ຖະໜົນຄົນຍ່າງໂຮ້ຍອານ-ຜະລິດຕະພັນ ທ່ອງທ່ຽວດູດດື່ມໃຈແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ເມືອງ

​   (VOV)-ໃນ​ສັບປະດາ​ຜ່ານ​ມາ ພວກ​ເຮົາ​​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອ​ນສຸດ​ສາຄອນ ​ແລະ ຄຳ​ກິ່ງ ຢູ່​ແຂວງ​ອຸດົມ​​​ຊທີ່ຢາກ​ຮູ້​ກ່ຽວ​ກັບ​ຖະໜົນ​ຄົນຍ່າງ​​ໃນ​ຄຸ້ມ​ເມືອງ​ເກົ່າໂຮ້ຍອານ. ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຂໍ​ຕອບຄຳ​ຖາມ​ຂອງ​ເພື່ອ​ນ ຜ່ານບົດ​ຂຽນຂອງ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ທີ່​ມີ​ຫົວ​ຂໍ້​ວ່າ: ​ຖະໜົນ​ຄົນຍ່າງ​ໂຮ້ຍອານ​-ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່ດູດ​ດື່ມ​ໃຈ​ແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ເມືອງ

ຖະໜົນຄົນຍ່າງໂຮ້ຍອານ-ຜະລິດຕະພັນ ທ່ອງທ່ຽວດູດດື່ມໃຈແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ເມືອງ - ảnh 1

ຖະໜົນຄົນຍ່າງໂຮ້ຍອານ

(ພາບ:hoian.vn )

ນັບ​ແຕ່​ຕົ້ນປີ 2012, ນະຄອນ​ໂຮ້ຍອານ, ​ແຂວງ​ກວາງ​ນາມ ທາງ​ພາກ​ກາງ​ຫວຽດນາມ ​ໄດ້​ປະຕິບັດ​ທິດ​ນຳ “ຖະໜົມ​ບໍ່​ມີ​ສຽງອຶກ​ກະ​ທຶກ​ນຶກ​ນັນ​​“ ​​ໃນແຕ່ລະອາທິດມີ 5 – 6 ວັນ, ບັນດາ​ສາຍ​ທາງ​ໃນ​ເຂດ 1 ຂອງ​ຄຸ້ມ​ຖະຫນົນ​ເກົ່າ​ໂຮ້ຍອານ ​ໄດ້ກາຍ​ເປັນ​ຖະຫນົມສະຫງວນ​ໃຫ້​ແກ່​ຄົນ​ຍ່າງ ​ແລະ ລົດ 3 ລໍ້. ​ເຫດການ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ ​ແລະ ສ້າງ​ຄວາມ​ດຶງ​ດູດ​ໃຈ​​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​​ມາ​ຢ້ຽມຢາມ​ມໍລະດົກ​ວັດທະນະທຳ​ໂລກ​​ແຫ່ງ​ນີ້. ຖະໜົນ​ມີ​ຄວາມ​ສະຫງົບ​ງຽບ​​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ກ່ວາ. ພິ​ເສດ, ສຽງ​ດົນຕີ​ທີ່​ກະຈາຍ​ອອກ​ຈາກລະບົບ​ໂທລະ​ໂຄ່ງຢູ່​ຕາມ​ຄຸ້ມ​ຖະໜົນນັ້ນ, ​​ໄດ້​ສ້າງຄວາມປະ​ທັບ​ໃຈ​ຢ່າງ​ແທ້​ຈິງ​​ໃຫ້​ແກ່​​ແຂ​ກທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ Luong Chau Do ຢູ່​ຖະໜົນ Tran Phu ນະຄອນ​ໂຮ້ຍອານ ​ໃຫ້​ຂໍ້​ເສັງ​ເກດ​ວ່າ:  

  “ຂ້າພະ​ເຈົ້າ​ເຫັນ​ວ່າ​ທາງ​ນະຄອນ​ໄດ້​ສະຫງວນຖະຫນົນ​ໃຫ້​ແກ່​ຄົນ​ຍ່າງ​ຄື​ແນວ​ນັ້ນ​ໄດ້​ສ້າງ​ຄວາມສະດວກ​ສະບາຍ, ​ແລະ ​ຮັບປະກັນຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ. ​​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ສະຫວາດສະ​ເຫວີຍ. ຂ້າພະ​ເຈົ້າ​ເຫັນ​ວ່າ ມີ​ຖະໜົນ​ຄົນ​ຍ່າງ​ແມ່ນ​ເໝາະ​ສົມ​ທີ່​ສຸດ ​ແລະ ຖືກ​ກັບ​ກັບ​ຈິດໃຈຂອງ​ປະຊາຊົນ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ທຸກ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ອາຍຸ​ສູງ


