ຊ່ອງວິທະຍຸພາສາອັງກິດ FM 24/7 ສຳລັບປະຊາຄົມຊາວຕ່າງປະເທດ ຢູ່ພາກໃຕ້ ແລະ ນະຄອນ ຮ້າລອງ
(VOVWORLD) - ຂ່າວຄາວອັບແດັດ, ບົດວິເຄາະກ່ຽວກັບບັນດາບັນຫາສະຖານະການຂອງ ຫວຽດນາມ ແລະ ສາກົນ; ລາຍການອາຫານການກິນພ້ອມດ້ວຍວິທີການປຸງແຕ່ງບັນດາເຍື່ອງອາຫານຂອງ ຫວຽດນາມ ໂດຍພໍ່ຄົວຊື່ດັງຂອງ ຫວຽດນາມ ແລະ ໂລກ; Lunch Show ພ້ອມກັບບັນດາແຂກຖືກເຊີນ…
ນັບແຕ່ວັນທີ 15 ສິງຫາ 2018, VOV ໄດ້ເປີດກ້ວາງການກະຈາຍຄື້ນຂອງຊ່ອງວິທະຍຸພາສາອັງກິດ FM 24/7 ສຳລັບປະຊາຄົມຊາວຕ່າງປະເທດ ຢູ່ພາກໃຕ້ ແລະ ນະຄອນ ຮ້າລອງ, ແຂວງ ກວາງນີງ.
ຈະອອກອາກາດແຕ່ໃນເວລາ 6 – 24 ໂມງທຸກວັນ, ໃນຄວາມຖີ່ 104 MHz, FM 24/7 ລວມມີບັນດາລາຍການຕ່າງໆທີ່ດຶງດູດໃຈຄື: ຂ່າວຄາວອັບແດັດ, ບົດວິເຄາະກ່ຽວກັບບັນດາບັນຫາສະຖານະການຂອງ ຫວຽດນາມ ແລະ ສາກົນ; ລາຍການອາຫານການກິນພ້ອມດ້ວຍວິທີການປຸງແຕ່ງບັນດາເຍື່ອງອາຫານຂອງ ຫວຽດນາມ ໂດຍພໍ່ຄົວຊື່ດັງຂອງ ຫວຽດນາມ ແລະ ໂລກ; Lunch Show ພ້ອມກັບບັນດາແຂກຖືກເຊີນ…
ຊ່ອງ ວິທະຍຸພາສາອັງກິດ FM 24/7 ພວມໄດ້ອອກອາກາດໃນບໍລິເວນນະຄອນຫຼວງ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່ານັ້ງ ແລະ ນະຄອນເຫ້ວ. ດ້ວຍເນື້ອໃນທີ່ອຸດົມສົມບຸນ, ວິທີການສະແດງທັນສະໄໝ, ຈັບອົກຈັບໃຈ, FM 24/7 ໄດ້ກາຍເປັນຊ່ອງຂໍ້ມູນຂ່າວສານ ແລະ ລາຍການບັນເທິງໄດ້ຮັບຄວາມນິຍົມຈາກຜູ້ຟັງສາກົນ ແລະ ຫວຽດນາມ ເປັນຈຳນວນຫຼວງຫຼາຍ.
ຈົ່ງເປີດວິທະຍຸ ແລະ ເລືອກຄວາມຖີ່ 104MHz, ຫຼື ຮັບຟັງ ອອນລາຍຈາກແວັບໄຊ vovworld.vn, ຫຼື ຈາກຊອບແວຟັງວິທະຍຸທາງອິນເຕີເນັດ: VOV Media ເພື່ອຊ່ວຍທ່ານພັກຜ່ອນຢ່ອນອາລົມ.