ນັບແຕ່ວັນທີ 15/12/2011 ພວກເພື່ອນສາມາດຮັບຟັງ ແລະ ອ່ານຂ່າວຜ່ານເວັບໄຊ vovworld.vn

ໃນ​ການ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ​ພາກ​ນີ້, ພວກ​ເຮົາ​ຄັດສະ​ເຫ​ນີບາງ​ຄຳ​ເຫັນ ​ແລະ ຕອບ​ຄຳ​ຖາມ​ທີ່​ທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ.

        ​ເພື່ອນ​ໄຊ​ສົມ​ພອນ, ນັກ​ສຶກສາ​ລາວທີ່​ພວມ​ຮຳ່ຮຽນ​ຢູ່​ສະ​ຖາ​ບັນ​ທະນາຄານ​ຫວຽດນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ຮັບຂ່າວ​ວ່າ: ລາຍການ​ກະຈາຍສຽງ​ພາກ​ພາສາ​ລາວ ພ້ອມ​ກັບ 11 ລາຍການ​ກະຈາຍສຽງ​ພາກ​ພາສາ​ຕ່າງປະ​ເທດ​ຂອງ​ລະບົບ​ພາສາ​ຕ່າງປະ​ເທດ ​ໄດ້​ນຳ​ສະ​ເຫ​ນີ ​ແລະ ຮັກສາ​ໄວ້​ທາງ ອິນ​ເຕີ​ແນ​ດ ​ໃນ​ເວລາ 1 ອາທິດ.  ເພື່ອນໄຊພອນເວົ້າວ່າ:

“ໃນໄລຍະມໍ່ໆມານີ້, ຂ້າພະເຈົ້າໄດ້ຮັບຂ່າວວ່າ​ ພາກ​ພາສາ​ລາວ ວິທະ​ຍຸ ກະຈາຍສຽງ​ຫວຽດນາມ​ໄດ້​ມີ​ເວັບໄຊທາງອິນເຕີແນດ, ​ໃນ​ເວັບ​ໄຊ​ດັ່ງກ່າວ ມີບັນດາລາຍການມ່ວນໆຊຶ່ງຂ້າພະເຈົ້າມີ​ຄວາມ​ສົນ​ໃຈ​ຄື: ລາຍການ​ທ່ອງ​ທ່ຽວ, ​ໂອ້​ລົມ​ກົບ​ເພື່ອນ​ລາວ ​ແລະ​ອື່ນຯ ​ແລະ ມີ​ຂ່າວ​ໃຫມ່ໆ​ອອກ​ທຸກ​ວັນ. ຂ້າພະ​ເຈົ້າ​ເຫັນ​ວ່າ​ລາຍການ​ພາກ​ພາສາ​ລາວ ອອກ​​ເວັບ​​ໄຊ​ດັ່ງກ່າວ​ແມ່ນ​ເລື່ອງ​ທີ່​ດີ ​ແລະ ຕົວ​ຈິງ​ຫລາຍ, ​ເພາະວ່າ​ໃນ​ປະຈຸ​ບັນ ທາງ​ໂທລະ​ຄົມມະນາຄົມ​ພວມ​ພັດທະນາ​ຢ່າງ​​ໄວວາ​ທີ່​ສຸດ ​ແລະ ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ທ່ານ​ຜູ້​ຟັງ ​ແລະ ​ເລື່ອງ​ດັ່ງກ່າວ​ສາມາດ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ຄົນ, ​ທຸກ​ເພດ​ໄວ. ​ແຕ່​ກ່ອນ ຂ້າພະ​ເຈົ້າ​ກໍ​ໄດ້​ຮັບ​ຟັງ​ລາຍການ​ຜ່ານ​ວິທະຍຸ​ກ ​ແຕ່​ບໍ່​ເປັນ​ປະຈຳ​ປານ​ໃດ, ​ເພາະວ່າ ບາງ​ເທື່ອ​ກໍ່​ບໍ່​ມີ​ເວລາ​ຫວ່າງ. ​ເມື່ອ​ມີ​​ເວັບ​ໄຊ​ໃຫມ່​ນີ້ ພວກ​ຂ້າພະ​ເຈົ້າ​ອາດ​ຈະ​ຕິດຕາມ​ລາຍການ​ເປັນ​ປະຈຳ, ​ແນ່ນອນ​ວ່າ ຂ້າພະ​ເຈົ້າ​ຈະ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃຫ​້​ແກ່​ລາຍການ ​ແລະ ​ແນະນຳ​ໃຫ້​ໝູ່​ເພື່ອນ​ໄດ້​ຮັບ​ຊາບ.“

