ນັກປະພັນຈຸງຈຸງດິ້ງແລະບົດປະພັນ ໄດ້ຮັບລາງວັນວັນນະຄະດີອາຊຽນ


    (vovworld)-   ​ໃນ​ລາຍການ​ມື້​ນີ້ ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ຝາກ​ມາລາ​ຍການ​ຂອງ​ພວກ​ເຮົາ​ໃນ​ອາທິດ​ຜ່ານ​ມາ.

    ​​ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອ​ນສຸກ​ສະ​ຫວັນ, ຖາວອນ ຢູ່​ແຂວງ​ບໍ່​ແກ້ວ, ​ເພື່ອນ​ພອນ​ປະສົງ, ​ແກ້ວ​ມາ​ນີ ຢູ່​ແຂວງ​ອຸດົມ​ໄຊ…​ ​ແລະ ບັນດາ​ເພື່ອນ​ຜູ້​ອ່ານຜູ້​ຟັງ​ຢູ່​ແຂວງ​ຫຼວງ​ພະ​ບາງ, ຊຽງຂວາງ …ຊື່ງ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ປະ​ເສີດ​ທີ່​ສຸດມາ​ຍັງ​ບັນດາ​ນັກ​ຂ່າວ, ນັກ​ບັນນາທິການ​ລາຍການ​ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ, ປີ ມະ​ເມຍ 2014. ຕາງໜ້​າ​ໃຫ້​ຜູ້​ຈັດ​ທຳລາຍ​ການ, ພວກ​ເຮົາ​ຂໍ​ຂອບ​ອົກຂອບ​ໃຈ​ບັນດາ​ອາລົມ​ຈິດ​ທີ່​ພວກ​ເພື່ອນ​ສະຫງວນ​ໃຫ້​ພວກ​ເຮົາ ​ແລະ ອວຍພອນ​ໃຫ້​ພວກ​ເພື່ອນ​ຈົ່ງ​ມີ​ຂຸ​ຂະ​ພາຍ​ແຂງ​ແຮງ, ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ!

ນັກປະພັນຈຸງຈຸງດິ້ງແລະບົດປະພັນ ໄດ້ຮັບລາງວັນວັນນະຄະດີອາຊຽນ - ảnh 1
(ພາບປະກອບ: commons.wikimedia.org)

   ​ເພື່ອນ​ອຸ​ໄທ​ລັດ ຢູ່​ໂທລະພາບແຫ່ງ​ຊາດ​ລາວ ແບ່ງປັນ​ວ່າ: ​ເພື່ອນ​ມັກທີ່​ສຸດ​ບັນດາ​ລາຍການ​ກະຈາຍສຽງ ອອກ​ອາກາດ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ ຜ່ານ​ມາ, ພິ​ເສດ​ແມ່ນ​ລາຍການ​ວັດທະນະທຳ, ຜ່ານ​ນັ້ນ, ​ເພື່ອນ​ສາມາດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ບັນດາ​ຊົນ​ເຜົ່າ​ຫວຽດນາມ ຄື: ການ​ຄະລຳ​ໃນ​ບຸນ​ເຕັດ, ບັນດາ​ງານ​ບຸນ​ປະ​ເພນີ​ຂອງ​ຫວຽດນາມ, ຄວາມ​ໝາຍ​ການ​ບູຊາ….

ນັກປະພັນຈຸງຈຸງດິ້ງແລະບົດປະພັນ ໄດ້ຮັບລາງວັນວັນນະຄະດີອາຊຽນ - ảnh 2

ງານ​ບຸນ​ວັດ​ເຮືອງ

(ພາບ: vi.wikipedia.org)

   ​ ເພື່ອນ​ຄຳ​ປ່ຽນ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດລາ​ວ ​ໄດ້​ສົ່ງ​ອີ​ແມວ​ມາລາ​ຍການ​ໂດຍ​ຖາມ​ວ່າ: ຢູ່​ຫວຽດນາມ ມີ​ຫຼາຍ​ງານ​ບຸນ​ບໍ່? ບັນດາ​ງານ​ບຸນ​ດຳ​ເນີນ​ໄປ​ໃນ​ຈຸ​ດ​ເວລາ​ໃດ​ໃນ​ປີ ​ແລະ ​ເພື່ອນ​ຢາກ​ຮູ້​ບາງ​ງານ​ບຸນ​ພົ້ນ​ເດັ່ນ​ຂອງ​ຫວຽດນາມ?

