ອາທິດຜ່ານມາ, ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບຈາກທ່ານຜູ້ຟັງລາວ. ໃນນັ້ນ, ຜູ້ຟັງ, ຜູ້ອ່ານຫຼາຍທ່ານໄດ້ມີຄວາມສົນໃຈພິເສດເຖິງເນື້ອໃນບັນດາບົດຂຽນ, ພາບສາລະຄະດີ, ລາຍການເພງ… ທີ່ໄດ້ອອກອາກາດໃນອາທິດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍຂອງທ່ານຜູ້ຟັງບາງທ່ານ.
ເພື່ອນ ເພັດລີສອນ ຈັນທະວົງ, ໜັງສືພິມເສດຖະກິດ - ການຄ້າ, ກະຊວງອຸດສາຫະກຳ, ການຄ້າລາວ ໄດ້ຝາກ ອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າ, ເຮັດວຽກກ່ຽວກັບສື່ສານມ່ວນຊົນ ຫຼື ນັກຂ່າວສັງກັດຢູ່ລັດວິສາຫະກິດ ກະຊວງອຸດສາຫະກໍາ - ການຄ້າ ເປັນໜັງສືພິມ ເສດຖະກິດ - ການຄ້າ ມີຢູ່ 3 ພາກຄື: ພາກເສດຖະກິດທົ່ວໄປ, ພາກທຸລະກິດ ແລະ ພາກຊີວິດສັງຄົມ ຂ້າພະເຈົ້າຮັບຜິດຊອບຄໍລໍາວັດທະນະທໍາ ເພື່ອເປັນການສະດວກ ແລກປ່ຽນບົດຮຽນນໍາກັນ ແລະ ການຕິດຕໍ່ຂໍ້ມູນ ໄດ້ບໍ່ເນາະ.”
ພວກຂ້າພະເຈົ້າດີໃຈຫຼາຍຍ້ອນທ່ານ ເພັດລີສອນ ຈັນທະວົງ ໄດ້ມີຄວາມສົນໃຈກ່ຽວກັບບັນດາບົດຂຽນຂອງພວກຂ້າພະເຈົ້າ. ທ່ານສາມາດຂຽນ ອີແມວໂດຍກົງໃຫ້ພວກຂ້າພະເຈົ້າທີ່ laovov5@gmail.com ເພື່ອແລກປ່ຽນກ່ຽວກັບບັນຫາທີ່ທ່ານສົນໃຈ. ຂອບໃຈຫຼາຍໆ.
ຕົ້ນ atiso
ທ່ານ ຄຳເບັ່ງ, ແຂວງ ຊຽງຂວາງ ໄດ້ສົ່ງ ອີແມວ ຫາລາຍການໂດຍຖາມວ່າ: “ໃນອາທິກ່ອນ, ຂ້າພະເຈົ້າໄດ້ຮັບຟັງລາຍການ “ຊົນນະບົດໃໝ່” ແນະນຳກ່ຽວກັບການປູກຕົ້ນ atiso ຢູ່ ເມືອງຊາປາ. ຂ້າພະເຈົ້າຢາກຮູ້ກ່ຽວກັບເງື່ອນໄຂການປູກ ແລະ ຄຸນປະໂຫຍດຂອງຢາສະໝູນໄພຊະນິດນີ້ແດ່?”
