ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ ​ອອກ “ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”

(VOVWORLD) -ພວກຂ້າພະເຈົ້າຂໍສົ່ງຄຳສະແດງຄວາມຊົມເຊີຍອວຍພອນມາຍັງບັນດາອົງການສື່ມວນຊົນລາວກໍ່ຄືວິທະຍຸກະຈາຍສຽງແຫ່ງຊາດລາວເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສື່ມວນຊົນ ແລະ ພິມຈຳໜ່າຍຂອງລາວ (13 ສິງຫາ 1950 -13 ສິງຫາ 2020) ແລະວັນສ້າງຕັ້ງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວຄົບຮອບ 60 ປີ (13ສິງຫາ 1960 -13 ສິງຫາ 2020). 
ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ ​ອອກ “ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” - ảnh 1ພາບປະກອບ: baoquocte.vn

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍກ່ວາ 300ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ຝລັ່ງ, ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ກ່ອນທີ່ຈະເຂົ້າເນື້ອໃນລາຍການໃນມື້ນີ້, ພວກຂ້າພະເຈົ້າຂໍສົ່ງຄຳສະແດງຄວາມຊົມເຊີຍອວຍພອນມາຍັງບັນດາອົງການສື່ມວນຊົນລາວກໍ່ຄືວິທະຍຸກະຈາຍສຽງແຫ່ງຊາດລາວເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສື່ມວນຊົນ ແລະ ພິມຈຳໜ່າຍຂອງລາວ (13 ສິງຫາ 1950 -13 ສິງຫາ 2020) ແລະວັນສ້າງຕັ້ງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວຄົບຮອບ 60 ປີ (13ສິງຫາ 1960 -13 ສິງຫາ 2020). ໃນໄລຍະທີ່ຜ່ານມາ, ຂົງເຂດສື່ມວນຊົນ, ພິເສດແມ່ນສະຖານີ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ຍາມໃດກໍ່ໄດ້ສະແດງໃຫ້ເຫັນບົດບາດທີ່ສຳຄັນເປັນອົງການກະບອກສຽງຂອງພັກໃນຂະບວນການຕໍ່ສູ້ປົດປ່ອຍປະເທດຊາດ, ຍາດເອົາເອກະລາດ ແລະ ເສລີພາບມາໃຫ້ປະຊາຊົນ, ທັງໃນພາລະກິດແຫ່ງການພັດທະນາ ແລະ ປົກປັກຮັກສາປະເທດຊາດ. ຂໍອວຍພອນໃຫ້ຂົງເຂດສື່ມວນຊົນ ແລະ ພິມຈຳໜ່າຍ ແລະ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ ນັບມື້ນັບພັດທະນາ ແລະ ບັນລຸໄດ້ໝາກຜົນຫຼາຍກວ່າອີກ ໃນໄລຍະທີ່ຈະມາເຖິງນີ້.

ທ່ານໄຊພອນຢູ່ແຂວງຫຼວງພະບາງ, ໄດ້ສົ່ງຂໍ້ຄວາມຜ່ານ Facebook ມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮັບຟັງລາຍການຂອງ VOV ໃນເວັບໄຊເປັນປະຈຳ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ບັນດາລາຍການກ່ຽວກັບດ້ານການເມືອງ, ວັດທະນະທຳ, ອາຫານການກິນ… ໃນນັ້ນຂ້າພະເຈົ້າມັກຫຼາຍທີ່ສຸດລາຍການ ສີສັນວັດທະນະທຳ 54 ຊົນເຜົ່າ. ເມື່ອຕິດຕາມລາຍການນັ້ນ, ຂ້າພະເຈົ້າໄດ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບຊີວິດການເປັນຢູ່, ວັດທະນະທຳ ແລະ ຮີດຄອງປະເພນີຂອງບັນດາຊົນເຜົ່າຢູ່ເຂດພູດອຍທາງພາກເໜືອ ຫວຽດນາມ ເວົ້າສະເພາະ ແລະ ບັນດາຊົນເຜົ່າຫວຽດນາມ ເວົ້າລວມ. ຜ່ານບັນດາລາຍການພາສາຕ່າງປະເທດ, VOV ໄດ້ແນະນຳພາບພົດກ່ຽວກັບຫວຽດນາມທີ່ເຕັມໄປດ້ວຍມີຄວາມເຊື່ອໝັ້ນຕົນເອງ ແລະ ຂະຫຍັນຂັນເຄື່ອນໄປຍັງເພື່ອນມິດສາກົນ.

ເພື່ອນໄຊພອນ ທີ່ຮັກແພງ! ພວກຂ້າພະເຈົ້າຂໍຂອບໃຈເພື່ອນທີ່ຕິດຕາມ ແລະ ສະໜັບສະໜູນພວກຂ້າພະເຈົ້າໃນໄລຍະທີ່ຜ່ານມາ. ຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນການດຳລົງຊີວິດ ແລະ ວຽກງານຂອງຕົນ. ຫວັງວ່າເພື່ອນຈະສືບຕໍ່ຕິດຕາມກໍ່ຄືປະກອບຄຳເຫັນຕື່ມອີກໃຫ້ແກ່ລາຍການຂອງພວກຂ້າພະເຈົ້າເພື່ອໃຫ້ລາຍການນັບມື້ນັບດີກ່ວາເກົ່າ.

ເພື່ອນມາໄລພອນ, ປັດຈຸບັນພວມເຮັດວຽກຢູ່ຄະນະຊາວໜຸ່ມນະຄອນຫຼວງວຽງຈັນໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ: ອາທິດທີ່ຜ່ານມາ, ເມື່ອຕິດຕາມຂ່າວ, ຂ້າພະເຈົ້າໄດ້ຮູ້ວ່າ ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ, ລັດຖະມົນຕີບັນດາປະເທດອາຊຽນໄດ້ ອອກ “ຖະແຫຼງການຮ່ວມກ່ຽວກັບການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ອາຊີຕາເວັນອອກສ່ຽງໃຕ້”. ຂ້າພະເຈົ້າຢາກຮູ້ຢ່າງຈະແຈ້ງກ່ວາອີກກ່ຽວກັບເນື້ອໃນຂອງຖະແຫຼງການດັ່ງກ່າວ. ຫວັງວ່າພວກອ້າຍເອື້ອຍບັນນາທິການພາກພາສາລາວຈະຊ່ວຍຂ້າພະເຈົ້າໄດ້. ຂໍຂອບໃຈ.

ເພື່ອນມາໄລພອນ ທີ່ຮັກແພງ! ໃນຖະແຫຼງການວ່າດ້ວຍການຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ອາຊີຕາເວັນອອກສ່ຽງໃຕ້ຂອງບັນດາລັດຖະມົນຕີອາຊຽນໄດ້ເນັ້ນໜັ້ກເຖິງບັນດາເນື້ອໃນຄືດັ່ງນີ້:

1.  ເນັ້ນໜັກເຖິງຄຳໝັ້ນສັນຍາຮັກສາອາຊີຕາເວັນອອກສ່ຽງໃຕ້ໃຫ້ເປັນພາກພື້ນມີສັນຕິພາບ, ຄວາມໝັ້ນຄົງ, ເປັນ ກາງ ແລະ ມີສະຖຽນລະພາບ.

2.  ຢັ້ງຢືນຄືນໃໝ່ກ່ຽວກັບເລື່ອງ ອາຊຽນຕ້ອງຮັກສາຄວາມສາມັກຄີ, ສະໜິດຕິດພັນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການຊຸກຍູ້ບັນດາເປົ້າໝາຍ, ຫຼັກການ ແລະ ຜົນປະໂຫຍດລວມທີ່ໄດ້ລະບຸໃນກົດບັດ ອາຊຽນ.

3.   ຢັ້ງຢືນຄືນໃໝ່ກ່ຽວກັບຄວາມສຳຄັນຂອງການຮັບປະກັນບັນດາເປົ້າໝາຍ ແລະ ຫຼັກການໃນສົນທິສັນຍາໄມຕິຈິດ ແລະ ຄວາມຮ່ວມມືຢູ່ອາຊຽນ(TAC)ໃຫ້ຫຼາຍກ່ວາອີກ.

