ໃນເວລາ 10 ປີທີ່ຮຳ່ຮຽນ ແລະ ດຳລົງຊີວິດຢູ່ເມືອງລາວ, ອ້າຍ Doan Van Minh ໄດ້ມີໂອກາດເຂົ້າຮ່ວມບຸນປີໃໝ່ຫຼາຍເທື່ອແລ້ວ. ອ້າຍແມ່ນຜູ້ທີ່ມີຄວາມໃກ້ສິດ ແລະ ເຂົ້າໃຈບັນດາຮີດຄອງປະເພນີຂອງຄົນລາວຄືດັ່ງຄົນລາວແທ້ໆ. ອ້າຍຍັງຈົດຈຳເວລາທີ່ໄດ້ຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວຄົນລາວ, ໄດ້ເຂົ້າຮ່ວມພິທີບາສີສຸຂັວນ, ໄດ້ຫົດນ້ຳຫອມ ແລະ ກິນລາບຕາມປະເພນີຂອງຄົນລາວຢູ່:
“ແຕ່ລະເທື່ອເມື່ອຂ້າພະເຈົ້າຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວຄົນລາວ ນັ້ນ ເຂົາເຈົ້າລ້ວນແຕ່ຕ້ອນຮັບຂ້າພະເຈົ້າຄືດັ່ງສະມາຊິກໃນຄອບຄົວຂອງຕົນ. ຈຸດພິເສດຂອງບຸນປີໃໝ່ລາວນັ້ນແມ່ນ ຜູ້ໃດປຽກໂຕ ແລະ ໄດ້ຮັບຄຳອວຍພອນຫຼາຍຜູ້ນັ້ນຈະມີຄວາມໂຊກດີໃນປີໃໝ່. ນອກຈາກນັ້ນ, ນ້ຳໃຈຮັກແພງແຂກຄົນຂອງຄົນລາວກໍພິເສດ, ໃນໂອກາດບຸນປີໃໝ່, ຄອບຄົວໃດກໍເປີດກ້ວາງປະຕູເພື່ອຕ້ອນຮັບແຂກ, ນັບທັງຜູ້ທີ່ບໍ່ລຶງເຄີຍ”
ຜູ້ໃດມີໂອກາດຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວຄົນລາວ ແມ່ນຍາກທີ່ຈະລື່ມໄດ້ນ້ຳໃຈອັນອົບອຸ່ນສະໜິດສະໜົມເຊິ່ງຄົນລາວໄດ້ສະຫງວນໃຫ້, ແລະນັ້ນຈະແມ່ນອະນຸສອນທີ່ດີກ່ຽວກັບປະເທດລ້ານຊ້າງທີ່ສວຍງາມ.