(vovworld)- ໃນອາທິດຜ່ານມາ, ພວກຂ້າພະເຈົ້າສືບຕໍ່ໄດ້ຮັບຈົດໝາຍ, ໂທລະສັບ, ອີແມວຈາກຜູ້ຟັງລາວຫລາຍຄົນ. ໃນນັ້ນ ມີຈົດໝາຍຂອງທ່ານ ສົມຫວັງ ແລະ ຄຳຜູຍຢູ່ ແຂວງ ບໍ່ແກ້ວ. ບັນດາທ່ານຜູ້ຟັງໄດ້ແບ່ງປັນວ່າ: ຍ້ອນຕ້ອງໄປປະຕິບັດງານຢູ່ຫ່າງໄກ ແລະ ສຸຂະພາບບໍ່ເປັນປົກກະຕິ ສະນັ້ນ ບໍ່ຕິດຕາມລາຍການຂ່າວໄດ້, ຫວັງວ່າລາຍການພາກພາສາລາວຈະແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງກອງປະຊຸມ AMM 46 ຊື່ງຈັດຕັ້ງຢູ່ ບຣູໄນ ຫວ່າງແລ້ວນີ້ ກໍຄືຢາກຮູ້ການປະກອບສ່ວນຂອງ ຫວຽດນາມ ທີ່ກອງປະຊຸມດັ່ງກ່າວ. ຂໍຂອບໃຈທ່ານ ສົມຫວັງ ແລະ ຄຳຜູຍ ທີ່ໄດ້ສົນໃຈບັນດາລາຍການ VOV 5 ຂອງວິທະຍຸກະຈາຍສຽງຫວຽດນາມ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກເຮົາຂໍແນະນຳໃຫ້ທ່ານສົມຫວັງ, ຄຳຜູຍ ແລະ ທ່ານຜູ້ຟັງກ່ຽວກັບບັນຫາດັ່ງກ່າວ.
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 46 (AMM 46) ແມ່ນຫນຶ່ງໃນບັນດາເວທີປາໄສການຮ່ວມມືສຳຄັນທີ່ສຸດຂອງ ອາຊຽນ ຊື່ງດຳເນີນໄປແຕ່ວັນທີ 30/6 - 2/7/2013 ຢູ່ ນະຄອນຫລວງ Ban da Xe ri Begawoan ປະເທດ ບຣູໄນ ຊື່ງແມ່ນປະເທດເຈົ້າພາບ ອາຊຽນ 2013 ໄດ້ຮັບການຕີລາຄາວ່າບັນລຸຜົນສຳເລັດຢ່າງຈົບງາມ. ກອງປະຊຸມບໍ່ພຽງແຕ່ອອກຖະແຫລງການຮ່ວມ ຢືນຢັນຄວາມຕັດສິນໃຈຂອງ ອາຊຽນ ໃນການສ້າງປະຊາຄົມອາຊຽນໃນປີ 2015, ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືເທົ່ານັ້ນ ຫາກຍັງບັນລຸຄວາມເປັນເອກະພາບສູງໃນການແກ້ໄຂບັນຫາທະເລຕາເວັນອອກອີກດ້ວຍ.
ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນເຂົ້າຮ່ວມກອງປະຊຸມ
ພາບ:internet
|
ທີ່ກອງປະຊຸມຄັ້ງນີ້, ບັນດາປະເທດ ອາຊຽນ ຢືນຢັນຄວາມຕັດສິນໃຈເພີ່ມທະວີຄວາມມານະພະຍາຍາມເພື່ອສ້າງປະຊາຄົມອາຊຽນໃຫ້ສຳເລັດໃນປີ 2015 ໃນສາມເສົາຄ້ຳຄື: ຄວາມໝັ້ນຄົງ ການເມືອງ, ເສດຖະກິດ ແລະ ວັດທະນະທຳສັງຄົມ. ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ຄູ່ຮ່ວມມືຂອງອາຊຽນ ລ້ວນແຕ່ຢືນຢັນບົດບາດໃຈກາງຂອງບັນດາປະເທດອາຊຽນໃນໂຄງປະກອບຂອງພາກພື້ນ. ບັນດາປະເທດ ອາຊຽນ ເຫັນດີ ສືບຕໍ່ເພີ່ມທະວີ ແລະ ປັບປຸງຄວາມສາມັກຄີ, ຖືອາຊຽນ ແມ່ນກຸ່ມເປັນເອກະພາບ. ນອກນັ້ນ ກອງປະຊຸມກໍ່ໄດ້ຍາດເວລາຫລາຍເພື່ອປຶກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມີນ, ຫົວຫນ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມໃຫ້ຮູ້ວ່າ: ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາປະເທດ ອາຊຽນ ເນັ້ນຫນັກວ່າ: ຄວນສະແດງນ້ຳໃຈສາມັກຄີຂອງກຸ່ມອາຊຽນ ແລະ ອີງບົນຫລັກການ 6 ຂໍ້ ຂອງອາຊຽນ ເພື່ອແກ້ໄຂບັນຫາທະເລຕາເວັນອອກ. ທ່ານ ຟ້າມບິ່ງມີນ ກ່າວວ່າ:
“ກ່ຽວກັບບັນຫາທະເລຕາເວັນອອກ ບັນດາປະເທດລ້ວນແຕ່ເນັ້ນຫນັກເຖິງຄວາມສຳຄັນຂອງສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ເສລີໃນການເດີນທະເລຢູ່ທະເລຕາເວັນອອກ. ພິເສດ ບັນດາປະເທດລ້ວນແຕ່ເນັ້ນຫນັກຄວາມຈຳເປັນຕ້ອງສ້າງປະມວນຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ (COC).”
ສິ່ງທີ່ເປັນຫນ້າສົນໃຈໃນກອງປະຊຸມຄັ້ງນີ້ ນັ້ນແມ່ນການພົວພັນລະຫວ່າງ ອາຊຽນ ແລະ ຈີນ ກ່ຽວກັບການແກ້ໄຂບັນຫາທະເລຕາເວັນອອກ. ຕາມທ່ານ ເລເລືອງມີນ ເລຂາທິການໃຫຍ່ ອາຊຽນ ແລ້ວ, ຈີນ ແລະ ອາຊຽນ ບັນລຸໄດ້ຄວາມເຫັນດີສືບຕໍ່ພົບປະສົນທະນາ, ທາບທາມຄຳເຫັນຕັ້ງຫນ້າເພື່ອຮັບປະກັນປະຕິບັດຖະແຫລງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນກໍຄືສຳເລັດການສ້າງປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.