ຖະໜົນຄົນຍ່າງໂຮ້ຍອານ-ຜະລິດຕະພັນ ທ່ອງທ່ຽວດູດດື່ມໃຈແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ເມືອງ - ảnh 2

​ຄ່ຳ​ຄືນໂຮ້ຍອານ​

(ພາບ:trungduonghotel.com )

ພ້ອມ​ກັບການສະ​ຫງວນຖະໜົນ​ໃຫ້​ແກ່ຄົນ​ຍ່າງ ​ແລະ ປະຕິ​ບັດ​ທິດ​ນຳ​ທີ່​ວ່າຖະໜົນ​ບໍ່​ມີ​ສຽງ​ອຶກ​ກະ​ທຶກ​ນຶກ​ນັນ​ຂອງລົດຈັກ, ​ໂຮ້ຍອານ ຍັງຈັດ​ລາຍການ “ຖະໜົນກາງຄືນ​ໂຮ້ຍອານ“ ​ໃນ​ຕອນ​ຄ່ຳ​ວັນ​ເສົາຂອງ​ທຸກໆ​ສັບປະດາ. ​ເມື່ອ​ຊົມ​ເບິ່ງ​ຖະໜົນ​ໃນ​ບັນຍາກາດ​ສະຫງົບ​ງຽບ​ດ້ວຍ​​ໂຄມ​ໄຟທີ່​ມີ​ສີ​​ຫຼາກຫຼາຍ​, ​ແຂກ​ທ່ອງ​ທ່ຽວ​ຈະ​ມີ​​ຈຸ​ດເວລາ​ພັກຜ່ອນ​ຢ່ອນ​ອາລົມ​ດ້ວຍ​ຄວາມ​ປະ​ທັບ​ໃຈ​​ທີ່​ສຸດ. ​ແຂກ​ທ່ອງ​ທ່ຽວ​ມາ​ໂຮ້ຍອານຈະ​ສາມາດ​ຊອກ​ເຫັນ​ຄວາມ​ສະຫງົບ​ງຽບ​ຢູ່​ທີ່​ນີ້. ​ແຂກ​ທ່ອງ​ທ່ຽວ​ຊາວ​ຝະລັ່ງ ຜູ້​ໜຶ່ງ ​ໄດ້​ມີຄວາມ​ຮູ້ສຶກ​ສະບາຍ​ໃຈ​ທີ່​ສຸດ​ເ​ມື່ອຍ່າງ​ເລາະ​ຕາມ​ຖະຫນົນ​ສາຍ​ຕ່າງໆ​ຢູ່​ໂຮ້ຍອານ, ອ້າຍ​ໃຫ້​ຮູ້​ວ່າ:  ​“ເມື່ອ​ຍ່າງ​ເລາະ​ໃນ​ຄຸ້ມ​ຖະຫນົນ​ເກົ່າ, ຂ້າພະ​ເຈົ້າຮູ້ສຶກ​ສະຫວາດສະ​ເຫວີຍທີ່​ສຸດ ​ແລະ ສະບາຍ​ໃຈ​ທີ່​ສຸດ. ບໍ່​ສະ​ເພາະ​ແຕ່​ຄຸ້ມຖະຫນົນ​ເກົ່າ​ແຫ່ງ​ນີ້​ເທົ່າ​ນັ້ນ, ຂ້​າພະ​ເຈົ້າປາດ​ຖະໜາວ່າ: ​ຢູ່​ໂຮ້ຍອານ ກໍ່​ຄື​ສະຖານ​ທີ່​ທ່ອງ​ທ່ຽວແຫ່ງ​ຕ່າງໆຢູ່​ຫວຽ​ດນາມ ຈະ​ມີຖະຫນົນ​​ຄົນ​ຍ່າງ​ຫຼາຍ​ສາຍ ຕື່ມ​ອີກ​“.


   
ຖະໜົນຄົນຍ່າງໂຮ້ຍອານ-ຜະລິດຕະພັນ ທ່ອງທ່ຽວດູດດື່ມໃຈແຂກ​ຕ່າງ​ດ້າວ​ທ້າວ​ຕ່າງ​ເມືອງ - ảnh 3

(ພາບ:canthuexe.com)

