(vovworld)- ການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ, ໂດຍ VOV ປຸກລະດົມໄດ້ຜ່ານ 2/3 ໄລຍະເວລາແລ້ວ. ບັນດາຂໍ້ມູນກ່ຽວກັບການເສັງ ກໍ່ຄືການແນະນຳບັນດາຄຳຕອບ ຕາມຄຳສະເໜີຂອງຜູ້ຟັງ, ພວກເຮົາໄດ້ອອກອາກາດ ແລະ ອັບເດັດທາງອິນເຕີແນດໃນລາຍການ “ໂອ້ລົມກັບເພື່ອລາວ” ແລະ ຕິດຕໍ່ພົວພັນກັບຜູ້ຟັງ. ບັນດາຂໍ້ມູນທີ່ແນະນຳໃນລາຍການນີ້ ບໍ່ພຽງແຕ່ຊ່ວຍໃຫ້ຜູ້ຟັງສຳເລັດບົດເສັງຂອງຕົນເທົ່ານັ້ນ, ຫາກຍັງປະກອບຄວາມຮູ້ໃໝ່ກ່ຽວກັບປະເທດຊາດ, ຊາວຫວຽດນາມ ເວົ້າລວມ ແລະ VOV ເວົ້າສະເພາະອີກດ້ວຍ. ໃນອາທິດຜ່ານມາ, ມີຜູ້ຝັງບາງທ່ານໄດ້ສົ່ງອີແມວມາລາຍການຢາກຊອກຮູ້ກ່ຽວກັບປີທ່ອງທ່ຽວທ່ຽວແຫ່ງຊາດ 2015 ຂອງຫວຽດນາມ.
ເພື່ອຕອບສະໜອງຄວາມປະສົງຂອງທ່ານ, ໃນລາຍການຕິດຕໍ່ພົວພັນກັບທ່ານຜູ້ຟັງມືນີ້, ບັນນາທິການ VOV ຈະແນະນຳບົດທີ່ພາດຫົວເລື່ອງວ່າ: ປີທ່ອງທ່ຽວແຫ່ງຊາດ 2015 ຂອງຫວຽດນາມ ເຊື່ອມຕໍ່ບັນດາມໍລະດົກໂລກ.
ປີ 2015, ແຂວງແທງຮ້ວາ ແມ່ນແຫ່ງເປັນເຈົ້າພາບຈັດການເຄື່ອນໄຫວປີທ່ອງທ່ຽວແຫ່ງຊາດ. ທາງແຂວງໄດ້ຂຶ້ນແຜນການຈັດຕັ້ງບັນດາການເຄື່ອນໄຫວທີ່ພົ້ນເດັ່ນ ແນໃສ່ດຶງດູດແຂກທ່ອງທ່ຽວເຊັ່ນ: ງານມະໂຫລານບັນດາເຂດມໍລະດົກ, ການແຂ່ງຂັນກິລາ, ງານບຸນອາຫານການກິນ…ໃນປີທ່ອງທ່ຽວແຫ່ງຊາດ 2015. ຄາດວ່າແຂວງແທງຮ້ວາ ດຶງດູດແຂກທ່ອງທ່ຽວສາກົນ 100.000 ຫາ 200.000 ເທື່ອຄົນ, ສູ້ຊົນບັນລຸລາຍຮັບປະມານ 160 ລ້ານ USD.
ປີທ່ອງທ່ຽວແຫ່ງຊາດ 2015 ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ບັນດາມໍລະດົກໂລກ ”. ຖະໜົນດອກໄມ້ ເລເລີ້ຍ ໄດ້ຈັດສັນເປັນ 3 ເຂດສິລະປະ ຊຶ່ງໄດ້ຈັດວາງບັນດາກຸ່ມດອກໄມ້ໃຫ້ກາຍເປັນບັນດາ ມໍລະດົກໂລກ, ຮູບພາບພິເສດສະເພາະຂອງ ແຂວງແທງຮ້ວາ ແລະ ສັນຍາລັກຂອງບັນດາແຂວງ, ນະຄອນທີ່ມີ ມໍລະດົກວັດທະນະທຳ. ທ່ານຫງວຽນຊວນຕ້ວານ ຮອງຜູ້ອຳນວຍການສູນອະນຸລັກຮັກສາ ມໍລະດົກໂລກກຳແພງລາດຊະວົງໂຮ່, ແຂວງແທງຮ້ວາ ໃຫ້ຮູ້ວ່າ :