  ເພື່ອນ​ຄຳ​ປ່ຽນ ​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ຕາມ​ການ​ສະຖິຕິ​ແລ້ວ, ປະຈຸ​ບັນ, ທົ່ວ​ປະ​ເທດ​ຫວຽດນາມ ມີ​​ເກືອບ 8000 ງານ​ບຸນ; ງານ​ບຸນ​ປະ​ເພນີ​ຂອງ​ຫວຽດນາມ ​ເຄີຍ​ດຳ​ເນີນ​ໃນ​ລະດູບານ​ໃໝ່ ​ແລະ ມີ​ບາງ​ງານ​ບຸນ​ຖືກ​ຈັດ​ຂຶ້ນ​ໃນລະດູ​ໃບ​ໄມ້​ຫຼົ່ນ​ອີກ. ບັນດາ​ດາ​ງານ​ບຸນ​ຕົ້ນຕໍ່​ຂອງ​ຫວຽດ​ນາມ ​ມີ: ​ບຸນປີ​ໃໝ່​ປະຈຳ​ຊາດ​, ບຸນ​​ເຂົ້າປະດັບ​ດິນ ​ແລະ ​ບຸນວັນ​ເພງ​ເດືອນ 8, ນອກຈາກ​ນັ້ນຍັງ​ມີ​ງານ​ບຸນ​ວິຫານ​ຮຸ່ງ, ງານ​ບຸນ​ວິຫານ​ເຈິ່ນ, ງານ​ບຸນ​ວິສາຂະບູຊາ, ງານ​ບຸນ​ຢອງ, ງານ​ບຸນ​ວັດ​ເຮືອງ, ວັດບາຍ​ດິງ, ງານ​ບຸນ​ອຽນ​ຕື້…..

  ​ໃນ​ອາທິດ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອນ​​ແສງ​ອາພອນ, ສົມ​ເພດ, ຄຳໝັ້ນ ຢູ່​ແຂວງ​ຈຳປາ​ສັກ ​​ໂດຍຖາມ​ກ່ຽວ​ກັບ​ບັນດາ​ນັກ​ປະພັນ​ຫວຽດນາມ ​ໄດ້​ຮັບ​ລາງວັນ​ວັນນະ​ຄະດີ​ອາ​ຊຽນ ​ແລະ ຂໍໃຫ້​ລາຍການ​ແນະນຳ​ນັກ​ປະພັນ​ດີ​ເດັ່ນ​ຜູ້​ໜຶ່ງ ​ກໍ່​ຄືບົດ​ປະພັນ​ໄດ້​ຮັບ​ລາງວັນ​ຂອງ​ນັກ​ປະພັນ​ຜູ້​ນັ້ນ. ພວກ​ເຮົາ​ຂໍ​ຕອບ​ຄຳ​ຖາມຂອງ​ພວກ​ເພື່ອນ​ຄື​ດັ່ງ​ນີ້:

​​  ບັນດານັກ​ປະພັນ​ຫວຽດນາມ ​ໄດ້​ຮັບ​ລາງວັນ​ວັນນະ​ຄະດີ​ອາ​ຊຽນ ​ແມ່ນ: ​ໂຕ​ຫິ້ວ (1996), ມາ​ວັນ​ຄາງ (1998), ຫິ້ວ​ຖິງ (1999), ຫງວຽນ​ຂາຍ (2000), ຫງວຽນ​ດຶກ​ເມົ້າ (2001), ຫງວຽນ​ກຽນ (2002), ບັ່ງຫວຽດ (2003), ​ໂດ້ຈູ (2004), ຟູ​ຈ້າ​ມ (2005), ​ເລ​ວັນ​ຖາວ (2006), ​ເຈິ່ນ​ວັນ​ຕວນ (2007), ຫງວໜງອກ​ຕື (2008), ກາວ​ຢຸຍ​ເຊີນ (2009), ຫງວຽນ​ເຍິດ​ແອ​ງ (2010), ຫງວຽນ​ຈີ​ຈຸ​ງ (2011), ຈຸ​ງຈຸ​ງດິ້ງ (2012), ທາຍ​ບາ​ເລີ້​ຍ (2013).

ນັກປະພັນຈຸງຈຸງດິ້ງແລະບົດປະພັນ ໄດ້ຮັບລາງວັນວັນນະຄະດີອາຊຽນ - ảnh 3

ນັກ​ປະພັນ ຈຸ​ງຈຸ​ງດິ້ງ

(ພາບ: http://thethaovanhoa.vn)

   ຕໍ່​ໄປ​ພວກ​ເຮົາ​ຂໍ​ແນະນຳ​ກັບ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ກ່ຽວ​ກັບ​ນັກ​ປະພັນ ຈຸ​ງຈຸ​ງດິ້ງ  ຜູ້​ໄດ້ຮັບລາງວັນ​ວັນນະ​ຄະດີ​ອາ​ຊຽນ ປີ 2012 ດ້ວຍ​ບົດ​ນາ​ວະ​ນິຍາຍ “ນັກຮົບ​ສະ​ໝໍ​ລະ​ພູມ“ ຊື່​ງ​ໄດ້​ເລົ່າ​ເລື່ອງ​ກ່ຽວ​ກັບບັນດາ​ນັກຮົບພາກ​ເໜືອ​ຫວຽດນາມ​ ທີ່​ໄດ້ຂ້າມ​​ສາຍພູ​ຫຼວງ​ເຈື່ອງ​ເຊີນ ​ເຂົ້າ​ເຂດ​ໄຕ​ງວຽນ. ​​ບົນ​ເສັ້ນທາງ​ອອກ​ສູ່​ສະໜາມຮົບ, ​ເຂົາ​ເຈົ້າໝົດ​ທຸກ​ຄົນລ້ວນ​ແຕ່​ແມ່ນຄົນ​ທີ່ໜຸ່ມ​ແໜ້ນ​, ດ້ວຍ​​ຄວາມ​ຮັກ ​ແລະ ຄວາມ​ໄຟ່​ຝັນ​ຂອງ​ໄວ​ໜຸ່ມ. ພາບ​ພົດ​ຂອງ​ນັກຮົບ​ໃນ​ບົດ​ປະພັນ​ຂອງນັກ​ປະພັນ ຈຸ​ງຈຸ​ງດິ້ງ  ມີ​ອາລົມ​ຈິດ ຄວາມ​ຮັກ​, ຄວາມ​ຮູ້ສຶກ​, ນິດ​ໃສ​​ໃຈຄໍທີ່​ແຕກ​ຕ່າງ​ກັນ, ມີ​ແຫຼ່ງກຳ​ເນີ​ດທີ່​ແຕກ​ຕ່າງ​ກັນ ​​ແຕ່​ເມື່ອ​ອອກ​ສູ່​ສະໜາມຮົບ, ​ເຂົາ​ເຈົ້າພັດມີ​ຄວາມອົ່ງ​ອາດ​ກ້າຫານ, ບໍ່​ຍອມ​ຈຳນົນ.

  ນັກ​ປະພັນ​ທາຍ​ບາ​ເລີ້​ຍ ຕີ​ລາຄາ​ວ່າ: ຜູ້​ອ່ານ​ຈະ​ຖືກ​ດູດ​ດື່ມ​​ໃຈນັບ​ແຕ່​ແຖວ​ໜັງສື​ທຳ​ອິດ ຈົນ​ຮອດ​ຕົວ​ໜັງສື​ສຸດ​ທ້າຍ​ຂອງ​ນາ​ວະ​ນິຍາຍ​ນີ້, ມັນ​ສົມ​ເປັນ​ບົດ​ປະພັນ​ໄດ້​ຮັບ​ລາງວັນ​ວັນນະຄະດີ​ອາ​ຊຽນ:  ສຽງ

   “ນັກ​ປະພັນ​ຈຸ​ງຈຸ​ງດິ້ງ ມີ​ບັນດາ​ບົດປະພັນ​ທີ່​ໄດ້​ຮັບ​ຄວາມ​ຮູ້ການ​ຈັກ​ຈາກ​ຜູ້​ອ່ານຫຼາຍ​ຄົນ, ທ່ານ​ແມ່ນ​ນັກ​ປະພັນ​ທີ່​ມີ​ຊື່​ສຽງ, ມີ​ບັນດາ​ບົດ​ປະພັນ​ທີ່​ມີ​ເນື້ອ​ໃນ​ເລິກ​ເຊິ່ງກ່ຽວ​ກັບ​ໄຕ​ງວຽນ​, ພິ​ເສດ​ແມ່ນ​ບັນດາ​ບົດ​ປະພັນ​ທີ່ຂຽນ​ກ່ຽວ​ກັບ​ນັກຮົບໃນ​ປາ​ງສົງຄາມ. ທ່ານ​ແມ່ນ​ນັກ​ປະພັນ​ທີ່​ມີ​ຄວາມ​ສາມາດ, ຫາ​ຍາ​ກຂອງ​ພື້ນຖານ​ວັນນະ​ຄະດີ​ຫວຽດນາມ“.

  ປະຈຸ​ບັນ, ນັກ​ປະພັນ​ຈຸ​ງຈຸ​ງດິ້ງ ​ແມ່ນ​ກຳມະການ​ຄະນະ​ບໍລິຫານ​ງານ​ສະມາຄົມ​ນັກ​ປະພັນ​ຫວຽ​ດນາມ, ຜູ້ອຳນວຍການ​ໂຮງພິມ​ຈຳໜ່າຍສະມາຄົມ​ນັກ​ປະພັນ. ທ່ານ​ແມ່ນ​ນັກ​ປະພັນ​ວັນນະຄະດີ​ໃຫ່ຍ​ໃນຍຸກ​ປະຈຸ​ບັນ ​ຊື່​ງ​ເຄີຍ​ໄດ້​ຮັບ​ລາງວັນ​ວັນນະຄະດີລະດັບ​ລັດປີ 2010.

   ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ທີ່​ກ່າວ​ມາຂ້າງ​ເທິງ​ແມ່ນຄຳ​ ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຖ້າ​ທ່ານ​ຜູ້​ໃດ​ຢາກ​ຊອກ​ຮູ້​ບັນຫາ​ໃດ ກະ​ລູນາ​ຝາກຈ​ົດໝາຍ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈ້ຽວ​ຮ່າ​ໂນ້ຍ- ​​ເບີໂທ: 00844.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ ທ່ານ​ທີ່​ໄດ້​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ, ສະບາຍດີ!

ຕອບກັບ

ຂ່າວ/ບົດ​ອື່ນ