4.  ຮຽກຮ້ອງໃຫ້ທຸກໆປະເທດຕ້ອງອົກັ້ນ, ບໍ່ດຳເນີນບັນດາການເຄື່ອນໄຫວທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມຫຼື ເຮັດໃຫ້ການຂັດແຍ້ງກັນ ປີນຂັ້ນໄດ ແລະ ສົ່ງຜົນສະທ້ອນຕໍ່ສັນຕິພາບ, ສະຖຽນລະພາບ, ບໍ່ນຳໃຊ້ຫຼືນາບຂູ່ນຳໃຊ້ຄວາມຮຸນແຮງ, ແລະ ແກ້ໄຂບັນດາຄວາມແຕກຕ່າງກັນ ແລະ ການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

5.  ຮຽກຮ້ອງໃຫ້ສືບຕໍ່ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ລະຫວ່າງບັນດາປະເທດຜ່ານການສືບຕໍ່ເຈລະຈາ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

6.  ໃຫ້ຄຳໝັ້ນສັນຍາເພີ່ມທະວີບົດບາດເປັນໃຈກາງຂອງອາຊຽນ ແລະ ສົ່ງເສີມບັນດາຄູ່ຮ່ວມມືຂອງອາຊຽນເຂົ້າຮ່ວມການສ້າງ, ຮັບຮອງເອົາບັນດາກົນໄກໂດຍອາຊຽນເປັນເຈົ້າພາທາງ, ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ, ກໍ່ຄືສ້າງໂຄງປະກອບພາກພື້ນເປີດ, ໂປ່ງໃສ,  ຮັບສະມາຊິກ ແລະ ອີງໃສ່ລະບຽບກົດໝາຍ.

7.  ຢັ້ງຢືນຄືນໃໝ່ກ່ຽວກັບບັນດາເປົ້າໝາຍ ແລະ ຫຼັກການທີ່ໄດ້ລະບຸໃນເອກະສານທັດສະນະຂອງອາຊຽນກ່ຽວກັບມະຫາສະມຸດອິນເດຍ - ປາຊີຟິກ (AOIP) ແລະ ສົ່ງເສີມບັນດາຄູ່ຮ່ວມມືພ້ອມກັບອາຊຽນເພື່ອຊຸກຍູ້ເອກະສານ AOIP ແລະ ດຳເນີນການຮ່ວມມືໃນບັນດາຂົງເຂດບຸລິມະສິດທີ່ໄດ້ລະບຸໃນເອກະສານເພື່ອແນໃສ່ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບ ແລະ ຜົນປະໂຫຍດລວມຜ່ານບັນດາກົນໄກໂດຍອາຊຽນເປັນເຈົ້າພາທາງ.

8.  ຢັ້ງຢືນຄືນໃໝ່ກ່ຽວກັບຄຳໝັ້ນສັນຍາວ່າດ້ວຍການສະໜັບສະໜູນລັດທິຫຼາຍຝ່າຍອີງໃສ່ພື້ນຖານບັນດາຫຼັກການຂອງກົດບັດສປຊ ແລະ ກົດໝາຍສາກົນ

ດັ່ງທີ່ກ່າວມາຂ້າງເທິງ ແມ່ນຂໍ້ມູນພື້ນຖານຈຳນວນໜຶ່ງກ່ຽວກັບຄຳຖາມຂອງເພື່ອນ, ຫວັງວ່ເພື່ອນຈະມີຄວາມພໍໃຈຕໍ່ຂໍ້ມູນດັ່ງກ່າວ.

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ຟັງຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ. ກ່ອນທີ່ຈະສິ້ນສຸດລາຍການ, ຂໍ້ຢ້ຳຄືນວ່າ  ພວມກຂ້າພະເຈົ້າ ຍັງຄົງສືບຕໍ່ຮັບບັນດາບົດເຂົ້າຮ່ວມການສອບເສັງ “ເພື່ອນຮູ້ຫຍັງແດກ່ຽວກັບຫວຽດນາມ” ຂອງພວກເພື່ອນຈົນຮອດວັນທີ 31 ສິງຫານີ້(ໄລ່ຕາມສະແຕັມຝາກທາງໄປສະນີ).

ຕອບກັບ

ຂ່າວ/ບົດ​ອື່ນ