ໂດຍແມ່ນສະມາຊິກຂອງ ອາຊຽນທີ່ມີຄວາມຮັບຜິດຊອບ, ເຂົ້າຮ່ວມກອງປະຊຸມ AMM 46 ຄັ້ງນີ້ ຫວຽດນາມ ໄດ້ມີການປະກອບສ່ວນທີ່ຕັ້ງຫນ້າຫລາຍຢ່າງເພື່ອຊຸກຍູ້ບັນດາການເຄື່ອນໄຫວໃນຂອບເຂດອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ເມື່ອປຶກສາຫາລືກ່ຽວກັບການສ້າງປະຊາຄົມອາຊຽນໃນປີ 2015, ຫວຽດນາມ ຢືນຢັນວ່າ: ເພ່ືອຜັນຂະຫຍາຍໃຫ້ຖືກກັບລະດັບຄວາມໄວ, ບັນດາປະເທດ ອາຊຽນ ຄວນຍົກສູງກຳລັງຄວາມສາມາດແຫ່ງຊາດ, ລົງທຶນຢ່າງເໝາະສົມໃຫ້ແກ່ແຫລ່ງກຳລັງ, ສ້າງ ແລະ ປັບປຸງກອບກົດໝາຍໃຫ້ເໝາະສົມ; ສຸມໃສ່ຊຸກຍູ້ການເຊື່ອມຕໍ່ລະບອບ, ເຊື່ອມຕໍ່ປະຊາຊົນພ້ອມກັບເຊື່ອມຕໍ່ພື້ນຖານໂຄງລ່າງ. ສຳລັບບົດບາດໃຈກາງຂອງອາຊຽນ, ຫວຽດນາມ ຖືວ່າ: ເພື່ອປະຕິບັດບັນຫານີ້ໃຫ້ໄດ້, ອາຊຽນ ຄວນສືບຕໍ່ສ້າງ ແລະ ແບ່ງປັນຫລັກການກໍ່ຄືມາດຖານການປະພຶດຕໍ່, ຮັບປະກັນເຄົາລົບບັນດາຫລັກການຂອງກົດໝາຍສາກົນ, ແກ້ໄຂການພິພາດໂດຍສັນຕິວິທີ, ບໍ່ນຳໃຊ້ກຳລັງອາວຸດ, ເສີມຂະຫຍາຍບັນດາເຄື່ອງມືໃນການຮ່ວມມື, ການເມືອງ ຄວາມໝັ້ນຄົງຢູ່ ພາກພື້ນໃຫ້ມີປະສິດທິຜົນ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາ ຟ້າມບີ່ນມີນ ໃຫ້ຮູ້ວ່າ:
“ຄະນະຜູ້ແທນຫວຽດນາມໄດ້ປະກອບສ່ວນຢ່າງຕັ້ງຫນ້າເພື່ອສ້າງເອກະສານລວມຂອງ ອາຊຽນ. ພິເສດ ຫວຽດນາມ ໄດ້ສະເຫນີອອກຖະແຫລງການ ອາຊຽນ ກ່ຽວກັບການເພີ່ມທະວີການຮ່ວມມືຄວບຄຸມໄພທຳມະຊາດໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 23 ຊື່ງຈະຈັດຕັ້ງໃນເດືອນ 10/2013 ເພື່ອຊຸກຍູ້ບົດບາດຕົ້ນຕໍ່ ແລະ ບົດບາດນຳພາຂອງອາຊຽນ.”
ວາລະໄກກອງປະຊຸມ AMM 46
|
ສິ້ນສຸດກອງປະຊຸມ, ບັນດາປະເທດອາຊຽນກໍຮັບຮູ້ວ່າ: ຜົນສຳເລັດຂອງກອງປະຊຸມ AMM 46 ແມ່ນພື້ນຖານ, ແມ່ນກຳລັງຫນູນສຳຄັນເພື່ອໃຫ້ບັນດາປະເທດສະມາຊິກອາຊຽນ ແກ້ໄຂຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ນຳອາຊຽນກ້າວເຂົ້າສູ່ໄລຍະໃຫມ່, ກ້າວໄປເຖິງການສ້າງປະຊາຄົມອາຊຽນ ວັດທະນາຖາວອນ ແລະ ພັດທະນາ.
ທ່ານຜູ້ຟັງ, ຜູ້ອ່ານທີ່ເຄົາລົບ, ທີ່ທ່ານຫາກໍຮັບຟັງ, ອ່ານຜ່ານໄປແລ້ວນັ້ນ ແມ່ນການທົບທວນຄືນບັນດາໝາກຜົນຂອງກອງຊຸມ AMM 46 ຜ່ານມາ ແລະ ການປະກອບສ່ວນຂອງຫວຽດນາມ ທີ່ກອງປະຊຸມ. ຖ້າທ່ານຜູ້ຟັງທ່ານໃດຢ່າງຮູ້ລາຍລະອຽດຂອງກອງປະຊຸມ ສາມາດຕິດຕາມໃນເວັບໄຊຂອງພວກເຮົາ ດ້ວຍລະຫັດ vov 5, vovworld.vn ຫລື ທ່ານຜູ້ຟັງສາມາດຕິດຕໍ່ກັບພວກເຮົາຜ່ານໂທລະສັບ 0084438256631, ທີ່ຢູ່: 45 Ba Trieu, Ha Noi.
email: laovov@yahoo.com
ຂໍຂອບໃຈ