ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ
ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່
ອາທິດຜ່ານມາ, ໃນຈົດໝາຍຝາກມາລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ຜູ້ຟັງຫຼາຍທ່ານໄດ້ສະແດງຄວາມເອົາໃຈໃສ່ເຖິງການພົວພັນມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ. ພິເສດແມ່ນການຢ້ຽມຢາມມິດຕະພາບ ສປປ. ລາວ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມຂອງຜູ້ຟັງບາງທ່ານທີ່ໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.
*****
ໃນຈົດໝາຍຝາກມາລາຍການ, ເພື່ອນ ອຸດົມໄຊ ຈັນທະວົງ ແຂວງ ຄຳມ່ວນ ແລະ ເພື່ອນ ແປງ ແກ້ວມານີ ຢູ່ນະຄອນຫລວງ ວຽງຈັນ ແບ່ງປັນວ່າ: “ ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ ເມື່ອທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ເລືອກເຟັ້ນ ສປປ.ລາວ ເປັນປະເທດທຳອິດໃນການໄປປະຕິບັດງານຢູ່ຕ່າງປະເທດໃນຖານະຕຳແໜ່ງເປັນປະທານສະພາແຫ່ງຊາດ. ຫວັງວ່າ ລາຍການຈະສະຫຼຸບໂດຍຫຍໍ້ການເຄື່ອນໄຫວຕ່າງໆຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢູ່ ລາວ ຫວ່າງແລ້ວນີ້.”
ເພື່ອນ ອຸດົມໄຊ ຈັນທະວົງ ແລະ ເພື່ອນ ແປງ ແກ້ວມານີ ທີ່ຮັກແພງ, ການຢ້ຽມຢາມມິດຕິພາບ ສປປ.ລາວ ຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໃນລະຫວ່າງວັນທີ 26 – 27/09 ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ພາຍຫລັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ມີການເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຫລັງຈາກນັ້ນ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ມີບັນດາການພົບປະ, ເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ຢ້ຽມຢາມຖາມຂ່າວອະດີດການນຳຂັ້ນສູງຂອງ ລາວ ບາງທ່ານ, ອາໄລຫາ ແລະ ຖະຫວາຍທູບທຽນຢູ່ອະນຸສາວະລີນັກຮົບນິລະນາມທີ່ເສຍສະຫຼະຊີວິດເພື່ຶອຊາດ, ເມື່ອໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ແທນປະຊາຄົມຊາວ ຫວຽດນາມ ທີ່ພວມຮ່ຳຮຽນ, ແລກປ່ຽນການຄ້າ, ດຳລົງຊີວິດຢູ່ ລາວ. ທີ່ບັນດາການພົບປະເຈລະຈາ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ; ແລກປ່ຽນບັນດາແຜນນະໂຍບາຍ, ມາດຕະການ ເພື່ອແນໃສ່ສືບຕໍ່ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ມີປະສິດທິຜົນ. 2 ຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສລັດຖະສະພາສາກົນ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງໃຫ້ໝັນຄົງ ແລະ ມີປະສິດທິຜົນ, ໃຫ້ຄຳໝັ້ນສັນຍາຈະຜັນຂະຫຍາຍການປະຕິບັດຂໍ້ຕົກລົງຮ່ວມລະຫວ່າງການນຳ 2 ປະເທດຢ່າງຖືກຕ້ອງ. 2 ຝ່າຍກໍ່ສະໜັບສະໜູນ 2 ລັດຖະບານ ດຳເນີນການເຈລະຈາເພື່ອມຸ່ງໄປເຖິງການເຊັນສັນຍາກ່ຽວກັບການພາຕົວ ແລະ ສັນຍາກ່ຽວກັບການມອບສົ່ງຜູ້ຖືກຕັດສິນລົງໂທດຈຳຄຸກລະຫວ່າງ ຫວຽດນາມ - ລາວ ໂດຍໄວ. ເນື່ອງໃນໂອກາດນີ້ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຂອບໃຈປະເທດ ລາວ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດຢູ່ ລາວ.
*****
ສ່ວນໃນຈົດໝາຍສົ່ງມາລາຍການ, ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ແຂວງ ບໍແກ້ວ ຂຽນວ່າ: ຂ້າພະເຈົ້າໄດ້ຮູ້ວ່າ ຫວ່າງແລ້ວນີ້ ຫໍພິພິດທະພັນປະຫວັດສາດກອງທັບປະຊາຊົນ ລາວ ຢູ່ນະຄອນຫລວງ ວຽງຈັນ, ໄດ້ຈັດງານວາງສະແດງ “ທາງໂຮ່ຈີມິນແຫ່ງເທບນິຍາຍໃນດິນແດນລາວ, ໄລຍະ 1961 - 1975” ໂດຍຜ່ານລາຍການ ຂ້າພະເຈົ້າຢາກຮູ້ແຈ້ງກ່ວາກ່ຽວກັບຄວາມໝາຍຂອງງານວາງສະແດງນີ້.
ເພື່ອນ ວິໄລສະຫວັນ ແກ້ວພິລາວັນ ທີ່ຮັກແພງ ! ງານວາງສະແດງ “ທາງ ໂຮ່ຈີມິນແຫ່ງເທບນິຍາຍໃນດິນແດນລາວ ໄລຍະ 1961 - 1975” ແມ່ນການເຄື່ອນໄຫວໂດຍສະຖານທູດ ຫວຽດນາມ ປະຈຳ ລາວ ສົມທົບກັບກະຊວງປ້ອງກັນປະເທດ ລາວ ຈັດຕັ້ງ ເພື່ອແນໃສ່ສະເຫຼີມສະຫຼອງ 55 ປີແຫ່ງວັນເປີດເສັ້ນທາງພູຫລວງຕາເວັນຕົກ (1961 - 2016). ງານວາງສະແດງ ເພື່ອແນໃສ່ຮັບຮອງຂອບຂະໜາດປະຫວັດສາດ, ການປະກອບສ່ວນຢ່າງໃຫຍ່ຫລວງຂອງເສັ້ນທາງພູຫລວງຕາເວັນຕົກ ທີ່ມີຕໍ່ພາລະກິດປະຕິວັດປົດປ່ອຍຊາດຂອງສາມປະເທດ ອິນດູຈີນ ເວົ້າລວມ ແລະ ພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບເວົ້າສະເພາະ. ງານວາງສະແດງຍັງແມ່ນໂອກາດເພື່ອສຶກສາໃຫ້ປະຊາຊົນ 2 ປະເທດກ່ຽວກັບການພົວພັນສູ້ຮົບແບບພິເສດລະຫວ່າງ ລາວ - ຫວຽດນາມ ໃນການປະຕິວັດປົດປ່ອຍຊາດ ແລະ ການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຄືໃນປະຈຸບັນ. ງານວາງສະແດງປະກອບດ້ວຍຮູບພາບ 80 ແຜ່ນຂອງບັນດານັກຂ່າວສະໜາມຮົບ ເຊິ່ງໄດ້ວາດພາບໄລຍະປະຫວັດສາດອັນສະຫງ່າອົງອາດແຕ່ປີ 1961 – 1975 ດ້ວຍເຈດຈຳນົງ ແລະ ຄວາມຕັດສິນໃຈຢ່າງແຮງກ້າຂອງກອງທັບ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ທີ່ໄດ້ຮຽງບ່າຮຽງໄຫລ່ໃນການສູ້ຮົບ ເພື່ອຮັບປະກັນໃຫ້ເສັ້ນທາງ ໂຮ່ຈີມິນ - ພູຫລວງຕາເວັນຕົກ ກາຍເປັນເສັ້ນທາງຂົນສົ່ງຍຸທະສາດ, ເປັນ “ເສັ້ນທາງຕົ້ນຕໍ” ຂອງການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດຢ່າງແທ້ຈິງ.
*****
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກ ຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.438.256.631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.