ຄັດສະເໜີເນື້ອໃນຈົດໝາຍ, ແລະຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ, ຜູ້ອ່ານສົນໃຈ

(vovworld) – ອາ​ທິດ​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ອີ​ແມວ, ໂທ​ລະ​ສັບຫຼາຍ​ສະ​ບັບ​ຈາກ​ທ່ານ​ຜູ້​ຟັງລາວ​ທີ່ຝາກ​ມາ​ລາຍ​ການ. ​ເນື້ອ​ໃນ​ອີ​ແມວ, ໂທ​ລະ​ສັບ​ນັ້ນ​ໄດ້​ສົນໃຈ​ເຖິງ​ບັນ​ດາ​ຂ່າ​ວ​ຄາວ​ທີ່​ພວກ​ເຮົາ​ໄດ້​ອອກ​ອາ​ກາດ​ໃນ​ອາ​ທິດ. ໃນ​ລາຍ​ການ “ໂອ້​ລົ​ມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ​ແລະຕອບ​ບາງຄຳ​ຖາມ​​ເຊິ່ງທ່ານ​ຜູ້​ຟັງ​, ຜູ້​ອ່ານ​ສົນ​ໃຈ.

ຄັດສະເໜີເນື້ອໃນຈົດໝາຍ, ແລະຕອບບາງຄຳຖາມເຊິ່ງທ່ານຜູ້ຟັງ, ຜູ້ອ່ານສົນໃຈ - ảnh 1
ນະ​ຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ກ້າວ​ເຂົ້າ​ສູ່​ລະ​ດູ​ໃບ​ໄມ້ຫຼົ່ນແລ້ວ
(ພາບປະກອບ)


ທ່ານ ວັນ​ແສງ, ແຂວງ ຫຼວງ​ພະ​ບາງ ໄດ້​ຝາກ​ອີ​ແມວ​ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: “ໃນ​ອາ​ທິດ, ຂ້າ​ພະ​ເຈົ້າ​ໄດ້​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ບົດ​ຂຽນ “ແຂວງຫຼວງ​ພະ​ບ​າງ ກັບ​ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ” ໃນ​ລາຍ​ການ “ຊາຍ​ຄາ​ອາ​ຊຽນ”. ​ໂດຍແມ່ນ​ຊ​າວຫຼວງ​ພະ​ບາງ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ກໍ່​ສົ​ນ​ໃຈ​ເຖິງ​ບັນ​ຫານີ້​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຊາວ ຫວຽດ​ນາມ ເວົ້າ​ສະ​ເພາະ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ​ເວົ້າ​ລວມ ຈະ​ຮູ້ຈັກ​ເຖິງບັນ​ດາ​ມໍ​ລະ​ດົກ, ປູ​ຊະ​ນີ​ຍະ​ສະ​ຖານ, ທິວ​ທັດ​ທຳ​ມະ​ຊາດ​ຂອງ​ແຂວງຫຼ​ວງ​ພະ​ບາງ​​, ຈາກນັ້ນ​ຈະ​ຊຸກ​ຍູ້​​ຂະ​ແໜງ​ທ່ອງ​ທ່ຽວ​ພັດ​ທະ​ນາ ປະກອບສ່ວນ​ຍົກ​ສູງ​ລະ​ດັບ​ຄອງ​ຊີບ​ຂອງ​ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ບົດ​ຂຽນ​ນ​ີ້ ຍ້ອນ​ວ່າ​ພວກ​ເພື່ອນ​ແມ່ນ​ນັກ​ຂ່າວ​ຕ່າງ​ປະ​ເທ​ດ ແຕ່​ໄດ້​ເຂົ້າ​ໃຈ​ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ​ຂອງ​ຫຼວງ​ພະ​ບ​າງທີ່​ສຸດ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ພວກ​ເພື່ອນ​ມີ​ຄວາມ​ຮັກ​ພິ​ເສດຕໍ່ປະ​ເທດລ້ານ​ຊ້າງຂອງ​ພວກ​ເຮົາ. ນອກ​ຈາກ​ລາຍ​ການ “ຊາຍ​ຄາ​ອາ​ຊຽນ” ແລ້ວ, ຂ້າ​ພະ​ເຈົ້າ​ຍັງ​ມັກ​ບັນ​ດາ​ບົດ​ຂຽນ​​ໃນ​ລາຍ​ການ “ວັດ​ທະ​ນະ​ທ​ຳ ຫວຽດ​ນາມ” ອີກ, ຜ່ານ​ບັນ​ດາ​ບົດ​ຂຽນ​ນ​ີ້​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃຈຫຼາຍ​ກ່​ວາ​ກ່ຽວ​ກັ​ບ​ພື້ນ​ຖານ​ວັດ​ທະ​ນະ​​ທຳຫຼາຍ​ຮູບຫຼາຍ​ແບບ​ຂອງ​ປະ​ເທດ​ພວກ​ເພື່ອນ.”

