ໃນລາຍການຕອບຈົດໝາຍທ່ານຜູ້ຟັງພາກນີ້, ພວກເຮົາຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.
|
ເພື່ອນບຸນເລີດ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ສົ່ງຈົດໝາຍມາຍັງລາຍການໂດຍເວົ້າວ່າ: ນ້ອງຕິດຕາມລາຍການຂ່າວ ແລະ ບັນດາຄໍລຳຂອງລາຍການກະຈາຍສຽງພາກພາສາລາວຜ່ານຫນ້າເວັບ vov5.vn,vovworld.vn ເປັນປະຈຳ ໃນນັ້ນເປັນຫນ້າສົນໃຈແມ່ນລາຍການສາລະຄະດີ. ເນື້ອໃນບັນດາບົດສາລະຄະດີແມ່ນສອ່ງແສງຫລາຍເຫດການທີ່ໃຫມ່ອ່ຽມ ແລະ ມີຊີວິດຊີວາ. ນອກນັ້ນ ລາຍການຊາຍຄາອາຊຽນ ກໍເປັນຫນ້າດູດດື່ມສຳລັບນ້ອງ. ຜ່ານລາຍການນີ້ ນ້ອງມີໂອກາດໄດ້ເຂົ້າໃຈກ່ຽວກັບພື້ນຖານວັດທະນະທຳຂອງບັນດາປະເທດໃນພາກພື້ນອາຊຽນກວ່າ ກໍຄືບັນດາເຫດການກ່ຽວກັບການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກໃນກຸ່ມອາຊຽນ. ພິເສດ ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວມີບົດທີ່ພາດຫົວຂໍ້ວ່າ: ຕ້ອນຮັບບຸນວັນເພງເດືອນ 8 ພ້ອມກັນຄົ້ນຫາອາຊີຕາເວັນອອກສຽງໃຕ້ໂດຍຫໍພິພິດທະພັນຊົນເຜົ່າວິທະຍາ ຫວຽດນາມ ສົມທົບກັບສະຖານທູດບັນດາປະເທດອາຊຽນປະຈຳຮ່າໂນ້ຍຈັດຕັ້ງ. ບົດຂຽນໄດ້ສ່ອງແສງໃຫ້ເຫັນບັນຍາກາດຕ້ອນຮັບບຸນວັນເພງເດືອນ 8 ຢ່າງເບິກບານມ່ວນຊື່ນ, ບໍ່ພຽງແຕ່ສະຫງວນໃຫ້ແກ່ເດັກນ້ອຍຫວຽດນາມ ເທົ່ານັ້ນ ຫາກເດັກນ້ອຍບັນດາປະເທດອາຊຽນ ກໍມີໂອກາດໄດ້ລະຫລິ້ນຢ່າງເບິກບານມ່ວນຊື່ນ, ສະແດງໃຫ້ເຫັນຄວາມສາມັກຄິສະຫນິດຕິດພັນ ແລະ ສີສັນວັດທະນະທຳຂອງບັນດາປະເທດອາຊຽນອີກດ້ວຍ.
ໃນຈົດໝາຍສົ່ງເຖິງລາຍການ, ເພື່ອນ ຄຳຫລ້າ ຢູ່ແຂວງ ອຸດົມໄຊ ເວົ້າວ່າ: ຍ້ອນຄ້າງຄາກັບວຽກງານ, ສະນັ້ນ ຂ້າພະເຈົ້າບໍ່ມີເວລາຮັບຟັງລາຍການກະຈາຍສຽງພາກພາສາລາວ ອອກທາງອາກາດໄດ້ ແຕ່ໂຊກດີຫລາຍ ຫນ້າເວັບ vov5 ໄດ້ຊ່ວຍໃຫ້ຂ້າພະເຈົ້າສາມາດຮັບຟັງຄືນບັນດາລາຍການກໍຄືເຂົ້າອ່ານຂ່າວ, ເຫດການເກີດຂຶ້ນຢູ່ ຫວຽດນາມ ແລະ ໂລກຢ່າງຄົບຖ້ວນ.
