(vovworld) - ໃນອາທິດຜ່ານມາ, ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ໄດ້ຮັບໂທລະສັບ, ອີແມວ, ຈົດໝາຍຈາກຜູ້ຟັງລາວ ທີ່ສົ່ງມາລາຍການ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.
ລຸ່ງ ຫງວຽນວັນແຕ້ວ, ຊາວຫວຽດນາມ ອາໄສຢູ່ໄທ ໄດ້ສົ່ງອີແມວ ມາລາຍການໂດຍແບ່ງປັນວ່າ: ເນື່ອງໃນໂອກາດຂ່ຳນັບຊົມເຊີຍ 41 ປີແຫ່ງວັນປົດປ່ອຍພາກໃຕ້ທ້ອນໂຮມປະເທດຊາດເປັນເອກະພາບ, ພວກເຮົາຄິດຮອດຄິດເຖິງບູນຄຸນອັນຍິ່ງໃຫຍ່ຂອງລຸ່ງໂຮ່, ອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ເພື່ອເອກະລາດ, ຄວາມເສລີຂອງປະເທດຊາດ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ລົງຢ້ຽມຢາມ ແລະ ມອບຂອບຂວັນໃຫ້ບັນດາແມ່ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີຕໍປະເທດຊາດ ທີ່ພວມໄດ້ຮັບການປິ່ນປົວ, ບຳລຸງສຸຂະພາບຢູ່ສູນບຳລຸງແຂວງກວາງນາມ. ສິ່ງດັ່ງກ່າວໄດ້ເປັນການຢືນຢັນວ່າ ຍາມໃດພັກ, ລັດ ກໍ່ຈົດຈຳບຸນຄຸນຂອງບັນດາແມ່ຫວຽດນາມ ວິລະຊົນ, ທະຫານເຈັບປ່ວຍ ແລະ ບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ.
ເພື່ອນ ສີສະມຸດ ຢູ່ແຂວງ ຈຳປະສັກ ສົ່ງອີແມວມາຍັງລາຍການໂດຍໃຫ້ຮູ້ວ່າ, ຂ້າພະເຈົ້າໄດ້ຕິດຕາມລາຍການຕອບຈົດໝາຍເຊິ່ງທ່ານຜູ່ຟັງຝາກມາລາຍການພາກພາສາລາວເປັນປະຈຳ. ຂ້າພະເຈົ້າມີຄວາມເຂົ້າໃຈກວ່າກ່ຽວກັບຮີດຄອງປະເພນີ້ ກໍ່ຄືຊີວິດປະຈຳວັນຂອງຊາວຫວຽດນາມ. ຂ້າພະເຈົ້າຂໍອວຍພອນໃຫ້ລາຍການນັບມື້ນັບພັດທະນາ.
(ທ່ານນາງ ສູນສອນ ໄຊຍະຈັກ ມອບເງິນໜູນຊວ່ຍ
ປະຊາຊົນທີ່ຖືກເຄາະຮ້າຍຈາກໄພແຫ້ງແລ້ງ)
ເພື່ອນ ຟ້າມທູເຮືອງ, ອະດີດນັກສຶກສາລາວ ຢູ່ແຂວງກວາງນາມ ໄດ້ສົ່ງຂໍ້ຄວາມມາຍັງລາຍການໂດຍໃຫ້ຮູ້ວ່າ: ຂ້າພະເຈົາໄດ້ຮັບຂ່າວວ່າ, ຝ່າຍລາວ ໄດ້ສະໜັບສະໜູນເງິນ ໃຫ້ບັນດາແຂວງທາງພາກໃຕ້ ທີ່ພວມຖືກໄພແຫ້ງແລ້ງ. ຂ້າພະເຈົ້າຢາກຮູ້ແຈ້ງກວ່າກ່ຽວກັບການເຄື່ອນໄຫວທີມີຄວາມໝາຍນີ້.