          ເພື່ອນ ລັດ​ດາ​ພອນ, ຢູ່ນະ​ຄອນຫຼວງ ວ​ຽງ​ຈັນ ໄດ້​ຝາກ​ອີ​ແມວ​ມາ​ຍັງ​ລາຍ​ການ ໂດຍ​ຖາມ​ວ່າ: “ໃນ​ຕົ້ນ​ເດືອນ 9 ນີ້, ຂ້າ​ພະ​ເຈົ້າ​ໄດ້​ຟັງ​ຂ່າວ​ກ່​ຽວ​ກັບ​ກອງ​ປະ​ຊ​ຸມ​ສຳ​ມະ​ນາ​ກ່​ຽວ​ກັບ​ວຽ​ກ​ງານ​​ເປັນ​ເສນາ​ທິການ​ຮັບ​ໃຊ້​ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ປະ​ເທດ ຫວຽດ​ນາມ - ລາວ. ຂ້າ​ພະ​ເຈົ້າ​ຢາ​ກ​ຮູ້​ລາຍ​ລະ​ອຽດ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຳ​ມະ​ນາ​ດັ່ງ​ກ່າວ​ແດ່”

        ເພື່ອນ ລັດ​ດາ​ພອນ ທີ່​ຮັກ​ແພງ, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວກ​ັບ​ວຽກ​ງານ​​ເປນເສ​ນາ​ທິ​ການ​ສັງ​ລວມ​ຮັບ​ໃຊ້​ໃຫ້​ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ 2 ປະ​ເທດ ຫວຽດ​ນາມ - ລາວ ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ແຂວງ ເງະ​ອານ (ພາກ​ກາງ ຫວຽດ​ນາມ) ໃນ​ຕົ້ນ​ເດືອນ 9 ນີ້. ນີ້​ແມ່ນກອງ​ປະ​ຊຸ​ມ​ສຳ​ມະ​ນາ​ຄັ້ງ​ທີ 3 ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະ​ຫວ່າງ​ຫ້ອ​ງວ່າ​ການ​ລັດ​ຖະ​ບານ 2 ປະ​ເທດນັບ​ແຕ່​ປີ 2012 ມາ​ຮອດ​ປະ​ຈຸ​ບັນ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລ​ື​ບາງ​ບັນ​ຫາ​ກ່ຽວ​ກັບ: ບົດ​ບາດ​ຂອງ​ຫ້ອງວ່າ​ການ​ລັດ​ຖະ​ບານ​ໃນ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ເຮັດ​ວຽກ​ຂອງ​ລັດ​ຖະ​ບານ, ເປັນ​ເສ​ນາ​ທິ​ການກວດ​ກາ​ບັນ​ດາ​ໂຄງ​ການ, ແຜນ​ຮ່າງ ໂດຍ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຍື່ນ​ສະ​ເໜີ​ຕໍໍ່ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ລວບ​ລວມ​ໃຫ້​ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ຂົງ​​ເຂດ​ພ​ົວ​ພັນ​ຕ່າງ​ປະ​ເທດ, ແນະ​ນ​ຳ​ເນື້ອ​ໃນ​ພື້ນ​ຖານ​ຂອງ​​ລະ​ບຽບການ​ເຮັດ​ວຽກ​ຂອ​ງ​ຫ້ອງວ່າ​ການ​ລັດ​ຖະ​ບານ… ເພື່ອ​ແນ​ໃສ່​ສືບ​ຕໍ່​ຫັນ​ແຜ​ນ​ນະ​ໂຍ​ບາຍ​ຂອງ​ 2 ພັກ, 2 ລັດ​ຖະ​ບານ​ເປັນ​ລະ​ອຽດ, ​ເພີ່ມທະ​ວີ​ການ​ພົວ​ພັນ​ສົ​ມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ​້ນ​ໃນ​ວຽກ​ງ​ານ​ເປັນ​ເສນ​າ​ທິ​ການ​ຜັນ​ຂະ​ຫ​ຍາຍ​ການປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ 2 ປະ​ເທດ.

