຮຽນ. ໃນສົກຮຽນ 2015 – 2016, ໂຮງຮຽນ 2 ພາສາລາວ - ຫວຽດ ຫງວຽນຢູ ມີນັກຮຽນເກືອບ 2000 ຄົນ, ຢູ່ຊັ້ນຮຽນຕ່າງໆ, ຖັນແຖວຄູອາຈານທັງເປັນຊາວຫວຽດນາມ ແລະ ລາວລວມມີ 100 ຄົນ, ໃນນັ້ນຄູອາຈານທີ່ມີລະດັບປະລິຍາໂທ 1 ຄົນ, ປະລິຍາຕີ 36 ຄົນ, ຈຳນວນຄູອາຈານຍັງເຫຼືອໄດ້ຮຽນຈົບວິທະຍາໄລ ແລະ ໂຮງຮຽນວິຊາຊີບຊັ້ນກາງ. ໂຮງຮຽນ ຫງວຽນຢູ ແມ່ນໂຮງຮຽນຂອງສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ, ພາຍໃຕ້ການຄຸ້ມຄອງຂອງສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ສະຖານທູດຫວຽດນາມ ປະຈຳລາວ, ສ່ວນກະຊວງສຶກສາທິການ ແລະ ກິລາລາວ ຊີ້ນຳດ້ານວິຊາສະເພາະ. ອາຈານ ຟ້າມຊວນເຟີນ, ອະທິການບໍດີໂຮງຮຽນໃຫ້ຮູ້ວ່າ.
“ໄລຍະຜ່ານມາ, ສະຖາບັນວິທະຍາສາດສຶກສາ ຂອງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ມີການເຮັດວຽກກັບທາງໂຮງຮຽນ ແລະ ມີແຜນການຄົ້ນຄວ້າ, ຮຽບຮຽງປື້ມຕຳລາຮຽນສະເພາະສອງ 2 ພາສາໃນໂຮງຮຽນ ແລະ ຮອດພາກຮຽນ 2 ຈະປະຕິບັດ. ໃນອະນາຄົດ, ຖ້າພວກນ້ອງເຂົ້າໃຈພາສາຫວຽດ ແລ້ວ ຈະສິດສອນດ້ວຍພາສາຫວຽດ ບາງວິຊາຄຶ: ວິຊາເລກ, ວິຊາຟິຊິກ, ເຄມີ ແລະ ບາງວິຊາອື່ນ ຈະສອນເປັນພາສາລາວ ຫຼື 2 ພາສາ.”
ນ້ອງ ພອນສະຫວັນ ຈັນທີ, ລູກຂອງຊາວຫວຽດນາມ ອາໄສຢູ່ລາວ, ໄດ້ແບ່ງປັນຄວາມໃນໃຈຂອງຕົນ ເມື່ອຮຽນຢູ່ໂຮງຮຽນ ຫງວຽນຢູ ວ່າ.
“ຢູ່ໂຮງຮຽນ ລູກໄດ້ຮຽນດ້ວຍພາສາຫວຽດ, ລູກຕັ້ງໃຈຮຽນເພື່ອເຂົ້າໃຈບົດຮຽນ ແລະ ສາມາດເຮັດບົດຝຶກຫັດໂດຍອາຈານມອບໃຫ້. ອາຈານໄດ້ສອນຢ່າງລະອຽດ, ລູກເຂົ້າໃຈໄດ້ຫຼາຍສິ່ງຫຼາຍຢ່າງ. ລູກຮູ້ສຶກມວນຫຼາຍ, ເມື່ອຮຽນຢູ່ໂຮງຮຽນນີ້ ລູກມີຄວາມເຂົ້າໃຈກ່ຽວກັບປະເທດລາວ ຫຼາຍກວ່າ, ແຕ່ລູກກໍຫວັງຢາກເກັ່ງພາສາຫວຽດ ອີກ, ຍ້ອນນັ້ນແມ່ນພາສາບ້ານເກີດເມືອງນອນຂອງຕົນ.”
ກະຊວງສຶກສາທິການ ແລະ ກິລາລາວ ແລະ ລັດຖະບານ 2 ປະເທດປາດຖະໜາ, ຢາກກໍສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນບຳລຸງສ້າງທີ່ມີຄຸນນະພາບສູງ, ເປັນສັນຍາລັກແຫ່ງການຮ່ວມມືດ້ານການສຶກສາລະຫວ່າງ 2 ປະເທດ, ກໍຄືແມ່ນຂົວຕໍ່ໃຫ້ແກ່ການຮ່ວມມືມິດຕະພາບລະຫວ່າງລາວ - ຫວຽດນາມ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov@yahoo.com, laovov5@gmail.com