(vovworld)- ໃນລາຍການມື້ນີ້ ພວກເຮົາຂໍຕອບບາງຄຳຖາມຂອງທ່ານຜູ້ຟັງຜູ້ອ່ານຝາກມາລາຍການຂອງພວກເຮົາໃນອາທິດຜ່ານມາ.
ໃນອາທິດຜ່ານມາ, ລາຍການພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍຈາກເພື່ອນຄຳຫວັນ ຢູ່ແຂວງບໍ່ແກ້ວ, ເພື່ອນສຸດສາຄອນ ຢູ່ແຂວງອຸດົມໄຊ…ໂດຍແບ່ງປັນວ່າ: ພວກເພື່ອນມັກທີ່ສຸດບັນດາບົດເພງຍ້ອງຍໍສັນລະເສີນຮູບພາບນັກຮົບ ຊື່ງໄດ້ອອກອາກາດໃນລາຍການເພງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປຊຊ ຫວຽດນາມ ຄືວັນທີ 22/12 ທີ່ຜ່ານມາ.
(ພາບປະກອບ)
ເພື່ອນສຸດທະສອນ, ຢູ່ສະຫະພັນກຳມະບານນະຄອນຫຼວງວຽງຈັນ ໄດ້ໂທລະສັບມາລາຍການເພື່ອສະແດງຄວາມຂອບອົກຂອບໃຈລາຍການທີ່ໄດ້ຝາກບັດອວຍພອນປີໃໝ່ ແລະ ປະຕິທິນໃຫ້ແກ່ເພື່ອນ. ເພື່ອນແບ່ງປັນວ່າ: “ປະຕິທິນງາມທີ່ສຸດ, ຂ້າພະເຈົ້າແຂວນຢູ່ຫ້ອງເຮັດວຽກຂອງຂ້າພະເຈົ້າ ແລະ ໄດ້ແນະນຳກັບທຸກຄົນວ່າ: ນີ້ແມ່ນຂອງຂວັນຈາກວິທະຍຸກະຈາຍສຽງຫວຽດນາມ“.
ເພື່ອນຄຳຜອງ, ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງອີແມວມາລາຍການໂດຍຖາມວ່າ: ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ເລີ່ມແຕ່ມື້ໃດ? ຂ້າພະເຈົ້າໄດ້ຮັບຂ່າວວ່າ: ໃນໂອກາດນີ້, ບັນດາອົງການສຳນັກງານຂອງຫວຽດນາມ ຈະໄດ້ພັກຜ່ອນກ່ອນ 2 ມື້ເມື່ອທຽບກັບທຸກໆປີ, ເປັນຫຍັງຈື່ງເປັນແນວນັ້ນ?
ເພື່ອນຄຳຜອງ ແລະ ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ! ບຸນປີໃໝ່ປະຈຳຊາດຂອງຫວຽດນາມ ປີນີ້, ພວກເຮົາຈະໄດ້ພັກການແຕ່ວັນທີ 28/1-5/2/2014 ໝາຍຄວາມວ່າ ໄດ້ພັກຜ່ອນກ່ອນບຸນປີໃໝ່ປະຈຳຊາດ 2 ມື້ ເພື່ອຫລີກເວັ້ນສະພາບລົດຕິດຍ້ອນມີຫຼາຍຄົນກັບເມືອບ້ານເອົາບຸນປີໃໝ່. ວັນສຸດທ້າຍຂອງປີເກົ່າກົງກັບວັນທີ 30/1 ແລະ ວັນທຳອິດຂອງປີໃໝ່ຈະແມ່ນວັນທີ 31/1/2014.
ໃນອາທິດທີ່ຜ່ານມາ, ພວກເຮົາໄດ້ຮັບຈົດໝາຍຈາກເພື່ອນແສງອາພອນ, ສົມເພດ, ຄຳໝັ້ນ ຢູ່ແຂວງຈຳປາສັກ ໂດຍຖາມກ່ຽວກັບປະຫວັດແຫ່ງວັນມູນເຊື້ອຂອງນັກຮຽນນັກສຶກສາຫວຽດນາມ ຄືວັນທີ 9/1. ພວກເຮົາຂໍຕອບຄຳຖານຂອງພວກເພື່ອນຄືດັ່ງນີ້:
ແຕ່ກາງປີ 1949 ຮອດຕົ້ນປີ 1950, ຂະບວນການຕໍ່ສູ້ຂອງຊາວໜຸ່ມ, ນັກຮຽນ, ນັກສຶກສາຕ້ານລັດທິລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ, ຕ້ານການກໍ່ການຮ້າຍ, ປາບປາມ, ຮຽກຮ້ອງຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ນັກຮຽນ, ນັກສຶກສາ….ໄດ້ດຳເນີນໄປຢ່າງລຽນຕິດ ແລະ ກວ້າງຂວາງແຕ່ພາກເໜືອຕະຫຼອດຮອດພາກໃຕ້ຫວຽດນາມ. ຢູ່ໄຊງ່ອນ (ປະຈຸບັນແມ່ນນະຄອນໂຮ່ຈິມິນ), ປຊຊ ທຸກຊັນວັນນະໄດ້ຕັ້ງໜ້າຕອບສະໜອງຂະບວນການດ້ວຍຫຼາຍຮູບການຄື: ແຫ່ຂະບວນປະທ້ວງຕ້ານການເສຍອາກອນ, ຕ້ານການບັງຄັບເຂົ້າກອງທັບ, ຮຽກຮ້ອງມີວຽກເຮັດງານທຳ ແລະ ນັກຮຽນ, ນັກສຶກສາໄດ້ຢຸດຮຽນເປັນປະຈຳ…
