ທ່ານຫງວຽນເທກີ໋, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ
|
ຮຽນທ່ານຜູ້ຟັງໃນໂລກ ແລະ ພໍ່ແມ່ຊາວຫວຽດນາມພວມດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດທີ່ຮັກແພງ!
ຈາກຮ່າໂນ້ຍ ນະຄອນຫລວງຂອງປະເທດ ສສ ຫວຽດນາມ, ຂ້າພະເຈົ້າຂໍສົ່ງເຖິງທ່ານຜູ້ຟັງສາກົນ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ ຕ່າງປະເທດ ຄຳອວຍພອນປີໃຫມ່ 2017 ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດ. ອວຍພອນໃຫ້ມວນມະນຸດໄດ້ດຳລົງຊີວິດໃນສັນຕິສຸກ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ.
ປີ 2016 ຫາກໍ່ຜ່ານໄປ ດ້ວຍຄວາມເບີກບານມ່ວນຊື່ນຫລາຍຢ່າງ ແຕ່ຍັງມີ ຄວາມເປັນຫ່ວງ ຄວາມມຸ້ງຫວັງ. ສຳລັບຫວຽດນາມ, ປີ 2016 ແມ່ນປີທີ່ປະເທດຊາດພວກຂ້າພະເຈົ້າໄດ້ສຸມກຳລັງເຫື່ອແຮງເພື່ອຍູ້ແຮງກິດຈະການປ່ຽນແປງໃຫມ່, ຈາກດ້ານການເມືອງຕະຫລອດຮອດເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ. ເສດຖະກິດມະຫາພາກມີຄວາມສະຖຽນລະພາບ, GDP ໄດ້ເພີ່ມຂຶ້ນ 6,21%, ລາຍຮັບງົບປະມານລື່ນກາຍຄາດໝາຍທີ່ວາງອອກ, ມີວິສາຫະກິດ 110.000 ແຫ່ງໄດ້ຮັບການສ້າງຕັ້ງໃຫມ່, ຊື່ງແມ່ນລະດັບສູງສຸດນັບແຕ່ກອ່ນມາຮອດປະຈຸບັນ, ການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ FDI ບັນລຸເກືອບ 16 ຕື້ USD, ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 10 ລ້ານເທື່ອຄົນ. ກິດຈະການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດກໍ່ບັນລຸໝາກຜົນເປັນຫນ້າຊື່ນຊົມ. ສິດທິມະນຸດສືບຕໍ່ໄດ້ຮັບການຢັ້ງຢືນ ແລະ ຖືເປັນສຳຄັນ. ກິດຈະການປົກປົກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສະພາບແວດລ້ອມສັນຕິພາບເພື່ອການພັດທະນາຂອງປະເທດຊາດໄດ້ຮັບການຍູ້ແຮງ.
ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມືຫລາຍດ້ານກັບຫລາຍປະເທດ, ຫລາຍອົງການຈັດຕັ້ງສາກົນ. ບັນດາສັນຍາການຄ້າເສລີກັບ ສະຫະພາບເອີລົບ ( EU), ສະຫະພັນເສດຖະກິດ ອາຊີ ເອີລົບ, ກັບ ສເກົາຫລີໄດ້ຮັບການລົງນາມ, ຕັ້ງຫນ້າເຂົ້າຮ່ວມການສ້າງປະຊາຄົມກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເພີ່ມທະວີການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງຄື: ລາວ, ກຳປູເຈຍ, ກັບບັນດາປະເທດໃຫຍ່ຄື: ຈີນ, ອາເມລິກາ, ລັດເຊຍ, ຍີ່ປຸ່ນ, ອິນເດຍ..
ສຳລັບການພົວພັນຢ່າງແຫນ້ນແຟ້ນລະຫວ່າງປະເທດຊາດ ກັບພໍ່ແມ່ປະຊາຊົນຫວຽດາມ ອາໄສຢູ່ຕ່າງປະເທດໄດ້ຮັບການຮັດແຫນ້ນ ແລະ ຖືຊາວຫວຽດນາມຢູ່ຕ່າງປະເທດແມ່ນສ່ວນຫນຶ່ງບໍ່ອາດຕັດແຍກອອກຈາກບ້ານປະເທດຫວຽດນາມໄດ້.
ດ້ວຍຖານະແມ່ນອົງການສື່ມວນຊົນແຖວຫນ້າຂອງລັດຖະບານ ແລະ ປະຊາຊົນຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ, ພິເສດແມ່ນລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດ VOV5, ຍາມໃດກໍມີຄວາມເອກອ້າງທະນົງໃຈ ແມ່ນຂົວຕໍ່ ໝັ້ນຄົງລະຫວ່າງຫວຽດນາມ ແລະ ໂລກ, ລະຫວ່າງປະເທດຊາດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ວິທະຍຸກະຈາຍສຽງຫວຽດນາມ ຂໍຂອບອົກຂອບໃຈທ່ານຜູ້ຟັງສາກົນ, ພໍ່ແມ່ປະຊາຊົນຊາວຫວຽດນາມ ຢູ່ຕ່າງປະເທດ ໃນຫລາຍປີຜ່ານມາໄດ້ສະຫນິດຕິດພັນກັບວິທະຍຸກະຈາຍສຽງຫວຽດນາມ, ກັບບັນດາລາຍການກະຈາຍສຽງຂອງວິທະຍຸ, ປະກອບຄຳເຫັນເພື່ອໃຫ້ວິທະຍຸກະຈາຍສຽງຫວຽດນາມ ຍົກສູງຄຸນນະພາບ, ເນື້ອໃນລາຍການ, ຮູບການ, ຂອບເຂດອອກອາກາດ ຢ່າງບໍ່ຢຸດຢັ້ງ.
ດ້ວຍຄວາມຮັກແພງ ແລະ ຄວາມເຊື່ອໝັ້ນ ຈາກທ່ານຜູ້ຟັງ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຍາມໃດກໍແມ່ນແຫລ່ງລະດົມກຳລັງໃຈອັນໃຫຍ່ຫລວງເພື່ອໃຫ້ພວກຂ້າພະເຈົ້າສູ້ຊົນສ້າງວິທະຍຸກະຈາຍສຽງຫວຽດນາມໃຫ້ດີຂຶ້ນ ເພື່ອເປັນເພື່ອນສະຫນິດສະຫນົມ, ມີຄວາມເຊື່ອໝັ້ນຂອງທ່ານຜູ້ຟັງ.
ເນື່ອງໃນໂອກາດປີໃຫມ່ 2017, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງ ມີໂຊກມີໄຊ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ.