(vovworld)- ໃນລາຍການມື້ນີ້ ພວກເຮົາຂໍຕອບບາງຄຳຖາມຂອງທ່ານຜູ້ຟັງຜູ້ອ່ານຝາກມາລາຍການຂອງພວກເຮົາໃນອາທິດຜ່ານມາ.
ໃນອາທິດຜ່ານມາ, ລາຍການພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍຈາກເພື່ອນຄຳສາວ ຢູ່ແຂວງບໍ່ແກ້ວ, ເພື່ອນສຸດສາຄອນ ຢູ່ແຂວງອຸດົມໄຊ…ໂດຍແບ່ງປັນວ່າ: ພວກເພື່ອນມັກທີ່ສຸດບັນດາບົດເພງຍ້ອງຍໍສັນລະເສີນຮູບພາບນັກຮົບ ຊື່ງໄດ້ອອກອາກາດໃນລາຍການເພງສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະ ຫຼະຊີວິດເພື່ອຊາດ ຄືວັນທີ 27/7 ທີ່ຜ່ານມາ.
(ພາບປະກອບ: hutech.edu.vn)
ເພື່ອນສຸດທະສອນ, ຢູ່ສະຫະພັນກຳມະບານນະຄອນຫຼວງວຽງຈັນ ໄດ້ໂທລະສັບມາຍັງລາຍການເພື່ອສະແດງຄວາມຂອບອົກຂອບໃຈລາຍການທີ່ໄດ້ຝາກຂອງຂວັນ ແລະ ໃບຢັ້ງຢືນເປັນຜູ້ຟັງວິທະຍຸໄລຍະ 3 ປີໃຫ້ແກ່ເພື່ອນ. ເພື່ອນແບ່ງປັນວ່າ: “
ຂອງຂວັນງາມທີ່ສຸດ, ຂ້າພະເຈົ້າວາງຢູ່ເທິງໂຕະເຮັດວຽກຂອງຂ້າພະເຈົ້າ ແລະ ໄດ້ແນະນຳກັບທຸກຄົນວ່າ: ນີ້ແມ່ນຂອງຂວັນຈາກວິທະຍຸກະຈາຍສຽງຫວຽດນາມ“.
ເພື່ອນຄຳຜອງ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງອີແມວມາລາຍການໂດຍຖາມວ່າ: ຂ້າພະເຈົ້າຮູ້ວ່າ, ວັນທີ 10/10 ຈະມາເຖິງນີ້, ຮ່າໂນ້ຍ ຈະຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ ແລະ ຂ້າພະເຈົ້າຢາກຖາມວ່າໃນໄລຍະນີ້ຢູ່ຮ່າໂນ້ຍຈະຈັດການເຄື່ອນໄຫວໃດແດ່?
(ພາບປະກອບ: m.doisongphapluat.com)
ເພື່ອນຄຳຜອງ ແລະ ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ! ໃນຕອນຄ່ຳຂອງວັນທີ 10/10 ຈະມາເຖິງ, ນະຄອນຫຼວງຮ່າໂນ້ຍຈະຈັດການຍິງບັ້ງໄຟດອກຢູ່ 30 ເມືອງ, ເທດສະບານເມືອງໃນທົ່ວນະຄອນເພື່ອຂ່ຳນັບຮັບຕ້ອນວັນບຸນໃຫ່ຍຂອງນະຄອນຫຼວງ. ກ່ອນ ແລະ ຫຼັງພິທີສະເຫຼີມສະຫຼອງກໍ່ມີການເຄື່ອນໄຫວຫຼາຍຢ່າງຄື: ງານວາງສະແດງຮູບພາບ “60 ປີແຫ່ງວັນປົດປ່ອຍນະຄອນຫຼວງ“; ຮຽບຮຽງ, ມອບວັດຖຸພັນ, ຮູບພາບຂອງປະຊາຊົນນະຄອນຫຼວງ ແລະ ທົ່ວປະເທດ; ລາຍການຖະໜົນປຶ້ມ, ວັນບຸນວັດທະນະທຳສັນຕິພາບນອກນັ້ນ, ຢູ່ວັນມຽວ-ກວກຕຶ້ຢາມຊື່ງແມ່ນມະຫາວິ ທະຍາໄລແຫ່ງທຳອິດຂອງຫວຽດນາມ ຈະຈັດສັບປະດາສະແດງຊຸດອາພອນຮ່າໂນ້ຍ 2014 ດ້ວຍຫົວເລື່ອງ: “ສີສັນຮ່າໂນ້ຍ“ ດ້ວຍຊຸດເສື້ອຍາວກ່ວາ 250 ຊຸດ....