“ປີທ່ອງທ່ຽວແຫ່ງຊາດ 2015 ດ້ວຍຫົວຂໍ້ : ເຊື່ອມຕໍ່ບັນດາມໍລະດົກໂລກ. ໃນນັ້ນ, ມໍລະດົກກຳແພງລາດຊະວົງໂຮ່ແມ່ນໜຶ່ງໃນບັນດາຈຸດທ່ອງທ່ຽວທີ່ສຳ ຄັນ, ຈຸດເຊື່ອມຕໍ່ຕາມຫົວເລື່ອງມໍລະດົກໂລກ. ພວກຂ້າພະເຈົ້າກຳນົດວ່າ ມໍລະດົກກຳແພງລາດຊະວົງໂຮ່ແມ່ນບ່ອນທີ່ພວກຂ້າພະເຈົ້າຮັບໃຊ້ ແຂກເຂົ້າມາທັດສະນະສຶກສາໂດຍກົງ. ປະຈຸບັນ, ສູນອະນຸລັກຮັກສາມໍລະດົກໂລກກຳແພງລາດຊະວົງໂຮ່ພວມປະຕິບັດວຽກ ງານໂດຍຄະນະກຳມະການປະຊາຊົນແຂວງ ມອບໝາຍໃຫ້. ພິເສດແມ່ນໂຄງການຂຸດຄົ້ນຮ່ອງຮອຍຂຸມຄອງກຳແພງ, ຍົກລະດັບພາຫະນະອຸປະກອນຢູ່ເຂດເຮືອນວາງສະແດງ ມໍລະດົກເພື່ອຮັບໃຊ້ແຂກທ່ອງທ່ຽວ ”
ສັນຍາລັກຂອງ ປີທ່ອງທ່ຽວແຫ່ງຊາດ 2015 ແມ່ນຮູບພາບກຸບໃບຕານ, ຊຶ່ງແມ່ນສິ່ງທີ່ສະໜິດຕິດພັນກັບຊາວຫວຽດນາມເວົ້າລວມ ແລະ ແຂວງແທງຮ້ວາເວົ້າສະເພາະ. ດ້ວຍສານທີ່ວ່າ : ເຊື່ອມຕໍ່ບັນດາມໍລະດົກໂລກ, ກຸບ 8 ອັນໄດ້ເຊື່ອມຕໍ່ກັນເປັນສັນຍາລັກໃຫ້ແກ່ ມໍລະດົກໂລກ 8 ແຫ່ງ ໄດ້ຮັບການຮັບຮອງຈາກ UNESCO ຢູ່ຫວຽດນາມ . ຈຸດທີ່ພົ້ນເດັ່ນຂອງສັນຍາລັກແມ່ນຮູບພາບ ກຳແພງລາດຊະວົງໂຮ່, ຊຶ່ງແມ່ນທັດສະນີຍະພາບທີ່ລື່ຊື່ຂອງ ແຂວງແທງຮ້ວາ ແລະ ກໍແມ່ນໜຶ່ງໃນ ມໍລະດົກໂລກ 5 ແຫ່ງຢູ່ຫວຽດນາມ ດ້ວຍຄວາມຫວັງຢາກສົ່ງສານກ່ຽວກັບ “ປີທ່ອງທ່ຽວແຫ່ງຊາດ - ເຊື່ອມຕໍ່ບັນດາມໍລະດົກໂລກ” ເຖິງເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ໂດ້ກວາງຈ້ອງ, ຜູ້ອຳນວຍການເຂດປູຊະນີຍະສະຖານ ກຳແພງລາດຊະວົງໂຮ່ໃຫ້ຮູ້ວ່າ :
“ ໃຈກາງ ກຳແພງລາດຊະວົງໂຮ່ຈະແມ່ນຈຸດເຊື່ອມຕໍ່ຕົ້ນຕໍຂອງ ປີທ່ອງທ່ຽວແຫ່ງຊາດຢູ່ຫວຽດນາມປີ 2015, ຕິດພັນກັບນິງບີງ, ທັງລອງ…ສະເພາະ ແຂວງແທງຮ້ວານັ້ນ, ກຳແພງລາດຊະວົງໂຮ່ແມ່ນໜຶ່ງໃນບັນດາຈຸດທ່ອງທ່ຽວໄດ້ຖືກກຳນົດ ວ່າແມ່ນຈຸດໃຈກາງຂອງ ປີທ່ອງທ່ຽວແຫ່ງຊາດຢູ່ແຂວງແທງຮ້ວາ. ເຊື່ອມຕໍ່ນະຄອນແທງຮ້ວາ, ກຳແພງລາດຊະວົງໂຮ່, ຫ້ວຍປາເກີມເລືອງ ແລະ ກຸ່ງເກົ່າ ນາມກິງ. ນີ້ແມ່ນໜຶ່ງໃນບັນດາລາຍການທ່ອງທ່ຽວທີ່ສຳຄັນເພື່ອໂຄສະນາຄວາມ ສາມາດບົ່ມຊ້ອນກ່ຽວກັບທ່ອງທ່ຽວຂອງ ແຂວງແທງຮ້ວາໃນປີ 2015 ”
ປີທ່ອງທ່ຽວແຫ່ງຊາດ 2015 ແມ່ນເຫດການວັດທະນະທຳ, ເສດຖະກິດ, ສັງຄົມທີ່ພົ້ນເດັ່ນ, ຖືກຈັດຂຶ້ນດ້ວຍລະດັບຊາດ ແລະ ສາກົນ, ປະກອບສ່ວນນຳການທ່ອງທ່ຽວເຂດມໍລະດົກຂອງບັນດາແຂວງ, ນະຄອນກາຍເປັນຜະລິດຕະພັນທ່ອງທ່ຽວພິເສດສະເພາະຂອງເຂດແຄ້ວນ. ນີ້ແມ່ນໂອກາດທີ່ດີເພື່ອກໍ່ສ້າງ ແລະ ຍົກສູງຮູບພາບທ່ອງທ່ຽວຫວຽດນາມ, ຍູ້ແຮງການຮ່ວມສຳພັນດ້ານທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນ ແລະ ໂຄສະນາໃຫ້ແກ່ບັນດາ ມໍລະດົກວັດທະນະທຳໂລກຢູ່ຫວຽດນາມ. ໃນຕະຫຼອດປີທ່ອງທ່ຽວແຫ່ງຊາດ 2015, ມີກວ່າ 10 ການເຄື່ອນໄຫວຕົ້ນຕໍຖືກດຳເນີນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ. ທ່ານ ຝ້າມດັງກວຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ແທງຮ້ວາ, ຮອງຫົວໜ້າຄະນະຈັດຕັ້ງ ປີທ່ອງທ່ຽວແຫ່ງຊາດ 2015 ໃຫ້ຮູ້ວ່າ ບັນດາການເຄື່ອນໄຫວຕົ້ນຕໍໃນ ປີທ່ອງທ່ຽວແຫ່ງຊາດ ແມ່ນພິທີໄຂ ປີທ່ອງທ່ຽວແຫ່ງຊາດ; ງານມະໂຫລານມໍລະດົກໂລກ, ງານບຸນທ່ອງທ່ຽວທະເລ, ງານຕັ້ງຄ້າຍແກະສະຫຼັກຫີນສາກົນ, ພິທີອັດປີທ່ອງທ່ຽວແຫ່ງຊາດ 2015… ທ່ານ ຝ້າມດັງກວຽນ ຮອງປະທານຄະນະກຳມະການປະຊາຊົນແຂວງ ແທງຮ້ວາ ກ່າວວ່າ :
“ ມາຮອດຈຸດເວລານີ້, ວຽກງານກະກຽມໃຫ້ແກ່ພິທີໄຂໄດ້ຮັບການຜັນຂະຫຍາຍຢ່າງຖືກຕ້ອງ ຕາມແຜນການ ຊຶ່ງພວມໄດ້ຮັບການຜັນຂະຫຍາຍຝຶກແອບ ດ້ວຍການເຂົ້າຮ່ວມຂອງນັກສິລະປີນທັງຢູ່ພາຍໃນ ແລະ ຕ່າງປະເທດ 800 ກວ່າຄົນ. ວຽກງານໂຄສະນາໄດ້ຮັບການຍູ້ແຮງຜ່ານຫຼາຍຮູບການ, ວຽກງານຕ້ອນຮັບ, ຮັບໃຊ້, ຮັບປະກັນຄວາມປອດໄພ, ຫຼັກອະນາໄມສະບຽງອາຫານ…ອາດຈະເວົ້າໄດ້ວ່າ ມາຮອດຈຸດເວລານີ້, ແຂວງແທງຮ້ວາໄດ້ກຽມພ້ອມໃຫ້ ປີທ່ອງທ່ຽວແຫ່ງຊາດ 2015”
ໂດຍຖືກຕັ້ງຢູ່ເຂດຕອນເໜືອພາກກາງ, ແຂວງແທງຮ້ວາມີເງື່ອນໄຂຢ່າງພຽງພໍເພື່ອພັດທະນາການທ່ອງທ່ຽວ. ແຂວງແທງຮ້ວາສູ້ຊົນພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະ ກິດປາຍແຫຼມ, ສ້າງກຳລັງຊຸກຍູ້ພັດທະນາເສດຖະກິດ-ສັງຄົມ. ແຂວງແທງຮ້ວາກໍເລັ່ງໃສ່ຂຸດຄົ້ນຕະຫຼາດແຂກທ່ອງທ່ຽວຢູ່ພາຍໃນປະເທດ ຢ່າງມີປະສິດທິຜົນ, ພັດທະນາຕະຫຼາດແຂກທ່ອງທ່ຽວສາກົນຕາມທິດທ່ອງທ່ຽວໝັ້ນຄົງຕິດພັນ ກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳບັນດາເຜົ່າ, ເພີ່ມທະວີການຮ່ວມສຳພັນໃນການລົງທຶນຂຸດຄົ້ນພັດທະນາການທ່ອງ ທ່ຽວ.
ຍັງມີເວລາພຽງກວ່າ 1 ເດືອນອີກ ການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ ຈະສິ້ນສຸດລົງ. ພວກຂ້າພະເຈົ້າຈະຮັບບົດເສັງຮອດວັນທີ 30/06/2015 (ໄລ່ຕາມກາໃບສະນີບ່ອນຝາກ). ສະນັ້ນ, ພວກເພື່ອຈົງສົ່ງບົດເສງຂອງຕົນເຖິງ VOV ຫຼືສະຖານທູດຫວຽດນາມ ປະຈຳປະເທດຂອງເພື່ອນ, ເພື່ອຍາດໄດ້ລາງວັນທີ່ມີຄວາມໝາຍຈາກຄະນະຈັດຕັ້ງ.