ໃນຈົດໝາຍຂອງທ່ານບຸນມີ ຢູ່ແຂວງ ບໍແກ້ວ ທີ່ຝາກມາລາຍການພາກພາລາວໄດ້ແບ່ງປັນວ່າ: ຂ້າພະເຈົ້າຕິດຕາມລາຍການພາກພາສາລາວເປັນປະຈຳ, ລາຍການໄດ້ນຳເອົາຂໍ້ມູນທີ່ມີປະໂຫຍດຫລາຍຢ່າງມາໃຫ້ຜູ້ຟັງ, ຂ້າພະເຈົ້າມັກຮັບຟັງທີ່ສຸດລາຍການໂອ້ລົມກັບເພື່ອນລາວ ກໍ່ຄືລາຍການຕອບຈົດໝາຍທ່ານຜູ້ຟັງ. ຜ່ານບັນດາລາຍການນີ້ ຂ້າພະເຈົ້າໄດ້ຮູ້ຈັກເຖິງຂ່າວຄາວກ່ຽວກັບການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ, ພິເສດສຳລັບບັນຫາທີ່ຂ້າພະເຈົ້າເອງ ກໍຄືຜູ້ຟັງຫລາຍຄົນສົນໃຈນັ້ນ ຍາມໃດບັນນາທິການພາກພາສາລາວກໍມີຄຳຕອບຢ່າງຈະແຈ້ງ ແລະ ທັນການ.
ທ່ານ ບຸນທອງ ຢູ່ແຂວງ ອັດຕະປີ ໄດ້ສົ່ງຈົດໝາຍມາຍັງລາຍການໂດຍເວົ້າວ່າ: ຂ້າພະເຈົ້າຕິດຕາມລາຍການກະຈາຍສຽງພາກພາສາລາວມາເປັນເວລາຫລາຍປີແລ້ວ ແລະ ໄດ້ຮູ້ຈັກວ່າ ລະບົບພາສາຕ່າງປະເທດມີຫນ້າເວັບ vov5.vn vovworld.vn, ຂ້າພະເຈົ້າເຂົ້າເວັບໄຊນີ້ຫລາຍເທື່ອແລ້ວ ແຕ່ບໍ່ເຂົ້າໄດ້, ຢາກໃຫ້ພວກອ້າຍເອື້ອຍບັນນາທິການພາກພາສາລາວ ແນະນຳໃຫ້ແດ່. ຂອບໃຈທ່ານ ບຸນທອງ ໄດ້ຕິດຕາມລາຍການກະຈາຍສຽງພາກພາສາລາວຂອງ VOV5, ທ່ານສາມາດເຂົ້າຫນ້າເວັບ vov5.vn ຫລື vovworld.vn ແລ້ວເລືອກພ່າສາລາວ ຜ່ານ Firefox, Chrome…
ພວກຂ້າພະເຈົ້າຂໍຂອບອົກຂອບໃຈທ່ານຜູ້ຟັງຜູ້ອ່ານທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ ກໍຄືປະກອບຄຳເຫັນໃຫ້ລາຍການ. ຫວັງຢ່າງຍິ່ງວ່າ ທ່ານຜູ້ຟັງຄົງຈະສືບຕໍ່ຝາກຈົດໝາຍມາລາຍການນັບມື້ນັບຫລາຍກວ່າ. ສຸດທ້າຍ ຂໍອວຍພອນທ່ານຜູ້ຟັງທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ສຳເລັດວຽກງານຂອງຕົນ.
ທ່ານຜູ້ຟັງສາມາດຮັບຟັງລາຍການພາກພາລາວຄືນຜ່ານຫນ້າເວັບ vovworld.vn ຫລື vov5.vn
ຢ່າລືມຂຽນຈົດໝາຍມາຫາລາຍການເດີ!
ຜ່ານທີ່ຢູ່: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ
45 Ba Trieu Ha Noi
ໂທລະສັບ: 0084438256631. email:laovov@yahoo.com, laovov@hotmail.com