        ​ເພື່ອນ​ໄຊ​ສົມ​ພອນ​ທີ່​ຮັກ​ແພງ, ນັບ​ແຕ່​ວັນ​ທີ 15/12 , ພວກ​ເພື່ອນ​ສາມາດ​ຮັບ​ຟັງ ​ແລະ ອ່ານ​ຂ່າວ​​ເດັ່ນ​ກໍ​ຄື​ຄໍ​ລຳ​ທັງ​ໝົດ​ຂອງ​ລາຍການ. ຂໍ​ຂອບ​ອົກ​ຂອບ​ໃຈ​ພວກ​ເພື່ອນ​ທີ່​​ມີ​ຄວາມ​ສົນ​ໃຈ​ລາຍການ​ຂອງ​ພວກ​ເຮົາ.  ພວ​ກ​ເພື່ອນ​ເຂົ້າ​ແວບ​ໄຊ vovworld.vn ​ເພື່ອ​ອ່ານ ​ແລະ ຮັບ​ຟັງ​ບັນດາ​ຄໍ​ລຳ​​ທີ່​ພວກ​ເພື່ອນ​ມີ​ຄວາມ​ສົນ​ໃຈ.

        ​ເພື່ອ​ພອນ​ໄຊ, ນັກ​ສຶກສາຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ໄດ້​ສົ່ງ​ຄຳ​ຖາມ​​ເຖິງ​ລາຍການ​ໂດຍ​ເວົ້າ​ວ່າ: ນ້ອງ​ໄດ້​ຮູ້ຂ່າວ​ວ່າ ຢູ່ ຫວຽດນາມ ມີ​ຝັ່ງ​ທະ​ເລ​ຍາວ​ຢຽດຈາກ​ພາກ​ເຫນືອ​ລົງ​ຮອດ​ພາກ​ໃຕ້, ດິນ​ແດນ​ກໍ​ອຸດົມສົມບູນ, ​ແຕ່​ຂໍ​ໃຫ້​ລາຍການ​​ແນະນຳ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ຄວາມ​ຍາວ​ຂອງ​ແຄມ​ທະ​ເລ​ຫວຽດນາມ ​ແມ່ນ​ເທົ່າ​ໃດ, ມີ​ເກາະ​ໃຫຍ່ ນ້ອຍ​ຈັກ​​ແຫ່ງ ​ແລະ ​ເກາະ​ໃຫຍ່ກວ່າ​ໝູ່​ແມ່ນ​ເກາະ​​ແຫ່ງ​ໃດ​​ແດ່?

        ​ເພື່ອນ​ພອນ​ໄຊ​ທີ່​ຮັກ​ແພງ! ປະ​ເທດ​ຫວຽດນາມ ມີ​ເນື້ອ​ທີ່​ເກືອບ 332.000 ຕາລາງ​ກິ​ໂລ​ແມດ, ດ້ວຍ​ແຄມ​ທະ​ເລ​ມີ​ຄວາມ​ຍາວ​ປະມານ 3.300 ​ກິ​ໂລ​ແມດ, ມີ​ເກາະ​ກວ່າ ​ໃຫຍ່​ນ້ອຍ ກວ່າ 4000 ​ແຫ່ງ. ​ໃນ​ນັ້ນ ​ເກາະ​ຟູ​ກວັກ ​ແມ່ນ​ເກາະ​ແຫ່ງ​ໃຫຍ່​ກວ່າ​ໝູ່, ​ເກາະ​ແຫ່ງ​ນີ້​ຕັ້ງ​ຢູ່​ແຂວງ ກຽນ​ຢາງ​ທາງ​ພາກ​ໃຕ້​ຫວຽດນາມ ດ້ວຍ​ເນື້ອ​ທີ 589,23 ຕາລາງ​ກິ​ໂລ​ແມດ. ທິວ​ທັດ​ທຳ​ມະ​ຊາດ​ຢູ່​​ເກາະ​ແຫ່ງ​ນີ້​ແມ່ນ​ງາມ​ຫລາຍ, ຖ້າ​ມີກາລະ​ໂອກາດ ​ເຊີນ​​ເພື່ອນ​ມາ​ຢ້ຽມຢາມ ຟູກ​ວັກ​ແດ່​ເດີ.

ນັບແຕ່ວັນທີ 15/12/2011 ພວກເພື່ອນສາມາດຮັບຟັງ ແລະ ອ່ານຂ່າວຜ່ານເວັບໄຊ vovworld.vn - ảnh 1
ເກາະຟູກວັກ

        ສ່ວນ​ເພື່ອນ ​ເຈີ​ນຫວຽດຮື​ງ ຊຶ່ງ​ແມ່ນ​ອະ​ດິດນັກ​ສຶກສາຫວຽດນາມ​ທີ່​ຮ່ຳຮຽນ​ຢູ່ລາ​ວ, ປະຈຸ​ບັນ ພວມ​ດຳລົງ​ຊີວິດ​ຢູ່​ເມືອງ​ໄຕ​ໂຮ່ ພັດ​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ໃນ​ອາທິດ​ຜ່ານ​ມາ.

        ​ເພື່ອ​ ​ເຈີ​ນຫວຽດຮື​ງ ທີ່​ຮັກ​ແພງ! ​ໃນ​ອາທິດ​ຜ່ານ​ມາ (​ແຕ່​ວັນ​ທີ 12 -19/12), ບັນດາ​ການ​ນຳ​ກະຊວງ, ຂະ​ແຫນງ​ການ ຫວຽດນາມ ​ແລະ ລາວ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ຄັ້ງ​ຕ່າງໆ, ​ໃນ​ນັ້ນ ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ ຂອງ​ບັນດາ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລາວຄື: ຄະນະ​ພະນັກງານ​ສານ​ປະຊາຊົນ​ສູງ​ສຸດ​ລາວ ​ໂດຍ​ທ່ານ ຄຳ​ພັນ ສິດທິ​ດຳ​ພາ ກຳມະການ​ສູນ​ກາງ​ພັກ, ຫົວຫນ້າ​ສານ​ປະຊາຊົນ​ສູງ​ສຸດ​ລາວ ນຳ​ຫນ້າ, ຄະນະ​ຜູ້​ແທນ​ກະຊວງ​ການ​ເງິນ​ລາວ ​ໂດຍ​ທ່ານ ພູ​ເພັດ​ ຄຳ​​ໂພນ​ວົງ ລັດຖະມົນຕີ​ກະຊວງ​ການ​ເງິນ ນຳ​ຫນ້າ, ຄະນະ​ຜູ້​ແທນ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​ໂດຍ​ທ່ານ​ລັດຖະມົນຕີ ບໍ່​ແສງ​ຄຳ ວົງ​ດາລາ ນຳ​ຫນ້າ, ຄະນະ​ຜູ​້​ແທນ ກະຊວງ​ໄປສະນີ​ໂທລະ​ຄົມ​ມະ​ນາ​ຄົມ ​ແລະ ສື່ສານລາວ ​ໂດຍ​ທ່ານ ຫຽ​ມ ພົມມະຈັນ ລັດຖະມົນຕີ​ນຳ​ຫນ້າ.

        ​ໃນ​ຂະນະ​ນັ້ນ ຄະນະ​ຜູ້​ແທນ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ​ໂດຍ​ທ່ານ ດິງລາ​ທັງ ລັດຖະມົນຕີ​ກະຊວງ​ດັ່ງກ່າວ​ນຳ​ຫນ້າ ກໍ​ໄດ​້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ​ໃນ​ອາທິດ, ສະຫະ​ສະມາຄົມ​ນັກ​ລົງທຶນ ຫວຽດນາມ ຢູ່​ລາວ ກໍ​​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ.​ ນອນ​ນັ້ນ ຍັງ​ມີ​ການ​ພົບ​ປະ​ຂັ້ນ​ທ້ອງ​ຖິ່ນ​ຕ່າງໆ​ອີກ.

        ​ໃນ​ການ​ເຮັດ​ວຽກ​​ເຫລົ່າ​ນັ້ນ, ສອງ​ຝ່າຍ​ບັນລຸ​ໄດ້​ຂໍ້​ຕົກ​ລົງການ​ຮ່ວມ​ມື, ການ​ລົງທຶນ​ໃນ​ຫລາຍ​ຂົງ​ເຂດ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ພິ​ເສດ ​ໃນ​ປີ 2012, ບັນດາ​ກະຊວງ, ຂະ​ແຫນງ​ການ​ຂອງ​ສອງ​ປະ​ເທດ ຈະ​ຍູ້​ແຮງ​ວຽກ​ງານ​ໂຄສະນາ ​ແລະ ມີ​ການ​ເຄື່ອນ​ໄຫວ​ແທດຈິງ​ຫລາຍ​ຢ່າງ ​ເພື່ອ​ສະ​ເຫລີ​ມສະຫລອງ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ ຫວຽດນາມ ລາວ 2012“ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 35 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນ​ສົນທິສັນຍາ​ມິດ​ຕະການ ​ແລະ ການ​ຮ່ວມ​ມື (18/7/2012) ​ແລະ 50 ປີ ​ແຫ່ງ​ວັນ​ສ້າ​ງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ ລາວ (5/9/2012). ການ​ຢ້ຽມຢາມ​ຂອງ​ການ​ນຳ​ບັນດາ​ກະຊວງ, ຂະ​ແຫນງ​ການ​ສອງ​ປະ​ເທດ ​ໄດ້​ດຳ​ເນີນ​ໄປ​ໃນ​ອາທິດ ​ແມ່ນ​ການ​ຢັ້ງຢືນ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ ລາວ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ ​ແລະ ​ເຂົ້າ​ສູ່ລວງ​ເລິກ.

        ​ເພື່ອນ ​ໄຊ​ສົມ​ພອນ, ​ໂພນ​ໄຊ ​ແລະ ຫວຽດຮື​ງ ທີ່​ຮັ​ກ​ແພງ! ຫວັງ​ວ່າ ​ໃນ​ອາທິດ​ຕໍ່​ໆ​ໄປ ພວກ​ເພື່ອນ​ຈະ​ຕັ້ງຫນ້າ​ປະກອບ​ຄຳ​ເຫັນ​ໃຫ້​ແກ່​ລາຍການ ​ເພື່ອ​ໃຫ້​ລາຍການ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ມ່ວນ​ກວ່າ. ຄຳ​ເຫັນ​ພວກ​ເພື່ອ​ນສາມາດ​ສົ່ງ​ຜ່ານ​ຫນ້າ​​ເວັບ​ໄຊ​ຂອງ​ພວກ​ເຮົາ​ໄດ້ ຜ່ານ​ລະຫັດ: vovworld.vn. ພົບ​ກັນ​ໃຫມ່​ໃນ​ລາຍການ​ຫນ້າ. /.

ຕອບກັບ

ຂ່າວ/ບົດ​ອື່ນ