          ໃນ​ໂທ​ລະ​ສັບ​ຫາ​ພວ​ກ​ຂ້າ​ພະ​ເຈົ້າ, ເພື່ອນ ແສງ​ອາ​ລຸນ ໄດ້​ເວົ້າ​ວ່າ: “ຂ້າ​ພະ​ເຈົ້າ​ໄດ້​ຈື່​ວ່າ, ຈຸດ​ເວ​ລານີ້​ຂອງ​ປີກ​່ອນ, ພວກ​ເພື່ອນ​ມີຫຼາຍ​ບົດ​ຂຽນ​ກ່ຽວ​ກັບ​ລະ​ດູ​ໃບ​ໄມ້ຫຼົ່ນ​ຢູ່​ຮ່າ​ໂນ​້ຍ, ຂ້າ​ພະ​ເຈົ້າ​ມັກ​ບັນ​ດາ​ບົດ​ຂຽນ​ນັ້ນ​ທີ່​ສຸດ ແລະ ຫວັງ​ວ່າ​ຈະ​ໄດ້​ໄປ​ຢ້ຽມ​ຢາມ​ນະ​ຄອນຫຼວງ ຮ່າ​ໂນ້ຍ ໃນ​ຊຸມ​ວັນ​ຂອງ​ລະ​ດູ​ໃບ​ໄມ້ຫຼົ່ນ​ເພື່ອ​ໄດ້​​ເຫັນ​ປະຈັກຕາ​ທັດ​ສະ​ນີ​ຍະ​ພາບທີ່​ສວຍ​ງາມຂອງ​ລະດູ​ນີ້.”

        ເພື່ອນ ແສງ​ອາ​ລຸນ ທີ່​ຮັກ​ແພງ, ນະ​ຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ກ້າວ​ເຂົ້າ​ສູ່​ລະ​ດູ​ໃບ​ໄມ້ຫຼົ່ນແລ້ວ, ຖະ​ໜົນ​ສາຍ​ຕ່າງໆ​ເຕັມ​ໄປ​ດ້ວຍ​ກິນ​ຫ​ອມ​ຂອງດອກ​ຕີນ​ເປັດ. ຖ້າ​ຫາກ​ມາ​ນະ​ຄອນຫຼວງ ຮ່າ​ໂນ້ຍ ໃນ​ຊຸມ​ວັນ​ນີ້​ຈະ​​ເຫັນ​ຖະ​ໜົນ ເລືອງວັນ​ການ, ຮ່າງ​ມ້າ ເຕັມ​ໄປ​ດ້ວຍ​ສີ​ຫຼາກຫຼາຍ​ຂອງ​ເຄື່ອງຫຼິ້ນ​ຕ້ອນຮັບບຸນວັນ​ເພງ​ເດືອນ 8 ​ຂອງ​ເດັກ​, ບັນ​ດາ​ຮ້ານ​ຂາຍ​ເຂົ້າ​ໜົມໜຽວ, ​ເຂົ້າໜົມ​ປີ້ງສຳລັບບຸນວັນ​ເພງ​ເດືອນ 8 (moon cake). ຮ່າ​ໂນ້ຍ ຫວັງ​ວ່າ​ຈະ​ໄດ້​ຕ້ອນ​ຮັບ​ເພື່ອນ​ໃນ​ຊຸມ​ວັນ​ສ​ວຍ​ງາມນີ້.

ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.

ຂ່າວ/ບົດ​ອື່ນ