ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ
Minh Duc -  
(vovworld) – ໃນອາທິດຜ່ານມາ, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ໄດ້ຮັບໂທລະສັບ, ອີແມວ, ຈົດໝາຍຈາກຜູ້ຟັງລາວ ທີ່ສົ່ງມາລາຍການ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ເພື່ອນ ຫງວຽນວັນຕ໋ວຽນ, ຊາວຫວຽດນາມ ອາໄສຢູ່ແຂວງ ບໍລິຄຳໄຊ, ລາວ ໄດ້ສົ່ງອີແມວມາຍັງລາຍການໂດຍໃຫ້ຮູ້ວ່າ: ເຖິງວ່າ ຂ້າພະເຈົ້າຫ່າງຈາກບ້ານເກີດເມືອງນອນກໍ່ຕາມ, ແຕ່ຜ່ານບັນດາຂ່າວ/ບົດກ່ຽວກັບການເຄື່ອນໄຫວໃນໂອກາດບຸນເຕັດຢູ່ຫວຽດນາມ ໃນແວັບໄຊພາກພາສາລາວ VOV, ຂ້າພະເຈົ້າຮູ້ສຶກຄືດັ່ງຕົນເອງພວມໄດ້ຕ້ອນຮັບບຸນເຕັດພ້ອມກັບປະຊາຊົນ, ປະເທດຊາດຫວຽດນາມ ທີ່ຮັກແພງ.
ເພື່ອນ ດາລາວັນ ສີຫາລາດ ຢູ່ແຂວງ ຫົວພັນ ໄດ້ໂທລະສັບຫາລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົ້າຕິດຕາມລາຍການພາກພາສາລາວ VOV5 ຜ່ານວິທະຍຸ ແລະ ເວັບໄຊ ເປັນປະຈຳ. ຂ້າພະເຈົ້າເຫັນວ່າ, ເນື້ອໃນລາຍການນັບມື້ນັບອູດົມສົມບູນ ແລະ ມ່ວນຫຼາຍ, ພິເສດແມ່ນບັນດາບົດຂຽນໃນໂອກາດບຸນເຕັດຂອງພວກເພື່ອນໃນໄລຍະຜ່ານມາ. ໃນໂອກາດບຸນເຕັດຫວຽດ, ຂ້າພະເຈົ້າຂໍອວຍພອນໃຫ້ອ້າຍເອື້ອຍນ້ອງບັນນາທິການພາກພາສາວ ຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ມີບັນດາບົດຂຽນມ່ວນໆຫຼາຍບົດຕື່ມອີກເພື່ອຮັບໃຊ້ໃຫ້ແກ່ຜູ້ຟັງ.
ລຸ່ງ ຫວຽນວັນແຕ້ວ, ຊາວຫວຽດນາມ ອາໄສຢູ່ໄທ ສົ່ງອີແມວມາຍັງລາຍການໂດຍໃຫ້ຮູ້ວ່າ: ໃນໂອກາດບຸນເຕັດ, ຂໍອວຍພອນໃຫ້ອ້າຍເອື້ອຍນ້ອງບັນນາທິການພາກພາລາວ ຈົ່ງມີພະລາໄມສົມບູນ, ມີຄວາມຜາສຸກ, ຂໍວອຍພອນໃຫ້ VOV ຍາມໃດກໍພັດທະນາພ້ອມກັບປະເທດຊາດ, ຮັບໃຊ້ໃຫ້ແກ່ທ່ານຜູ້ຟັງນັບມື້ນັບດີກວ່າ. ນອກນັ້ນ, ລຸ່ງ ຫວຽນວັນແຕ້ວ ຍັງໃຫ້ຮູ້ຕື່ມອີກວ່າ: ໃນໂອກາດບຸນເຕັດຜ່ານມາ, ສະມາຄົມຊາວຫວຽດນາມ ອາໄສຢູ່ເມືອງ ຟັງຄົນ ໄດ້ຈັດການເຄື່ອນໄຫວຕ່າງໆເພື່ອຕ້ອນຮັບບຸນເຕັດ ການເຄື່ອນໄຫວເຫຼົ່ານັ້ນໄດ້ດຳເນີນໄປໃນບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມອົບອຸ່ນ.
