ຈົດໝາຍ​ອວຍພອນ​ປີໃໝ່ຂອງ​ທ່ານ​ຫງວຽນ​ດັງ​ຕ້ຽນ, ຜູ້ອຳນວຍການ​ໃຫຍ່ VOV

ຈົດໝາຍ​ອວຍພອນ​ປີໃໝ່ຂອງ​ທ່ານ​ຫງວຽນ​ດັງ​ຕ້ຽນ, ຜູ້ອຳນວຍການ​ໃຫຍ່ VOV - ảnh 1
ທ່ານ​ຫງວຽນ​ດັງ​ຕ້ຽນ, ຜູ້ອຳນວຍການ​ໃຫຍ່ VOV

ຂໍ​ຮຽນ​ທ່ານ​ຜູ້​ຟັງ​ຜູ້ອ່ານຊາວ​ຕ່າງ​ປະ​ເທດ ​ແລະ ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ ທີ່​ນັບຖື ​ແລະ ຮັກ​ແພງ !

       ປີ 2013 ຫາ​ກໍ​ຜ່ານ​ໄປ, ປະ​ເທດ​ຊາດ​ຫວຽດນາມ​ສືບ​ຕໍ່​ກ້າວ​ເດີນ​ບົນ​ເສັ້ນທາງ​​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຫວຽດນາມ ​ໄດ້​ສ້າງ​ຂີດ​ໝາຍ​ທີ່​ສຳຄັຍກ່ຽວ​ກັບ​ບັນດາ​ເຫດການ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ກັບ​ເພື່ອນ​ມິດສາ​ກົນ. ສະພາບ​ການ​ດ້ານ​ການ​ເມືອງ, ​ເສດຖະກິດ​ໂລກ​ມີ​ການ​ຫັນປ່ຽນ, ສັບສົນ​ຫຼາຍຢ່າງ​ ​ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ. ​ໃນ​ສະພາບ​ເສດຖະກິດ​ທີ່​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກນັ້ນ: ຫວຽດນາມ​ໄດ້​ປະຕິບັດ​ຈຸດໝາຍ​ສ້າງ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມໄພ​ເງິນ​ເຟີ້, ຮັບປະກັນ​ຊີວິດ​ສັງຄົມ, ຮັກສາ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​​ໃຫ້​ໝັ້ນຄົງຢ່າງ​ສຳ​ເລັດ​ຜົນ. ດ້ວຍ​ບັນດາ​ມາດ​ຕະການ​ບໍລິຫານ​ຢ່າງ​ຂ້ຽວຂາດ​ຂອງ​ລັດຖະບານ, ​ໄພເງິນ​ເຟີ້​​ໃນ​ປີ 2013 ໄດ້​ຮັບ​ການ​ຄວບ​ຄຸມຢູ່​ໃນ​ລະດັບຕ່ຳ​ສຸດ​ໃນ​ຮອບ 10 ປີຜ່ານມາ​ຄື 6,04%; ການ​ເຕີບ​ໂຕ​ເສດຖະກິດ​ບັນລຸ 5,42 %. ​ເສດຖະກິດ​ໃນ​ທ້າຍ​ປີ​ໄດ້​ຟື້ນ​ຕົວ​ຄືນ.

   ປີ 2013 ​ແມ່ນ​ປີ​ທີ່​ຫວຽດນາມ​ປະສົບ​ຜົນສຳ​ເລັດ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ດ້ວຍ​ຕົວ​ເລກ 21,6 ຕື້ USD , ​ເພີ່ມ​ຂຶ້ນ 54,5 % ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ​ກາຍ . ວົງ​ເງິນ​ສົ່ງ​ອອກ​ໃນ​ປີ 2013 ຍັງ​ຄົງ​ສືບ​ຕໍ່​ແມ່ນ​ຈຸດທີ່​ສະຫວ່າງ​ສະ​ໄຫວ​ດ້ວຍ​ຍອດ​ວົງ​ເງິ​ນບັນລຸ 132,2 ຕື້ USD, ​ເພີ່ມ​ຂຶ້ນ 15,4% ​ເມື່ອ​ທຽບ​ໃສ່​​ປີ 2012. ຈຳນວນ​ເງິນຕາ​ຕ່າງປະ​ເທດ​ບັນລຸ​ຕົວ​ເລກ 11 ຕື້ USD.

   ​ໂດຍ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົາຕົນ​ເອງ, ​ເປີດ​ກ້ວາງ, ຫັນ​ເປັນ​ຫຼາຍ​ຝ່າຍ​ຫຼາຍ​ຮູບ​ຫຼາຍ​ແບບ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປີ 2013, ການ​ທູດ​ຫວຽດນາມ​ໄດ້​ບັນລຸ​ຫຼາຍ​ຜົນງານ​ທີ່​ສຳຄັນ, ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື, ພັດທະນາ, ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ. ຫວຽດນາມ​​ໄດ້ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ​ແລະ ຮອບດ້ານກັບ​ຫຼາຍ​ປະ​ເທດ​ພັດທະນາ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຄົບ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະ​ຫະປະຊາ​ຊາ​ດ. ຫວຽດນາມ​ກໍ​ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ​ພາຄີ​ອື່ນໆ ສ້າງ​ປະຊາ​ຄົມອາ​ຊຽນ.  ຫວຽດນາມ​ກໍ​ໄດ້​ຮັບ​ເລືອກ​ຕັ້ງ​ດ້ວຍ​ບັດ​ສະໜັບສະໜູນ​ສູງ​ສຸດເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ;  ໄດ້​ຮັບ​ເລືອກ​ຕັ້ງ​​ເປັນປະທານ​ສະພາ​ຜູ້​ວ່າການ​ອົງການ​ພະລັງງານ​ປະລະມານູ​ສາກົນ, ​ແລະ ​ເປັນ​ສະມາ​ຊິກຄະນະ​ກຳມາ​ທິການ​ມໍລະດົກ​ໂລກ UNESCO. ການພົວພັນ​ດ້ານ​ການ​ເມືອງ, ການ​ທູດ​ທີ່​ດີງາມ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ,ໄດ້​ສ້າງ​ເງື່ອນ​ໄຂ​ສະດວກເພື່ອ​ຜູກຮັດຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ 4 ລ້ານ​ກ່ວາ​ຄົນ ພວມ​ອວາຍ​ໜ້າ​ສູ່​ປະ​ເທດ​ຊາດ.