   ​ໂດຍຜ່ານບັນດາ​ສິ່ງ​ກີດຂວາງ​ໃນ​ເບື້ອງ​ຕົ້ນ, ໂ​ຮ້ຍອານ ​ໄດ້​ປະຕິບັດ​ສຳ​ເລັດທິດ​ນຳ​ທີ່​ວ່າຖະຫນົນບໍ່​ມີ​ສຽງ​ວົນ​ແຊວ​ເທື່ອ​ລະ​ກ້າວ​ດ້ວຍ​ຫຼາຍ​ມາດ​ຕະການຄື. ຂົນຂວາຍ, ​ເກ້ຍກ່ອມ, ​ໂຄສະນາ​ເຜີຍ​ແຜ່​ໃຫ້​ປະຊາຊົນ ຕະຫຼອດ​ຮອດ​​ການ​ໃຫ້​ບຸລິມະສິດ​​ແກ່​ການດຳ​ເນີນ​ທຸລະ​ກິດ… ປະຈຸ​ບັນ, ປະຊາຊົນ​ໂຮ້ຍອານ ​ໄດ້​ມີ​ຄວາມ​ຊິນ​ເຄີຍກັບ​ເລື່ອງ​ບໍ່​ຂີ່​ລົດຈັກ​ໃນ​ຄຸ້ມ​ຖະໜົນ​ເກົ່າ​ແລ້ວ. ຄຸ້ມ​ຖະຫນົນ​ເກົ່າ​ມີ​ຄວາມ​ສະຫງົບ​ງຽບ ​ແລະ​ຮັບປະກັນຄວາມ​ເປັນ​ລະບຽບຮຽງ​ຮ້ອຍ​​, ສະນັ້ນ, ບັນດາ​ຮ້ານ​ຂາຍ​ເຄື່ອງ, ຮ້ານ​ກິນ​ດື່ມ​ຈຶ່ງ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ. ທ່ານ Truong Van Bay ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ້ຍອານ​ໃຫ້​ຮູ້​ວ່າ:

   “ຖະໜົນ​ຄົນຍ່າງ​ຈະ​ຖືກ​ປະຕິບັດຢ່າງ​ເດັດຂາດ​ແຕ່ 1-6 ມື້ ​ແລະ ມຸ້ງ​ໄປ​ເຖິງ​ການ​ຜັນ​ຂະຫຍາ​ຍຖະໜົນ​ຄົນ​ຍ່າງທັງ​ໝົດນທົວເຂດ​ຄຸ້ມ​ຖະຫນົນ​ເກົ່າ​. ​ເພື່ອ​ສ້າງຄວາມ​ດູດ​ດື່ມ​ໃຈ​ກ່ວາ​ໃຫ້​ແກ່ຖະໜົນ, ​​ໃນ​ໄລຍຜ່ານ​ມາ, ​ໂຮ້ຍອານ ​ໄດ້​ຈັດ​ບັນດາ​ສະຖານ​ທີ່​ເສບ​ດົນຕີ​ປະສານ​ສຽງ​ພື້ນ​ເມື​ອງ, ສະຖານ​ທີ່​ສະ​ແດງ​ສິລະ​ປະ​ພື້ນ​ເມືອງ ​ແລະ ສອນ​ເພງ​ພື້ນ​ເມືອງ​ຕື່ມ​ອີກ….

   ​ໂຮ້ຍອານ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຈຸດ​ນັດພົບ​ຂອງ​ຂະ​ແໜງ​ທ່ອ​ງທ່ຽວ​ແຂວງ​ກວາງ​ນາມ ​ເວົ້າສະ​ເພາະ ​ແລະ ຂອງ​ຫວຽດນາມ​ ເວົ້າລວມ. ​ໂດຍ​ມີ​ຄວາມ​ຮັບ​ຮູ້​ສິ່ງ​ດັ່ງກ່າວ​ຢ່າງ​ຈະ​ແຈ້ງ, ພ້ອມ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ຜະລິດ​ຕະພັນ​ການທ່ອງທ່ຽວ​ທີ່​ມີ​ຢູ່​ແລ້ວ, ຂະ​ແໜງ​ທ່ອງ​ທ່ຽວໂຮ້ຍອານ ຍັງ​ຖື​ເປັນ​ສຳຄັນ​ການ​ເປີດ​ກ້ວາງ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທາງ​ແມ່ນ້ຳ, ​ໝູ່​ເກາະ​ທະ​ເລ,  homestay…ກະກຽມ​ສົມທົບ​ກັນຈັດ​ບັນດາ​ເຫດການ​ວັດທະນະທຳ, ການທ່ອງທ່ຽວ​​ໃນ​ພາກ​ພື້ນ ​ແລະ ສາກົນ….​ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄຸ້ມ​ຖະໜົນ​ເກົ່າ​ໂຮ້ຍອານ ​ນັບ​ມື້​ນັບ​ປ່ຽນ​ໃໝ່​ ​ແລະ ດູດ​ດືມ​ໃຈ​​ແຂກ​ທ່ອງ​ທ່ຽວ​ກ່ວາ​ອີກ. ​ໂຮ້ຍອານ ​ໄດ້​ກາຍ​ເປັນ​ພາບ​ພົດ​ທີ່​ສວຍ​ງາມ​ຢ່າງ​ແທດ​ຈິງ ​ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ.

 



ຕອບກັບ

ຂ່າວ/ບົດ​ອື່ນ