(ໂຮງລະຄອນໃຫຍ່ຮ່າໂນ້ຍ)
ເພື່ອນຄຳພັນ ວິໄລຈິດ, ຢູ່ແຂວງ ຈຳປະສັກ ໄດ້ສົ່ງອີແມວ ມາຍັງລາຍການໂດຍໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະໄປທ່ອງທ່ຽວນະຄອນຮ່າໂນ້ຍ. ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າມາທ່ອງທ່ຽວຮ່າໂນ້ຍ. ດັ່ງນັ້ນ, ບໍ່ຮູ້ສະຖານທີ່ທ່ອງທ່ຽວໃດທີ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມັກມາຢ້ຽມຢາມ. ສະນັ້ນ, ຜ່ານລາຍການ, ຂ້າພະເຈົ້າຢາກຮູ້ບັນດາສະຖານທີ່ທ່ອງທ່ຽວຢູ່ນະຄອນຮ່າໂນ້ຍ ເພື່ອສ້າງຄວາມສະດວກໃຫ້ຂ້າພະເຈົ້າໃນການຢ້ຽມຢາມຄັ້ງນີ້. ຂໍຂອບໃຈ.
ເພື່ອນຄຳພັນ ວິໄລຈິດ ທີ່ຮັກແພງ, ເພື່ອສ້າງຄວາມສະດວກໃຫ້ເພື່ອນໃນການມາຢ້ຽມຢາມນະຄອນຮ່າໂນ້ຍ ໃນໄລຍະຈະມາເຖິງ, ພວກເຮົາຂໍແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງທີ່ເພື່ອນຄວນຢ້ຽມຢາມ ແລະ ຄົ້ນຫານັ້ນແມ່ນ: ວັນມ໋ຽວກ໋ວກຕີຢາມ ເຊິ່ງແມ່ນມະຫາວິທະຍາໄລແຫ່ງທະອິດຂອງຫວຽດນາມ, ໂຮງລະຄອນໃຫຍ່ຮ່າໂນ້ຍ, ເຂດປູຊະນີຍະສະຖານຄຸກ ຫວາລໍ່, ໜອງຮ່ວາງກ໋ຽມ ແລະ ວິຫານຫງອກເຊີນ, ສຸສານປະທານໂຮ່ຈິມິນ, ວັດເສົາດຽວ, ລາດຊະວັງທັງລອງ. ສະຖານທີ່ເຫຼົ່ານັ້ນແມ່ນຢູ່ໃຈກາງນະຄອນຫຼວງ. ນອກນັ້ນ, ເພື່ອນກໍສາມາດໄປຢ້ຽມຢາມຫໍພິພິດຕະພັນຊົນເຜົ່າວິທະຍາຫວຽດນາມ, ບ້ານບູຮານ ເດື່ອງເລີມ (ຫ່າງຈາກໃຈກາງນະຄອນຫຼວງປະທານ 50 ກມ), ບ້ານແພໄໝ ຫວ້ານຟຸ໋ກ (ທີ່ຫ່າງຈາກໃຈກາງນະຄອນຮ່າໂນ້ຍ 10 ກມ), ກຳແພງ ໂກລວາ ແລະ ວິຫານບູຊາ ອານເຍືອງເວືອງ (ຫ່າງຈາກໃຈກາງນະຄອນຮ່າໂນ້ຍ 17 ກມ)... ເພື່ອນຄຳພັນ ວິໄລຈິດ ທີ່ຮັກແພງ, ນັ້ນແມ່ນບັນດາສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍ ເຊິ່ງພວກເຮົາແນະນຳເພື່ອໃຫ້ເພື່ອນມາຢ້ຽມຢາມ. ເພື່ອອ່ານຄືນບັນດາສະຖານທີ່ເຊິ່ງພວກຂ້າພະເຈົ້າໄດ້ແນະນຳ, ເຊີນເພື່ອນເຂົ້າແວັບໄຊ vovworld.vn ຫຼື vov5.vn. ຫວັງວ່າການທ່ອງທ່ຽວຮ່າໂນ້ຍ ຂອງເພື່ອນໃນໄລຍະຈະມາເຖິງເຕັມໄປດ້ວຍຄວາມປະທັບໃຈ.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມືມັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊ່ອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.
Minh Duc