ສັນຍາການຄ້າ2ຝ່າຍຫວຽດນາມ-ລາວ

ໃນ​ອາ​ທິດ, ມີ​ທ່ານ​ຜູ້​ຟັງ​ບາງ​ທ່ານ​ໄດ້​ຝາກ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ​ມາ​ຍັງ​ລາຍ​ການ ຖາມ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ ຢູ່ ລາວ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ຂ້າ​ພະ​ເຈົ້າ​ຈະ​ຕອບ​ຄຳ​ຖາມ​ເຊີ່ງ​ທ່ານ​ຜູ້​ຟັງ​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

ສັນຍາການຄ້າ2ຝ່າຍຫວຽດນາມ-ລາວ - ảnh 1
ພິ​ທີ​ເຊັນ​ສັນ​ຍາ​ລະ​ຫວ່າງ 2 ຝ່າຍ

        ໃນ​ອາ​ທິດ​ຜ່ານ​ມາ, ທ່ານ ວິ​ໄລ​ຫ​ອມ, ຢູ່ນະ​ຄອນຫຼວງ ວຽງ​ຈັນ ໄດ້​ຝາກ ອີ​ແມວ ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ​: ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຂ່າວ​ຕ່າງໆ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ ແລະ ທ່ານ​ນາງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ລາວ ເຂັມ​ມະ​ນີ ພົນ​ເສ​ນາ ໄດ້​ເຊັນ​ສັນ​ຍາ​ການ​ຄ້າ 2 ຝ່າຍ ເພື່ອ​ແທນ​ໃຫ້​ສັນ​ຍາ​ສະ​ບັບ​ເກົ່າ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ສາຍ​ເຫດ​ທີ່​ພາ​ໃຫ້​ຝ່າຍ ຫວຽດ​ນາມ ແລະ ລາວ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ສະ​ບັບ​ໃໝ່? ແລະ ເມື່ອ​ສັນ​ຍາ​ສະ​ບັບ​ໃໝ່​ໄດ້​ຮັບ​ການ​ລົງ​ນາມ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ຄື​ແນວ​ໃດ​ໃຫ້​ແກ່​ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ?

        ທ່ານ ວິ​ໄລ​ຫອມ ທີ່​ເຄົາ​ລົບ, ເມື່ອ​ເວົ້າ​ເຖິງ​ສາຍ​ເຫດ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ໃໝ່ ແທນ​ໃຫ້​ສັນ​ຍາ​ການ​ຄ້າ ​ທີ່ລົງ​ນາມ​ກ່ອນນີ້ 17 ປີ, ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV ປະ​ຈຳ ລາວ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ, ໃຫ້​ຮູ້​ວ່າ:

        “ປີ 1998, ຫວຽດ​ນາມ ແລະ ລາວ ໄດ້​ເຊັນ​ສັນ​ຍາ​ກາ​ນ​ຄ້າ​ນຳ​ກັນ. ຜ່ານ 17 ປີ, ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ, ພາກ​ພື້ນມີ​ການ​ປ່ຽນ​ແປງ, ທ່າ​ອ່ຽງ​ໂລ​ກາ​ພິ​ວັດ​​ດ້ານການ​ຄ້າ ແມ່ນ​ທ່າ​ອ່ຽງ​ເປັນ​ຕົ້ນ ແລະ ສະ​ພາບ​ເສ​ດ​ຖະ​ກິດ ຫວຽດ​ນາມ ແລະ ລາວ ກໍ່​ຄື​ແນວນັ້ນ, ບັນ​ຫາ​ເຊື່ອມ​ໂຍງ ໄດ້ ແລະ ພວມ​ແມ່ນ​ບັນ​ຫາ​ເຊິ່ງ​ພັກ, ລັດ ຫວຽດ​ນາມ ແລະ ລາວ ລ້ວນ​ແຕ່​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ. ດັ່ງ​ນັ້ນ, ບັນ​ດາ​ເນື້ອ​ໃນ​ໃນ​ສັນ​ຍາປີ 1998 ບໍ່​ເໝາະ​ສົມ​​ອີກ ແລະ 2 ຝ່າຍ​ໄດ້ປຶກ​ສາ​ຫາ​ລື, ເຫັນ​ດ​ີ​ເປັນ​ເອ​ກະ​ສັນ​ເຊັນ​​ສັນ​ຍາ​ສະ​ບັບໃໝ່, ​ເຊິ່ງ​ອີງຕາມ​ສັນ​ຍາ​ການ​ຄ້າ​ເຊິ່ງ​ບັນ​ດາ​ປະ​ເທດ ອາ​ຊຽນ ໄດ້​ລົງ​ນາມໂດຍ​ພື້ນ​ຖານ. ເນື້ອ​ໃນ​ສຳ​ຄັນ​ນັ້ນ​ແມ່ນ 2 ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ຫງວນ​ບຸ​ລິ​ມະ​ສິດຫຼາຍ​ຢ່າງ​ກ່ຽວ​ກັບ​ພາ​ສີ, ປະ​ລິ​ມານ, ປະ​ເພດ, ສິນ​ຄ້າ​ທີ່​ໄດ້​ຮັບ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ພາ​ສີ​ດ້ວ​ຍ​ປະ​ມານ 95% ວົງ​ເງິນ​ການ​ສົ່ງ​ອອກ​​ແມ່ນໄດ້​​ຊົມ​ໃຊ້ບຸ​ລິມ​ະ​ສິດ​ດ້ານ​ພາ​ສີ. ​ສິ່ງ​ດັ່ງ​ກ່າວ​ສະ​ແດງ​​ໃຫ້​ເຫັນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃນ​ການ​ພົວ​ພັນ​​ດ້ານເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ. ນອກ​ນັ້ນ, 2 ຝ່າຍ​ຍັງຕົກ​ລົງ​ເຊັນ​ສັນ​ຍາ​ກາ​ນ​ຄ້າ​ເຂດ​ຊາຍ​ແດນ​ໂດຍ​ໄວ ດ້ວຍ​ເນື້ອ​ໃນ​ບຸ​ລິ​ມະ​ສິດ​ໃຫ້​ກັນ​ກ່ຽວ​ກັບ​ສິດ, ກອບ​ກົດ​ໝາຍ​ເຊິ່ງ​ທັງ 2 ຝ່າຍ​ໄດ້​​ຕົກ​ລົງ​ນຳ​ກັນ ແລະ​ ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ປະ​ເທດ​ທີ 3”

        ເມື່ອ​ເວົ້າ​ເຖິງ​​ຜົນ​ປະ​ໂຫຍດ ເຊິ່ງ​ສັນ​ຍາ​ການ​ຄ້າ​ສະ​ບັບ​ໃໝ່​ນຳ​ມາ​ໃຫ້​ໃນ​ການ​ແລກ​ປ່ຽນ​ກາ​ນ​ຄ້າ​ລະ​ຫວ່າງ 2 ປະ​ເທດ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ຫວຽດ​ນາມ ຫວູ​ຮູຍ​ຮ່​ວາງ, ເວົ້າ​ຕື່ມ​ອີກວ່າ:

“ 2 ຝ່າຍ​ໄດ​້ສະຫງວນ​ບຸລິມະສິດ​ອັນ​ໃຫຍ່​ຫຼວງ​ໃຫ້​ກັນ​ນັ​ບທັງທາງ​ດ້ານ​ຈຳນວນ, ປະ​ເພດສິນຄ້າ, ​​ອັດ​ຕາ​ພາສີ, ລະບຽບ​ການ​ດ້ານ​ການ​ຄ້າ​, ກໍ່​ຄື​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ສິນຄ້າ​ຂອງ​ລາວ ສາມາດ​ສົ່ງ​ມາຫວຽດນາມໃນ​ໄລຍະ​ໄວທີ່​ສຸດ, ສະດວກ​ທີ່​ສຸດແລະ ກົງກັນ​ຂ້າມ. ​ໃນ​ສັນຍາ​ກໍ່ຊີ້​ແຈ້ງວ່າ, ພ້ອບກັບ​ບັນຫາ​ພັດທະນາ​​ດ້ານການ​ຄ້າ, 2 ຝ່າຍ​ຍັງ​ສົ່ງ​ເສີມ​ວິ​ສາ​ຫະກິດ 2 ປະ​ເທດ​ຄົ້ນຄວ້າ, ຊອກ​ຫາ​ກາ​ລະ​ໂອກາດ​ລົງທຶນ​ໃນ​ຂົງ​ເຂດ​​ບໍລິການເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວພັນ​ດ້ານ​ການ​ຄ້າແລະເພີ່ມ​ຜະລິດ​ຕະພັນ​ສິນ​ຄ້າ. 2 ຝ່າຍ​ຈະ​ມີ​ທ່າ​ແຮງ​ເພີ່ມ​ປະລິມານ​ສິນຄ້າ​ສົ່ງ​ອອກແລະ ຕອບສະໜອງ​ຄວາມ​ຕ້ອງການ​ຂອງ​ທັງ 2 ປະ​ເທດແລະ ອາດ​ຈະ​ສົ່ງ​ໄປ​ຍັງ​ປະ​ເທດ​ທີ  3 ໄດ້”.

++++

ໃນ​ອາ​ທິດ, ເພື່ອນ​ ໝອນ​ແກ້ວ, ແຂວງ ຫຼວງ​ພະ​ບາງ ໄດ້​ຝາກ ອີ​ແມວ ມາ​ຍັງ​ລາຍ​ການ​ໂດຍ​ຖາມ​ວ່າ: ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງຫຼາຍ​ບົດ​ຂຽນ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ໃນ​ປີ 2014, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ແຈ້ງ​ບັນ​ດາ​ຜົນ​ງານ​ໃດ​ແດ່? ຂໍ​ທາງ​ລາຍ​ການ​ໃຫ້​ຮູ້​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ດ້ານ​ເສດ​ຖະ​ກິດ, ການ​ທູດ, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດ​ຜ​່ອນ​ຄວາມ​ທຸກ​ຍາກ​ຂອງ ຫວຽດ​ນາມ ໃນ​ປີ 2014 ໄດ້​ບໍ່?

ທ່ານ​ ໝອນ​ແກ້ວ ທີ່​ຮັກ​ແພງ , ພວກ​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ບາງ​ຜົນ​ງານ​ພົ້ນ​ເດັ່ນ​ຂອງ ຫວຽດ​ນາມ ດັ່ງ​ຕໍ່​ໄປ​ນີ້.

+ ກ່ຽວ​ກັບ​ທາງ​ການ​ທູດ: ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ຊຸກ​ຍູ້ກ​ານ​ພົ​ວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ມີ​ຈຸດ​ສຸມ ຜ່ານ​ກາ​ນ​ພົວ​ພັນ​ຕ່າງ​ປະ​ເທດ​ຂັ້ນ​ສູງ, ການ​ພົວ​ພ​ັນ​ຕ່າງ​ປະ​ເທດ​ປະ​ມຸກ​ລັດ. ລະ​ອຽດ​ຄື: ທ່ານ​ເລ​ຂາ​ທິກ​ານ​ໃຫ​ຍ່ ​ໄປຢ້ຽມ​ຢາມ ລັດ​ເຊຍ; ສົ່ງ​ທ​ູດ​ພິ​ເສດ​ຂັ້ນ​ສູງ​ໄປ​ຍັງ ຈີນ; ປະ​ທານ​ປະ​ເທດ ຢ້ຽມ​ຢາມ ຍີ່​ປຸ່ນ, ກຳ​ປູ​ເຈຍ; ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຢ້​ຽມ​ຢາມ​ ອີ​ຢູ, ອິນ​ເດຍ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດ​ກ້​ວາງ; ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ຢ້ຽມ​ຢາມ ອາ​ເມ​ລິ​ກາ ແລະ ເລື່ອງ ອ​າ​ເມ​ລິ​ກາ ລົບ​ລ້າງ​​ຄຳ​ສັ່ງ​ຂວ້ຳ​ບາດອາ​ວຸດສ່ວນ​ໜຶ່ງ ໃຫ້​ແກ່ ຫວຽດ​ນາມ ແມ່ນ​ບັນ​ດາ​ຜົນ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພ​ັນ 2 ຝ່າຍ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່. ເລື່ອງ ອາ​ຊຽນ ອອກ​ມະ​ຕິ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ທີ່ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​​ຊວງການ​ຕ່າງ​ປະ​ເທດ ໃນ​ເດືອນ 7 ກໍ່​ແມ່ນ​ເຫດ​ການ​ທີ່ມີ​ຄວາມ​ໝາຍ.

        ​+ ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ: ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດ​ນາມ ໃນ​ປີ 2014 ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ 150 ຕື້ USD, ການ​ສົ່ງ​ອອກ​ເກີນ​ດຸນ​ບັນ​ລຸ 2 ຕື້ USD - ສູງ​ສຸດ​ນັບ​ແຕ່​ປີ 2012, ພ້ອມ​ກັບ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ກ່​ວາ 20 ຕື້ USD ແລະ ເງິນ​​ຝາກ​ມາ​ຈາກ​ຕ່າງ​ປະ​ເທດ​ກ່​ວາ 10 ຕື້ USD ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ສະ​ກຸນ​ເງິນ​ດົ່ງ ເປັນ​ປົກ​ກະ​ຕິ. ໄພ​ເງິນ​ເຟີ້​ຂອງ​ທັງ​ປີ​ໄດ້​ຮັບ​ການ​ຄວບ​ຄຸມ​ຢູ່​ໃນ​ລະ​ດັບ​ຕ່ຳ, ອັດ​ຕາ​ກຳ​ໄລ​ຫລຸດ​ຜ່ອນ​ຢ່າງ​ລຽນ​ຕິດ, ພິ​ເສດ​ຊຸມ​ເດືອນ​ທ້າຍ​ປີ (ບາງ​ເດືອນ​ອັດ​ຕາ​ສິນ​ເຊື່ອ​ເພີ່ມ​ຂຶ້ນ​ກ່​ວາ 2,5 %) ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ໃຊ້​ສອຍ​ເພີ່ມ​ຂຶ້ນ, ການ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ຄອບ​ຄົວ​ກໍ່​ດ​ີ​ຂຶ້​ນ.

        + ບັນ​ດາ​ຜົນ​ງານ​ໃນ​ກາ​ນ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສ​ດ​ສຳ​ລັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ຫວຽດ​ນາມ, ພ້ອມ​ທັງ​ຢັ້ງ​ຢືນ​ຜົນ​ງານ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ຮູບ​ພາບ​ລວມ​ຂອງ​ໂລກ​ເພື່ອ​ແນ​ໃສ່​ບັນ​ລຸ​ຈຸດ​ໝາຍ “ບໍ່​ມີ​ໄພ​ອຶດ​ຫິວ”. ​ໂດຍ​ແມ່ນ​ໜຶ່ງ​ໃນ 38 ປະ​ເທດ​ມີ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ພາ​ລະ​ກິດ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ໃນ​ປີ 2014, ຫວຽດ​ນາມ​ ໄດ້​ປະ​ຕິ​ບັດ​ສຳ​ເລັດ 90% ​ຄາດ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ຫວັດ​ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ນອນ​ໃນ​ກຸ່ມ 18 ປະ​ເທດ ໄດ້​ຮັບ​ໃບ​ຍ້ອງ​ຍໍ​ກ່ຽວ​ກັບ​ກາ​ນ​ລົບ​ລ້າງ​ຄວາມ​ອຶ​ດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ໃບ​ຢັ້ງ​ຢືນ​ບັນ​ລຸ​ໄດ້​​ຄາດ​ໝາຍ​ສະ​ຫັດ​ສະ​ຫວັດ​​ຈາກອົງ​ການ​ທັນ​ຍາ​ຫານ ແລະ ກະ​ເສດ ສ​ປ​ຊ (FAO).

+ ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົ​ມ: ຈຸດ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມປີ 2014 ແມ່ນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ຈຳ​ນວນ​ຄົນ​ງານ​ມີ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ, ອັດ​ຕາ​ສ່ວນ​ຄອບ​ຄົວ​ທຸກ​ຍາກ​ຫລຸດ​ລົງ, ຈຳ​ນວນ​ຜ​ູ້​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ​ໄດ້​ຮັບ​ການ​ປັບ​ປຸງ, ​ຕັດ​ສິນເພີ່ມ​ເງິນ​ເດືອນ​ໃຫ້​ແກ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ​ຜູ້​ອອກ​ກິນ​ເບ້ຍ​ບຳ​ນານ, ຜູ້​ມີ​ລະ​ດັບ​ເງິນ​ເດືອນ​ຕ່ຳ… ໃນ​ຂົງ​ເຂດ​ແຮງ​ງານ, ປີ 2014 ຄາດ​ວ່າ​​ໄດ​້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ 1,6 ລ​້ານ​ຄົນ​, ເພີ່ມ​ຂຶ້​ນ 3,7 % ເມື່ອ​ທຽບ​ໃສ່​ປີ 2013, ໃນ​ນັ້ນ ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ປະ​ມານ 105.000 ຄົນ, ລື່ນ​ກາຍ​ຄາດ​ໝາຍ​ທີ່ວາງ​ອອກກວ່າ 20%. ແລະ ໃນ​ປີຜ່ານ​ມາ, ບັນ​ດາ​ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ກໍ​ໄດ້​ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ທະ​ນາ​ຄານ​ແຫ່ງ​ລັດ ເບີກ​ຈ່າຍ​ຈຳ​ນວນ​ເງິນ ກວ່າ 12.000 ຕື້​ດົງ ເພື່ອ​ຊື້​ບັດປະ​ກັນ​ສຸ​ຂ​ະ​ພາບ​ໃຫ້​ແກ່​ຜູ້​ທຸກ​ຍາກ, ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ເດັກ​ນ້ອຍ​ອາ​ຍຸ​ຕ່ຳ​ກວ່າ 6 ປີ, ຫນູນ​ຊ່ວຍ​ຄ​ອ​ບ​ຄົວ​ໃກ້​ຈະ​ຖືກ​ຈັດ​ຢູ່​ໃນ​ລະ​ດັບ​ຄອບ​ຄົວ​ທຸກ​ຍາກ, ນັກ​ຮຽນ, ນັກ​ສຶກ​ສາ. ຫວຽດ​ນາມ ກໍ​ຍູ້​ແຮງ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ທີ່​ດິນ​ປຸກ​ສ້າງ​ເຮືອນ​ຢູ່, ທີ່​ດິນ​ທຳ​ການ​ຜະ​ລິດ, ນ້ຳ​ສະ​ອາດ​ໃຫ້​ແກ່​ຊາວ​ຊົນ​ເຜົ່​າ​ສ່ວນ​ຫນ້ອຍ, ປະ​ຕິ​ບັດ​ສິນ​ເຊື່ອ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ຄອບ​ຄົວ​ທຸກ​ຍາ​ກໄດ້​ກູ້​ຢືມ​ທຶນ ​ນັບ​ແສນໆ​ຄັ້ງ ດ້ວຍ​ຈຳ​ນວນ​ເງິນ​ເກືອບ 10.000 ຕື້​ດົງ.

  ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

 


ຕອບກັບ

ຂ່າວ/ບົດ​ອື່ນ