(vovworld) – ໃນອາທິດຜ່ານມາ, ມີຜູ້ຟັງ, ຜູ້ອ່ານຫຼາຍຄົນເຊິ່ງແມ່ນຊາວ ຫວຽດນາມ ທີ່ເຄີຍຮ່ຳຮຽນ, ຄົ້ນຄ້ວາ, ປະຕິບັດງານຢູ່ລາວ ໄດ້ຂຽນ ອີແມວ, ໂທລະສັບເຖິງລາຍການ, ໃນນັ້ນຢາກຝາກຄຳອວຍພອນເຖິງເພື່ອນມິດຂອງຕົນເວົ້າສະເພາະ ແລະ ປະຊາຊົນ ລາວ ເວົ້າລວມ ຈະໄດ້ຕ້ອນຮັບວັນຊາດ ສປປ ລາວ ທີ 2/12 ຄົບຮອບ 41 ປີ (2/12/1975 – 2/12/2016) ດ້ວຍຄວາມເບີກບານມ່ວນຊື່ນ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍແນະນຳເຖິງທ່ານຜູ້ຟັງເນື້ອໃນຈົດໝາຍ, ອີແມວທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ.
ທາດຫຼວງ
|
ເພື່ອນ ເຈີ່ນງອກລອງ, ອະດີດນັກສຶກສາ ຫວຽດນາມ ຢູ່ ລາວ ໄດ້ຂຽນອີແມວຝາກມາລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າໄດ້ຮຽນຈົບມະຫາວິທະຍາໄລຢູ່ ລາວ ມາເປັນເວລາເກືອບ 10 ປີແລ້ວ, ແຕ່ຍ້ອນລັກສະນະພິເສດຂອງວຽກງານ ດັ່ງນັ້ນບໍ່ທັນມີໂອກາດກັບຄືນຢ້ຽມຢາມ ປະເທດລາວ, ບ່ອນທີ່ຂ້າພະເຈົ້າມີອະນຸສອນຫຼາຍຢ່າງໄດ້ເທື່ອ. ເຖິງວ່າ, ບໍ່ທັນມີໂອກາດກັບຄືນຢ້ຽມຢາມມະຫາວິທະຍາໄລແຫ່ງຊາດລາວ, ບ່ອນທີ່ຂ້າພະເຈົ້າຮ່ຳຮຽນເປັນເວລາ 5 ປີ ກໍ່ຕາມ, ແຕ່ຜ່ານການໂອ້ລົມກັບໝູ່ເພື່ອນຂອງຕົນ ແລະ ບັນດາຂ່າວຄາວທາງອີນເຕີເນັດ, ຂ້າພະເຈົ້າກໍ່ເຫັນໄດ້ການພັດທະນາຂອງໂຮງຮຽນແຫ່ງນີ້. ຢູ່ທີ່ນີ້ ໄດ້ບຳລຸງສ້າງນັກຮຽນ, ນັກສຶກສາ ຫວຽດນາມ ຫຼາຍລຸ້ນຄົນ ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງ 2 ປະເທດ. ອາທິດຜ່ານມາ, ໃນການຢ້ຽມຢາມສັນທະວະໄມຕີ ສປປ ລາວ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເພີ່ນໄດ້ມີການໂອ້ລົມກັບພະນັກງານ, ຄູອາຈານ, ນັກສຶກສາຢູ່ທີ່ນີ້, ໃນບົດປາໄສຂອງຕົນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງບັນດາຜົນງານເຊິ່ງຄູອາຈານ ແລະ ນັກສຶກສາຂອງໂຮງຮຽນ ບັນລຸໄດ້ໃນໄລຍະຜ່ານມາ. ຂ້າພະເຈົ້າມີຄວາມສະເທືອນໃຈທີ່ສຸດ ຍ້ອນໄດ້ຊົມລາຍການຖ່າຍທອດສົດການໂອ້ລົມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ທາງໂທລະພາບ, ຂ້າພະເຈົ້າກໍ່ເຫັນໜ້າເຫັນຕາບັນດາຄູສອນເກົ່າຫຼາຍຄົນເຄີຍສິດສອນພວກຂ້າພະເຈົ້າ. ເນື່ອງໃນວັນທີ 2/12, ເຊິ່ງແມ່ນວັນສະຖາປະນາປະເທດ ສປປ ລາວ ຄົບຮອບ 41 ປີ, ຂ້າພະເຈົ້າຂໍອວຍພອນໃຫ້ພະນັກງານ, ຄູສອນ, ນັກສຶກສາຂອງ ມະຫາວິທະຍາໄລແຫ່ງຊາດລາວ ເວົ້າລວມ ແລະ ບັນດາຄູສອນ, ນັກຮຽນຂອງຄະນະອັກສອນສາດເວົ້າສະເພາະ, ບ່ອນທີ່ຂ້າພະເຈົ້າເຄີຍຮ່ຳຮຽນ, ຈົ່ງຕ້ອນຮັບວັນຊາດດ້ວຍຄວາມຜາສຸກ, ເບີກບານມ່ວນຊື່ນ. ຫວັງວ່າຄູອາຈານມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນວຽກງານຂອງຕົນ. ອວຍພອນໃຫ້ນັກສຶກສາທຸກຄົນໄດ້ຮັບຜົນດີໃນການຮ່ຳຮຽນ, ເພື່ອປະກອບສ່ວນໃຫ້ແກ່ພາລະກິດສ້າງສາ ແລະ ພັດທະນາຂອງປະເທດຕົນ, ພ້ອມທັງອວຍພອນໃຫ້ປະເທດ ລາວ ນັບມື້ນັບໝັ້ນຄົງເຂັ້ມແຂງ, ຮັ່ງມີ, ສວຍງາມ ແລະ ວັດທະນາຖາວອນຕະຫຼອດໄປ.”
