ທົບທວນຄືນບັນດາຜົນງານທີ່ພົ້ນເດັ່ນໃນ ການພົວພັນລະຫວ່າງ ຫວຽດນາມ - ລາວປີ 2015
Minh Duc -  
(vovworld) - ປີ 2015, ການພົວພັນຮ່ວມມືລະຫວ່າງຫວຽດນາມ - ລາວ ບັນລຸໄດ້ບັນດາຜົນງານຮອບດ້ານພໍສົມຄວນໃນທຸກຂົງເຂດເຊັ່ນ: ດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືໃນບັນດາຂົງເຂດພາກພື້ນ ແລະ ສາກົນ… ບັນດາໝາກຜົນທີ່ບັນລຸໄດ້ໃນຂົງເຂດເຫຼົ່ານັ້ນໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ ໃຫ້ແກ່ການພັດທະນາລວມຂອງ 2 ປະເທດຫວຽດນາມ - ລາວ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ບັນນາທິການ VOV ຂໍທົບທວນຄືນບັນດາຜົນງານທີ່ພົ້ນເດັ່ນໃນການພົວພັນລະຫວ່າງ 2 ປະເທດປີ 2015.
(ທ່ານປະທານປະເທດ ເຈືອງເຕີນຊາງ
ເຂົ້າຮ່ວມພິທີເປີດສະຫຼອງສະໜາມບິນສາກົນ ອັດຕະປື)
ສຳລັບການພົວພັນທາງການທູດ: 2 ຝ່າຍໄດ້ຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຂອງການນຳ 2 ປະເທດ ແລະ ໝາກຜົນກອງປະຊຸມຄັ້ງທີ 37 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ (ດຳເນີນໃນເດືອນ 01/2015 ຢູ່ຮ່າໂນ້ຍ) ຢ່າງມີປະສິດທິຜົນ. ປີ 2015, 2 ຝ່າຍໄດ້ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນຫຼາຍຄະນະ, ໃນນັ້ນພົ້ນເດັ່ນແມ່ນ: ການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຂອງທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 28/03 – 04/4/2015 ເນື່ອງໃນໂອກາດທີ່ທ່ານນາງເຂົ້າຮ່ວມກອງປະຊຸມ IPU 132; ແລະການມາຢ້ຽມຢາມຫວຽດນາມ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ, ໂຮມປະເທດຊາດເປັນເອກະພາບ 30/04 ຂອງທ່ານຜູ້ປະຈຳການຄະນະເລຂາທິການ, ຮອງປະທານປະເທດລາວ ບຸນຍັງ ວໍລະຈິດ. ແລະການຢ້ຽມຢາມລາວຂອງທ່ານປະທານປະເທດ ເຈືອງເຕີນຊາງ, ໃນໂອກາດເຂົ້າຮ່ວມພິທີເປີດສະຫຼອງສະໜາມບິນສາກົນ ອັດຕະປື, ແຂວງ ອັດຕະປື, ທາງພາກໃຕ້ຂອງລາວ. ນະທີ່ນີ້ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ເນັ້ນໜັກວ່າ.
“ສະໜາມບິນສາກົນອັດຕະປື ໄດ້ຮັບການກໍ່ສ້າງດ້ວຍການອອກແບບທີ່ທັນສະໄໝ ຈະປະກອບສ່ວນຍົກສູງພື້ນຖານໂຄງລ່າງໃຫ້ແຂວງອັດຕະປື. ສະໜາມບິນນີ້ ບໍ່ພຽງແຕ່ປະກອບສ່ວນສ້າງຄວາມສະດວກໃຫ້ແກ່ການໄປມາລະຫວ່າງແຂວງອັດຕະປື ກັບທ້ອງຖີ່ນຕ່າງໆຂອງລາວ ເທົ່ານັ້ນ ຫາກຍັງຊ່ວຍເພີ່ມທະວີການເຊື່ອມຕໍ່ລະຫວ່າງລາວ - ຫວຽດນາມ ແລະ ບັນດາປະເທດໃນພາກພື້ນອີກດ້ວຍ, ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວດ້ານເສດຖະກິດ, ການຄ້າ, ການລົງທຶນກັບເຂດພາກໃຕ້ຂອງລາວອີກດ້ວຍ”.
ກ່ຽວກັບການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ: 2 ຝ່າຍໄດ້ລົງນາມໃນອະນຸສັນຍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄລຍະ 2015 – 2020, ສົມທົບກັນຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມຢູ່ແຕ່ລະປະເທດ, ສະກັດກັ້ນບັນດາກົນອຸບາຍ ແລະ ການເຄື່ອນໄຫວມ້າງທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກຢ່າງມີປະສິດທິຜົນ. 2 ຝ່າຍຕັ້ງໜ້າສົມທົບກັນສ້າງແຜນສັງລວມກ່ຽວກັບໂຄງການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນຫວຽດນາມ - ລາວ.
