(vovworld) – ໃນອາທິດຜ່ານມາ, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ໄດ້ຮັບໂທລະສັບ, ອີແມວ, ຈາກຜູ້ຟັງລາວ ທີ່ສົ່ງມາລາຍການໂດຍຢາກຊອກຮູ້ກ່ຽວກັບການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ. ນອກຈາກນັ້ນ, ທ່ານຜູ້ຟັງຍັງເອົາໃຈໃສ່ເຖິງບັນດາເຫດການພົ້ນເດັ່ນຂອງຫວຽດນາມ ໃນອາທິດຜ່ານມາ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ໃນອາທິຜ່ານມາ, ມີຜູ້ຟັງລາວບາງທ່ານໄດ້ໂທລະສັບມາຍັງລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ (VOV) ເພື່ອສະແດງຄວາມຂອບໃຈ VOV ທີ່ໄດ້ຝາກໃບຢັ້ງຢືນ, ຂອງຂວັນໃຫ້ຜູ້ຝັງ VOV ຕະຫຼອດໄລຍະ 3 ປີ ແລະ 5 ປີ, ນອກນັ້ນທ່ານຜູ້ຟັງຍັງອວຍພອນໃຫ້ລາຍການພາກພາສາລາວ ນັບມື້ນັບມີຫຼາຍເນື້ອໃນອຸດົມສົມບູນ, ເປັນເອກະລັກສະເພາະກວ່າອີກເພ່ືອຮັບໃຊ້ຜູ້ຟັງ.
ລາຍການພາກພາສາລາວ, VOV ຂໍຂອບໃຈທ່ານຜູ້ຟັງທັງຫຼາຍທີ່ໄດ້ໂທລະສັບ, ສົ່ງອີແມວມາຍັງລາຍການສະແດງຄວາມຂອບໃຈ ເມື່ອໄດ້ຮັບຂອງຂວັນໂດຍ VOV ມອບໃຫ້. ຫວັງວ່າ, ໃນໄລຍະຈະມາເຖິງ, ທ່ານຜູ້ຟັງຈະສືບຕໍ່ຕິດຕາມຮັບຟັງ ແລະ ປະກອບຄຳເຫັນໃຫ້ລາຍການຫຼາຍກວ່າອີກ, ເພື່ອໃຫ້ລາຍການນັບມື້ນັບອຸດົມສົນບູນ, ດຶດດູດໃຈຜູ້ຟັງ ແລະ ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂອງທ່ານຜູ້ຟັງ.
ປີ 2015 ແມ່ນປີທີ່ຫວຽດນາມມີເຫດການສຳຄັນຫຼາຍຢ່າງເຊັ່ນ: 70 ປີແຫ່ງວັນສະຖາປະນາປະເທດ ສສ.ຫວຽດນາມ, 85 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, 125 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈິມິນ, 40 ປີແຫ່ງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ. VOV ຈັດຕັ້ງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ“, ທີ່ສະຫງວນໃຫ້ຜູ້ຟັງ VOV ທຸກທ່ານ, ເຊິ່ງແມ່ນຊາວຕ່າງປະເທດຢູ່ທຸກທະວີບ ແລະ ຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ຕ່າງປະເທດ. ການເສັງຖືກຈັດຂຶ້ນແຕ່ວັນທີ 01/03/2015 – 31/06/2015.
ໃນເວລາແຕ່ວັນທີ 01/03 – 31/06/2015, VOV ໄດ້ຮັບບົດເສັງເປັນຈຳນວນຫຼາຍ ຈາກຜູ້ຟັງຢູ່ຫຼາຍປະເທດສົ່ງມາຍັງລາຍການ. ປະຈຸບັນ, VOV ໄດ້ປະກາດຜົນຂອງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ“ ທາງວິທະຍຸກະຈາຍສຽງ ແລະ ອິນເຕີແນດແລ້ວ. ດັ່ງນັ້ນ, ທ່ານຜູ້ຟັງສາມາດເບິ່ງຄືນຢູ່ແວບໄຊ vov5.vn ຫຼື vovworld.vn. ແລະ ພິທີມອບລາງວັນການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ“ ໃຫ້ຜູ້ຟັງທີ່ໄດ້ຮັບລາງວັນຈະຖືກຈັດຂຶ້ນຢ່າງສົມກຽດໃນວັນທີ 25/09, ຢູ່ສຳນັກງານ VOV, 58 ຖະໜົນ ກ໋ວານຊື໋, ຮ່າໂນ້ຍ.
ເພື່ອນ ເພດສະມອນ ແກ້ວດວງດີ, ຢູ່ແຂວງວຽງຈັນ, ໄດ້ສົ່ງອີແມວມາຍັງລາຍການໃຫ້ຮູ້ວ່າ: ຂ້າພະເຈົ້າມັກຟັງລາຍການ 54 ຊົນເຜົ່າຫວຽດນາມ, ບັນດາບົດຂຽນຂອງ VOV 5 ໄດ້ສະໜອງຂໍ້ມູນຫຼາຍຢ່າງ, ຊ່ວຍໃຫ້ຜູ້ຟັງສາມາດເຂົ້າໃຈກວ່າກ່ຽວກັບຮີດຄອງປະເພນີ, ວັດທະນະທຳທີ່ເປັນເອກະລັກສະເພາະ, ກໍຄືບັນດາຊຸດອາພອນພື້ນເມືອງຂອງບັນດາເຜົ່າຫວຽດນາມ.