ຄະນະສື່ມວນຊົນຊາວຢ້ຽມຢາມກູຈີ
(ພາບ: ນັກຂ່າວລາວ)
ໃນອາທິດທີ່ຜ່ານມາ, ພວກເຮົາໄດ້ຮັບຈົດໝາຍຈາກເພື່ອນແສງອາພອນ, ສົມເພດ, ຄຳໝັ້ນ ຢູ່ແຂວງຈຳປາສັກ ໂດຍແບ່ງປັນວ່າ: ພວກຂ້າພະເຈົ້າຮູ້ວ່າ, ຫວ່າງແລ້ວນີ້, ຄະນະສື່ມວນຊົນລາວ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ພວກຂ້າພະເຈົ້າຢາກຮູ້ການເຄື່ອນໄຫວລະອຽດຂອງຄະນະນີ້? ພວກເຮົາຂໍຕອບຄຳຖາມຂອງພວກເພື່ອນຄືດັ່ງນີ້:
ໂດຍປະຕິບັດຕາມຂໍ້ຕົກລົງຮ່ວມມືປະຈຳປີລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ກັບກະຊວງຖະແຫຼງຂ່າວ-ວັດທະນະທຳລາວນັ້ນ, ແຕ່ລະປີ, 2 ຝ່າຍໄດ້ສົ່ງບັນດາພະນັກງານ, ນັກຂ່າວຂອງຕົນໄປພົບປະແລກປ່ຽນ ແລະ ເຮັດວຽກກໍ່ຄືຊອກຮູ້ສະພາບພັດທະນາເສດຖະກິດສັງຄົມ, ວັດທະນະທຳຂອງແຕ່ລະປະເທດ. ປີນີ້, ຄະນະສື່ມວນຊົນລາວ ລວມມີ 10 ຄົນມາຈາກກົມສື່ມວນຊົນລາວ (ກະຊວງຖະແຫຼງຂ່າວ-ວັດທະນະທຳລາວ), ຂ່າວສານປະເທດລາວ, ວິທະຍຸກະຈາຍສຽງ, ໂທລະພາບແຫ່ງຊາດລາວ, ໜັງສືພິມປະຊາຊົນ...ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 7-16/9, ຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາອົງການສື່ມວນຊົນຂອງຫວຽດນາມ ຄື: ວິທະຍຸກະຈາຍສຽງຫວຽດນາມ, ໜັງສືພິມໄວໜຸ່ມ, ໜັງສືພິມໄຊງອນເສດຖະກິດທາມ... ແລະ ບັນດາທັດສະນີຍະພາບທີ່ມີຊື່ສຽງຂອງນະຄອນໂຮ່ຈິມິນ ຄື: ທຳນຽບເອກະລາດ, ທາງອຸມົງໃຕ້ດິນກູຈີ ກໍ່ຄືໄປຢ້ຽມຢາມບາງວິສາຫະກິດອັນດັບໜຶ່ງຂອງຫວຽດນາມ ຄື: ບໍລິສັດໃຫ່ຍຕັດຫຍີບຍ່າແບ່, ທະນາຄານ BIDV.... ແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານອິນປອນ ນະຄອນສີ, ຮອງຫົວໜ້າກົມສື່ມວນຊົນລາວ (ກະຊວງຖະແຫຼງຂ່າວ-ວັດທະນະທຳລາວ) ແບ່ງປັນວ່າ: ການຢ້ຽມຢາມ ແລະ ເຮັດວຽກແຕ່ລະຄັ້ງແມ່ນໝາກຜົນຂອງການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງກົມສື່ມວນຊົນສອງກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ແລະ ກະຊວງຖະແຫຼງຂ່າວ-ວັດທະນະທຳລາວ:
ສຽງທ່ານອິນປອນ
ຄະນະສື່ມວນຊົນຊາວຢ້ຽມຢາມໜັງສືພິມໄວໜຸ່ມ
(ພາບ: ນັກຂ່າວລາວ)
ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ! ທີ່ກ່າວມາຂ້າງເທິງແມ່ນການຕອບບາງຄຳຖາມຂອງພວກເຮົາ ກ່ຽວກັບບາງບັນຫາທີ່ທ່ານສົນໃຈ. ຖ້າທ່ານຜູ້ໃດມີຄຳຖາມ ກະລຸນາຝາກມາຍັງລາຍການຂອງພວກເຮົາຕາມທີ່ຢູ່: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ, ເຮືອນເລກທີ 45 ຖະໜົນບ່າຈ້ຽວຮ່າໂນ້ຍ- ເບີໂທ: 00844.38256631-ອີແມວ:Laovov@.yahoo.com. ຂໍຂອບໃຈ ທ່ານທີ່ໄດ້ຮັບຟັງ ແລະ ຊົມລາຍການຂອງພວກເຮົາ, ສະບາຍດີ!