ໃນອາທິດ, ເພື່ອນ ຕະທູຮ່າ, ເຈີ່ນຫາຍບີ່ງ, ແອງຄາງ ອະດິດນັກສຶກສາເຄີຍຢູ່ລາວ ແລະ ປະຈຸບັນພວມປະຕິບັດວຽກງານທີ່ກ່ຽວຂ້ອງເຖິງລາວ ກໍ່ໄດ້ຝາກຄຳອວຍພອນວັນຊາດ 2/12 ເຖິງບັນນາທິການພາກພາສາລາວ, VOV ໃນນັ້ນເພື່ອນ ຕະທູຮ່າ ໄດ້ຂຽນວ່າ: “ຂ້າພະເຈົ້າໄດ້ຈື່ວ່າ, ຄາວຍັງຮຽນຢູ່ລາວ, ເມື່ອໃກ້ຈະຮອດວັນຊາດທີ 2/12, ຢູ່ຖະໜົນສາຍຕ່າງໆ ກໍ່ຄືຢູ່ບັນດາສຳນັກງານຂອງລັດ ເຄີຍມີປ້າຍຄຳຂວັນທີ່ວ່າ “ນ້ຳໃຈທີ 2 ທັນວາໝັ້ນຍືງ”. ຄະນະນັກສຶກສາ ຫວຽດນາມ ກໍ່ເຄີຍກະກຽມບັນດາລາຍການສະແດງສິລະປະ ເພື່ອສະແດງໃນຄ່ຳຄືນສະເຫຼີມສະຫຼອງວັນຊາດໂດຍທາງໂຮງຮຽນຈັດຕັ້ງ. ຜ່ານຄື້ນຂອງ VOV, ພາກພາສາລາວ, ຂ້າພະເຈົ້າຂໍອວຍພອນໃຫ້ປະຊາຊົນລາວ ບັນດາເຜົ່າຈົ່ງໄດ້ຕ້ອນຮັບວັນຊາດດ້ວຍຄວາມປອດໄພ, ເບີກບານມ່ວນຊື່ນ ແລະ ອວຍພອນໃຫ້ປະເທດລ້າງຊ້າງນັບມື້ນັບຮັ່ງມີ, ສວຍງາມກ່ວາອີກ. “ນ້ຳໃຈທີ 2 ທັນວາໝັ້ນຍືງ”.”
ພາບປະກອບ
|
ເພື່ອນເພັດມະນີວອນ, ແຂວງຄຳມ່ວນ ໄດ້ຂຽນອີແມວມາຍັງລາຍການໂດຍມີເນື້ອໃນວ່າ: “ມີເພື່ອນ ຫວຽດນາມ ຄົນໜຶ່ງໄດ້ຝາກຂອງຂວັນໃຫ້ຄອບຄົວຂ້າພະເຈົ້າ, ນັ້ນແມ່ນໝາກກ້ຽງ ດ້ວຍເຄື່ອງໝາຍວ່າ “Cam Vinh” (ໝາກກ້ຽງ ວີງ), ຂ້າພະເຈົ້າໄດ້ຮູ້ວ່ານີ້ແມ່ນໝາກໄມ້ທີ່ເປັນເອກະລັກສະເພາະຂອງແຂວງ ເງາະອານ. ຂ້າພະເຈົ້າຢາກຮູ້ວ່າ, ນອກຈາກ ໝາກກ້ຽງວີງ, ຢູ່ ຫວຽດນາມ ຍັງມີໝາກກ້ຽງຢູ່ບ່ອນໃດທີ່ມີຊື່ສຽງຄືໝາກກ້ຽງວີງອີກບໍ່?”
ເພື່ອນ ເພັດມະນີວອນ ທີ່ຮັກແພງ, ນອກຈາກ ໝາກກ້ຽງ ວີງ ທີ່ປູກຢູ່ທາງທິດຕາເວັນຕົກຂອງແຂວງ ເງາະອານ ແລ້ວ, ຍັງມີໝາກກ້ຽງທີ່ມີເຄື່ອງໝາຍຫຼາຍຊະນິດອື່ນໆຄື: ໝາກກ້ຽງ ກາວຟອງ, ແຂວງ ຮ່ວາບີ່ງ, ໝາກກ້ຽງ ແຂວງ ຮ່າຢາງ ແລະ ໝາກກ້ຽງຊ່ວານ ທາງທິດຕາເວັນຕົກພາກໃຕ້ອີກ. ຖ້າມີໂອກາດ ເຊີນເພື່ອນຊິມເບິ່ງລົດຊາດຂອງໝາກກ້ຽງຫຼາຍຊະນິດນີ້ເນາະ. ນອກຈາກນັ້ນ, ໃນຄໍລຳ “ຊົນນະບົດໃໝ່” ຂອງພວກເຮົາກໍ່ມີຫຼາຍບົດຂຽນກ່ຽວກັບບັນດາຜະລິດຕະພັນກະເສດທີ່ໂດ່ງດັງຂອງເຂດພາກຕ່າງໆຢູ່ ຫວຽດນາມ, ເພື່ອນ ເພັດມະນີວອນ ແລະ ບັນດາຜູ້ຟັງ, ຜູ້ອ່ານສົນໃຈສາມາດອ່ານບັນດາບົດຂຽນໃນແວບໄຊ vovworld.vn ຂອງພວກຂ້າພະເຈົ້າແດ່ເດີ.
ດັ່ງທີ່ກ່າວມາຂ້າງເຖິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.