​ຄຳ​ອວຍ​ພອນ​ປີ​ໃຫມ່​ປີ​ມະ​ແມ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ

​ຄຳ​ອວຍ​ພອນ​ປີ​ໃຫມ່​ປີ​ມະ​ແມ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ
ພາບ: TTXVN

ຮຽນ​ປະ​ຊາ​ຊົນ ແລະ ນັກ​ຮົບ​ໃນ​ທົ່ວ​ປະ​ເທ​ດ!

   ເນື່ອງ​ໃນ​ໂອ​ກາດ​ລະ​ດູ​ບານ​ໃຫມ່​ປີ​ມະ​ແມ 2015, ຂ້າ​ພະ​ເຈົ້າ​ຂໍ​ສົ່ງຄຳຢື້​ຢາມ​ຖາມ​ຂ່າວ, ​ພອ​ນ​ໄຊ​ອັນ​ປະ​ເສີດທີ່​ສຸດມາ​ຍັງປະ​ຊາ​ຊົນ, ນັກ​ຮົບ​ໃນ​ທົ່ວ​ປະ​ເທດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ອວຍ​ພອນ​ໃຫ້​ທຸກ​ຄອບ​ຄົວ​, ທຸກ​ຄົນ​ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ.
    ປີ 2014, ປະ​ຊາ​ຊົນ ແລະ ນັກ​ຮົບ​ໃນ​ທົ່ວ​ປະ​ເທດ ​​ໄດ້​ສາ​ມັກ​ຄີ​ກັນ, ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖ​ຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ສັງ​ຄົມ​ຢ່າງ​ໝັ້ນ​ຄົງ, ພັດ​ທະ​ນາ​ເສດ​ຖະ​ກິດ​ ວັດ​ທະ​ນະ​ທຳ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ແລະ ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ… ນັ້ນ​ແມ່ນ​ບັນ​ດາ​ໝາ​ກ​ຜົນ​ເປັນ​ຫນ້າ​ຮັບ​ຮູ້ ແລະ ຍ້ອງຍ​ໍ​ສັນ​ລະ​ເສີນ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ບັນ​ຍາ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫ​ມ່​ປີ​ມະ​ແມນີ້ ເບິກ​ບານ​ມ່ວນ​ຊື່ນກວ່າ.

ປີ 2015, ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ໝາກ​ຜົນ, ແກ້​ໄຂ​​ບັນ​ດາຂໍ້​ຈຳ​ກັດ​ຂອງ​ປ​ີ​ເກົ່າ, ຍາດ​ແຍ່ງ​ທຸ​ກ​ກາ​ລະ​ໂອ​ກາດ, ຄວາມ​ສະ​ດວກ, ຜ່ານ​ຜ່ານ​ທຸກ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ໃຫມ່, ສູ້​ຊົນ​ບັນ​ລຸ​ບັນ​ດາ​ຄາດ​ໝາຍ, ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ ສ​ັງ​ຄົມ​ໄລ​ຍະ 5 ປີ (2011-2015) ຢູ່​ໃນ​ລະ​ດັບ​ສູງ​ສຸດ; ຕັດ​ສິນ​ໃຈ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອກ​ະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ ແລະ ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບໄວ້​ຢ່າງ​ໝັ້ນ​ຄົງ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ; ຍູ້​ແຮງວຽກ​ງານກໍ່​ສ້າງ​ພັກ, ລັດ ແລະ ນັບ​ທັງ​ລະ​ບົບ​ການ​ເມືອງ​ໃຫ້​ປອດ​ໄສ, ໝັ້ນ​ຄົງ​ເຂັ້​ມ​ແຂງ, ຕໍ່​ສູ້​ຢ່າງ​ແຮງ, ສະ​ກັດ​ກັ້ນ, ຍູ້​ການ​ສໍ​້​ລາດ​ບັ​ງ​ຫລວງ, ​ການຟຸມ​ເຟືອຍ, ອາດ​ຍາ​ສິດ ແລະ ​ການ​ເຊື່ອມ​ທາດ​ເສຍ​ຄຸນ​ກ່ຽວ​ກັບ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ກາ​ນ​ດຳ​ລົງ​ຊີ​ວິດ​ໃນ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ລັດ​ຖະ​ກອນ​​ພາກ​ສ່ວນ​ຫນຶ່ງ​ໃຫ້​ຖອຍ​ໄປ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງກອງ​ປະ​ຊ​ຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ.

   ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ແຮງ​ກ້າ ແລະ ຄວາ​ມ​ເອກ​ອ​້າງ​ທະ​ນົງ​ໃຈ​ຂອງຊາດ, ພວກ​ເຮົາ​ຕ້ອງ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013ຢ່າງ​ເຂັ້ມ​ງວດ, ປະ​ຕິ​ບັດ​ປະ​ຊາ​ທິ​ປ​ະ​ໄຕ​ຢ່າງກວ້າງ​ຂວາງ, ເພີ່ມ​ທະ​ວີ​ລະ​ບຽບ​ວິ​ໄນ, ເປີດ​ເຜີຍ, ໂປ່ງ​ໃສ, ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ໃຫມ່​ຢ່າງ​ຮອບ​ດ້ານ, ຄົບ​ຊຸດ, ສ້າງ​ບຸກ​ຄະ​ລີກ​ກະ​ພາບ, ພູມ​ປັນ​ຍາ, ກຳ​ລັງ​ຄວາມ​ສາ​ມາດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ພົນ​ລະ​ເມືອງ, ນຳ​ປະເທດຊາດ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ໝັ້​ນ​ຄົງ, ສູ້​ຊົນ​ກາຍ​ເປັນ​ປະ​ເທດ​ອຸ​ດ​ສະ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ, ປະ​ຊາ​ຊົນ​ມີ​ຊີ​ວິດ​ອີ່​ມ​ໜຳ​ສຳ​ລານ, ເສ​ລິ​ພາບ​ແລະ ມີ​ຄວາມ​ຜາ​ສຸກ, ທັງ​ປະ​ເທດ​ກ້າວ​ຂຶ້ນ​ພ້ອມ​ກັບ​ຍຸກ​ສະ​ໄຫມ.

    ຂ້າ​ພະ​ເຈົ້າ​ຂໍ​ອວ​ຍ​ພອນ​ປີ​ໃຫມ່​​ແຫ່ງ​ຄວາມສາ​ມັກ​ຄີ, ປ່ຽນ​ໃຫມ່ ແລະ ​ນຳ​ເອົາ​ຫລາຍ​ສິ່ງ​ທີ່​ດີ​ງາມ​ມາ​ໃຫ້​ປະ​ເທດ​ຊາດ​ຫວຽດ​ນາມ ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ, ມາ​ໃຫ້​ປະ​ຊາ​ຊົນ, ນັກ​ຮົບ​ແຕ່​ລະ​ຄົນ​ໃນ​ທົ່ວ​ປະ​ເທດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