(ພາບ: http://vietbao.vn)
ວັນທີ 9/1/1950, ຄະນະຊາວໜຸ່ມກູ້ຊາດ ແລະ ຄະນະນັກຮຽນໄຊງອນ-ເຈີ້ເລິນ ໄດ້ຂົນຂວາຍ ແລະ ຈັດການແຫ່ຂະບວນປະທ້ວງ ໂດຍມີການເຂົ້າຮ່ວມຂອງນັກຮຽນ, ນັກສຶກສາກ່ວາ 2000 ຄົນ ພ້ອມກັບຄູອາຈານຫຼາຍຄົນ ແລະ ປຊຊ ໄຊງອນ-ເຈີ້ເລິນ 7000 ຄົນເພື່ອຮຽກຮ້ອງໃຫ້ຮັບປະກັນຄວາມສະຫງົບປອດໄພໃຫ້ນັກຮຽນ, ນັກສຶກສາ ແລະ ປ່ອຍຕົວນັກຮຽນ, ນັກສຶກສາຖືກຈັບຕົວ, ໃນນັ້ນມີຄະນະການນຳນັກຮຽນກູ້ຊາດໄຊງອນ. ພວກຕຳຫຼວດ ແລະ ທະຫານຝະລັ່ງ ໄດ້ປາບປາມຜູ້ແຫ່ຂະບວນປະທ້ວງຢ່າງໂຫດຮ້າຍສາມານ ເຮັດໃຫ້ຜູ້ແຫ່ຂະບວນປະທ້ວງມີຄວາມຄຽດແຄ້ນ ແລະ ໃຊ້ອາວຸດທຸກປະເພດເພື່ອຕ້ານຄືນ …ເຈິ່ນວັນເອີນ, ຊາວໜຸ່ມດີເດັ່ນທີ່ມີນ້ຳໃຈຮັກຊາດ ແລະ ເຈດຈຳນົງຕໍ່ສູ້ຢ່າງອົ່ງອາດກ້າຫານຂອງນັກຮຽນ, ນັກສຶກສາ ຖືກສັດຕູເຂັ່ນຂ້າໃນການປະທະກັນດັ່ງກ່າວ.
ວັນທີ 12/1/1950, ຢູ່ໄຊງອນ (ປະຈຸບັນແມ່ນນະຄອນໂຮ່ຈິມິນ), ງານສົບຂອງອ້າຍ ເຈິ່ນວັນເອີນ ໄດ້ກາຍເປັນການແຫ່ຂະບວນປະທ້ວງຂອງ ປຊຊ ກ່ວາ 50.000 ຄົນ. ນອກຈາກນັ້ນ, ພິທີອາໄລຫາອ້າຍກໍ່ໄດ້ຈັດຂຶ້ນຢູ່ບັນດາແຂວງນະຄອນໃນທົ່ວປະເທດອີກດ້ວຍ. ນັກຮຽນ, ນັກສຶກສາ ແລະ ປຊຊ ທຸກຊັ້ນວັນນະນັບລ້ານໆຄົນໄດ້ອາໄລຫາເພິ່ນເພື່ອສະແດງຄວາມອາໄລອາວອນ ແລະ ລົງຖະໜົນເດີນຂະບວນສະແດງໃຫ້ເຫັນຄວາຄຽດແຄ້ນ.
ເດືອນ 2/1950, ຢູ່ຖານທີ່ໝັ້ນຫວຽດບັກ, ກອງປະຊຸມໃຫ່ຍສະຫະພັນຊາວໜຸ່ມຫວຽດນາມ ໄດ້ຕົກລົງຖືວັນທີ 9/1 ແມ່ນວັນມູນເຊື້ອຂອງນັກຮຽນ, ນັກສຶກສາຫວຽດນາມ. ນັກຮຽນ, ນັກສຶກສາລຸ້ນຕ່າງໆ ໄດ້ສືບທອດມູນເຊື້ອອັນສະຫງ່າລາສີດັ່ງກ່າວໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາ ແລະ ກາຍເປັນມູນເຊື້ອອະມະຕະ.
ທ່ານຜູ້ຟັງຜູ້ອ່ານທີ່ເຄົາລົບ! ທີ່ກ່າວມາຂ້າງເທິງແມ່ນການຕອບບາງຄຳຖາມຂອງພວກເຮົາ ກ່ຽວກັບບາງບັນຫາທີ່ທ່ານສົນໃຈ. ຖ້າທ່ານຜູ້ໃດມີຄຳຖາມ ກະລູນາຟາກມາຍັງລາຍການຂອງພວກເຮົາຕາມທີ່ຢູ່: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ, ເຮືອນເລກທີ 45 ຖະໜົນບ່າຈ້ຽວຮ່າໂນ້ຍ- ເບີໂທ: 00844.38256631-ອີແມວ:Laovov@.yahoo.com. ຂໍຂອບໃຈ ທ່ານທີ່ໄດ້ຮັບຟັງ ແລະ ຊົມລາຍການຂອງພວກເຮົາ, ສະບາຍດີ!