ເພື່ອນຄຳເບັ່ງ ທີ່ຮັກແພງ, ຕົ້ນ atiso ແມ່ນຕົ້ນໄມ້ຫຼາຍປີທີ່ມີມາຢູ່ພາກໃຕ້ຂອງ ເອີລົບ (ເຂດອ້ອມແອ້ມທະເລເມດີຕາຣາເນ) ໂດຍຊາວ ເກັຼກເດີມ ແລະ ໂລມັງເດີມປູກເພື່ອເອົາດອກເປັນອາຫານ. Atiso ມີຄວາມສູງແຕ່ 1,5 ຫາ 2 ແມັດ, ໃບຍາວແຕ່ 50 – 80 cm. ໃນເບື້ອງຕົ້ນ, ຕົ້ນ atiso ຖືກປູກຢູ່ອ້ອມແອ້ມ Naples ໃນກາງສະຕະວັດທີ 15. ປະຈຸບັນ, atiso ໄດ້ປູກຢູ່ ຝຣັ່ງ, ອີຕາລີ, ແອດສະປາຍ, ອາເມລິກາ ແລະ ບັນດາປະເທດ ອາເມລິກາລາຕີນ ເປັນຕົ້ນ. Atiso ໄດ້ນຳມາປູກຢູ່ ຫວຽດນາມ ແຕ່ຕົ້ນສະຕະວັດທີ 20, ທີ່ໄດ້ປູກຢູ່ ຊາປາ, ຕາມດ໋າວ ແລະ ຫຼາຍທີ່ສຸດແມ່ນຢູ່ ດ່າລາດ. ມາຮອດປະຈຸບັນ, ຕົ້ນ atiso ຖືກປູກຢູ່ຫຼາຍແຫ່ງ, ນັບທັງເຂດທົ່ງພຽງຄືແຂວງ ຫາຍເຢືອງ. ໃບ ແລະ ດອກ atiso ບໍ່ພຽງແຕ່ໃຊ້ເພື່ອກິນເທົ່ານັ້ນ, ຫາກຍັງສາມາດໃຊ້ເປັນຢາອີກດ້ວຍ. Atiso ມີຜົນປະໂຫຍດປິ່ນປົວບັນດາພະຍາດກ່ຽວກັບສາຍເລືອດຕັບບີ ແລະ ໝາກໄຄ່ຫຼັງ. ບັນດາຜະລິດຕະພັນຈາກ Atiso ສາມາດຕາກ ຫຼື ອົບແຫ້ງກໍ່ໄດ້.
ພາບປະກອບຈາກVTV
ເພື່ອນ ວິໄລສຸກ, ແຂວງ ຫຼວງພະບາງ ໄດ້ຝາກອີແມວເຖິງລາຍການໂດຍຂຽນວ່າ: “ຂ້າພະເຈົ້າໄດ້ອ່ານບົດ “ງານມະໂຫລານເດັກນ້ອຍອາຊຽນ ປີ 2016 ການເຄື່ອນໄຫວ ແຫ່ງຄວາມສາມັກຄີມິດຕະພາບ” ໃນລາຍການຊາຍຄາ ອາຊຽນ, ງານມະໂຫລານນີ້ຫາກໍ່ໄດ້ຮັບການຈັດຕັ້ງຢູ່ ຮ່າໂນ້ຍ. ຜ່ານບົດຂຽນຂ້າພະເຈົ້າເຫັນວ່າພວກນ້ອງນ້ອຍໄດ້ເຂົ້າຮ່ວມ ການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ ແລະ ມີຜົນປະໂຫຍດຫຼາຍຢ່າງ. ໃນຄຳ່ຄືນ gala ທີ່ຈັດຕັ້ງໃນວັນທີ 1/6, ຄະນະລາວ ກໍ່ໄດ້ປະກອບລາຍການຮ້ອງລຳທຳເພງທີ່ມ່ວນໆ, ສະແດງໃຫ້ເຫັນສີສັນທີ່ເປັນເອກະລັກສະເພາະຂອງປະເທດດອກຈຳປາ. ເຖິງວ່າບໍ່ໄດ້ຮັບຊົມໂດຍກົງກໍ່ຕາມ ແຕ່ຜ່ານບົດຂຽນຂອງພວກເພື່ອນ, ຂ້າພະເຈົ້າຄືດັ່ງໄດ້ເຈືອຈານເຂົ້າກັບບັນຍາກາດຟົດຟື້ນມ່ວນຊື່ນຂອງງານບຸນ. ຂ້າພະເຈົ້າຫວັງວ່າ, ເດັກນ້ອຍໃນກຸ່ມ ອາຊຽນ ມີຫຼາຍກາລະໂອກາດເພື່ອເຂົ້າຮ່ວມບັນດາການລະຫຼິ້ນມີປະໂຫຍດຄືແນວນັ້ນກ່ວາອີກ ເພື່ອນັບມື້ນັບສະໜິດຕິດພັນກັນກ່ວາ.”
ເຈົ້າ, ເພື່ອນ ວິໄລສຸກ ທີ່ຮັກແພງ, ງານມະໂຫລານເດັກນ້ອຍອາຊຽນ ປີ 2016 (ASEAN Children Festival) 2016 ຈັດຕັ້ງຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 28/5 – 2/6/2016. ລາຍການມີການເຂົ້າຮ່ວມຂອງເດັກນ້ອຍມາຈາກ 7 ປະເທດ ໃນກຸ່ມອາຊຽນ, ມີອາຍຸໃນເກນອາຍຸແຕ່ 9 – 15 ປີທີ່ມາຈາກ: ໄທ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກາໂປ, ລາວ ແລະ ປະເທດເຈົ້າພາບ ຫວຽດນາມ. ງານມະໂຫລານເດັກນ້ອຍອາຊຽນ ແມ່ນລາຍການຟົດຟື້ນເນື່ອງໃນໂອກາດວັນບຸນເດັກສາກົນ (1/6) ຢູ່ ຫວຽດນາມ. ລາຍການດັ່ງກ່າວໂດຍຄະນະຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ VTV6 - ໂທລະພາບ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຖານທູດບັນດາປະເທດ ອາຊຽນ ປະຈຳ ຫວຽດນາມ, ກອງທຶນຮ່ວມມື ແລະ ພັດທະນາ (CDF) ແລະ ບໍລິສັດຫຸ້ນສ່ວນວັດທະນະທຳຕາເວັນອອກ ຈັດຕັ້ງ. ນີ້ແມ່ນຄັ້ງທຳອິດທີ່ festival ເດັກນ້ອຍ ອາຊຽນ ໄດ້ຈັດຕັ້ງ ແລະ ໂດຍ ຫວຽດນາມ ເປັນເຈົ້າພາບ. ໂດຍແມ່ນເຫດການພົວພັນແລກປ່ຽນວັດທະນະທຳມີລະດັບສາກົນ, ງານມະໂຫລານເດັກນ້ອຍອາຊຽນ ປີ 2016 ໄດ້ຮັບການຈັດຕັ້ງດ້ວຍການເຄື່ອນໄຫວອຸດົມສົນບູນຫຼາຍຢ່າງ, ສ້າງກາລະໂອກາດໃຫ້ເດັກນ້ອຍບັນດາປະເທດໃນພາກພື້ນພົບປະແລກປ່ຽນ ແລະ ເຂົ້າຮ່ວມພື້ນຖານວັດທະນະທຳບັນດາປະເທດໃນກຸ່ມ ອາຊຽນ. ໃນ ງານມະໂຫລານເດັກນ້ອຍອາຊຽນ ປີ 2016, ແຕ່ລະຄະນະເຂົ້າຮ່ວມລ້ວນແຕ່ກະກຽມບັນດາລາຍການຟ້ອນລຳທຳເພງທີ່ເປັນເອກະລັກສະເພາະທີ່ສຸດເພື່ອສະແດງໃນຄຳ່ຄືນ gala ສິລະປະເຊິ່ງຈັດຕັ້ງໃນຕອນຄຳ່ວັນທີ 1/6. ຫວັງວ່າງານມະໂຫລານເດັກນ້ອຍ ອາຊຽນ ຈະໄດ້ຮັບການຈັດຕັ້ງເປັນປະຈຳເພື່ອສ້າງເງື່ອນໄຂໃຫ້ພວກນ້ອຍໃນກຸ່ມ ອາຊຽນ ມີໂອກາດເຂົ້າຮ່ວມ, ປະກອບສ່ວນຮັດແໜ້ນຄວາມສາມັກຄີ ລະຫວ່າງບັນດາປະເທດ ອາຊຽນ ເວົ້າລວມ ແລະ ພວກເດັກນ້ອຍໃນກຸ່ມເວົ້າສະເພາະ.
ທ່ານ ຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານ ທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາ ໃຫ້ນັບມື້ມັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າລະຊ່ອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.