ທ່ານຫງວຽນດັງຕຽນ,ຜູ້ອຳນວຍການໃຫຍ່
ວິທະຍຸກະຈາຍສຽງຫວຽດນາມ
ພາບ:vov
|
ຮຽນທ່ານຜູ້ຟັງຊາວຕ່າງປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ປີໃຫມ່ໄດ້ວຽນມາອີກວາລະຫນຶ່ງ. ປະຊາຊົນຫວຽດນາມ ແລະ ປະຊາຄົມໂລກ ຫາກໍ່ສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ ຄ.ສ 2015 ດ້ວຍຫລາຍວຽກງານ, ຫລາຍເຫດການ ແລະ ຫລາຍແຜນການໃຫມ່.
ໃນສະພາບການດ້ານການເມືອງ, ຄວາມໝັ້ນຄົງ ແລະ ເສດຖະກິດຂອງໂລກ, ແລະ ຂອງພາກພື້ນຍັງຜັນແປໄປຢ່າງສັບສົນ, ຫຍຸ້ງຍາກ, ຫວຽດນາມ ໄດ້ ແລະ ພວມປະຕິບັດສຳເລັດຄາດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການຮັກສາຢ່າງໝັ້ນຄົງ. ດ້ວຍບັນດາມາດຕະການບໍລິຫານຢ່າງຂ້ຽວຂາດຂອງລັດຖະບານ, ໄພເງິນເຟີ້ໃນປີ 2014 ໄດ້ຮັບການຄວບຄຸມ, ດັດຊະນີລາຄາໃຊ້ສອຍເພີ່ມຂຶ້ນ 4,09%, ການເຕີບໂຕເສດຖະກິດບັນລຸ 5,98% ແມ່ນລື່ນກາຍເມື່ອທຽບໃສ່ຄາດໝາຍທີ່ວາງອອກ.
ປີ 2014 ແມ່ນປີທີ່ຫວຽດນາມ ປະສົບຜົນສຳເລັດໃນການດຶງດູດເງິນລົງທືນຂອງຕ່າງປະເທດ ດ້ວຍມູນຄ່າ 20,23 ຕື້ USD. ການສົ່ງອອກສິນຄ້າໃນປີ 2014 ສືບຕໍ່ ແມ່ນຈຸດພົ້ນເດັ່ນ ດ້້ວຍລະດັບການເຕີບໂຕສູງ, ຄາດວ່າ ບັນລຸ 150 ຕື້ USD, ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ປີ 2013 ແລະ ສົ່ງອອກເກີນດຸນເກືອບ 2 ຕື້ USD, ເທົ່າກັບ 1,3% ຍອດວົງເງິນສົ່ງອອກ.
ໂດຍປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ; ເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ, ປີ 2014 ການທູດຫວຽດນາມ ບັນລຸຜົນງານສຳຄັນຫລາຍຢ່າງ, ສ້າງສະພາບແວດລ້ອມສາກົນຢ່າງສະດວກໃຫ້ແກ່ການຮ່ວມມື, ພັດທະນາ, ປະກອບສ່ວນປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ຫວຽດນາມ ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານກັບຫລາຍປະເທດພັດທະນາໃນໂລກ, ໃນນັ້ນ ມີ 5 ປະເທດປະຈຳສະພາຄວາມໝັ້ນຄົງ ສປຊ. ຫວຽດນາມມານະພະຍາຍາມຢ່າງບໍ່ຢຸດຢັ້ງກັບບັນດາປະເທດສະມາຊິກອື່ນເພື່ອສ້າງປະຊາຄົມ ອາຊຽນ ກາຍເປັນຊາຍຄາລວມຂອງບັນດາປະເທດອາຊີ ຕາເວັນອອກສ່ຽງໃຕ້. ຫວຽດນາມ ໄດ້ສຳເລັດບົດບາດໃນປີທຳອິດຂອງອາຍຸການແມ່ນສະມາຊິກສະພາສິດທິມະນຸດ ສປຊ; ປະທານສະພາຜູ້ວ່າການອົງການພະລັງງານປະລະມານູສາກົນ ແລະ ສະມາຊິກຂອງຄະນະກຳມະການມໍລະດົກໂລກ UNESCO. ການພົວພັນດ້ານການເມືອງການທູດອັນດີງາມລະຫວ່າງ ຫວຽດນາມ ກັບບັນດາປະເທດ ແມ່ນສະພາບແວດລ້ອມສະດວກ ຕິດພັນກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດກວ່າ 4 ລ້ານຄົນພວມອ່ວາຍຫນ້າເມືອຫາປະເທດຊາດ, ບ້ານເກີດເມືອງນອນ.
ປີ 2014, ວິທະຍຸກະຈາຍສຽງຫວຽດນາມ ຢືນຢັນບົດບາດ, ທີ່ຕັ້ງຂອງຕົນທີ່ມີຕໍ່ຜູ້ຟັງ ແລະ ຜູ້ຊົມທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາຂໍ້ມູນຂ່າວສານ ຊື່ງ ວິທະຍຸກະຈາຍສຽງຫວຽດນາມໄດ້ແນະນຳຢ່າງຊັດເຈນ, ຮອບດ້ານ, ຫລາຍຮູບຫລາຍແບບ, ອຸດົມສົມບູນຜ່ານບັນດາຮູບການໂຄສະນາຄື: ຫນັງສືພິມ, ສື່ພາບ, ກະຈາຍສຽງ, ສື່ເອເລັກໂຕນິກ. ການພັດທະນາຢ່າງຟົດຟື້ນຂອງປະເທດຊາດ, ຊາວຫວຽດນາມ, ພາບພົດກ່ຽວກັບທຸກດ້ານຊີວິດທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ ສັງຄົມຂອງປະເທດຫວຽດນາມ ສັນຕິພາບ, ໄມຕິຈິດ, ເຊື່ອມໂຍງ ແລະ ພັດທະນາ ຖືກສ່ອງແສງຢ່າງຮອບດ້ານ, ເລິກເຊິ່ງ, ມີຊີວິດຊີວາຜ່ານບັນດາລາຍການ ຂອງວິທະຍຸກະຈາຍສຽງຫວຽດນາມ. ຫນ້າເວັບ vovworld.vn, vov.vn ແລະ radiovietnam.vn ສືບຕໍ່ແມ່ນບັນດາຫນ້າເວັບທີ່ດູດດື່ມທ່ານຜູ້ຟັງ, ຜູ້ຊົມຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຊອກຮູ້, ອັບເດັດຂໍ້ມູນຂ່າວສານກ່ຽວກັບປະເທດຫວຽດນາມ. ທ່ານຜູ້ຟັງສາມາດຮັບຟັງລາຍການກະຈາຍສຽງທັງໝົດຂອງວິທະຍຸກະຈາຍສຽງຫວຽດນາມ, ຂອງ 63 ແຂວງ, ນະຄອນ ໃນທົ່ວປະເທດ, ດ້ວຍ 11 ພາສາຕ່າງປະເທດ, ພາສາຫວຽດ ແລະ 12 ພາສາຊົນເຜົ່າ. ນອກນັ້ນ ທ່ານຜູ້ຟັງ, ຜູ້ຊົມສາມາດເຂົ້າອ່ານ, ຊົມບັນດາລາຍການ, ຄໍລຳ ກໍຄືຊອກຮູ້ບັນດາຂໍ້ມູນຕ່າງໆຜ່ານຫນ້າເວັບດັ່ງກ່າວໄດ້.
ໃນປີ 2015, ວິທະຍຸກະຈາຍສຽງຫວຽດນາມ ຈະສືບຕໍ່ປ່ຽນໃຫມ່ຢ່າງເລິກເຊິ່ງ, ຮອບດ້ານ. ບັນດາຂໍ້ມູນຂ່າວເປັນຫລາຍຮູບຫລາຍແບບ, ອຸດົມສົມບູນຂອງວິທະຍຸກະຈາຍສຽງຫວຽດນາມ ຈະໄດ້ແນະນຳດ້ວຍຫລາຍຮູບການໃຫມ່, ມີລັກສະນະພິເສດສະເພາະດ້ວຍຄຸນນະພາບອອກອາກາດດີກວ່າ ແລະ ກວ້າງຂວາງໃນທົ່ວທຸກທະວີບ ເພື່ອໃຫ້ວິທະຍຸກະຈາຍສຽງຫວຽດນາມ ນັບມື້ນັບໃກ້ຊິດຕິດແທດກັບຜູ້ຟັງຢູ່ເຂດຫ່າງໄກສອກຫລີກ, ເຂດຊາຍແດນ, ເຂດທະເລໝູ່ເກາະໃນທຸກແຖບຖິ່ນຂອງປະເທດຊາດ ແລະ ເພື່ອນມິດໃນ 5 ທະວີບກໍຄືຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ໃນມື້ທຳອິດຂອງປີໃຫມ່, ຕາງຫນ້າໃຫ້ພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ ແລະ ສິລະປີນຂອງວິທະຍຸກະຈາຍສຽງຫວຽດນາມ ຂໍອວຍພອນທ່ານຜູ້ຟັງ, ຜູ້ຊົມຊາວຕ່າງປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີໃຫມ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຈະເລີນກ້າວຫນ້າ. ຫວັງວ່າ ທ່ານຜູ້ຟັງຜູ້ຊົມຍາມໃດກໍຮ່ວມເດີນທາງກັບການພັດທະນາຂອງວິທະຍຸກະຈາຍສຽງຫວຽດນາມ.