    ປີ 2013,ວິທະຍຸ​ກະຈາຍສຽງ​ຫວຽດນາມສືບ​ຕໍ່​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ຂອງ​ຕົນ​ໃນ​ໝູ່​ຜູ້​ຟັງ ​ແລະ ມວນ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ, ຊຶ່ງ​ໄດ້​ແຜ່​ລາມ​ອອກ​ສູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​​ໂລກ. ບັນດາ​ຂໍ້​ມູນ​ຂ່າວສານ​ໄດ້​ຖືກ​ສົ່ງ​ໄວ, ຊັດ​ເຈັນ, ຮອບດ້ານ, ຫຼາຍ​ຮູບ​ຫຼາຍ​ສີ, ອຸດົມສົມບູນຜ່ານ​ບັນດາ​ປະ​ເພດ​ສື່​ມວນ​ຂົນ​ຄື : ລາຍການ​ກະຈາຍສຽງ, ​ໂທລະພາບ, ໜັງສືພິມ, ໜັງສືພິມ​ເອ​ເລກ​ໂຕ​ນິກຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ. ການ​ດຳລົງ​ຊີວິດ​ທີ່​ຟົດ​ຟື້ນ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ພາບ​ພົດ​ສັງ​ລວມກ່ຽວ​ກັບ​ຊີວິດ​ການ​ເມືອງ, ​ເສດຖະກິດ, ວັດທະ​ນະທຳ​ສັງຄົມ​ທຸກ​ດ້ານ​ຂອງ​ຫວຽດນາມ​ໄດ້​ຖືກ​ສ່ອງ​ແສງ​ຢ່າງຮອບດ້ານ​, ​ເລິກ​ເຊິ່ງ, ມີ​ຊີວິດ​ຊີວາ​ຜ່ານບັນດາ​ລາຍການ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ. ບັນດາ​ເວັບ​ໄຊ www.vovworld.vn ; www.vov.vn ​ແລະ www.radiovietnam.vn  ​ໄດ້​ກາຍ​ເປ​ັນສູນ​ຂໍ້​ມູນ​ຂ່າວສານທີ່ໄວ້ວາງໃຈ ຂອງບັນດາ​ຜູ້​ຟັງ, ຜູ້​ອ່ານ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເມື​ອ່ຊອກ​ຮູ້​ຂ່າວ​ຄາວ​ເປັນ​ຈິງ​ກ່ຽວ​ກັບປະ​ເທດ​ຫວຽດນາມ. ບັນດາ​ທ່ານ​ຜູ້​ຟັງ​ສາມາດ​ຮັບ​ຟັງ​ບັນດາ​ລາຍການ​ກະຈາຍສຽງ​ທັງ​ໝົດ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ, ຂອງ 63 ​ແຂວງ ​ແລະ ນະຄອນ​ໃນ​ທົ່ວ​ປະ​ເທດ ດ້ວຍ 11 ພາສາ​ຕ່າງປະ​ເທດ, ພາສາ​ຫວຽດ ​ແລະ 12 ພາສາ​ຊົນ​ເຜົ່າ. ​ໃນບັນດາ​ເວັບ​ໄຊຂອງ ວິທະຍຸ​ກະຈາຍສຽງ​ຫວຽດນາມ, ບັນດາ​ຜູ້​ຟັງ, ຜູ້​ອ່ານ, ຜູ້​ຊົມສາມາດ​ຮັບ​ຊົມ​ລາຍການ​ໂທລະພາບ, ອ່ານ​ຂ່າວ​ໃນໜັງສືພິມ​ເອ​ເລກ​ໂຕ​ນິກ, ​ແລະ​ສາມາດ​ຟັງ​ຄືນ​ບັນດາ​ລາຍການ​ທີ່​ຊົມຊອບ ​ແລະ ຊອກ​ຫາ​ບັນດາ​ຂໍ້​ມູນ​ຂ່າວສານ​ທີ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ.

    ກ້າວ​ເຂົ້າ​ສູ່​ປີ​ໃໝ່ ຄ.ສ 2014, ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈະ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ມີ​ຊີວິດ​ຊີວາ​ດ້ວຍ​ຄວາມ​ຫວັງ​ໃຫ້​ສຽງ​ຫວຽດນາມ​ສົ່ງ​ໄປ​ໄກ​ກ່ວາ, ​ໃນ​ຂອບ​ເຂດ​ກ້ວາງ​ຂວາງ​ກ່ວາເຖິງເພື່ອນມິດໃນທົ່ວໂລກ, ເຮັດໃຫ້ພໍ່ແມ່ພີນ້ອງຢູ່ແດນໄກເພີ່ມຄວາມອົບອຸ່ນຂຶ້ນ.

    ເນື່ອງໃນໂອກາດກ້າວ​ເຂົ້າ​ສູ່​ປີ​ໃໝ່, ໂດຍຕາງໜ້າບັນດາພະນັກງານ, ນັກຂ່າວ, ນັກບັນນາທິການ, ນັກເຕັກນິກ ແລະ ນັກສິລະປີນຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ, ຂ້າພະເຈົ້າຂໍອວຍພອນທ່ານ​ຜູ້​ຟັງ​,ຜູ້ອ່ານ,ຜູ້ຊົມຊາວ​ຕ່າງ​ປະ​ເທດ ​ແລະ ພໍ່​ແມ່​ພີ​ນ້ອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​, ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຈະເລີນ ແລະ ຜາສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