ຄຳເຫັນຂອງຜູ້ຟັງກ່ຽວກັບລາຍການ ກະຈາຍສຽງພາກພາສາລາວ
My Binh-Minh Duc-Dieu Hong -  
(vovworld)- ວັນທີ 12/10/1954, ລາຍການກະຈາຍສຽງພາກພາສາລາວຂອງວິທະຍຸກະຈາຍ ສຽງຫວຽດນາມ ໄດ້ເລີ່ມຕົ້ນອອກອາກາດຢ່າງເປັນທາງການ. ໃນ 60 ປີຜ່ານມາ, ລາຍການໄດ້ກາຍເປັນເພື່ອນຜູ້ສະໜິດຕິດພັນກັບຜູ້ຟັງລາວ. ທ່ານຜູ້ຟັງໄດ້ສົ່ງຄຳຂອບອົກຂອບໃຈ, ລະດົມກຳລັງໃຈມາຍັງຜູ້ຜະລິດລາຍການກໍ່ຄືປະກອບຄຳເຫັນເພື່ອໃຫ້ລາຍການນັບມື້ນັບມີການປ່ຽນໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງຜູ້ຟັງເປັນຈຳນວນຫຼວງຫຼາຍ.
ສຽງນາງມະລີວອນ
ສຽງພາດອນ ອິນສະແຫວງ
ທ່ານນາງສູນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລາວ, ອະດີດເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ, ທ່ານວັນໄຊ ຕະວິນຍາຍ, ຮອງຜູ້ອຳນວຍການວິທະຍຸແຫ່ງຊາດລາວ ແລະ ເພື່ອນຫວູ້ຮົ່ງລວານ-ນັກສຶກສາມະຫາວິທະຍາໄລສຸພານຸວົງ-ແຂວງຫຼວງພະບາງ ແມ່ນຜູ້ຟັງປະຈຳຂອງລາຍການໃຫ້ຮູ້ວ່າ: ພວກທ່ານມີຄວາມປະທັບໃຈທີ່ສຸດຕໍ່ລາຍການຕ່າງໆຂອງວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ:
ສຽງທ່ານນາງສູນທອນ
ສຽງທ່ານວັນໄຊ
ສຽງນາງລວານ: “ຂ້າພະເຈົ້າມັກຟັງບັນດາລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວທີ່ສຸດ. ສຳລັບນັກສຶກສາຫວຽດນາມ ທີ່ກຳລັງຮຽນຢູ່ລາວ ຄືຂ້າພະເຈົ້າ, ລາຍການມີປະໂຫຍດທີ່ສຸດ, ມັນຊ່ວຍໃຫ້ຂ້າພະເຈົ້າສາມາດຮຽນພາສາລາວຕື່ມອີກ, ເຮັດໃຫ້ຂ້າພະເຈົ້າຮຳ່ຮຽນໄດ້ດີກ່ວາ. ຢູ່ຫຼວງພະບາງ, ຍາມອາກາດບໍ່ດີ, ເລື່ອງຟັງວິທະຍຸກໍ່ປະສົບກັບຄວາມຫຍຸ້ງຍາກແຕ່ເມື່ອລາຍການມີໜ້າເວັບແລ້ວ, ຂ້າພະເຈົ້າສາມາດຟັງ ແລະ ອ່ານຢ່າງສະດວກສະບາຍໃນທຸກໆເວລາ. ຂ້າພະເຈົ້າມັກລາຍການຂ່າວທີ່ເວົ້າເຖິງການເຄື່ອນໄຫວຂອງນັກສຶກສາລາວ ຢູ່ຫວຽດນາມ ແລະ ປາດຖະໜາວ່າລາຍການຈະມີຂ່າວກ່ຽວກັບການເຄື່ອນໄຫວຕ່າງໆຂອງນັກສຶກສາຫວຽດນາມ ຢູລາວ“
ທ່ານເພັດສະຫວັນ ສີຊານົນ, ຢູ່ແຂວງອັດຕະປືແບ່ງປັນວ່າ: ກ່ອນນັ້ນ, ທ່ານສາ ມາດຟັງລາຍການຜ່ານຄື້ນວິທະຍຸເທົ່ານັ້ນ ແຕ່ເມື່ອລາຍການມີໜ້າເວັບແລ້ວທ່ານ ສາມາດຟັງລາຍການໃນທຸກໆເວລາ:
ສຽງທ່ານເພັດສະຫວັນ
My Binh-Minh Duc-Dieu Hong