(vovworld) - ໃນອາທິດຜ່ານມາ, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ໄດ້ຮັບໂທລະສັບ, ອີແມວ, ຈົດໝາຍຈາກຜູ້ຟັງລາວ ທີ່ສົ່ງມາລາຍການ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
(ຄະນະກຳມະການທັງ 2 ລົງນາມໃນຂໍ້ຕົກລົງ)
ເພື່ອນ ຫງວຽນວັນຕ໋ວຽນ, ຊາວຫວຽດນາມ ອາໄສຢູ່ແຂວງ ບໍລິຄຳໄຊ, ລາວ ໄດ້ສົ່ງອີແມວມາຍັງລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຂ່າວວ່າ, ໃນອາທິດຜ່ານມາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ແລະ ລາວອາໄສຢູ່ຕ່າງປະເທດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງຄະນະກຳມະການພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ແລະ ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ລົງນາມໃນແຜນການຮ່ວມມືໄລຍະ 2016 – 2020. ຂ້າພະເຈົ້າຢາກຮູ້ກ່ຽວກັບເນື້ອໃນຂອງການລົງນາມນີ້. ສະນັ້ນ, ຢາກໃຫ້ລາຍການພາກພາສາລາວ ແນະນຳໂດຍຫຍໍ້ກ່ຽວກັບເນື້ອໃນຂອງແຜນການຮ່ວມມືນີ້ໄດ້ບໍ່?
ເພື່ອນ ຫງວຽນວັນຕ໋ວຽນ ທີ່ຮັກແພງ, ວັນທີ 22/03 ຜ່ານມາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຄະນະຜູ້ແທນຄະນະກຳມະການພົວພັນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ແລະ ຄະນະຜູ້ແທນຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຈັດກອງປະຊຸມພົບປະເຈລະຈາກ່ຽວກັບໝາກຜົນແຫ່ງການປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື ແລະ ແລກປ່ຽນບົດຮຽນ ໄລຍະ 2011 – 2015 ແລະ ແລກປ່ຽນກ່ຽວກັບແຜນການຮ່ວມມືໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, ຄະນະກຳມະການທັງ 2 ໄດ້ລົງນາມໃນຂໍ້ຕົກລົງເຫັນດີເປັນເອກະພາບຕໍ່ກຳນົດເວລາໃຫ້ບົດບັນທຶກຊ່ວຍຈຳໄລຍະ 2011 – 2015 ຕື່ມອີກ 5 ປີ, ຜັນຂະຫຍາຍແຜນການຮ່ວມມືໃນໄລຍະ 2016 – 2020. ໃນນັ້ນ, 2 ຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແລກປ່ຽນຄຳເຫັນກ່ຽວກັບສະພາບໂລກທີ່ພົ້ນເດັ່ນ ຫຼື ບັນດາເຫດການທີ່ກ່ຽວຂ້ອງເຖິງປະຊາຊົນປະເທດຕົນທີ່ອາໄສຢູ່ຕ່າງປະເທດເປັນປະຈຳ; ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນວຽກງານໂຄສະນາ, ຂົນຂວາຍ ແລະ ສະໜອງຂໍ້ມູນຂ່າວໃຫ້ກັນເພື່ອແນໃສ່ຍາດແຍ່ງ ແລະ ດຶງດູດເອົາຄົນປະເທດຕົນທີ່ອາໄສຢູ່ຕ່າງປະເທດນັບມື້ນັບອ່ວາຍເມືອຫາບ້ານເກີດເມືອງນອນ, ເຂົ້າຮ່ວມພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ສະກັດກັ້ນ ແລະ ຕໍ່ສູ້ເພື່ອຕ້ານບັນດາພາກສ່ວນທີ່ເປັນປໍລະປັກຫວັງທຳລາຍ 2 ປະເທດລາວ ແລະ ຫວຽດນາມ. 2 ຝ່າຍຈະສ້າງເງື່ອນໄຂສະດວກໃຫ້ກັນດ້ວຍເລື່ອງສ້າງແຜນການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນພະນັກງານວິຊາການ, ຝຶກອົບຮົມ, ໄປທັດສະນະສຶກສາ, ແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນຕາມແຜນການຮ່ວມມືຂອງແຕ່ລະປີ.
ເພື່ອນ ສຸກມາລີວົງ, ພວມຮ່ຳຮຽນຢູ່ໂຮງຮຽນ T80, ເຊີນໄຕ, ຮ່າໂນ້ຍ ໄດ້ໂທລະສັບຫາລາຍການໂດຍຖາມວ່າ: ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວງານບຸນຕ່າງໆຂອງຫວຽດນາມ ຢູ່ທ້ອງຖິ່ນທີ່ຕົນພວມຮ່ຳຮຽນ. ໃນເດືອນ 04 ຈະມາເຖິງ, ຢູ່ບ້ານວັດທະນະທຳ, ທ່ອງທ່ຽວບັນດາເຜົ່າຫວຽດນາມ ກໍ່ໄດ້ຈັດລາຍການພິເສດຫຍັງບໍ່?
ເພື່ອນ ສຸກມາລີວົງທີ່ຮັກແພງ, ນັບແຕ່ວັນທີ 15 – 19/04, ຄະນະຄຸ້ມຄອງ ບ້ານວັດທະນະທຳ, ທ່ອງທ່ຽວບັນດາເຜົ່າຫວຽດນາມ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງສັງກັດກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ບັນດາແຂວງ, ນະຄອນ ຈັດຕັ້ງບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນວັນ ວັດທະນະທຳບັນດາເຜົ່າຫວຽດນາມ (19/04) ແລະ ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນລຸງໂຮ່ຝາກຈົດໝາຍໃຫ້ກອງປະຊຸມໃຫຍ່ບັນດາຊົນເຜົ່າສ່ວນໜ້ອຍທາງພາກໃຕ້ຫວຽດນາມ (19/04/1946 – 19/04/2016). ຕາມນັ້ນແລ້ວ, ເນື້ອໃນຕົ້ນຕໍຄາດວ່າຈະຖືກດຳເນີນລວມມີ: ພິທີໄຂບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນວັນວັດທະນະທຳບັນດາເຜົ່າຫວຽດນາມ ແລະ ປະກາດມອບໃບຢັ້ງຢືນຈາກ UNESCO ກ່ຽວກັບພິທີການ ແລະ ການດຶງເຊືອກ ວ່າແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງຫຼາຍປະເທດ ທີ່ຕາງໜ້າໃຫ້ມວນມະນຸດ; ການທຳພິທີ ແລະ ການດຶງເຊືອກ; ການເຄື່ອນໄຫວຂອງປະຊາຊົນບັນດາເຜົ່າ; ການໂອ້ລົມສົນທະນາ “ພັດທະນາວັດທະນະທຳວິສາຫະກິດຫວຽດນາມ ເຊື່ອມໂຍງເຂົ້າກັບສາກົນ”…
ເພື່ອນ ແສງດາວົງ, ພວມເຮັດວຽກຢູ່ແຂວງຈຳປາສັກ ຖາມວ່າ: ຂ້າພະເຈົ້າໄດ້ຍິນຫຼາຍເທື່ອແລ້ວກ່ຽວກັບສະຖານທີ່ທ່ອງທ່ຽວປ່າສະຫງວນແຫ່ງຊາດ ກາດບ່າ, ຢູ່ນະຄອນຫາຍຟ່ອງ, ແຕ່ຂ້າພະເຈົ້າຍັງບໍ່ທັນມີໂອກາດມາຢ້ຽມຢາມເທື່ອ. ຫວັງວ່າທາງວິທະຍຸກະຈາຍສຽງຫວຽດນາມ ຈະແນະນຳໃຫ້ຮູ້ກ່ຽວກັບເຂດດັ່ງກ່າວນີ້ໄດ້ບໍ່?.
ເພື່ອນ ແສງດາວົງ ທີ່ຮັກແພງ, ປ່າສະຫງວນແຫ່ງຊາດ ກາດບ່າ ນອນໃນເກາະ ກາດບ່າ, ເມືອງກາດຫາຍ, ນະຄອນຫາຍຟ່ອງ (ຫ່າງຈາກໃຈກາງນະຄອນຫາຍຟ່ອງ 60 ກ.ມ). ປ່າສະຫງວນແຫ່ງຊາດ ກາດບ່າ ແມ່ນເຂດປ່າດົງດິບທັງແມ່ນໜຶ່ງໃນບັນດາເຂດປ່າສະຫງວນແຫ່ງຊາດໃຫຍ່ກວ່າໝູ່ຢູ່ຫວຽດນາມ, ດ້ວຍເນື້ອທີ່ທັງໝົດແມ່ນ 15.200 ເຮັກຕາ. ປ່າ ກ໋າດບ່າ ໄດ້ຮັບການຮັບຮອງຈາກ UNESCO ວ່າເປັນປ່າສະຫງວນແຫ່ງຊາດແຕ່ວັນທີ 23/05/1983 ແລະ UNESCO ຮັບຮອງເອົາໝູ່ເກາະ ກ໋າດບ່າ ແມ່ນເຂດນິເວດວິທະຍາ ແຕ່ວັນທີ 29/10/2014 ປ່າສະຫງວນແຫ່ງຊາດ ກາດບ່າ ມີເນື້ອທີ່ປ່າດົງດິບ 4,500 ເຮັກຕາ, ມີລະບົບພຶດສາຊາດນາໆສະນິດ ມີສັດປ່າ 20 ຊະນິດ, ນົກ 69 ຊະນິດ, ສັດເລືອຄານ ແລະ ສັດເຄິງບົກເຄິງນ້ຳ 20 ຊະນິດ. ຈຸດທີ່ເປັນເອກະລັກສະເພາະຂອງປ່າສະຫງວນແຫ່ງຊາດນີ້ແມ່ນມີສັດ 22 ຊະນິດຖືກຈົດໃນປື້ມປົກແດງແຫ່ງຊາດຫວຽດນາມ ແລະ 6 ຊະນິດໄດ້ຈົດເຂົ້າໃນປື້ມປົກແດງຂອງໂລກຄື; ຄ່າງຫົວເຫຼືອງ, ລີງຂົນເຫຼືອງ... ແລະ ໃນຈຳນວນພືດ 745 ຊະນິດຢູ່ທີ່ນີ້ ມີເຖິງ 350 ຊະນິດສາມາດໃຊ້ເປັນຢາພື້ນເມືອງເພື່ອປິ່ນປົວພະຍາດໄດ້. ໃນຫຼາຍປີມານີ້, ປ່າສະຫງວນແຫ່ງຊາດກາດປ່າ ແມ່ນສະຖານທີ່ທ່ອງທ່ຽວຊີວະພາບທີ່ດູດດື່ມເປັນພິເສດສຳລັບນັກທ່ອງທ່ຽວທີ່ມັກຄົ້ນຫາປ່າ ແລະ ທຳມະຊາດ.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມືມັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊ່ອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com. ຂໍອວຍພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸດ.