ທ່ານເລຂາທິການໃຫຍ່ ລາວ ຈຸມມະລີ ໄຊຍະສອນ ແລະ ເລຂາທິການໃຫຍ່ ຫວຽດນາມ ຫງວຽນຟູ໋ຈ້ອງ
|
(vovworld) – ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍສະຫຼຸບໂດຍຫຍໍ້ບັນດາຜົນງານພົ້ນເດັ່ນໃນການພົວພັນດ້ານການທູດ, ການລົງທຶນ, ການຄ້າ, ການສຶກສາ… ລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2014.
ໃນປີ 2014, ການພົວພັນດ້ານການທູດລະຫວ່າງ 2 ປະເທດມີບາດກ້າວພັດທະນາອັນດີງາມ, ເຊິ່ງໄດ້ຮັບການສະແດງອອກຜ່ານການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ຈຸມມາລີ ໄຊຍະສອນ ພ້ອມກັບພັນລະຍາ ໃນເດືອນ 8. ການເຂົ້າຮ່ວມກອງປະຊຸມລັດຖະສະພາລະຫວ່າງຊາດໂລກ (AIPA) ຄັ້ງທີ 35, ຢູ່ນະຄອນຫຼວງ ວຽງຈັນ, ລະການເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈຸມມະລີ ໄຊຍະສອນ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ເມື່ອກາງເດືອນ 9. ການພົບປະ 2 ຝ່າຍລະຫວ່າງ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ກັບທ່ານນາຍົກລັດຖະມົນຕີລາວທອງສິງທຳມະວົງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 8 ຢູ່ວຽງຈັນ ເມື່ອທ້າຍເດືອນ 11/2014 ຜ່ານມາ. ທີ່ການພົບປະເຫຼົ່ານັ້ນການນຳຂັ້ນສູງ 2 ປະເທດ, ສະແດງຄວາມປິຕິຊົມຊື່ນ ແລະ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ, ສຳຄັນໃນທຸກໆຂົງເຂດເຊິ່ງພັກ, ລັດ, ປະຊາຊົນ ສອງປະເທດບັນລຸໄດ້ໃນໄລຍະຜ່ານມາ. ການນຳຫວຽດນາມ - ລາວຍັງຢັ້ນຢືນວ່າ: ການພົວພັນ ຫວຽດນາມ - ລາວ ແມ່ນການພົວພັນທີ່ເປັນມູນເຊື້ອຍາວນານ, ບໍລິສຸດ, ເຊິ່ງແມ່ນການພົວພັນທີ່ຫາຍາກຢູ່ໃນໂລກ, ແລະຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອພັດທະນາການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ, ເພື່ອການພັດທະນາວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.
ໃນປີຜ່ານມາ, ຂົງເຂດລົງທຶນ, ການຄ້າລະຫວ່າງ ຫວຽດນາມ ແລະ ລາວ ບັນລຸໄດ້ຜົນງານທີ່ໜ້າປະທັບໃຈ. ປະຈຸບັນ, ຫວຽດນາມ ນອນໃນຈຳນວນ 3 ປະເທດລົງທຶນໃຫຍ່ກວ່າໝູ່ຢູ່ລາວ. ຮອດເດືອນ 9/2014, ການລົງທຶນຂອງ ຫວຽດນາມ ຢູ່ ລາວ ບັນລຸລະດັບສະຖິຕິແມ່ນ 5 ຕື້ USD. ມາຮອດປະຈຸບັນ, ລັດຖະບານ ລາວ ໄດ້ອະນຸມັດຜ່ານ 423 ໂຄງການລົງທຶນຂອງບັນດາບໍລິສັດ ຫວຽດນາມ ຢູ່ລາວ, ໃນນັ້ນ 95% ແມ່ນບັນດາໂຄງການລົງທຶນຢູ່ທິດໃຕ້ພາກກາງຂອງລາວ, ເຂດທີ່ມີພື້ນຖານເສດຖະກິດດ້ອຍພັດທະນາກ່ວາໝູ່ຢູ່ລາວ. ມີຫຼາຍໂຄງການລົງທຶນເຂົ້າຂົງເຂດກະສິກຳ ແລະ ຂຸດຄົ້ນບໍ່ແຮ່. ວົງເງິນການຄ້າ 2 ຝ່າຍລະຫວ່າງຫວຽດນາມ - ລາວໄລ່ຮອດເດືອນ 9/2014 ບັນລຸ 995 ລ້ານ USD ເພີ່ມຂຶ້ນ 37,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການລົງທຶນ ແລະ ການຄ້າຂອງ ຫວຽດນາມ ຢູ່ລາວ ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານລາວປະມານ 30.000 ຄົນ. ລັດຖະບານ 2 ປະເທດໄດ້ວາງອອກຈຸດໝາຍສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ບັນລຸ 2 ຕື້ USD ໃນປີ 2015. ບັນດາປະເພດສິນຄ້າເຊິ່ງວິສາຫະກິດ ຫວຽດນາມ ສົ່ງໄປຂາຍຢູ່ລາວລວມມີ: ເຫຼັກກ້າປະເພດຕ່າງໆ, ນ້ຳມັນອາຍແກຼສ, ເຄື່ອງອາໄຫຼ່ລົດຈັກ… ສ່ວນວົງເງິນສົ່ງອອກຂອງລາວເຂົ້າຫວຽດນາມບັນລຸ 668 ລ້ານ USD ເພີ່ມຂຶ້ນ 61,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ພາບປະກອບ
|
ນອກຈາກບັນດາຂົງເຂດດັ່ງກ່າວ, ຂົງເຂດສຶກສາກໍ່ແມ່ນໜຶ່ງໃນບັນດາບຸລິມະສິດອັນດັບໜຶ່ງໃນການພົວພັນຮ່ວມມືລະຫວ່າງ 2 ປະເທດ. ຮອດທ້າຍປີ 2014, ຈຳນວນພະນັກງານ, ນັກຮຽນ, ນັກສຶກສາ ລາວ ທີ່ພວມຄົ້ນຄ້ວາ, ຮ່ຳຮຽນຢູ່ ຫວຽດນາມ ແມ່ນກ່ວາ 7.782 ຄົນ, ໃນນັ້ນ 2.558 ຄົນໄດ້ຮັບທຶນສຶກສາຈາກລັດຖະບານ 2 ປະເທດ, 3.224 ຄົນໄດ້ຮັບທຶນສຶກສາຂອງບັນດາທ້ອງຖີ່ນ, 165 ຄົນໄດ້ຮັບທຶນສຶກສາຈາກບັນດາວິສາຫະກິດ, 34 ຄົນໄດ້ຮັບທຶນສຶກສາຈາກບັນດາອົງການສາກົນ ແລະ 1.801 ຄົນແມ່ນທຶນສ່ວນຕົວ. ສ່ວນຈຳນວນນັກຮຽນ, ນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ລາວແມ່ນ 455 ຄົນ, ໃນນັ້ນ 190 ຄົນໄດ້ຮັບທຶນສຶກສາຈາກລັດຖະບານ 2 ປະເທດ, 265 ຄົນໄດ້ຮັບທຶນສຶກສາຈາກກະຊວງ, ຂະແໜງການຕ່າງໆແລະ ທຶນສ່ວນຕົວ.
ໃນປີ 2014, ວຽກງານທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ລາວ ກໍ່ບັນລຸໄດ້ຜົນງານພໍສົມຄວນ. ສະເພາະເມືອງ ໂດເລືອງ, ແຂວງ ແງ້ອານ ໄດ້ຮັບອັດຖິ 57 ຊຸດ. ໃນນັ້ນມີອັດຖິ 10 ຊຸດໄດ້ຮັບການທ້ອນໂຮມຢູ່ແຂວງ ວຽງຈັນ ແລະ 47 ຊຸດໄດ້ຮັບການທ້ອນໂຮມຢູ່ແຂວງ ຊຽງຂວາງ. ນອກຈາກນັ້ນ ຍັງມີອັດຖິ 32 ຊຸດໂດຍກອງທ້ອນໂຮມອັດຖິ 589 ຂຶ້ນກັບກອງບັນຊາການທະຫານແຂວງກວາງບີ່ງຊອກຫາ ແລະ ທ້ອນໂຮມ.
ບັນດາຕົວເລກ, ບັນດາໝາກຜົນທີ່ບັນລຸໄດ້ໃນປີ 2014 ຈະແມ່ນກຳລັງໜູນ, ເປັນພື້ນຖານເພື່ອໃຫ້ 2 ປະເທດສຸ້ຊົນບັນລຸບັນດາຄາດໝາຍເຊິ່ງການນຳສອງປະເທດໄດ້ວາງອອກໃນປີ 2015. ທັງປະກອບສ່ວນເພີ່ມພຸນຄຸນສ້າງສາຍພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບໝັ້ນຄົງທະໜົງແກ່ນໄປທົ່ວກາລະນານ./.