(ທ່ານລັດຖະມົນຕີວ່າການກະຊວງ
ອຸດສາຫະກຳການຄ້າຫວຽດນາມ ຫວູຮຸຍຮ່ວາງ)
ກ່ຽວກັບການພົວພັນດ້ານເສດຖະກິດ, ການລົງທຶນ, ການຄ້າ: ຫວຽດນາມ ສືບຕໍ່ແມ່ນນັກລົງທຶນໃຫຍ່ອັນດັບ 3 ຢູ່ລາວ. ໄລ່ຮອດເດືອນ 11/2015, ຫວຽດນາມ ໄດ້ສະໜອງ 9 ໂຄງການໃໝ່, 9 ໂຄງການເພີ່ມເງິນລົງທຶນໃຫ້ລາວ, ດ້ວຍຍອດຈຳນວນເງິນລົງທຶນໃໝ່ ແລະ ເພີ່ມຂຶ້ນແມ່ນ 166 ລ້ານ USD. ສິ່ງທີ່ໜ້າສົນໃຈແມ່ນ, ໃນເດືອນ 03/2015, 2 ຝ່າຍໄດ້ລົງນາມໃນສັນຍາການຄ້າຫວຽດນາມ - ລາວ ສະບັບໃໝ່. ທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ຫວູຮຸຍຮ່ວາງ ໃຫ້ຮູ້ກ່ຽວກັບລັກສະນະພິເສດໃນສັນຍານີ້ວ່າ.
“2 ຝ່າຍໄດ້ສະຫງວນໃຫ້ກັນບັນດາບຸລິມະສິດດ້ານປະລິມານປະເພດສິນຄ້າ, ກໍຄືຮັບບຸລິມະສິດດ້ານພາສີ, ຫັນລະບຽບການດ້ານການຄ້າເປັນສະດວກ, ເພື່ອເຮັດແນວໃດໃຫ້ສິນຄ້າຂອງລາວ ນຳເຂົ້າຫວຽດນາມ ກໍຄືໃຫ້ສິນຄ້າຂອງຫວຽດນາມ ເຂົ້າຕະຫຼາດລາວ ໃນໄລຍະໄວທີ່ສຸດ, ສະດວກທີ່ສຸດ. ສັນຍານີ້ກໍຊີ້ແຈ້ງ, ໄປຄຽງຄູ່ກັບການພັດທະນາດ້ານການຄ້າ, 2 ຝ່າຍຍັງສົ່ງເສີມວິສາຫະກິດ 2 ປະເທດຄົ້ນຄວ້າ, ຊອກຫາກາລະໂອກາດລົງທຶນໃນຂົງເຂດອຸດສາຫະກຳ, ການບໍລິການ ເພື່ອຊຸກຍູ້ການພົວພັນດ້ານການຄ້າ ແລະ ເພີ່ມຜະລິດຕະພັນສິນຄ້າ. 2 ຝ່າຍມີທ່າໄດ້ບຽບໃນການເພີ່ມປະລິມານສິນຄ້າ ແລະ ຕອບສະໜອງຄວາມຕ້ອງການຂອງ 2 ປະເທດ ແລະ ສາມາດຈະສົ່ງໄປຍັງປະເທດທີ 3 ໄດ້”.
ກ່ຽວກັບການຮ່ວມມືດ້ານການສຶກສາ: ນັບແຕ່ປີ 2011 – 2015 ຈຳນວນນັກສຶກສາລາວມາຮ່ຳຮຽນຢູ່ ຫວຽດນາມໄດ້ເພີ່ມຂືຶ້ນໃນແຕ່ລະປີ, ອັນໄດ້ສະແດງໃຫ້ເຫັນຄວາມຕ້ອງການໃນການຮ່ຳຮຽນ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງນັບມື້ນັບເພີ່ມຂຶ້ນ.
ຄຽງຂ້າງການຮ່ວມມືຫຼາຍຝ່າຍ, ຫວຽດນາມ ແລະ ລາວໄດ້ຍູ້ແຮງການຮ່ວມມືໃນຂອບເຂດອາຊຽນ, ພາກພື້ນ ແລະ ສາກົນ. 2 ປະເທດເພີ່ມທະວີ ແລະ ແລກປ່ຽນຂໍ້ມູນຂ່າວສານເປັນປະຈຳກ່ຽວກັບບັນດາບັນຫາສາກົນ; ສົມທົບກັນໃນບັນດາການເຄື່ອນໄຫວຢູ່: ASEAN, CLV, CLMV, ACMECS, GMS, ບັນດາອົງການຈັດຕັ້ງ ແລະ ເວທີປາໄສຮ່ວມມືພາກພື້ນ ແລະ ສາກົນ.
Minh Duc