ເພື່ອນ ຟ້າມທູເຮືອງ ທີ່ຮັກແພງ, ໃນອາທິດຜ່ານມາ, ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີມອບ, ຮັບເງິນໜູນຊວ່ຍປະຊາຊົນທີ່ຖືກເຄາະຮ້າຍຈາກໄພແຫ້ງແລ້ງ ຢູ່ບັນດາແຂວງທາງພາກໃຕ້ຂອງຫວຽດນາມ. ໂດຍຕາງໜ້າໃຫ້ພັກ, ລັດ, ລັດຖະບານ ແລະ ປະຊາຊົນລາວ, ທ່ານນາງ ສູນສອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ມອບຈຳນວນເງິນ 257.000 USD ໃຫ້ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ. ນີ້ແມ່ນຈຳນວນເງິນຂອງລັດຖະບານລາວ ແລະ ເງິນບໍລິຈາກຂອງບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງ ແລະ ບັນດາແຂວງຂອງລາວ ທີ່ໜູນຊ່ວຍໃຫ້ປະຊາຊົນຫວຽດນາມ ຢູ່ບັນດາແຂວງທາງພາກໃຕ້ຂອງຫວຽດນາມ ພວມຖືກໄພແຫ້ງແລ້ງ.
ເພື່ອນບູນທະວີ ອິນທະວົງ, ຢູ່ນະຄອນຫຼວງວຽງຈັນ ສົ່ງອີແມວມາຍັງລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ຮູ້ວ່າ, ໃນໄລຍະກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່, ຫວຽດນາມ ໄດ້ພົບເຫັນເວທີບູຊາໃນສະໄໝບູຮານ. ຂ້າພະເຈົ້າຫວັງວ່າທາງວິທະຍຸຈະແນະນຳໂດຍຫຍໍ້ກ່ຽວກັບເຂດປູຊະນີຍະສະຖານແຫ່ງນີ້?
ເພື່ອນບູນທະວີ ອິນທະວົງ ທີ່ຮັກແພງ, ເມື່ອຕົ້ນປີ 2014, ໃນຂະນະທີ່ຂຸດຄົ້ນບູຮານຄະດີຢູ່ເຂດໂຮວລົດໃຕ້ດິນ ແລະ ທາງໃຕ້ດິນຈາກກະຊວງການຕ່າງປະເທດຜ່ານທາງ ບັ໋ກເຊີນ ໄປຍັງຫໍສະພາແຫ່ງຊາດ. ສະຖາບັນຄົ້ນຄ້ວາບູຮານຄະດີ ໄດ້ພົບເຫັນເຂດປູຊະນີທີ່ມີຮູບແປກປະຫຼາດເຊິ່ງເຮັດດ້ວຍໄມ້ແລະ ຫີນ. ເຂດດັ່ງກ່າວມີມາແຕ່ສະໄໝລາຊະວົງ ລິ໋, ມີລວງກ້ວາງ 19,5 ມ. ຢູ່ເຂດໃຈກາງມີ 2 ວົງມົນ: ວົງມົນທາງໃນມີເສັ້ນຜ່າສູນກາງ 9,34 ມ, ວົງມົນພາຍນອກມີເສັ້ນຜ່າກາງ ແມ່ນ 14,5 ມ. ພາຍຫຼັງພິຈາລະນາກ່ຽວກັບທີ່ຕັ້ງ, ສະຖາປັດຕະຍາກຳ, ວັດຖຸພັນ, ນະໂຍບາຍສຳລັບບັນດາປູຊະນີຍະສະຖານທີ່ໄດ້ຮັບການຄົ້ນຄວ້າຢູ່ເຂດ ທັງລອງ - ຮ່າໂນ້ຍ ຄື: ເວທີບູຊາ ນາມຢາວ, ເວທີບູຊາ ສ້າຕັ໋ກ ຢູ່ຫວຽດນາມ ແລະ ບັນດາປະເທດອື່ນ, ໃນເບື້ອງຕົ້ນບັນດານັກວິທະຍາສາດໄດ້ເປັນເອກະພາບຕັ້ງຊື່ໃຫ້ເຂດນີ້ແມ່ນ ເວທີບູຊາຟ້າ - ດິນ ຂອງເຈົ້າຊີວິດຕົ້ນສະໄໝລາດຊະວົງ ລິ໋. ສະຖາປັດຕະຍາກຳດັ່ງກ່າວມີຄຸນຄ່າສຳຄັນພິເສດໃນກຸ່ມບັນດາຮ່ອງຮອຍສະຖາປັດຕະຍະກຳສະໄໝລາດຊະວົງລີ໋ທີ່ໄດ້ຮັບການຄົ້ນພົບຢູ່ທັງລອງ. ເຂດດັ່ງກ່າວມີມາແຕ່ປີ 1010 – 1048 ແລະ ຫຼັງຈາກນັ້ນສືບຕໍ່ໄດ້ຮັບການນຳໃຊ້ເຖິງກາງສະຕະວັດທີ 12.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມືມັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊ່ອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com. ຂໍອວຍພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸດ.